Vietjet ຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ – ອົດສະຕາລີ ດ້ວຍຖ້ຽວບິນ ຮ່າໂນ້ຍ – ຊິດນີ

 ຄ່າປີ້ໂດຍສານຖືກທີ່ສຸດພຽງ 0 ໂດລາ ສໍາລັບທຸກຖ້ຽວບິນລະຫວ່າງຫວຽດນາມ ແລະ ອົດສະຕາລີ

     ຂ່າວດີສຳລັບນັກທ່ອງທ່ຽວຈາກລາວ ທີ່ວາງແຜນຈະໄປຢ້ຽມຢາມອົດສະຕາລີ ໃນມື້ພັກທີ່ຈະມາເຖິງນີ້ ຖ້ຽວບິນຂອງ Vietjet ອອກຈາກນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ ຈະຂະຫຍາຍເສັ້ນທາງສາຍການບິນໃໝ່ໄປ ຊິດນີ ຕື່ມອີກ ພາຍຫຼັງເປີດຖ້ຽວບິນ ຮ່າໂນ້ຍ–ເມວເບີນ ໃນຕົ້ນເດືອນນີ້ ຖ້ຽວບິນຮ່າໂນ້ຍ – ຊິດນີ ຈະເລີ່ມບິນໃນເດືອນມິຖຸນານີ້. ດ້ວຍເວລາບິນປະມານ 10 ຊົ່ວໂມງຕໍ່ຖ້ຽວ ເສັ້ນທາງໃໝ່ຈະຊ່ວຍປະຢັດເວລາເດີນທາງຢ່າງຫຼວງຫຼາຍ ແລະ ຍັງເພີ່ມທາງເລືອກໃນການເດີນທາງຕື່ມອີກ.

    ເລີ່ມແຕ່ວັນທີ 8 ມິຖຸນາ 2024 ເສັ້ນທາງ ຮ່າໂນ້ຍ – ຊິດນີ ຈະດຳເນີນຖ້ຽວບິນ 2 ຄັ້ງຕໍ່ອາທິດ ໃນວັນພຸດ ແລະ ວັນເສົາ ນັກທ່ອງທ່ຽວຈະໄດ້ຮັບຄວາມສະດວກສະບາຍໃນການເດີນທາງຈາກນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ ແລະໄປຮອດນະຄອນ ຊິດນີ ເປັນເມືອງທີ່ເຕັມໄປດ້ວຍຄວາມມີຊີວິດຊີວາຂອງອົດສະຕາລີ ຖ້ຽວບິນຈາກ ຊິດນີ ຈະພານັກທ່ອງທ່ຽວໄປຮອດໃຈກາງຂອງຫວຽດນາມ ໃນວັນພະຫັດ ແລະ ວັນອາທິດ ເພື່ອຮັບຊົມທິວທັດທີ່ຂຽວສົດງົດງາມ ທາງພາກເໜືອຂອງຫວຽດນາມ.

    ເສັ້ນທາງ ຮ່າໂນ້ຍ – ເມວເບີນ ຈະເລີ່ມໃຫ້ບໍລິການວັນທີ 3 ມິຖຸນາ 2024, ບິນອາທິດລະ 2 ຄັ້ງ ຄືວັນຈັນ ແລະ ວັນສຸກ ຈາກຮ່າໂນ້ຍ, ມາຮອດ ເມວເບີນໃນມື້ດຽວກັນ. ຖ້ຽວບິນຂາກັບອອກຈາກ ເມວເບີນ ໄປ ຮ່າໂນ້ຍ ໃນວັນອັງຄານ ແລະ ວັນເສົາ.

    Vietjet ໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ. ມອບທາງເລືອກໃຫ້ນັກທ່ອງທ່ຽວຈາກລາວທີ່ມີແຜນເດີນທາງໄປອົດສະຕາລີ ນັກທ່ອງທ່ຽວສາມາດເດີນທາງໄປນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ໄປ Melbourn, Sydney, Brisbane, Perth ແລະ Adelaide ກັບ Vietjet ທີ່ອົດສະຕາລີ ດ້ວຍລາຄາທີ່ເໝາະສົມ. Vietjet ໄດ້ມອບທາງເລືອກ ແລະ ຄວາມຄຸ້ມຄ່າທີ່ສຸດ ດ້ວຍການບໍລິການທີ່ທ່ານຈະພໍໃຈຢ່າງແນ່ນອນ. ນໍາທຸກໆຈຸດໝາຍປາຍທາງໃຫ້ກັບນັກທ່ອງທ່ຽວຫຼາຍກວ່າເກົ່າດ້ວຍເສັ້ນທາງຂອງ Vietjet.

    ເພື່ອສະເຫຼີມສະຫຼອງເສັ້ນທາງໃໝ່ Vietjet ມອບໂປຣໂມຊັ່ນເລີ່ມຕົ້ນພຽງແຕ່ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ແຕ່ມື້ນີ້ຫາວັນທີ 25 ມີນາ ທີ່ www.vietjetair.com ແລະ ແອັບມືຖື Vietjet Air, ນຳໃຊ້ໄດ້ກັບທຸກເຄືອຂ່າຍຖ້ຽວບິນຂອງຫວຽດນາມ – ອົດສະຕາລີ. ເຊິ່ງປີ້ promotion ມີຕັ້ງແຕ່ມື້ນີ້ຈົນເຖິງວັນທີ 31 ຕຸລາ 2024 (ຍົກເວັ້ນວັນພັກ ຂຶ້ນກັບແຕ່ລະເຂດ ແລະ ເສັ້ນທາງ).

    ນອກຈາກນີ້ ຜູ້ໂດຍສານທີ່ສະສົມຄະແນນເຖິງ 500 Skypoints ຈະໄດ້ຮັບຂອງຂວັນທີ່ໃນຖ້ຽວບິນ ຮ່າໂນ້ຍ – ຊິດນີ ແລະ ຮ່າໂນ້ຍ – ເມວເບີນ ສາມາດຮັບຂໍ້ສະເໜີເພີ່ມເຕີມໄດ້ທີ່ແອັບ SkyJoy ຫຼື https://skyjoy.vietjetair.com/ ແລະ ໂປໂມຊັ່ນທີ່ໜ້າສົນໃຈຫຼາຍຢ່າງຈາກ Vietjet ບໍ່ວ່າຈະເປັນ ອາຫານ ສິນຄ້າແລະ ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງໃນຫວຽດນາມ ແລະ ທົ່ວໂລກ.

ພາຍໃນເວລາພຽງໜຶ່ງປີທີ່ໃຫ້ບໍລິການໃນອົດສະຕາລີ ເສັ້ນທາງການບິນຂອງVietjet ໄດ້ສະແດງໃຫ້ເຫັນສັກກະຍະພາບຂອງຕົນ ເສັ້ນທາງທີ່ເຊື່ອມຕໍ່ທັງນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ ໄປຍັງບັນດານະຄອນໃຫຍ່ຂອງອົດສະຕາລີ ໄດ້ມອບການເດີນທາງທີ່ສະດວກສະບາຍໃນທົ່ວທະວີບ ເພື່ອເດີນທາງໄປເຮັດວຽກ ທ່ອງທ່ຽວ ຫຼື ການສຳຫຼວດສະຖານທີ່ໃໝ່ໆ ປັດຈຸບັນສາຍການບິນໄດ້ໃຫ້ບໍລິການຖ້ຽວບິນຈາກນະຄອນໂຮ່ຈີມິນໄປ Melbourne Sydney Brisbane Perth ແລະ Adelaide.

    ໃນປີ 2023 Vietjet ໄດ້ຂະຫຍາຍຕາໜ່າງການບິນຂອງຕົນດ້ວຍການເພີ່ມເສັ້ນທາງບິນສາກົນ ແລະ ພາຍໃນປະເທດ33 ເສັ້ນ ໃນນັ້ນມີ 5 ເສັ້ນທາງໃໝ່ທີ່ເຊື່ອມຕໍ່ອົດສະຕາລີ (Adelaide Brisbane Melbourne Perth ແລະ Sydney) ໄປຫວຽດນາມ.

    ຄຽງຄູ່ກັບການເດີນທາງໄປທົ່ວທະວີບ Vietjet ຍັງສືບຕໍ່ເພີ່ມທະວີ ຜູ້ໂດຍສານສາມາດເພີດເພີນໄປກັບເຮືອບິນໃໝ່ ມີຄ່າໂດຍສານທີ່ບໍ່ແພງ ແລະ ໄດ້ຊິມອາຫານຫວຽດນາມ ແລະ ສາກົນຢ່າງມີຄວາມສຸກ.

ຂໍ້ມູນເພີ່ມເຕີມ:  www.vietjetair.com

error: Content is protected !!