ກຽມ​ຈັດງານວາງສະແດງ ທຸລະກິດພະລັງງານ AEBF-24 ສະໜັບສະໜູນການ​ເປັນ ປະທານອາຊຽນຂອງ ສປປ ລາວ

ໃນວັນທີ 12 ກຸມພາ ທີ່ນະຄອນຫຼວງພະບາງ-ສູນພະລັງງານອາຊຽນ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ມີຄວາມຍິນດີແຈ້ງເຖິງ ການວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24)  ທີ່ຈະຈັດຂຶ້ນທີ່ນະຄອນ ຫຼວງວຽງຈັນ ສປປ ລາວ ໃນວັນທີ 25-27 ກັນຍາ 2024.

ການວາງສະແດງຈະມີຄວາມສອດຄ່ອງກັບຄຳຂວັນການເປັນປະທານອາຊຽນໃນປີນີ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເນັ້ນໜັກເຖິງຄວາມສຳຄັນສູງສຸດຂອງການຮ່ວມມືພາກພື້ນໃນການຊຸກຍູ້ການເຊື່ອມຈອດ ແລະ ຄວາມເຂັ້ມແຂງທາງດ້ານພະລັງງານ.

ທ່ານ ດຣ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ ທັງເປັນ ຫົວໜ້າເຈົ້າ ໜ້າທີ່ອາວຸໂສປະຈຳ ສປປ ລາວ ສະແດງຄວາມດີໃຈໃນການເປັນເຈົ້າພາບ ຈັດວາງສະແດງ ທຸລະ ກິດພະ ລັງງານ ອາຊຽນ ຄັ້ງທີ 24 ໃນ ສປປ ລາວ ພ້ອມທັງເປັນໄລຍະການເປັນປະທານອາຊຽນ ທ່ານກ່າວວ່າ “ພວກເຮົາຮູ້ ສຶກເປັນກຽດ ໃນການວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ໃນປີນີ້ ເຊິ່ງເປັນການຢັ້ງຢືນໃຫ້ເຫັນ ເຖິງຄວາມມຸ່ງໝັ້ນຂອງ ສປປ ລາວໃນການພັດທະນາການຮ່ວມມືກັບພາກພື້ນໃນຂົງເຂດພະລັງງານ. ພາຍໃຕ້ຄຳຂວັນ ‘ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ’ ພວກເຮົາມີຈຸດປະສົງໃນການສ້າງຄວາມເຂັ້ມແຂງການ ເຊື່ອມຈອດໃນອາຊຽນ ສົ່ງເສີມການຮ່ວມມືເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ເພີ່ມຄວາມເຂັ້ມແຂງທາງດ້ານພະ ລັງງານໃນພາກພື້ນ”

ການວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ຈະຖືກຈັດຂຶ້ນພ້ອມກັບ ກອງປະຊຸມລັດຖະມົນຕີ ພະລັງງານອາ ຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມສາກົນອາຊຽນທາງດ້ານພະລັງງານ ແລະ ສິ່ງແວດລ້ອມ ຄັ້ງທີ 4 (AICEE) ທີ່ຈະປະກອບດ້ວຍຫຼາຍລາຍການ ລວມເວທີເສວະນາລະດັບສູງ ແລະ ການສົນທະນາ ລັດຖະມົນຕີ-ປະ ທານກຳມະການບໍລິຫານ ເປັນເວທີໃຫ້ແກ່ບັນດາ ຜູ້ນຳດ້ານຄວາມຄິດ ຜູ້ສ້າງນະໂຍບາຍ ແລະ ຜູ້ຊ່ຽວຊານທາງ ດ້ານານອຸດສາຫະກຳໃນການປຶກສາຫາລືຕໍ່ສິ່ງທ້າທາຍ ແລະ ໂອກາດສຳຄັນທາງດ້ານພະລັງງານໃນພາກພື້ນອາຊຽນ.

ທ່ານ ດຣ ນູກິ ອັກຍາ ອຸຕະມະ ປະທານບໍລິຫານ ສູນພະລັງງານອາຊຽນ ໄດ້ເນັ້ນໜັກຕື່ມວ່າ ຄວາມມຸ່ງໝັ້ນຂອງ ສູນພະລັງ ງານອາຊຽນໃນການສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວຜ່ານ ການຈັດວາງສະແດງ ທຸລະກິດພະລັງ ງານ ອາຊຽນ ຄັ້ງທີ 24 (AEBF-24) ທ່ານກ່າວວ່າ “ພວກເຮົາຍຶດໝັ້ນໃນຄວາມຕັ້ງໃຈທີ່ຈະສະໜັບ ສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ບໍ່ພຽງແຕ່ການສະໜັບສະໜູນບູລິມະສິດທາງດ້ານພະລັງງານ ແຕ່ການ ຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 ແຕ່ຈະຊຸກຍູ້ໃຫ້ເປົ້າໝາຍໃນພາກພື້ນຂອງ ໃນແຜນປະ ຕິບັດງານອາຊຽນ ວ່າດ້ວຍການຮ່ວມ ມືທາງດ້ານພະລັງງານ(APAEC)  ໄລຍະ II: 2021-2025 ໂດຍຜ່ານການຊຸກ ຍູ້ການຮ່ວມມື ແລະ ສະແດງສິ່ງປະດິດສ້າງລະຫວ່າງພາກລັດ ເອກະຊົນ ວິຊາການ”

ໃນການວາງສະແດງຄັ້ງທີ 24 ທີ່ໃກ້ເຂົ້າມາ ສູນພະລັງງານອາຊຽນຢືນຢັນ ຕໍ່ຄວາມມຸ່ງໝັ້ນໃນການ ສ້າງພູມສັນຖານພະ ລັງງານທີ່ກ້າວໜ້າ ແລະ ເຊື່ອມຈອດກັນໃນພາກພື້ນອາຊຽນ. ນອກເໜືອຈາກຮູບແບບການວາງສະແດງແບບດັ້ງເດີມ ສູນພະລັງງານອາຊຽນຈະເຮັດໃຫ້ ການຈັດວາງສະແດງ ທຸລະກິດພະລັງງານ ອາຊຽນ ຄັ້ງທີ 24 (AEBF-24) ເປັນ ຕົວກະຕຸ້ນໃຫ້ເກີດມີການຮ່ວມມື ນະວັດຕະກຳ ແລະ ຄວາມເຂັ້ມແຂງ.

error: Content is protected !!