69 ປີແຫ່ງການນຳພາຂອງພັກປະຊາຊົນປະຕິວັດລາວເຮັດໃຫ້ ນວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ

    ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດໃນວັນທີ 20 ມີນາ 2024 ວ່າ ໃນໄລຍະຜ່ານມາ ວ່າ:

ປະເທດຊາດຖືກຮຸກຮານຈາກຈັກກະພັດລ່າເມືອງຂຶ້ນ ຊັບໃນດິນສິນໃນນໍ້າຖືກຂົນຍ້າຍໄປພັດທະນາ ແລະ ສ້າງຮັ່ງຄູນມີໃຫ້ປະເທດອື່ນ ປະເທດຊາດຕົກຢູ່ສະພາວະຂອງສົງຄາມ ປະຊາຊົນລາວຕົກຢູ່ພາຍໃຕ້ຄວາມທຸກຍາກ ຖືກກົດຂີ່ຂຸດຮີດ ແລະ ເຕັມໄປດ້ວຍຄວາມທຸກທໍລະມານ ທາງຮ່າງກາຍ ແລະ ຈິດໃຈ ເຖິງປະຊາຊົນລາວໄດ້ລຸກຂຶ້ນຕໍ່ສູ້ຫຼາຍຂະບວນການຫຼາຍຄັ້ງ ແລະ ເປັນເວລາຍາວນານແຕ່ກໍ່ຕ້ອງປະລາໄຊ ພາຍຫຼັງພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນຈຶ່ງມານໍາພາຂະບວນການຕໍ່ສູ້ເຮັດໃຫ້ສາມາດຍາດໄດ້ໄຊຊະນະ ນໍາຄວາມສະຫງົບສຸກມາສູ່ປະເທດຊາດຢ່າງແທ້ຈິງ ມີສະຖຽນລະພາບທາງດ້ານການເມືອງ ຄວາມເປັນປຶກແຜ່ນສາມັກຄີປອງດອງເອກະພາບໄດ້ເປັນບັນຍາກາດໃໝ່ໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ຄວາມດ້ອຍພັດທະນາ ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂໃຫ້ດີຂຶ້ນເປັນກ້າວໆ ສະນັ້ນປີນີ້ເປັນປີທີພັກປະຊາຊົນ ປະຕິວັດລາວໄດ້ຖືກສ້າງຕັ້ງຂຶ້ນມາໄດ້ 69 ປີແລ້ວ ໃນນາມຂ້າພະເຈົ້າກໍຄືສະມາຊິກພັກປະຊາຊົນປະຕິວັດລາວເວົ້າສະເພາະ ເວົ້າລວມກໍແມ່ນປະຊາຊົນລາວມີຄວາມປິຕິຍິນດີຕໍ່ການນໍາພາຂອງພັກອັນເຂັ້ມແຂງ ເດັດດ່ຽວໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ໃນຕະຫຼອດໄລຍະເວລາຜ່ານມາ ຍາມໃດພວກເຮົາກໍລະນຶກເຖິງບຸນຄຸນ ຄຸນງາມຄວາມດີຂອງອະດີດການນໍາ ພະນັກງານນັກຮົບ ນັກປະຕິວັດອາວຸໂສທີ່ໄດ້ເສຍສະຫຼະຊີວິດ ເລືຶອດເນື້ອ ໃນການນໍາພາການປະຕິວັດ ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະເທດຊາດ ແລະ ປະຊາຊົນລາວ ບໍ່ວ່າເວລາໃດພວກເຮົາກໍລະນຶກເຖິງບຸນຄຸນຂອງບັນດາທ່ານເຫຼົ່ານັ້ນຢ່າງບໍ່ລືມເລືອນ ແລະ ຢູ່ໃນຈິດໃຈຂອງພວກເຮົາຕະຫລອດໄປ.

    ໃນໄລຍະຜ່ານມາອົງການປົກຄອງ ນວ ໄດ້ຜັນຂະຫຍາຍມະຕິສູນກາງພັກ ແລະ ມະຕິອົງຄະນະພັກ ນວ ເຂົ້າສູ່ວຽກງານຂອງຕົນຢ່າງຮອບດ້ານໂດຍໄດ້ສ້າງເປັນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໂດຍໄດ້ວາງທິດທາງການພັດທະນາໃນ 7 ຂົງເຂດຄື ດ້ານເສດຖະກິດເຮັດໃຫ້ ນວ ສືບຕໍ່ເປັນໃຈກາງເສດຖະກິດຂອງປະເທດທີ່ມີຈັງຫວະການຂະຫຍາຍຕົວໃນລະດັບສູງ ເຕີບໂຕຕາມທິດສີຂຽວ ແລະ ຍືນຍົງ ປັບປຸງໂຄງປະກອບເສດຖະກິດຕາມກົນໄກການຕະຫຼາດ ເຕົ້າໂຮມທຸກກໍາລັງແຮງເຂົ້າສູ່ການພັດທະນາເສດຖະກິດ ຖືເອົາການປັບປຸງວິສາຫະກິດທີ່ມີຫຼາຍພາກສ່ວນຫັນເຂົ້າສູ່ມາດຕະຖານວິສາຫະກິດນໍາໃຊ້ກາລະໂອກາດທ່າແຮງໃໝ່ “ຫນຶ່ງແລວ ໜຶ່ງເສັ້ນທາງ” ທາງລົດໄຟ ຍູ້ແຮງການຜະລິດສີນຄ້າສ້າງຖານະການເງິນໃຫ້ສູງຂຶ້ນ ແກ້ໄຂໜີ້ສິນສາທາລະນະໃຫ້ຫຼຸດລົງ ດ້ານຊັບພະຍາກອນມະນຸດ ຍົກສູງລະດັບດັດສະນີໝາຍຄຸນນະພາບທາງສັງຄົມ ສ້າງຄວາມສີວິໄລດ້ານວັດທະນະທຳ ເຮັດໃຫ້ ນວ ຮັກສາຖານະເປັນສູນກາງຂອງການສຶກສາ ວິທະຍາສາດ ເທັກໂນໂລຊີ ສູນລວມຈິດໃຈ ແລະ ຍົກສູງຄຸນນະພາບ ຊີວິດ ສຸຂະພາບພາລະນາໄມ ຂອງຊາວ ນວ ບາດກ້າວໃໝ່ ການພັດທະນາຕົວເມືອງ ບຸກທະລຸການພັດທະນາຕົວເມືອງ ແລະ ເທສະບານຢ່າງແຂງແຮງ ບັນລຸເປົ້າໝາຍຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ.

ທາງດ້ານພື້ນຖານໂຄງລ່າງ ໂຍທາທິການ ສ້າງ ນວ ໃຫ້ສົມເປັນເມືອງຫຼວງທີ່ໜ້າຢູ່ ຍືນຍົງ ແລະ ເດີນຕາມໂຄຈອນຂອງຕົວເມືອງ ອັດສະລິຍະເປັນກ້າວໆ ເພີ່ມທະວີການປົກປັກຮັກສາສິ່ງແວດລ້ອມ ແລະ ປ້ອງກັນໄພພິບັດທຳມະຊາດໂດຍສຸມໃສ່ແກ້ໄຂປະກົດການຊຸດໂຊມ ແລະ ສິ່ງທ້າທາຍດ້ານສິ່ງແວດລ້ອມ ການບໍລິຫານລັດ ເພີ່ມທະວີຄວາມສັກສິດປະສິດທິພາບໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ເຮັດໃຫ້ອົງການບໍລິຫານລັດແຕ່ຂັ້ນຂອງ ນວ ລົງຫາເມືອງ ບ້ານໃຫ້ສົມເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ເພີ່ມທະວີການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນໃຫ້ເລິກເຊິ່ງກວ້າງຂວາງ ຮັບປະກັນໃຫ້ນະຄອນຫຼວງວຽງຈັນມີສະຖຽນລະພາບທາງດ້ານການເມືອງ ມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມຢ່າງໜັກແໜ້ນ ສ້າງເງື່ອນໄຂອໍານວຍໃຫ້ແກ່ການສ້າງສາພັດທະນາ ການດໍາລົງຊີວິດຂອງຊາວ ນວ ມີສະຖຽນລະພາບທາງດ້ານການເມືອງ ມີຄວາມສະຫງົບສຸກ ວຽກການຕ່າງປະເທດ ປະຕິບັດຍຸດທະສາດການເຊື່ອມໂຍງ ການຮ່ວມມືກັບບັນດານະຄອນ ແຂວງ ປະເທດເພື່ອນມິດ ແລະ  ອົງການຈັດຕັ້ງສາກົນ ຕາມແນວທາງການຕ່າງປະເທດຂອງພັກຢ່າງຕັ້ງໜ້າກວ່າເກົ່າ.

    ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວໄດ້ເຮັດໃຫ້ ນວ ມີການພັດທະນາຢ່າງເຂັ້ມແຂງ ຮອບດ້ານ ແຕ່ຢ່າງໃດກໍຕາມໃນໄລຍະທົດສະຫວັດຜ່ານມາອັນທີ່ພົ້ນເດັ່ນສໍາລັບ ນວ ແມ່ນດ້ານຄົມມະນາຄົມຂົນສົ່ງ ໂດຍສະເພາະແມ່ນ ການເກີດຂຶ້ນຂອງເສັ້ນທາງລົດໄຟລາວ-ຈີນ ທາງດ່ວນວຽງຈັນ-ວັງວຽງ ເຊິ່ງໄດ້ເຮັດໃຫ້ປະຊາຊົນລາວສາມາດໄປມາຫາສູ່ກັນໄດ້ຢ່າງສະດວກສະບາຍ ທັງກາຍເປັນເສັ້ນທາງຂົນສົ່ງສິນຄ້າ ແລະ ການທ່ອງທ່ຽວເຮັດໃຫ້ເສດຖະກິດຂອງ ນວ ມີການພັດທະນາຢ່າງຕໍ່ເນື່ອງ.

ໂອກາດນີ້ຂ້າພະເຈົ້າຕາງໜ້າໃຫ້ແກ່ຄະນະພັກອົງການປົກຄອງ ນວ ຂໍອວຍພອນໄຊອັນປະເສີດໃຫ້ແກ່ການນຳພັກ-ລັດ ພະນັກງານອາວຸໂສທຸກທົ່ວໜ້າຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຊີ້ນຳ-ນຳພາປະເທດຊາດໃຫ້ກ້າວຂຶ້ນຢ່າງໜັກແໜ້ນ ໂດຍສະເພາະສຸມໃສ່ຊີ້ນຳ-ນຳພາວຽກງານຂອງ ນວ ຢ່າງຮອບດ້ານເພື່ອເຮັດໃຫ້ປະຊາຊົນມີຄວາມຜາສຸກ ສີວິໄລ ແລະ ຊີວິດການເປັນຢ່າງດີຂຶ້ນຢ່າງບໍ່ຢຸດຢັ້ງ.

error: Content is protected !!