ວັນທີ 13 ມີນາ 2024 ທີ່ກະຊວງການຕ່າງປະເທດ ສສ ຫວຽດນາມ ນະຄອນຫຼວງຮ່າໂນ້ຍ ສະຫາຍ ນາງ ຄຳເພົາ ເອີນທະ ວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ບຸ່ຍ ແທັງ ເຊີນ ກຳມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ໃນໂອກາດທີ່ສະຫາຍໄດ້ດໍາລົງຕໍາແໜ່ງເປັນເອກອັກຄະລັດ ຖະທູດລາວຄົນໃໝ່ປະຈໍາຫວຽດນາມ.

ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄຳອວຍພອນປີໃໝ່ອັນປະເສີດຈາກ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ມາຍັງສະຫາຍ ບຸ່ຍ ແທັງ ເຊີນ ແລະ ຄະນະ ພ້ອມດຽວກັນນີ້ ສະຫາຍທູດຍັງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນ ສະໜິດສະໜົມຂອງ ສະຫາຍ ບຸ່ຍ ແທັງ ເຊີນ ແລະ ສະແດງຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງ ຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ ເຊິ່ງສາມາດນຳພາປະເທດຊາດພັດທະນາ ຮອບດ້ານຢ່າງວ່ອງໄວ ແລະ ກ້າວກະໂດດ ເຮັດໃຫ້ເສດຖະກິດສືບຕໍ່ເຕີບໂຕ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເຫັນໄດ້ຢ່າງຈະແຈ້ງ ສຳລັບການພົວພັນກັບຕ່າງປະເທດ ຫວຽດນາມໄດ້ປະຕິບັດນະໂຍບາຍຢ່າງຫ້າວຫັນ ເຂົ້າສູ່ລວງກວ້າງ ແລະ ເລິກເຊິ່ງ ການນຳຂັ້ນສູງ ພັກ-ລັດ ໄດ້ໄປເຄື່ອນໄຫວຢ້ຽມຢາມ ເຮັດວຽກຢູ່ຫຼາຍປະເທດ ແລະ ກໍໄດ້ຕ້ອນຮັບການມາຢ້ຽມຢາມ ເຮັດວຽກຂອງຜູ້ນຳຫຼາຍປະເທດ ອັນໄດ້ສະແດງເຖິງ ຖານະບົດບາດ ແລະ ຊື່ສຽງຂອງຫວຽດນາມ ນັບມື້ນັບພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ.
ສຳລັບ ການພົວພັນຮ່ວມມືສອງຝ່າຍ ເວົ້າລວມ ເວົ້າສະເພາະແມ່ນການຮ່ວມມື ລະຫວ່າງສອງກະຊວງ ການຕ່າງປະເທດ ນັບມື້ນັບຂະຫຍາຍຕົວ ແລະ ເລິກເຊິ່ງ ໃນບັນດາກົນໄກຮ່ວມມືຂອງສອງຝ່າຍໃນແຕ່ລະຂັ້ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດອັນຈົບງາມ ໃນກອງປະຊຸມລະຫວ່າງສອງກົມການເມືອງ ລາວ ແລະ ຫວຽດນາມ ກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 46 ການຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການຂອງນາຍົກລັດຖະມົນຕີ ແລະ ຂອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ທີ່ຜ່ານມາ ການນຳທັງສອງປະເທດ ລ້ວນແຕ່ໄດ້ຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍ ບັນດາແຜນການຮ່ວມມືໃນໄລຍະຜ່ານມາ ແລະ ສືບຕໍ່ຊຸກຍູ້ແຜນການ ເຄື່ອນໄຫວໃນຕໍ່ໜ້າ ໃນໂອກາດນີ້ ສະຫາຍທູດຍັງໄດ້ຕາງໜ້າໃຫ້ ພັກ ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຢືນຢັນວ່າຈະສືບຕໍ່ເປັນຂົວຕໍ່ ຮ່ວມມືກັບທຸກພາກສ່ວນຂອງທັງສອງຝ່າຍປະຕິບັດໜ້າທີ່ດັ່ງກ່າວນີ້ໃຫ້ນັບມື້ມີໝາກຜົນຍິ່ງໆຂຶ້ນ.

ໂອກາດນີ້ ສະຫາຍ ບຸ່ຍ ແທັງ ເຊີນ ໄດ້ສະແດງຄວາມຊົມເຊີຍສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດລາວປະຈໍາ ສສ ຫວຽດນາມ ພຽງໄລຍະ 4 ເດືອນ ແຕ່ສະຫາຍກໍໄດ້ຫ້າວຫັນເຮັດສຳເລັດໜ້າທີ່ຫຼາຍພໍສົມຄວນ ເປັນຕົ້ນແມ່ນປະກອບສ່ວນເຂົ້າໃນການເຄື່ອນໄຫວຫຼາຍເຫດການສຳຄັນທີ່ພັກ ແລະ ລັດຖະບານສອງປະເທດຈັດຂຶ້ນຢູ່ຫວຽດນາມ ນອກຈາກນັ້ນ ຍັງໄດ້ເຄື່ອນໄຫວພົບປະ ຢ້ຽມຢາມບັນດາແຂວງຕ່າງໆຂອງຫວຽດນາມ ເຂົ້າຮ່ວມກອງປະຊຸມລະດັບສອງຝ່າຍ ແລະ ຫຼາຍຝ່າຍທີ່ຝ່າຍຫວຽດນາມຈັດຂຶ້ນຫຼາຍຄັ້ງ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາອັນພິເສດລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມໃຫ້ນັບມື້ນັບງອກງາມຂຶ້ນໄປເລື້ອຍໆ ຜ່ານມາ ສອງກະຊວງການຕ່າງປະເທດໄດ້ເພີ່ມທະວີກົນໄກການຮ່ວມມືໃນຫຼາຍລະດັບ ເພື່ອຊ່ວຍເຫຼືອ ສະໜັບສະໜູນເຊິ່ງກັນ ແລະ ກັນ ຫວຽດນາມສະໜັບສະໜູນລາວໃນການເປັນປະທານອາຊຽນປີ 2024 ສະຫາຍລັດຖະມົນຕີເຊື່ອໝັ້ນວ່າ ສະຫາຍເອກອັກຄະລັດຖະທູດລາວຄົນໃໝ່ ຈະສືບຕໍ່ເປັນຂົວຕໍ່ ແລະ ປະຕິບັດໜ້າທີ່ການເມືອງ ທີ່ພັກ ແລະ ລັດຖະບານລາວມອບໝາຍໃຫ້ສຳເລັດອັນໃຫຍ່ຫຼວງກວ່າເກົ່າ.