ເນື່ອງໃນໂອກາດວັນສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 8 ປີ
(23 ມີນາ 2016 – 23 ມີນາ 2024)
ເນື່ອງໃນໂອກາດວັນສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 8 ປີ (23 ມີນາ 2016 – 23 ມີນາ 2024) ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ກ່າວສະແດງຄວາມຊົມເຊີຍຢ່າງສຸດໃຈ ມາຍັງບັນດາລັດຖະບານ ແລະ ປະຊາຊົນຂອງບັນດາປະເທດສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ກາຍເປັນເວທີສຳຄັນເພື່ອສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ຢູ່ ອະນຸພາກພື້ນແມ່ນ້ຳຂອງ ໂດຍຍຶດຖືຫຼັກການແຫ່ງຄວາມສະເໝີພາບ ມີຜົນປະໂຫຍດຮ່ວມກັນ ແລະ ສ້າງຄວາມສົມບູນພູນສຸກຮ່ວມກັນ.

ໃນຂະນະທີ່ພວກເຮົາທົບທວນຄືນໝາກຜົນທີ່ໄດ້ຮັບຕະຫຼອດ 8 ປີຜ່ານມາ ບົນເນື້ອໃນຈິດໃຈ “ຮ່ວມແມ່ນ້ຳສາຍດຽວກັນ ສ້າງອານາຄົດຮ່ວມກັນ” ອະນຸພາກພື້ນແມ່ນ້ຳຂອງໄດ້ເຫັນຄວາມຄືບໜ້າທີ່ສຳຄັນ ປິ່ນອ້ອມ 3 ເສົາຄໍ້າ (ການເມືອງ-ໝັ້ນຄົງ ການພັດທະນາເສດຖະກິດແບບຍືນຍົງ ສັງຄົມ-ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງປະຊາຊົນ) ແລະ 5 ຂົງເຂດການຮ່ວມມືບູລິມະສິດ (ການເຊື່ອມຈອດ ການຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າ ຄວາມອາດສາມາດດ້ານການຜະລິດ ເສດຖະກິດຂ້າມຊາຍແດນ ກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ) ຈຸດສຸມຕົ້ນຕໍແມ່ນແນໃສ່ການເພີ່ມທະວີການຮ່ວມມືເພື່ອພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ຮັດແໜ້ນການຮ່ວມມືສູ່ລວງເລິກ ເພື່ອສົ່ງເສີມສັນຕິພາບ ສະຖຽນລະພາບ ຄວາມສົມບູນພູນສຸກ ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະ ກັນ ສະໜັບສະໜູນບັນດາຂໍ້ລິເລີ່ມໃນການເພີ່ມທະວີການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນນີ້ ໄດ້ເນັ້ນໃສ່ການຂະຫຍາຍການຮ່ວມມືເພື່ອສ້າງແລວເສດຖະກິດແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ແລະ ການຫັນສູ່ທັນສະໄໝ ແລະ ເພີ່ມທະວີການຜະລິດພະລັງງານ ສິນຄ້າກະສິກຳ ແລະ ອຸດສາຫະກຳ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອຫັນສູ່ທັນສະໄໝ ລວມທັງການເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ ການພັດທະນາຊັບພະຍາກອນມະນຸດ ນະວັດຕະກໍາ ແລະ ເຕັກໂນໂລຊີ ເພື່ອຫຼຸດຜ່ອນຄວາມທຸກຍາກ.

ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ເປັນປັດໄຈກະຕຸ້ນຜົນປະໂຫຍດຕົວຈິງຢູ່ໃນ ສປປ ລາວ ແລະ ອະນຸພາກພື້ນແມ່ນໍ້າຂອງ ສປປ ລາວ ໄດ້ເຂົ້າຮ່ວມການເຄື່ອນໄຫວໃນຂະບວນການຕ່າງໆຂອງຂອບການຮ່ວມມືດັ່ງກ່າວຢ່າງຫ້າວຫັນ ແລະ ໄດ້ຮັບຜົນປະໂຫຍດທີ່ເປັນຮູບປະທໍາຜ່ານບັນດາໂຄງການ ແລະ ຂໍ້ລິເລີ່ມຕ່າງໆ ເປັນຕົ້ນແມ່ນ ໂຄງການຫຼຸດຜ່ອນຄວາມທຸກຍາກ ລາວ-ຈີນ ແລະ ຂໍ້ລິເລີ່ມອື່ນໆ ແນໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ການສ້າງຂີດຄວາມສາມາດ ຍິ່ງໄປກວ່ານັ້ນ ບັນດາໂຄງການພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ໃຫ້ການສະໜັບສະໜູນດ້ານການເຝິກອົບຮົມ ແລະ ການລິເລີ່ມພັດທະນາໃນຂະແໜງຕ່າງໆ ເຊິ່ງໄດ້ປະກອບສ່ວນເຂົ້າໃນຄວາມກ້າວໜ້າທາງດ້ານເສດຖະກິດ-ສັງຄົມ ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈໍານວນ 80 ໂຄງການ ລວມມູນຄ່າ ປະມານ 21 ລ້ານໂດລາສະຫະລັດ ມາຮອດປະຈຸບັນ ໄດ້ຈັດຕັ້ງປະຕິບັດສຳເລັດ ຈໍານວນ 30 ໂຄງການ ແລະ 50 ໂຄງການ ແມ່ນຢູ່ໃນຂັ້ນຕອນການຈັດຕັ້ງປະຕິບັດ.

ໃນຂະນະທີ່ພວກເຮົາກ້າວເຂົ້າສູ່ໄລຍະໃໝ່ຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຕໍ່ໜ້າພວກເຮົາຢືນຢັນຄືນຄວາມໝາຍໝັ້ນ ທີ່ຈະຮ່ວມກັນບັນລຸເປົ້າໝາຍ ແລະ ຈຸດປະສົງຂອງການຮ່ວມມື ກໍຄື ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ທີ່ໄດ້ຈັດຂຶ້ນໃນປີ 2023 ເຊັ່ນ: ຖະແຫຼງການ ເນປີດໍ ແຜນປະຕິບັດງານ 5 ປີ ຂອງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (2023-2027) ແລະ ຖະແຫຼງການວ່າດ້ວຍຂໍ້ລິເລີ່ມສ້າງແລວນະວັດຕະກໍາ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ບົດບາດຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນການສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ການພັດທະນາແບບຮອບດ້ານ ແມ່ນສອດຄ່ອງກັບ ວິໄສທັດ ຂອງການສ້າງປະຊາຄົມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ຈະເລີນຮຸ່ງເຮືອງ ແລະ ເຊື່ອມຈອດກັນ ກໍຄື ການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ-ໜຶ່ງເສັ້ນທາງ ແລະ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງ ສະຫະປະຊາຊາດ.
ຂ້າພະເຈົ້າ ຂໍສະແດງຂອບໃຈ ມາຍັງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ໃຫ້ຄວາມຮ່ວມມື ແລະ ການສະໜັບສະໜູນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຕະຫລອດມາ ໂດຍສະເພາະ ກໍແມ່ນ ຜ່ານກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ບັນດາໂຄງການອະນຸພາກພື້ນຕ່າງໆ ເຊິ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນໃນອະນຸພາກພື້ນແມ່ນ້ຳຂອງ ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງ ສປປ ລາວ ໃນຂອບການຮ່ວມມືດັ່ງກ່າວ ໄດ້ເນັ້ນໜັກຄວາມໝາຍໝັ້ນຂອງພວກເຮົາ ໃນການສືບຕໍ່ຮ່ວມມືເຊິ່ງກັນ ແລະ ກັນ ແລະ ມີຜົນປະໂຫຍດຮ່ວມກັນ ລະຫວ່າງບັນດາປະເທດສະມາຊິກທັງໝົດ.

ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 8 ປີ ພວກເຮົາຢໍ້າຄືນຄວາມໝາຍໝັ້ນໃນການສືບຕໍ່ຍົກລະດັບຂອບການຮ່ວມມືດັ່ງກ່າວໄປສູ່ລະດັບໃໝ່ ກໍເພື່ອຮັບປະກັນ ສັນຕິພາບ ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ໃນອະນຸພາກພື້ນແມ່ນ້ຳຂອງ ແລະ ທົ່ວໂລກ.