ລາວ-ເບລາຣຸດຊີ ຈັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ເສີມຂະຫຍາຍການພົວພັນ ການຮ່ວມມື

ກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ເບລາຣຸດຊີ ຄັ້ງທີ 3 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ມີນາ 2024 ທີ່ ກະຊວງການຕ່າງປະເທດ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຢັບເກນີ ເຊດຕາສະກົບ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ເບລາຣຸດຊີ ໃນໂອກາດທີ່ທ່ານ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 12-15 ມີນາ 2024 ເພື່ອເຂົ້າຮ່ວມການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ-ເບລາຣຸດຊີ ຄົບຮອບ 30 ປີ.

ກອງປະຊຸມຄັ້ງ​ນີ້ ຖືເປັນຂີດຫມາຍສຳຄັນ​ໃນການທົບທວນຕີລາຄາການ​ພົວ​ພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ເວົ້າລວມ ແມ່ນເພື່ອປຶກສາຫາລືຮ່ວມກັນ ກ່ຽວກັບ ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ທິດທາງການຮ່ວມມືລະຫວ່າງສອງປະເທດ ໂດຍມີເປົ້າໝາຍເຮັດໃຫ້ ສອງກະຊວງການຕ່າງປະເທດ ສືບຕໍ່ກົນໄກປຶກສາຫາລືສອງຝ່າຍ ຢ່າງເປັນປົກກະຕິ ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການແລກປ່ຽນຄະນະຜູ້ແທນຂັ້ນສູງໃນຕໍ່ໜ້າ ສືບຕໍ່ສົ່ງເສີມ​ການປະສານສົມທົບກັນ ​ລະຫວ່າງ​ ສອງ​ກະ ຊວງ​ການ​ຕ່າງປະ​ເທດ​ ລາວ ແລະ ເບລາຣຸດຊີ ໃຫ້ໃກ້ຊິດຍິ່ງຂຶ້ນ ມີປະສິດທິພາບ ປະສິດທິຜົນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ໃນໂອກາດນີ້ ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ເບລາຣຸດຊີ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆມາ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 7 ກຸມພາ 1994 ໂດຍສະເພາະການພົບປະແລກປ່ຽນຂອງການນຳຂັ້ນສູງສອງປະເທດ ເປັນແຕ່ລະໄລຍະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ອົງການສະຫະປະຊາຊາດ ອາຊຽນ ແລະ ອື່ນໆ ພິເສດ ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ສປປ ລາວ-ເບລາຣຸດຊີ ໄດ້ຈັດພິທີສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 30 ປີ ເພື່ອລະນຶກເຖິງວັນສຳຄັນດັ່ງກ່າວ ແລະ ສ້າງບັນຍາກາດອັນຟົດຟື້ນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືສອງປະເທດ.

ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມພົບປະຂອງການນຳຂັ້ນສູງສອງປະເທດ ລວມໄປເຖິງການໄປມາຫາສູ່ລະຫວ່າງປະຊາຊົນ ໃຫ້ຫຼາຍຂຶ້ນ ສືບຕໍ່ກົນໄກການຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະ ຊວງການຕ່າງປະເທດ ລາວ-ເບລາຣຸດຊີ ຄັ້ງທີ 4ເຫັນດີສືບຕໍ່ຂະຫຍາຍການພົວພັນຮ່ວມມືດ້ານພັກ ແລະ ການທູດປະຊາຊົນ ຊຸກຍູ້ໃຫ້ມີການພົວພັນກັນຫຼາຍຂຶ້ນລະຫວ່າງ ບັນດານັກທຸລະກິດ ນັກທ່ອງທ່ຽວ ແລະ ການພົວພັນຂອງອົງການຈັດຕັ້ງທາງສັງຄົມ ແລກປ່ຽນການພົບປະລະຫວ່າງ ລັດຖະສະພານຳກັນ ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສືບຕໍ່ປຶກສາຫາລືຜ່ານກົນໄກຂອງຄະນະກຳມາທິການຮ່ວມມືສອງຝ່າຍ (JC) ຊຸກຍູ້ການຮ່ວມມືໃນວຽກງານຄວາມຫມັ້ນຄົງ ແລະ ປ້ອງກັນຊາດ ການເງິນ-ການທະນາຄານ ສາທາລະນະສຸກ ການສຶກສາ ການພັດທະນາຊັບ ພະຍາກອນມະນຸດ ການທ່ອງທ່ຽວ ວັດທະນະທຳ ແລະ ຂະແໜງການອື່ນໆ.

ໃນໂອກາດນີ້ ຝ່າຍເບລາຣຸດຊີ ຍິນດີຈະຊ່ວຍຊຸກຍູ້ໂຄສະນາໃຫ້ປະຊາຊົນຂອງຕົນ ເຂົ້າມາທ່ອງທ່ຽວ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນປີທ່ອງທ່ຽວລາວ ປີ 2024 ພ້ອມກັນນີ້ ສອງຝ່າຍ ຍັງໄດ້ຢືນຢັນຄືນຈະໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ທັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນປະຈຸບັນ ແລະ ແລກປ່ຽນຄຳຄິດເຫັນຕໍ່ບາງບັນຫາສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້ ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ ສະແດງຄວາມຫວັງຢ່າງຍິ່ງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກ ເບລາຣຸດຊີ ໃນຕໍ່ໜ້າ ອວຍພອນໃຫ້ສາຍພົວພັນມິດຕະພາບ ລາວ-ເບລາຣຸດຊີ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃໝ່ໃນອະນາຄົດ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ລາວ-ເບລາຣຸດຊີ.

ໃນຕອນບ່າຍ ທ່ານຮອງລັດຖະມົນຕີ ເຢັບເກນີ ເຊດຕາສະກົບ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກລັດຖະບານ ກໍຄື ປະຊາຊົນລາວ ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ລວມທັງ ຜົນສໍາເລັດຂອງການພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງຝ່າຍລາວ ໃນກອງປະຊຸມປຶກສາຫາລືທາງດ້ານການເມືອງ ຄັ້ງທີ 3 ພ້ອມທັງແຈ້ງໃຫ້ຊາບວ່າ ການຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ເບລາຣຸດຊີ-ລາວ ຄັ້ງທີ 4 ໃນລະດັບຮອງລັດຖະມົນຕີ ແມ່ນຝ່າຍເບລາຣຸດຊີ ຈະສືບຕໍ່ເປັນເຈົ້າພາບ.

error: Content is protected !!