ເປີດປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ຕິດພັນກັບງານສະຫວັນສຸກສັນຫັນສາ

    ພິທີເປີດປີທ່ອງທ່ຽວລາວ 2024 ທີ່ ແຂວງສະຫວັນນະເຂດ ຕິດພັນກັບງານສະຫວັນສຸກສັນຫັນສາ ພາຍໃຕ້ຄໍາຂວັນທີ່ວ່າ: “ທ່ອງທ່ຽວລາວ-ທ່ອງທ່ຽວແຂວງສະຫວັນນະເຂດປອດໄພ ມ່ວນຊື່ນ-ຊື່ນໃຈໃນວັດທະນະທຳ ທຳມະຊາດແລະປະຫວັດ ສາດ” ຈັດຂຶ້ນໃນຕອນແລງວັນທີ 10 ມີນາ 2024 ທີ່ເທດສະບານຕົວເມືອງເກົ່າ ນະຄອນໄກສອນພົມວິຫານ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນ ກາງພັກຮອງປະທານປະເທດ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນໍາພັກ-ລັດຈາກສູນກາງ ແຂກຮັບເຊີນ ແລະ ມວນຊົນຊາວແຂວງສະຫວັນນະເຂດ.

    ປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ໄດ້ກໍານົດເອົາທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນ-ມີຮູບນັກທ່ອງທ່ຽວ ເປັນສັນຍາລັກການທ່ອງທ່ຽວໂດດເດັ່ນທາງດ້ານແຫຼ່ງທ່ອງທ່ຽວ ແລະ ອາຫານທີ່ເປັນເອກະລັກສະເພາະຂອງແຂວງ ໂດຍກໍານົດທັງໝົດ 26 ກິດຈະກໍາ ໃນນັ້ນ ມີ 2 ກິດຈະກໍາລະດັບຊາດ ມີ 09 ກິດຈະກໍາລະດັບແຂວງ ແລະ 15 ກິດຈະກໍາລະດັບເມືອງ-ນະຄອນ ສະເພາະກິດຈະກໍາໃນໂອກາດເປີດງານໃນຄັ້ງນີ້ ລວມມີ: ການສະແດງສິນລະປະ-ວັນນະຄະດີ, ການສະແດງກ້ອນກໍາລັງສວນສະໜາມຕົວແທນຂອງພະແນກການ ເມືອງ-ນະຄອນ ຊັ້ນຄົນຕ່າງໆ ລວມທັງໝົດ 1.058 ກວ່າຄົນ ແລະ ອື່ນໆ

     ງານສະຫວັນສຸກສັນຫັນສາທີ່ ເລີ່ມແຕ່ວັນທີ 10-17 ມີນາ 2024 ມີກິດຈະກໍາທີ່ສໍາຄັນ ເປັນຕົ້ນ: ງານຕະຫຼາດນັດວາງສະແດງຈໍາໜ່າຍສິນຄ້າ ແລະ ເທສະການອາ ຫານໂດຍມີຜູ້ເຂົ້າຮ່ວມຈາກບັນດາຜູ້ປະກອບການຫ້າງຮ້ານພາຍໃນແຂວງທັງພາກລັດ ແລະ ເອກະຊົນ ການໃສ່ບາດພຣະສົງ 108 ອົງຢູ່ແຄມນໍ້າຂອງໃນແຕ່ລະເຊົ້າ ຊົມການສະແດງສິລະປະ ແລະ ວັດທະນະທໍາຈາກພາກສ່ວນຕ່າງໆ ໃນແຕ່ລະຄໍ່າຄືນ ການປະກວດຟ້ອນກອງຕຸ້ມ-ກອງຫາງພື້ນບ້ານ ການປະກວດ-ແຂ່ງຂັນການເປົ່າແຄນ ການສະແດງ ລົງຄວ້າງເຂັນຝ້າຍ ວິຖີຊີວິດຂອງຊົນເຜົ່າຜູ້ໄທ ການປະກວດ-ແຂ່ງຂັນເທສະການອາຫານພື້ນບ້ານ ເປັນຕົ້ນ: ປີ້ງໄກ່ແຊບເຊໂນ ຕໍາໝາກຮຸ່ງ-ໝາກຖົ່ວ ແລະ ອາຫານອື່ນໆ ຖະໜົນຄົນຍ່າງຂອງພີ່ນ້ອງສະມາຄົມຊາວຫວຽດນາມ ແລະສະມາຄົມຊາວຈີນ ເພື່ອຈໍາໜ່າຍ-ບໍລິການອາຫານອັນແຊບຊ້ອຍ ທີ່ເປັນເອກະລັກສະເພາະຕົວຂອງຊາວຫວຽດກຽວ ແລະ ຊາວຈີນ.

     ນອກຈາກນັ້ນ ຍັງຈະມີການຈັດກອງປະຊຸມສໍາມະນາໃນຫົວຂໍ້ “ການພັດທະນາການທ່ອງທ່ຽວຂອງແຂວງ” ກອງປະຊຸມສໍາມະນາໃນຫົວຂໍ້ “ຜ້າຝ້າຍງາມແທ້ເຮີ້ຍ” ກິດຈະກໍາຫຼີ້ນເກມ ຝຶກທັກສະສໍາລັບເດັກນ້ອຍ, ກິດຈະກໍາງານໂຊ“ພາຫະນະເກົ່າຍ້ອນຍຸກ”ຂອງທິມງານລົດເກົ່າ ການສະແດງ “ເຈັດສະກີໃນແມ່ນໍ້າຂອງ” ການວາງສະແດງຮູບແຕ້ມຂອງກຸ່ມສິລະປິນແຕ້ມຮູບທີ່ມີຊື່ສຽງພາຍໃນ ແລະ ຕ່າງປະເທດ ພິເສດມີລາຍການເດີນແບບການກຸສົນ ການນຸ້ງເຄື່ອງຍ້ອນຍຸກທົດສະວັດທີ 70 – 80 ແລະ ປະມູນເຄື່ອງໃຊ້ສ້ອຍ ຟ້ອນລໍາວົງສາມັກຄີມ່ວນຊື່ນ ແລະ ອື່ນໆ.

    ໃນໂອກາດກ່າວເປີດປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດຄັ້ງນີ້ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ຮຽກຮ້ອງມາຍັງທຸກພາກ ສ່ວນຈົ່ງຮ່ວມແຮງຮ່ວມໃຈກັນເປັນເຈົ້າພາບທີ່ດີຮັບແຂກບ້ານ-ແຂກເມືອງດ້ວຍຄວາມຍິ້ມແຍ້ມແຈ່ມໃສ ໂອບເອື້ອອາລີ ມີນ້ຳໃຈໄມຕີຈິດມິດຕະພາບ ມີນ້ຳໃຈນອບນ້ອມຕາມປະເພນີອັນດີງາມຂອງແຂວງສະຫວັນນະເຂດເຮັດໃຫ້ນັກທ່ອງ ທ່ຽວຮູ້ສຶກອົບອຸ່ນ ມີຄວາມສຸກກາຍສະບາຍໃຈມີຄວາມປອດໄພມີຄວາມຮູ້ສຶກເໝືອນຢູ່ບ້ານຢູ່ເຮືອນຂອງຕົນເອງ, ສ້າງຄວາມປະທັບໃຈມາທ່ຽວແລ້ວມາທ່ຽວອີກເພື່ອໃຫ້ແຂວງສະຫວັນນະເຂດພັດທະນາຢ່າງໝັ້ນທ່ຽງຍືນຍົງຍາວນານກ້າວໄປໜ້າຢ່າງແຈ່ມໃສ.

      ມາທ່ອງທ່ຽວແຂວງສະຫວນນະເຂດຕາມຄຳໂຄງທ່ອງທ່ຽວ 3 ໄຫວ້ 4 ເບິ່ງ ແລະ 5 ຊົມຂອງແຂວງ ປັດຈຸບັນ ທົ່ວແຂວງສະຫວັນນະເຂດ  ມີແຫຼ່ງທ່ອງທ່ຽວທັງໝົດ 116 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທໍາມະຊາດ 74 ແຫ່ງ ປະຫວັດສາດ 13 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ 29 ແຫ່ງ ມີຫົວໜ່ວຍທຸລະກິດໂຮງ ແຮມ 47 ແຫ່ງ ເຮືອນພັກ 167 ແຫ່ງ ລີສອດ 2 ແຫ່ງ ຮ້ານອາຫານ ແລະຮ້ານກິນດື່ມ 258 ແຫ່ງ ພັດທະຄານ 4 ແຫ່ງ ແລະ ມີບໍລິສັດທ່ອງທ່ຽວ 12 ແຫ່ງ.

    ທ່ຽວສະຫວັນ  ໄຫວ້ພຣະທາດອີງຮັງ   ວັນທັງພຣະທາດໂພ່ນ

ມົນຂັງ  ຫໍພຣະໄຕປີດົກ                  ມໍລະດົກຕົວເມືອງເກົ່າປະຫວັດສາດ

ດົງນາຕາດ  ທໍາມະຊາດສົດໃສ          ເຂດເສດຖະກິດພິເສດ  ອຸດສາຫະກໍາ ກ້າວໄກ

ປີ້ງໄກ່ເຊໂນ  ແດນໝາກໂມຫວານ    ເຂົ້າສະຫວັນ ຫອມຫວນ

ມ່ວນສຽງລໍາສີ່ທໍານອງ                   ບໍ່ຄໍາ-ທອງຊັບປະເສີດ

ແຫຼ່ງກໍາເນີດໄດໂນເສົາ                   ຖິ່ນລໍາເນົາວິຣະບູລຸດແຫ່ງຊາດລາວ.

error: Content is protected !!