ເປີດນໍາໃຊ້ເຄື່ອງໝາຍການຄ້າຜະລິດຕະພັນຊີ້ນງົວນະຄອນຫຼວງ

   ພິທີເປີດການນໍາໃຊ້ເຄື່ອງໝາຍການຄ້າຜະລິດຕະພັນຊີ້ນງົວນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 14 ມີນາ 2024  ທີ່ສໍານັກງານບໍລິສັດ ເອັກພີການຄ້າລາວ-ຈີນ ຈໍາກັດ ຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນວ ມີທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ທ່ານ ນາງ ຄໍາສະໄຫວ ພຸດທະວັງ ປະທານບໍລິສັດ ເອສ໌ພີການຄ້າລາວ-ຈີນ ຈໍາກັດ ຕາງໜ້າຈາກພາກສ່ວນຕ່າງໆເຂົ້າຮ່ວມ.

ທ່ານ ວັນມະນີ ພິມມະສານ ໄດ້ລາຍງານກ່ຽວກັບເຄື່ອງໝາຍການຄ້າ (ໂລໂກ້) ຜະລິດຕະພັນຊີ້ນງົວ  ນວ ເຊິ່ງລິເລີ່ມເດືອນທັນວາ 2019 ເປັນຕົ້ນມາ ໂດຍຜັນຂະຫຍາຍປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ໂດຍປະຕິບັດຕາມທິດທາງ ແລະ ແຜນການທີ່ວາງໄວ້ພະແນກອຸດສາຫະກໍາ ແລະ ການຄ້າ ນວ ຈຶ່ງໄດ້ສົມທົບກັບພາກສ່ວທີ່ກ່ຽວຂ້ອງ ແລະ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບສ້າງມາດຕະຖານໃນການຕິດໂລໂກ້ຜະລິດຕະພັນຊີ້ນ ນວ ສະບັບລົງວັນທີ 19 ຕຸລາ 2020 ແລະ ສະບັບປັບປຸງໃໝ່ລົງວັນທີ 23 ພະຈິກ 2021 ປະກອບມີກົມຊັບສິນທາງປັນຍາ ກົມອຸດສາຫະກໍາ ແລະ ຫັດຖະກໍາ ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກໍາ ແລະ ການຄ້າ) ຫ້ອງວ່າການ ນວ ຄະນະໂຄສະນາອົບຮົມ ນວ ພະແນກອຸດສາຫະກໍາ ແລະ ການຄ້າ ນວ ລັດວິສາຫະກິດສະບຽງອາຫານ ແລະ ບໍລິສັດ ເອສ໌ພີການຄ້າລາວ-ຈີນ ພ້ອມທັງໄດ້ຈັດກອງປະຊຸມປຶກສາຫາລືຫຼາຍຄັ້ງ ເພື່ອສ້າງຮູບແບບເຄື່ອງໝາຍ (ໂລໂກ້) ກໍານົດມາດຕະຖານ ແລະ ເງື່ອນໄຂຕ່າງໆ ມາຮອດປັດຈຸບັນຈຶ່ງສາມາດສ້າງ ແລະ ສໍາເລັດກາໝາຍໂລໂກ້ໂດຍມີຄວາມໝາຍດັ່ງນີ້: ເຄື່ອງໝາຍການຄ້າຜະລິດຕະພັນຊີ້ນງົວ ນວ ແມ່ນສັນຍາລັກໜຶ່ງທີ່ຢັ້ງຢືນຜະລິດຕະພັນ ນວ ທີ່ໄດ້ຜ່ານການຮັບຮອງມາດຕະຖານຂະບວນການຜະລິດ ແລະ ຂະບວນການປຸງແຕ່ງທີ່ມີຄຸນນະພາບປອດໄພ ຖືກຫຼັກສຸຂານາໄມຈາກຂະແໜງການທີ່ກ່ຽວຂ້ອງຢູ່ພາຍໃນ ນວ ແລະ ສ້າງຄວາມເຊື່ອໝັ້ນຕໍ່ການບໍລິໂພກ ການນໍາໃຊ້ເຄື່ອງໝາຍການຄ້າຜະລິດຕະພັນຊີ້ນງົວ ນວ ແນໃສ່ການຊຸກຍູ້ສົ່ງເສີມ ແລະ ພັດທະນາຂະບວນການຜະລິດຕະພັນຊີ້ນງົວ ນວ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກ ແຂ່ງຂັນທາງດ້ານການຄ້າ ພ້ອມທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຜະລິດ ແລະ ຜູ້ບໍລິໂພກ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ນວ ຮູບແບບເຄື່ອງ   ໝາຍການຄ້າ (ໂລໂກ້) ຜະລິດຕະພັນຊີ້ນງົວ ນວ ທີ່ນໍາໃຊ້ຜະລິດຕະພັນຊີ້ນງົວ ນວ ມີ 2 ແບບຄື: ແບບທີ 1 ຕິດໃສ່ຜະລິດຕະພັນຊີ້ນງົວລາດພື້ນເມືອງ ແລະ ແບບທີ 2 ຕິດໃສ່ຜະລິດຕະພັນລູກປະສົມ.

error: Content is protected !!