ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 31 ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 24 ມີນາ 2024 ນີ້ ຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະ ມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງ ທ່ານ ກາວກີມຮຸນ ເລຂາ ທິການໃຫຍ່ອາຊຽນ ມີບັນດາ ລັດຖະ ມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ລັດຖະມົນຕີກະຊວງກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ແຫ່ງ ຕີມໍ ແລັດສະເຕ ແລະ ຄະນະຜູ້ແທນ ຈາກປະເທດ ສະມາຊິກ ອາຊຽນ ເຂົ້າຮ່ວມ.

ກອງປະຊຸມ ໃນຄັ້ງນີ້ ໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານພາຍໃຕ້ເສົາຄ້ຳປະຊາຄົມວັດ ທະນະທຳ-ສັງຄົມໃນໄລຍະຜ່ານມາ ແລະ ແລກປ່ຽນທາງດ້ານວິໄສທັດຍຸດທະສາດເພື່ອການພັດທະນາຂອງເສົາຄ້ຳປະຊາຄົມໃຫ້ຢູ່ໃນທ່າກຽມພ້ອມສຳລັບກາລະໂອກາດ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆໃນປັດຈຸບັນ ແລະ ອານາຄົດທີ່ຈະເກີດ ຂຶ້ນຢ່າງມີປະສິດທິຜົນ ໃນໂອກາດດຽວກັນກອງປະຊຸມໃນຄັ້ງນີ້ ຈະໄດ້ຮັບ ຮອງເອົາເອກະສານຂອງອາຊຽນ ຈຳນວນ 9 ສະບັບ ເພື່ອຈະສະເໜີໃຫ້ຜູ້ນຳອາຊຽນພິຈາລະນາຮັບ ຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນຕຸລາ 2024 ທີ່ ນະຄອນຫລວງວຽງຈັນ ແລະ ຮັບຮອງເອົາບົດລາຍງານເຈົ້າໜ້າທີ່ອາວຸໂສວັດທະ ນະທຳ-ສັງຄົມອາຊຽນ ຄັ້ງທີ 36 ບົດລາຍງານກອງປະຊຸມລັດຖະ ມົນຕີປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຕໍ່ກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ຮັບຮອງເອົາ ຖະແຫລງການຮ່ວມຂອງກອງປະຊຸມລັດຖະມົນຕີປະຊາຄົມວັດທະ ນະທໍາ-ສັງຄົມອາຊຽນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາເອກະສານສຳ ຄັນ ທີ່ໄດ້ຮັບຮອງ ໃນກອງປະຊຸມ ໃນຄັ້ງນີ້ ຈະເປັນນິຕິກຳທີ່ມີຄວາມໝາຍຄວາມສຳຄັນ ໃຫ້ແກ່ທຸກພາກສ່ວນຂະແໜງການທັງພາກລັດ ແລະ ເອກກະຊົນເປັນບ່ອນອີງທີ່ ໜັກເເໜ້ນໃນການນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ທັງຮັບປະກັນຜົນປະໂຫຍດ ອັນລວມໃຫ້ແກ່ປະຊາຊົນຂອງພວກເຮົາໃນອະນາຄົດ ໂດຍສະເພາະເປົ້າໝາຍລວມຂອງອາຊຽນ ກໍເພື່ອສ້າງປະຊາຄົມອາຊຽນ ໃຫ້ຈະເລີນຮຸ່ງເຮືອງ ສັງຄົມມີຄວາມປອງດອງ ປະ ຊາຊົນມີວິຖີຊີວິດທີ່ດີ ມີການພັດທະນາແບບຍືນຍົງ ມີຄວາມຮັບຮູ້ ແລະ ເຂົ້າໃຈເອກະ ລັກມໍລະດົກວັດທະນະທຳເຊິ່ງກັນ ແລະ ກັນ ການເຂົ້າເຖິງການສຶກສາ ມີຄວາມປອດໄພທາງດ້ານສຸຂະພາບ ການໃສ່ໃຈ ຮັກສາສິ່ງແວດລ້ອມ ແລະ ກຽມພ້ອມຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແຮງງານເຄື່ອນຍ້າຍ ຄວາມສະ ເໝີພາບຍິງ-ຊາຍ ແລະ ເປີດກວ້າງໂອກາດໃນການປະກອບອາຊີບສຳລັບໄວໜຸ່ມ ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະໃຫ້ນັບມື້ຫລາຍຂຶ້ນ.

ພ້ອມນັ້ນທ່ານຍັງໄດ້ກ່າວຕື່ມວ່າ: ອາຊຽນຈະຕ້ອງສືບຕໍ່ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຕາມວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ໃຫ້ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້ ສປປ ລາວ ໄດ້ກຳນົດເອົາ 9 ແຜນບູລິມະສິດໃນການເປັນປະທານອາຊຽນສຳລັບປີ 2024 ໃນນັ້ນຂົງເຂດວຽກງານປະຊາຄົມວັດທະນະທຳ-ສັງຄົມອາຊຽນ ມີ 4 ຂົງເຂດບູລິມະສິດ ເຊິ່ງປະກອບມີ: ການສົ່ງ ເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນ ໃຫ້ກວມລວມ ແລະ ຍືນຍົງ ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ການສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອການຫັນປ່ຽນພຶດຕິກຳໃນອາຊຽນ ແລະ ການຫັນປ່ຽນການປັບປຸງສຸຂະພາບຂອງອາຊຽນໃນສະພາບການໃໝ່ ນອກຈາກ 4 ຂົງເຂດບູລິມະສິດ ແລ້ວ ສປປ ລາວ ຍັງເລັ່ງເຫັນຄວາມສໍາຄັນຂອງ ວຽກແຮງງານເຄື່ອນຍ້າຍ ການພັດທະນາ ແລະ ການຮັບຮູ້ສີມືແຮງງານຂອງແຮງງານເຄື່ອນຍ້າຍພາຍໃນອາ ຊຽນ.



ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ຕາງໜ້າໃຫ້ລັດຖະບານລາວ ຂໍຄວາມຮ່ວມມື ແລະ ຮຽກຮ້ອງມາຍັງປະເທດສະມາຊິກອາຊຽນ ໃຫ້ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ແລະ ຊຸກຍູ້ໃຫ້ແຕ່ລະຂະແໜງການພາຍໃຕ້ເສົາຄ້ຳຂອງຕົນສຸມໃສ່ທຸກຄວາມສາມາດ ແລະ ເອົາ ໃຈໃສ່ໃນການພັດທະນາ ແລະ ຜັນຂະຫຍາຍບັນດາເອກະສານວິໄສທັດ ຖະແຫຼງການແຜນປະຕິບັດງານ ຄູ່ມືແນະນຳ ນິຕິກຳ ແລະ ແນວຄິດລິເລີ່ມຕ່າງໆ ຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ໃຫ້ເປັນຮູບປະທຳນັບມື້ນັບຫລາຍຂຶ້ນ ພ້ອມທັງສະເໜີໃຫ້ທຸກພາກສ່ວນ ແລະ ຂະແໜງການຈົ່ງຮ່ວມແຮງຮ່ວມໃຈກັນ ສຸມສະຕິປັນຍາ ເພື່ອພັດທະນາແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ແລະ ເອົາໃຈໃສ່ຈັດຕັ້ງການປະເມີນທ້າຍສະໄໝ ແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 (ASCC Blueprint 2025) ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.