ຜົນຂອງກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30

    ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 ໄດ້ຈັດຂຶ້ນໃນວັນທີ 9 ມີນາ ທີ່ນະຄອນຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ມີບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວຖະແຫຼ່ງຜົນສຳເລັດຂອງກອງປະຊຸມຕໍ່ສື່ມວນຊົນວ່າ: ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືແຜນວຽກບູລິມະສິດຂອງເສົາຄໍ້າເສດຖະກິດພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີນີ້ ແລກປ່ຽນທັດສະນະກ່ຽວກັບສະພາບການພັດທະນາຂອງເສດຖະກິດໃນພາກພື້ນ ແລະ ສາກົນ ແລະ ປຶກສາາຫາລືກ່ຽວກັບບັນດາຂໍ້ລິເລີ່ມທີ່ສໍາຄັນຂອງປະຊາຄົມເສດຖະກິດອາຊຽນ.

    ກອງປະຊຸມຄັ້ງນີ້ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໃນປີນີ້ ສປປ ລາວ ໄດ້ສະເໜີ 14 ແຜນວຽກ ພາຍໃຕ້ເສົາຄໍ້າເສດຖະກິດ ໂດຍກວມເອົາບັນດາຂົງເຂດທີ່ປິ່ນອ້ອມວຽກງານເສດຖະກິດຄື: ຂົງເຂດ ກະສິກໍາ ການທ່ອງທ່ຽວ ພະລັງງານ ຊັບສິນທາງປັນຍາ ວິສາຫະກິດຂະໜາດນ້ອຍ ແລະ ກາງ ການຫັນເປັນດີຈີຕອນ ແລະ ຂົງເຂດອື່ນໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຕ້ອງໂສ້ການສະໜອງ ແລະ ຮັດແຄບຊ່ອງວ່າງຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດສະມາຊິກອາຊຽນ ບັນດາ 14 ແຜນວຽກນີ້ ໄດ້ກວມເອົາໜ້າວຽກຕ່າງໆໃນປະຊາຄົມເສດຖະກິດອາຊຽນ ພາຍໃຕ້ການຊີ້ນໍາຂອງລັດຖະມົນຕີເສດຖະກິດອາຊຽນ ຊຶ່ງບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ສະແດງການສະໜັບສະໜູນຕໍ່ແຜນວຽກດັ່ງກ່າວທີ່ສະເໜີໂດຍ ສປປ ລາວ ແລະ ມີຄວາມມຸ່ງໝັ້ນທີ່ຈະຈັດຕັ້ງປະຕິບັດໃຫ້ສໍາເລັດຕາມກໍານົດເວລາ.

    ພ້ອມກັນນີ້ ພວກເຮົາຍັງໄດ້ປຶກສາຫາລືບາງຂໍ້ລິເລີ່ມທີ່ສໍາຄັນພາຍໃຕ້ປະຊາຄົມເສດຖະກິດອາຊຽນ ເຊັ່ນ: ການເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຂອບສັນຍາວ່າດ້ວຍເສດຖະກິດດີຈີຕອນອາຊຽນ.

ໃນທ່າມກາງຄວາມບໍ່ແນ່ນອນຂອງສະພາບເສດຖະກິດໂລກ, ພວກເຮົາ ຍັງໄດ້ຢໍ້າຄືນຄໍາໝັ້ນສັນຍາຢ່າງບໍ່ຢຸດຢັ້ງຂອງອາຊຽນ ໃນການເສີມສ້າງພື້ນຖານຕະຫຼາດດຽວຂອງອາຊຽນ ຜ່ານການເຈລະຈາຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ. ໃນຖານະທີ່ເປັນກະດູກສັນຫຼັງຂອງການຄ້າໃນພາກພື້ນ, ການຍົກລະດັບສັນຍາດັ່ງກ່າວ ຈະນໍາເອົາສາຍພົວພັນທາງການຄ້າລະຫວ່າງບັນດາປະເທດສະມາຊິກອາຊຽນກ້າວຂຶ້ນໄປສູ່ລະດັບຕໍ່ໄປ. ທັງນີ້, ພວກເຮົາຍັງເນັ້ນໜັກເຖິງຄວາມຈໍາເປັນໃນການຍົກລະດັບສັນຍາດັ່ງກ່າວ ເພື່ອອໍານວຍຄວາມສະດວກ ແລະ ສົ່ງເສີມການພັດທະນາແບບຍືນຍົງ. ບັນດາລັດຖະມົນຕີ ໄດ້ຢໍ້າຄືນຄໍາໝັ້ນສັນຍາຂອງອາຊຽນ ໃນການສະຫຼູບເນື້ອໃນສ່ວນໃຫຍ່ຂອງການເຈລະຈາຍົກລະດັບພາຍໃນປີນີ້.

    ກ່ຽວກັບການເຈລະຈາຂອບສັນຍາວ່າດ້ວຍເສດຖະກິດດີຈີຕອນອາຊຽນ ພວກເຮົາມີຄວາມຍິນດີຕໍ່ຄວາມຄືບໜ້າຂອງການເຈລະຈາ ທີ່ຈະເປັນການສ້າງໃຫ້ອາຊຽນ ກາຍເປັນຂົງເຂດແຫ່ງເສດຖະກິດດີຈີຕອນໃນທົ່ວພາກພື້ນ ຊຶ່ງເປັນຕົວຂັບເຄື່ອນໃໝ່ ໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ ແລະ ຄວາມກ້າວໜ້າຂອງສັງຄົມ. ພວກເຮົາມີຄວາມຕື່ນເຕັ້ນ ທີ່ໄດ້ເຫັນວ່າບັນດານັກເຈລະຈາ ໄດ້ເລັ່ງສຸມໃສ່ການປະຕິບັດໜ້າທີ່ຂອງຕົນ ແລະ ກອງປະຊຸມຄັ້ງທີ 2 ຂອງຄະນະກໍາມະການເຈລະຈາໄດ້ສໍາເລັດລົງໃນ 2-3 ວັນທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ຂອບສັນຍາດັ່ງກ່າວຈະເປັນແຮງຊຸກຍູ້ທີ່ສໍາຄັນໃນການຫັນເປັນດີຈີຕອນຂອງອາຊຽນ.

ນອກຈາກບັນດາຂໍ້ລິເລີ່ມເຫຼົ່ານີ້ແລ້ວ ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມຄືບ ໜ້າໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ການສ້າງວິໄສທັດປະຊາຄົມອາຊຽນ 2045.

    ໃນກອງປະຊຸມຄັ້ງນີ້ ລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຮອງເອົາຂອບວຽກວ່າດ້ວຍການອໍານວຍຄວາມສະດວກການບໍລິການອາຊຽນ ທີ່ໄດ້ກໍານົດຫຼັກການສໍາຄັນ ແລະ ແຜນປະຕິບັດງານ ເພື່ອບັນລຸເປົ້າໝາຍການເຊື່ອມໂຍງການບໍລິການໃນອາຊຽນ ແລະ ປັບປຸງຄວາມອາດສາມາດໃນການແຂ່ງຂັນຂອງຂະແໜງການບໍລິການໃນອາຊຽນ. ພວກເຮົາຫວັງຢ່າງຍິ່ງວ່າ, ຂອບວຽກດັ່ງກ່າວ ຈະຊ່ວຍປັບປຸງສະພາບແວດລ້ອມດ້ານນະໂຍບາຍ ແລະ ລະບຽບການ ທີ່ຈະເອື້ອອໍານວຍໃຫ້ແກ່ການບໍລິການຢ່າງໂລ່ງລ່ຽນພາຍໃນຕະຫຼາດພາກພື້ນຂອງພວກເຮົາ.

    ກອງປະຊຸມ ຍັງໄດ້ປຶກສາຫາລືໃນທາງນະໂຍບາຍ ກ່ຽວກັບການພົວພັນດ້ານເສດຖະກິດຂອງອາຊຽນກັບຄູ່ຮ່ວມມືພາຍນອກ ຊຶ່ງອາຊຽນກໍາລັງປະເມີນຄືນການຈັດຕັ້ງປະຕິບັດ, ຍົກລະດັບສັນຍາ ແລະ ເຈລະຈາສ້າງສັນຍາສະບັບໃໝ່ກັບຄູ່ຮ່ວມມືດັ່ງກ່າວ. ໃນເວລາດຽວກັນ, ພວກເຮົາກໍກໍາລັງຈັດຕັ້ງປະຕິບັດສັນຍາການຄ້າເສລີຕ່າງໆທີ່ມີຢູ່ ລວມທັງ ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື RCEP ໃນບັນດາສັນຍາການຄ້າເສລີ ແລະ ການພົວພັນກັບຄູ່ຮ່ວມມືເຫຼົ່ານັ້ນ ຕ້ອງຮັບປະກັນວ່າສັນຍາການຄ້າເສລີລະຫວ່າງອາຊຽນ ແລະ ຄູ່ຮ່ວມເຈລະຈາ ຈະສືບຕໍ່ຍຶດໝັ້ນຄວາມເປັນແກນກາງຂອງອາຊຽນ, ປະກອບສ່ວນເຂົ້າໃນັຍດາຂໍ້ລິເລີ່ມຂອງອາຊຽນ ແລະ ສ້າງຜົນປະໂຫຍດນຮ່ວມກັນໃຫ້ແກ່ອາຊຽນ ແລະ ຄູ່ຮ່ວມເຈລະຈາ. ສິ່ງດັ່ງກ່າວເຫຼົ່ານີ້ ເປັນທັດສະນະຮ່ວມກັນລະຫວ່າງປະເທດສະມາຊິກອາຊຽນ ທີ່ສັນຍາການຄ້າເສລີ ຈະຕ້ອງກວມເອົາອົງປະກອບ ຫຼື ຂົງເຂດໃໝ່ ແລະ ກໍາລັງເກີດຂຶ້ນໃນປະຈຸບັນ ເພື່ອຮັບປະກັນວ່າສັນຍາການຄ້າເສລີດັ່ງກ່າວ ຈະເປັນສັນຍາທີ່ທັນສະໄໝ ແລະ ຕິດພັນກັບພາກທຸລະກິດ. 

(ຂ່າວ-ພາບ: ສຸກສະຫວັນ).

error: Content is protected !!