ລາວ-ກຳປູເຈຍ ສືບຕໍ່ເສີມຂະຫຍາຍການ ຮ່ວມມືວຽກງານປ້ອງກັນຄວາມສະຫງົບ

ວັນທີ 14 ມີນາ 2024 ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວເຮັດວຽກຢູ່ຣາຊະອານາຈັກກຳປູ ເຈຍ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືວຽກງານປ້ອງກັນຄວາມສະຫງົບປະຈຳປີ 2024 ເຊິ່ງພິທີຕ້ອນຮັບຄະນະຜູ້ແທນດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ກະຊວງພາຍໃນ ຣາຊະອານາຈັກກໍາປູເຈຍ ໂດຍການຕ້ອນຮັບຂອງ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ຣາຊະອານະຈັກກຳປູເຈຍ ພ້ອມດ້ວຍຄະນະ.

ພາຍຫຼັງສຳເລັດການຕ້ອນຮັບຄະນະຜູ້ແທນທັງສອງຝ່າຍໄດ້ເຂົ້າຮ່ວມກອງປະຊຸມວ່າດ້ວຍການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳ ປູເຈຍປະຈຳປີ 2024 ໃນກອງປະ ຊຸມໄດ້ມີການສະຫຼຸບທອດຖອນບົດຮຽນ ແລະ ທົບທວນຄືນບົດບັນທຶກການຮ່ວມມືສອງຝ່າຍ ທີ່ໄດ້ຮ່ວມກັນລົງນາມໃນປີ 2023 ຜ່ານມາ ເຊິ່ງໄລຍະ 1 ປີຜ່ານມາ ທັງສອງຝ່າຍໄດ້ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂອງບົດບັນທຶກການຮ່ວມມື ທີ່ສອງກະຊວງໄດ້ລົງນາມຮ່ວມກັນ ຢ່າງຫ້າວຫັນ ແລະ ມີຜົນສຳເລັດໃນຫຼາຍດ້ານທັງສູນກາງ ແລະ ທ້ອງຖິ່ນ ທີ່ມີເຂດແດນຕິດຈອດກັນ ເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະ ຫວ່າງສອງປະເທດ ເວົ້າລວມ ເວົ້າສະເພາະລະຫວ່າງສອງກະຊວງນັບມື້ມີຄວາມແໜ້ນແຟ້ນຂຶ້ນໄປເລື້ອຍໆ ຈາກຜົນສຳເລັດດັ່ງກ່າວນັ້ນໄດ້ເຮັດໃຫ້ສະພາບສັງຄົມຂອງແຕ່ລະປະເທດມີຄວາມສະຫງົບສຸກ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ.

ນອກນີ້ ຄະນະຜູ້ແທນຂັ້ນສູງ ຄະນະຫ້ອງວ່າການກະຊວງຂັ້ນກົມ-ກອງວິຊາສະເພາະຂອງສອງກະຊວງ ຂັ້ນທ້ອງຖິ່ນ ຍັງໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຕະຫຼອດເຖິງການແລກປ່ຽນຂໍ້ມູນຂ່າວສານ ແລະ ປະສານສົມທົບໃນການຮ່ວມມືກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ດ້ານຕ່າງໆ ຢູ່ໃນສັງຄົມ ເພື່ອຮັບປະກັນໃຫ້ສອງປະເທດມີຄວາມສະຫງົບ-ປະຊາຊົນດຳລົງຊີວິດດ້ວຍຄວາມປອດໄພ.

ສຳລັບທິດທາງແຜນການຮ່ວມມືປະຈຳປີ2024ທັງສອງຝ່າຍໄດ້ເປັນເອກພະພາບຮ່ວມມືກັນໃນຫຼາຍຂົງເຂດຮັກສາຄວາມສະຫງົບເຊັ່ນ: ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິ ເວນຊາຍແດນ ການກວດກາ ແລະ ຄວບຄຸມຢາເສບຕິດ ວຽກງານຕ້ານການຄ້າມະນຸດ ວຽກງານຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ການຂ້າມຊາຍແດນ ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳ ທາງໂທລະຄົມ ແລະ ຄອມພິວເຕີ ການໂອນໂຕນັກໂທດຜູ້ທີ່ຖືກຕັດສິນລົງໂທດ ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ແລະ ການກໍ່ ສ້າງກຳລັງ.

ຕອນທ້າຍການພົບປະສອງຝ່າຍ ຍັງໄດ້ມີການລົງນາມບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ກະ ຊວງປ້ອງກັນຄວາມສະຫງົບ ແລະ ກະຊວງພາຍໃນແຫ່ງຣາຊະ ອານາຈັກກຳປູເຈຍ ປະຈຳປີ 2024 ເຊິ່ງຝ່າຍກະຊວງປ້ອງກັນຄວາມສະຫງົບລາວລົງນາມໂດຍ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຝ່າຍກໍາປູເຈຍ ລົງນາມໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ໂດຍມີຄະນະຜູ້ແທນຂັ້ນສູງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານຕື່ມອີກ.

error: Content is protected !!