ກອງປະຊຸມສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ ແຜນສູ້ຊົນ 6 ເດືອນທ້າຍປີ 2020 ຂອງລັດວິສາຫະກິດໄຟຟ້າລາວ (ຟຟລ) ຈັດຂຶ້ນວັນທີ 7 ກໍລະກົດ 2020 ຢູ່ລັດວິສາຫະກິດດັ່ງກ່າວ ໂດຍເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການອຳນວຍການໃຫຍ່ ຟຟລ ມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະອຳນວຍການ ຟຟລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຈັນທະບູນ ສຸກອາລຸນ ກ່າວວ່າ: ໄລຍະ 6 ເດືອນຕົ້ນປີ 2020 ລັດວິສາຫະກິດໄຟຟ້າລາວ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ເປັນຕົ້ນວຽກງານຄຸ້ມຄອງລະບົບຈຳໜ່າຍ ໄດ້ເອົາໃຈໃສ່ປັບປຸງໃຫ້ມີປະສິດທິຜົນ ແລະ ທັນສະໄໝຫຼາຍຂຶ້ນ ໃນນີ້ສາມາດຈຳໜ່າຍພະລັງງານໄຟຟ້າ 5.201 ລ້ານກິໂລວັດໂມງ ເປັນເງິນ 3.321 ຕື້ກີບ ທຽບໃສ່ແຜນການ ເປັນພະລັງງານເທົ່າກັບ 90,23% ເປັນເງິນເທົ່າກັບ 89,32% ລາຄາສະເລ່ຍຈຳໜ່າຍ 638,65 ກີບຕໍ່ກິໂລວັດໂມງ ໃນນີ້ ຈຳໜ່າຍພາຍໃນປະເທດ 81,8% ຂາຍອອກຕ່າງປະເທດ 18,2% ພະລັງງານຕົກເຮ່ຍພາກຈຳໜ່າຍ (ລວມລູກຄ້າລະບົບສົ່ງ) ປະຕິບັດໄດ້ 6,38% ຫຼຸດລົງຈາກທ້າຍປີ 2019 ຈຳນວນ 1,39% ການຂະຫຍາຍຕາຂ່າຍໄຟຟ້າອອກສູ່ຊົນນະບົດ ທົ່ວປະເທດມີ 148 ເມືອງ ມີໄຟຟ້າໃຊ້ຖາວອນແລ້ວ 100% ມີ 8.449 ບ້ານ ໃນນີ້ມີໄຟຟ້າໃຊ້ຖາວອນ 7.857 ບ້ານ ເທົ່າກັບ 92,99% ມີ 1.251.652 ຄອບຄົວ ມີໄຟຟ້າໃຊ້ແລ້ວ 1.173.329 ຄອບຄົວ ເທົ່າກັບ 93,74% ຂອງຄອບຄົວທັງໝົດ.

ວຽກຜະລິດ ແລະ ຮັບຊື້ພະລັງງານ ໄດ້ຮັບຊື້ພະລັງງານຈາກແຫຼ່ງຜະລິດພາຍໃນ ລວມທັງນຳເຂົ້າ ແລະ ຜະລິດເອງ 5.638 ລ້ານກິໂລວັດໂມງ ເປັນເງິນ 2.956 ຕື້ກີບ ທຽບໃສ່ແຜນການເປັນພະລັງງານເທົ່າກັບ 91,11% ເປັນເງິນເທົ່າກັບ 96,46% ລາຄາສະເລ່ຍຊື້ພະລັງງານ 524,37 ກີບຕໍ່ກິໂລວັດໂມງ ຟຟລ ໄດ້ສຸມໃສ່ຄຸ້ມຄອງ ແລະ ບຳລຸງຮັກສາລະບົບສາຍສົ່ງ-ສະຖານີ ແລະ ອຸປະກອນໄຟຟ້າໃຫ້ມີຄວາມສະເຖຍລະພາບ ຄຸ້ມຄອງການຊື້-ຂາຍພະລັງງານຂອງລູກຄ້າລາຍໃຫຍ່ ຕິດຕາມກວດກາໂຄງການກໍ່ສ້າງສູນບັນຊາລະບົບໄຟຟ້າແຫ່ງຊາດ ໄລຍະທີ 2 ໃຫ້ສຳເລັດສົມບູນ ປັດຈຸບັນທົ່ວປະເທດມີສະຖານີໄຟຟ້າແຮງສູງ 68 ແຫ່ງ ສຳລັບການກໍ່ສ້າງເຂື່ອນໄຟຟ້າກຳລັງຈັດຕັ້ງປະຕິບັດໂຄງການທີ່ໄຟຟ້າລາວ ກໍ່ສ້າງເອງ 3 ໂຄງການ ຄື: ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນ ເຂື່ອນນ້ຳງື່ມ 1 ພາກຂະຫຍາຍຈັກເບີ 6 ແລະ ນ້ຳງື່ມ 4 ລວມກຳລັງຕິດຕັ້ງທັງໝົດ 310 ເມກາວັດ ແລະ ໂຄງການຮ່ວມກັບເອກະຊົນພັດທະນາເຂື່ອນໄຟຟ້ານ້ຳງື່ມ 3 ແລະ ໂຄງການອື່ນໆ.

ສຳລັບແຜນການຕໍ່ໜ້າ ຈະສຸມໃສ່ກຳນົດແຜນຄາດໝາຍສູ້ຊົນໃນການດຳເນີນທຸລະກິດຂອງໄຟຟ້າລາວ ໂດຍອີງໃສ່ຄຳຂວັນ “ເພີ່ມລາຍຮັບ ຫຼຸດລາຍຈ່າຍ ຈຳໜ່າຍໄຟໃຫ້ພຽງພໍ ບໍລິການໄວ ດ້ວຍຄວາມປອດໄພ ຊົມໃຊ້ໃຫ້ເກີດຜົນ” ແລະ ສູ້ຊົນປະຕິບັດຄຳສັ່ງ 02/ນຍ ໂດຍສະເພາະເນັ້ນໜັກໃສ່ວຽກງານສຳຄັນ ເປັນຕົ້ນການສືບຕໍ່ຄົ້ນຄວ້າລາຄາໄຟຟ້າ ຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ຕາມການຊີ້ນຳຂອງລັດຖະບານ ສືບຕໍ່ແກ້ໄຂຖານະການເງິນຂອງໄຟຟ້າລາວໃຫ້ຄ່ອງຕົວຂຶ້ນກວ່າເກົ່າ ເນັ້ນໃສ່ການບໍລິ ການລູກຄ້າໃຫ້ມີຄວາມເພິ່ງພໍໃຈ ສູ້ຊົນຫຼຸດຜ່ອນຂັ້ນຕອນ ແລະ ໄລຍະເວລາການບໍລິການຕິດຕັ້ງໄຟຟ້າ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ ໃຫ້ປະກົດຜົນເປັນຈິງ ແລະວຽກງານອື່ນໆອີກ.

ໂອກາດນີ້ ຍັງໄດ້ມີການຍ້ອງຍໍກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ທີ່ມີຜົນງານປະກອບສ່ວນໃນການປະຕິບັດໜ້າວຽກ 4 ໂຄງການສາຍສົ່ງໄຟຟ້າ ທີ່ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດຢູ່ບັນດາແຂວງ ຕື່ມອີກ.