ວັນທີ 21 ມີນາ ເຫດການປະຫວັດສາດ ຈາລຶກໄວ້ໃນດວງໃຈຂອງປວງຊົນລາວທັງຊາດ

      ວັນທີ 21 ມີນາ ເປັນວັນນັກຮົບເສຍອົງຄະ ແລະ ສະຫຼະຊີວິດ ເພື່ອປະເທດຊາດ ເຊິ່ງໃນປີນີ້ໄດ້ໝູນວຽນມາບັນຄົບຮອບ 78 ປີ (21 ມີນາ 1946-21 ມີນາ 2024) ໃນປະຫວັດສາດ ຊາດລາວເຮົາເປັນຊາດໜຶ່ງທີ່ມີປະຫວັດການກຳເນີດ ຄົງຕົວ ແລະ ຂະຫຍາຍຕົວຢູ່ໃນຜືນແຜ່ນດິນຕອນນີ້ ຊຶ່ງຖືກຈາລຶກໄວ້ໄດ້ຫຼາຍພັນປີມາແລ້ວ ບັນພະບຸລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ໄດ້ສືບຕໍ່ປົກປັກຮັກສາ ແລະ ສ້າງສາ ສືບທອດກັນມາຫຼາຍເຊັ່ນຄົນ ໃນປະຫວັດສາດອັນຍາວນານນັ້ນ ຊາດລາວເຮົາບໍ່ເຄີຍຮຸກຮານປະເທດອື່ນ ມີແຕ່ປະເທດອື່ນເຂົ້າມາລົບກວນຮຸກຮານ ຍ້ອນແນວນັ້ນຊາດລາວເຮົາຈຶ່ງໄດ້ລຸກຂຶ້ນຕ້ານຜູ້ຮຸກຮານ ແລະ ການຢຶດຄອງຂອງຕ່າງດ້າວເລື້ອຍໆມາ ເພື່ອປົກປັກຮັກສາປິຕຸພູມອັນແສນຮັກເອົາໄວ້.

    ເມື່ອຫວນຄືນປະຫວັດສາດກ່ອນນີ້ 78 ປີ ຊາດລາວເຮົາ ໄດ້ເກີດເຫດການສຳຄັນທີ່ຄົນລາວບໍ່ອາດລືມລົງໄດ້ ນັ້ນແມ່ນເຫດການທີ່ນັກຮົບປ້ອງກັນຕົວເມືອງທ່າແຂກ ຜູ້ພິລະອາດຫານ ໄດ້ອຸທິດຕົນຕໍ່ສູ້ເອົາເປັນເອົາຕາຍຕ້ານພວກຈັກກະພັດຕ່າງດ້າວທີ່ເຂົ້າມາບຸກລຸກຮຸກຮານ ແລະ ຢຶດຄອງລາວ ກັບບັນດາປະເທດໃນອິນດູຈີນ ເຫດການຄັ້ງນັ້ນຈົບລົງດ້ວຍການປາບປາມອັນໂຫດ ຮ້າຍປ່າເຖື່ອນທີ່ສຸດຂອງພວກລ່າເມືອງຂຶ້ນແບບເກົ່າ ເຊິ່ງມີຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫຼວງຫຼາຍ.    

     ຫລັງຈາກເຫດການນັ້ນ ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ໂດຍພາຍໃຕ້ການນຳພາຂອງພັກແຄວ້ນລາວ ກໍ່ໄດ້ຫັນກຳລັງອອກສູ່ຊົນນະບົດ ກໍ່ສ້າງທີ່ໝັ້ນປະຕິວັດ ປັບປຸງກໍ່ສ້າງ ແລະ ຂະຫຍາຍກຳລັງດຳເນີນການຕໍ່ສູ້ຍືດເຍື້ອຍາວນານ ຍາດເອົາໄຊຊະ ນະເປັນແຕ່ລະບາດກ້າວ ສ້າງເງື່ອນໄຂເພື່ອກ້າວຂຶ້ນປົດປ່ອຍຊາດຢ່າງ ສົມບູນໃນເວລາຕໍ່ມາ ພາຍຫຼັງພັກປະຊາຊົນລາວ (ຕໍ່ມາປ່ຽນເປັນພັກປະຊາຊົນ ປະຕິວັດລາວ) ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ກໍ່ໄດ້ສືບຕໍ່ນຳພາຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າຢ່າງພິລະອາດຫານ ລະອິດລະອ້ຽວ ທໍລະຫົດອົດທົນ ເຕັມໄປດ້ວຍຄວາມເສຍສະ ຫລະຕະຫຼອດ ຈົນສາມາດຍາດເອົາໄຊຊະນະຢ່າງສົມບູນ ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງ ຂຶ້ນແບບໃໝ່ ລົບລ້າງລະບອບສັກດີນາຫຼ້າຫຼັງ ແລ້ວສ້າງລະບອບໃໝ່-ລະບອບປະຊາທິປະໄຕປະຊາຊົນ ແລະ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເອກອ້າງທະນົງໃຈ ແລະ ສະຫງ່າລາສີ ໃນວັນທີ 2 ທັນວາ ປີ 1975 .

    ຂະບວນການຕໍ່ສູ້ຂອງປະຊາຊົນລາວພວກເຮົາ ໄດ້ມີມາແຕ່ສະຕະວັດທີ 14 ແຕ່ລະໄລຍະກໍມີການສູ້ຮົບ ມີການບາດເຈັບ ເສຍອົງຄະ ແລະ ເສຍຊີວິດ ໄລຍະທີ່ດຸເດືອດ ຂ້ຽວຂາດ ເປັນຕາຍກວ່າໝູ່ແມ່ນໄລຍະສົງຄາມຕ້ານຈັກກະພັດອາເມລິກາແຕ່ປີ 1955-1973 ຕະຫຼອດໄລຍະແຫ່ງການນຳພາຕໍ່ສູ້ອັນລະອິດ ລະອ້ຽວ ແຕ່ມີກຽດສະຫງ່າງາມຂອງພັກປະຊາຊົນລາວ ກໍຄືລັດຖະບານລາວອິດສຫຼະໃນເມື່ອກ່ອນ ເຊິ່ງປັດຈຸບັນເປັນພັກປະຊາຊົນ ປະຕິວັດລາວ ແລະ ລັດຖະບານປະຕິວັດຂອງພວກເຮົາ ກໍໄດ້ຖືສຳຄັນການເອົາໃຈໃສ່ເບິ່ງແຍງບັນດານັກຮົບປະຕິວັດທີ່ໄດ້ຮັບບາດເຈັບເສຍອົງຄະ ຍ້ອນແນວນັ້ນ ລັດຖະບານ ຈຶ່ງໄດ້ອອກດຳລັດຮັບຮອງເອົາວັນທີ 21 ມີນາ 1946 ເປັນວັນນັກຮົບເສຍອົງຄະ ແລະ ສຫຼະຊີວິດເພື່ອປະເທດຊາດ.   

    ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ກັບສັກດີນາ ແລະ ພວກລ່າເມືອງຂຶ້ນຕ່າງດ້າວ ທີ່ເຂົ້າມາຮຸກຮານ ແລະ ຢຶດຄອງລາວ ເຕັມໄປດ້ວຍຄວາມເສຍສະລະເລືອດເນື້ອ ແລະ ຊີວິດ ເພື່ອອຸທິດໃຫ້ແກ່ຜືນແຜ່ນດິນອັນແສນຮັກ ເດັດຂາດບໍ່ຍອມເປັນຂ້ອຍຂ້າມ້າໃຊ້ໃຫ້ແກ່ຜູ້ຮຸກຮານ.

     ໃນໂອກາດອັນສຳຄັນນີ້ ພວກເຮົາຈົ່ງພ້ອມກັນເຊີດຊູ ແລະ ສືບທອດ ນ້ຳໃຈເສຍສະຫຼະ ຂອງບັນພະບຸລຸດ ນັກປະຕິວັດລຸ້ນກ່ອນ ທີ່ໄດ້ເສຍສຫຼະເລືອດເນື້ອ-ຊີວິດ ເພື່ອໃຫ້ປະເທດຊາດຂອງພວກເຮົາດຳລົງຢູ່ມາເທົ່າທຸກວັນນີ້ ດ້ວຍການຍົກສູງນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ ປົກປັກຮັກສາຜືນແຜ່ນ ດິນອັນຄົບຖ້ວນຂອງຊາດເຮົາ ພ້ອມກັນອຸທິດຕົນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງຕັ້ງໜ້າ ເພື່ອນຳເອົາປະເທດລາວເຮົາ ກ້າວສູ່ຄວາມສີວິໄລຕາມຈຸດໝາຍກ້າວສູ່ສັງຄົມນິຍົມໃຫ້ສຳເລັດຜົນເປັນກ້າວໆ.

ທີ່ມາ: ວສລ

error: Content is protected !!