ສຳມະນາກ່ຽວກັບຫຼັກການພື້ນຖານການນໍາໃຊ້ພາສາລາວ

     ກອງປະຊຸມສຳມະນາກ່ຽວກັບຫຼັກການພື້ນຖານການນໍາໃຊ້ພາສາລາວຈັດຂຶ້ນວັນທີ 18 ມີນາ 2024 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາ ທິການ ແລະ ກີລາ ບັນດາຫົວໜ້າກົມຮອງກົມ ຕາງໜ້າກະຊວງອົງການ ຄະນະກຳມະການຄົ້ນ ຄວ້າ ພາສາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີຫຼັກການພື້ນຖານການນໍາໃຊ້ພາສາລາວ ການນໍາ ໃຊ້ຕົວອັກສອນລາວ ການນໍາໃຊ້ວາລີ ແລະ ປະໂຫຍກໃນພາສາລາວ ການນໍາໃຊ້ຄຳໃນພາສາລາວ ຫຼັກ ການ ແລະ ວິທີແຕ່ງກາບກອນ  ການຂຽນພາສາລາວດ້ວຍອັກສອນລາແຕັງ ແລະ ການຂຽນ ທັບສັບ ພາສາຕ່າງປະເທດ ການຂຽນພາສາລາວດ້ວຍອັກສອນລາແຕັງ ການຂຽນທັບສັບພາສາຝຣັ່ງ ການຂຽນ ທັບສັບພາສາອັງກິດ ການຂຽນທັບສັບພາສາລັດເຊຍ ການຂຽນທັບສັບພາສາຫວຽດນາມນາມ ການຂຽນ ທັບສັບພາສາຈີນ ການຂຽນທັບສັບພາສາເກົາຫຼີ ແລະ ການຂຽນທັບສັບພາສາຍີ່ປຸ່ນ.

    ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ດັ່ງທີ່ຮູ້ນໍາກັນແລ້ວວ່າພາສາລາວເປັນທັງມໍລະດົກທາງວັດທະ ນະທຳອັນລໍ້າຄ່າ ເປັນເອກະລັກ ແລະ ຄວາມພາກພູມໃຈຂອງຄົນລາວມາແຕ່ບູຮານນະການ ພາສາລາວ ແລະ ອັກສອນລາວເປັນພາສາ ແລະ ອັກສອນທາງການ ເປັນເຄື່ອງມືສຳລັບການຮຽນການສອນ ການຖ່າຍທອດຄວາມຮູ້ວິຊາຕ່າງໆໃນສະຖານການສຶກສາ ເປັນເຄື່ອງມືໃນການສືສານຢູ່ໃນສັງຄົມລາວ ພາສາລາວຍັງເປັນວິຊາຮຽນໜຶ່ງທີ່ສຳຄັນຢູ່ໃນລະບົບໂຮງຮຽນຂອງລາວ ໂດຍສະເພາະແມ່ນສາມັນສຶກສາ ຕະຫຼອດ 49 ປີ ນັບແຕ່ສ້າງຕັ້ງ ສປປ ລາວ ປີ 1975 ເປັນຕົ້ນມາພາສາລາວເວົ້າລວມ ເວົ້າສະ ເພາະ ແມ່ນຫຼັກໄວຍະກອນລາວ ລວມທັງການນໍາໃຊ້ພາສາລາວກໍໄດ້ຮັບການປັບປຸງ ແລະ ພັດທະນາຢ່າງ ບໍ່ຢຸດຢັ້ງ ຕາມລັກສະນະຊາດ ມະຫາຊົນ ແລະ ວິທະຍາສາດ ແຕ່ເຖິງຢ່າງໃດກໍຕາມໃນ ການນໍາໃຊ້ພາສາ ລາວ ພວກເຮົາຍັງພົບເຫັນບາງບັນຫາທີ່ຍັງບໍ່ທັນເປັນເອກະພາບກັນ ທີ່ຂຶ້ນກັບປັດໄຈ ຕ່າງໆທາງດ້ານ ຫຼັກໄວຍະກອນລາວ (ຫຼັກການໃຊ້ພາສາ) ການຮຽນການສອນພາສາ ການນໍາໃຊ້ພາສາ ລາວໃນສັງຄົມ ແລະ ອິດທິພົນຂອງພາສາປະເທດເພື່ອນບ້ານກໍຄືພາສາຕ່າງປະເທດອື່ນໆ ປີ 2021 ລັດຖະບານ ໄດ້ມອບ ໃຫ້ກະຊວງສຶກສາທິການ ແລະ ກີລາ ໂດຍໃຫ້ຖືເອົາວຽກງານຄົ້ນຄວ້ານະໂຍບາຍ ແລະ ຫຼັກການນໍາໃຊ້ພາ ສາລາວ ເປັນໜ້າທີ່ໜຶ່ງຢູ່ໃນພາລະບົດບາດຄວາມຮັບຜິດຊອບຂອງກະຊວງ ດັ່ງນັ້ນກະຊວງຈຶ່ງໄດ້ສ້າງຕັ້ງ ສູນຄົ້ນຄວ້າພາສາລາວ ແລະ ຄະນະກຳມະການຄົ້ນຄວ້າພາສາລາວຂຶ້ນປີ 2022 ຈາກນັ້ນຄະນະດັ່ງກ່າວ ກໍໄດ້ຮັດວຽກຂອງຕົນ.

   ສະນັ້ນການຄົ້ນຄວ້າ ແລະ ກຳນົດຫຼັກການນໍາໃຊ້ພາສາລາວຕ້ອງສືບຕໍ່ກ້າວໄປຂ້າງໜ້າຕາມຫຼັກການ ຂຽນຕາມສຽງໄວຍະກອນປັດຈຸບັນ ການຄົ້ນຄວ້າ ແລະ ພັດທະນາພາສາລາວຕ້ອງຄຳນຶງເຖິງລັກສະນະ ສັງຄົມຂອງພາສາ ໜາຍວ່າຕ້ອງສຶກສາສະພາວະຄວາມເປັນຈິງຂອງການນໍາໃຊ້ໃນຊີວິດຕົວຈິງໃນ ວຽກ ງານລັດຖະການ ໃນຊີວິດປະຈຳວັນຂອງປະຊາຊົນ ລວມທັງຄ່ານິຍົມຂອງຄົນສ່ວນຫຼາຍທີ່ສົມເຫດສົມຜົນ ພາສາປາກເວົ້າຈະເວົ້າຕາມສຽງສຳນຽງຂອງທ້ອງຖິ່ນໃດກໍໄດ້ ເວລາຂຽນໃຫ້ຂຽນເອກະພາບກັນ.  

error: Content is protected !!