ປະຫວັດຄວາມເປັນມາຂອງວັນແມ່ຍິງ ສາກົນ ວັນທີ 8 ມີນາ

    ວັນແມ່ຍິງສາກົນ ກຳເນີດເກີດຂຶ້ນ ໃນທ່າມກາງທີ່ສະພາບເສດຖະກິດຂອງພວກສັກດິນາ ແລະ ນາຍທຶນຂະຫຍາຍຕົວ ເມື່ອໂຮງຈັກ ໂຮງງານອຸດສະຫະກຳ ຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ ແຕ່ຊໍ້າພັດຍິ່ງເພີ່ມຄວາມທຸກຍາກລຳບາກ ໃຫ້ແກ່ຊາວຜູ້ອອກແຮງງານ ເວົ້າລວມ ເວົ້າສະເພາະແມ່ນ ກຳມະກອນເພດຍິງ ຢູ່ພາຍໃຕ້ລະບອບສັກດິນາ ແລະ ນາຍທຶນ ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ ເຮັດວຽກບໍ່ມີການຮັບ ປະກັນ ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ນອກຈາກນັ້ນ ແມ່ຍິງຍັງຖຶກດູຖູກໝິ່ນປະໝາດ ຖືກຖືເປັນຄືສິນຄ້າ ເປັນເຄື່ອງຫຼີ້ນ ຖືກທຸບຕີ ຖືກຂົ່ມຂືນທຳສຳເລົາ ແລະ ຖືກໄລ່ອອກຈາກວຽກ ໃນເວລາຖືພາ ເວລາອອກລູກ ຫຼື ເວລາ ເຈັບເປັນບໍ່ໄດ້ຮັບການປິ່ນປົວ ໂດຍທົ່ວໄປແລ້ວ ແມ່ຍິງຊາວຜູ້ອອກແຮງງານ ໃນທົ່ວໂລກລ້ວນແຕ່ເປັນຜູ້ດຸໝັ່ນ ຂະຫຍັນພຽນ ໃນການຜະລິດເຂົ້າ ປາ ອາຫານ ແລະ ເຄື່ອງຂອງອື່ນໆ ເພື່ອລ້ຽງດູຄອບຄົວ ແລະ ສັງຄົມ ແຕ່ບໍ່ໄດ້ຮັບການເອົາໃຈໃສ່ ເບິ່ງແຍງດູແລຈາກສັງຄົມຕໍ່ໜ້າສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກຳມະກອນແມ່ຍິງ ຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ ທວງໃຫ້ພວກນາຍທຶນ ຊຶ່ງແມ່ນເຈົ້າຂອງໂຮງຈັກ ໂຮງງານຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ.

    ໃນວັນທີ 8 ມີນາ 1899 ຊາວກຳມະກອນແມ່ຍິງຢູ່ໂຮງງານຕ່ຳແຜ່ນ ແລະ ຕັດຫຍິບ ທີ່ເມືອງນິວຢອກ ສະ ຫະລັດອາເມຣິກາ ( New York City in the United States) ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ດັດດ້ານ ຕໍ່ການໃຫ້ຄ່າແຮງງານຕໍ່າ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ ການປະທ້ວງຄັ້ງນັ້ນຖືກຕຳຫຼວດເຂົ້າສະຫຼາຍ ແລະ ຈັບກຸມຈຳນວນໜຶ່ງ ໃນວັນທີ 8 ມີນາ 1908 ແມ່ຍິງ ຈຳນວນ 15.000 ຄົນ (ໜຶ່ງໝື່ນຫ້າພັນຄົນ) ໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວ ໂມງເຮັດວຽກ ຢຸດເຊົາການຂຸດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ ການເດີນຂະບວນຄັ້ງນີ້ ແມ່ນພາຍໃຕ້ ຄໍາຂວັນ: “ ເຂົ້າຈີ່ ແລະ ດອກກຸຫຼາບ” ເຂົ້າຈີ່ ໝາຍເຖິງ: ເສດຖະກິດດີຂຶ້ນ ດອກກຸຫຼາບ ໝາຍເຖິງ: ຄຸນນະພາບຊີວິດດີຂຶ້ນ ເດືອນກຸມພາ 1909 ແມ່ຍິງອາເມຣິກາ ໄດ້ຈັດພິທີສະຫຼອງວັນແມ່ຍິງສາກົນ ເປັນເທື່ອທຳອິດ ແມ່ຍິງໃນເມືອງ ນິວຢອກ 3.000 ຄົນ ໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານ ທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ ການຕໍ່ສູ້ດັ່ງກ່າວ ໄດ້ເປັນການລະດົມນໍ້າໃຈຕໍ່ສູ້ຂອງແມ່ຍິງ ທີ່ຖືກກົດຂີ່ຂູດຮີດ ຢູ່ບັນດາປະເທດ ໃນທົ່ວໂລກ.

    ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກ້ວາງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີລົບ ແລະ ໃນປີນີ້ເອງ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງຂອງປະເທດເດນມາກ (Copenhagen Denmark) ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ ວັນທີ 8 ມີນາ ແມ່ນເຫດການ-ການ ເມືອງທີ່ສໍາຄັນ ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕ ຄືກັນກັບຜູ້ຊາຍ ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: “ ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ຕ້ານສົງຄາມຮຸກຮານ ປົກປັກຮັກສາສັນຕິພາບຂອງໂລກ ” ປີຕໍ່ມາ ໃນວັນທີ 19/03/1911 ວັນແມ່ຍິງສາກົນໄດ້ຮັບການສະເຫຼີມ ສະຫຼອງ ໂດຍມີປະຊາຊົນເຂົ້າຮ່ວມເປັນລ້ານໆຄົນ ຢູ່ໃນບັນດາປະເທດເອີລົບເຊັ່ນ: ປະເທດ ໂອຕິດ ແດນມາກ ເຢຍລະມັນ ສະວິດ ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນ “ ວັນແມ່ຍິງສາກົນ” ພາສາອັງກິດ ເອີ້ນວ່າ: “ International Women’s Day” ໄດ້ຮັບການສະເຫຼີມສະຫຼອງ ຢູ່ໃນຫຼາຍປະເທດທົ່ວໂລກ ແລະໄດ້ຖືເອົາການ ສະເຫຼີມສະຫຼອງໃນປີ 1911 ນີ້ເປັນປີທຳອິດ.

    ບັນດາອົງການຈັດຕັ້ງ ສົນທິສັນຍາ ຖະແຫຼງການ ແລະ ກອງປະຊຸມຕ່າງໆ ກ່ຽວກັບ ແມ່ຍິງໃນລະດັບສາກົນ ພາກພື້ນ ແລະ ອາຊຽນ ພາຍຫຼັງສົງຄາມໂລກ ຄັ້ງທີ 1 ໄດ້ສິ້ນສຸດລົງ ແມ່ຍິງຢູ່ບັນດາປະເທດຕ່າງໆໃນທົ່ວໂລກ ໄດ້ມີຂະບວນການ ເຄື່ອນໄຫວ ເພື່ອຕໍ່ສູ້ທວງໃຫ້ແມ່ຍິງມີສິດ ແລະການດຳລົງຊີວິດທີ່ດີຂຶ້ນ ການເຄື່ອນໄຫວຂອງແມ່ຍິງ ໄດ້ຂະຫຍາຍຕົວກວ້າງຂວາງເກືອບທຸກທະວີບ ແລະ ຕິດພັນກັບຂະບວນການຕໍ່ສູ້ປົດປ່ອຍຊາດ ເຊິ່ງຈາກການເຄື່ອນໄຫວດັ່ງກ່າວ ກໍ່ໃຫ້ເກີດມີອົງການຈັດຕັ້ງ ແລະ ກອງປະຊຸມສຳຄັນຕ່າງໆ ກ່ຽວກັບແມ່ຍິງ ດັ່ງນີ້: 1 ອົງການຈັດຕັ້ງລະດັບສາກົນ ກ່ຽວກັບແມ່ຍິງ ອົງການສະຫະປະຊາຊາດ (ສປຊ) ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 24 ຕຸລາ 1945 ພາຍຫຼັງ ສົງຄາມ ໂລກ ຄັ້ງທີ II ໄດ້ຢຸດຕິລົງ ເປັນອົງການຈັດຕັ້ງສາກົນທຳອິດ ທີ່ໄດ້ລະບຸກ່ຽວກັບສິດສະເໝີພາບລະຫວ່າງ ຍິງ-ຊາຍ ສະຫະພັນແມ່ຍິງ ປະຊາທິປະໄຕສາກົນ (Women’s International Democracy Federation) ໄດ້ຮັບການຈັດຕັ້ງຂຶ້ນ ເປັນອົງການສາກົນຂອງຂະບວນການແມ່ຍິງ ໃນກອງປະຊຸມໃຫ່ຍສາກົນຂອງແມ່ຍິງ ທີ່ໄດ້ໄຂຂຶ້ນໃນເດືອນ ທັນວາ 1945 ທີ່ ປາຣີ ເມືອງຫຼວງຂອງປະເທດຝຣັ່ງ ອົງການດັ່ງກ່າວແມ່ນ ອົງການຮ່ວມສຳພັນກັນ ” ໂດຍບໍ່ຈໍາແນກເຊື້ອຊາດ ສັນຊາດ ສາສະໜາ ຫຼື ຄວາມຄິດເຫັນທາງການເມືອງທີ່ແຕກຕ່າງກັນ ເພື່ອໃຫ້ພວກເຂົາ ສາມາດເຮັດວຽກງານຮ່ວມກັນ ປົກປ້ອງສິດທິຂອງຕົນ ໃນຖານະເປັນພົນລະເມືອງແມ່ຍິງ ແລະ ປົກປ້ອງເດັກນ້ອຍ ” ການຈັດຕັ້ງສະຫະພັນແມ່ຍິງປະຊາທິປະໄຕສາກົນ ມີຈຸດປະສົງພ້ອມກັນຕໍ່ສູ້ເພື່ອສັນຕິພາບ ປະຊາທິປະໄຕ ປົກປ້ອງສິດຜົນ ປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ສໍາລັບສະຫະພັນແມ່ຍິງລາວ ໄດ້ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວ ໃນປີ 1962.

    ອົງການແຮງງານສາກົນ (International Labor Organization) ຊື່ຫຍໍ້ເອີ້ນວ່າ: ໄອໂລ (ILO) – ອົງການສະຫະປະຊາຊາດ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ (UN Women) ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍສະມັດຊາໃຫຍ່ ອົງການສະຫະປະຊາຊາດ ປີ 2010 ເພື່ອເລັ່ງໃຫ້ບັນ ລຸເປົ້າໝາຍໃນການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ໃນນັ້ນ ລວມມີ 04 ຂະແໜງ: ອົງການຢູນິແຟມ (UNIFEM) ສະຖາບັນຄົ້ນຄ້ວາ ແລະເຝິກອົບຮົມສາກົນ ເພື່ອຄວາມກ້າວໜ້າຂອງແມ່ຍິງ (INSTRA) ພະແນກເພື່ອຄວາມກ້າວໜ້າຂອງແມ່ຍິງ (DAW) ແລະ ຫ້ອງການທີ່ປຶກສາພິເສດກ່ຽວກັບບັນຫາບົດບາດຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ (OSAGI).

    ສົນທິສັນຍາ ແລະ ຖະແຫຼງການຕ່າງໆຂອງສາກົນ ກ່ຽວກັບແມ່ຍິງ 1. ສົນທິສັນຍາ ໄອໂລ (ILO) ວ່າດ້ວຍຄວາມສະເໝີພາບ ໃນການໄດ້ຮັບຄ່າແຮງງານ ສໍາລັບກຳມະກອນແມ່ຍິງ ແລະ ກຳມະກອນຜູ້ຊາຍ ຜູ້ຊາຍ ແລະ ແມ່ຍິງເຮັດວຽກທີ່ມີຄຸນຄ່າເທົ່າທຽມກັນ ຕ້ອງໄດ້ຄ່າແຮງງານເທົ່າກັນ ໄດ້ຖືກຮັບຮອງເອົາ ໃນປີ 1951 ສປປ ລາວ ໄດ້ເຂົ້າເປັນພາຄີ ໃນວັນທີ 13 ມິຖຸນາ 2008 2. ສົນທິສັນຍາວ່າດ້ວຍສິດທິທາງການເມືອງຂອງແມ່ຍິງ ໃນປີ 1953 ເຊິ່ງເປັນເທື່ອທຳອິດທີ່ປະຊາຄົມໂລກ ໄດ້ຮັບຮອງເອົາສິດສະເໝີພາບທາງການເມືອງສໍາລັບແມ່ຍິງ ສຳລັບ ສປປ ລາວ ໄດ້ເຂົ້າເປັນພາຄີ ໃນວັນທີ 28 ມັງກອນ 1969 3. ສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (The Convention on the      Elimination of All forms of Discrimination Against Women) ຫຼື ເອີ້ນຫຍໍ້ວ່າ: ສົນທິສັນຍາຊີດໍ (CEDAW) ໄດ້ຜ່ານມະຕິຮັບຮອງ ໃນປີ 1979 ເຊິ່ງແມ່ນກົດໝາຍສາກົນ ແລະ ມີລັດຖະບານ 189 ປະເທດ ເປັນພາຄີ ລັດຖະບານ ສປປ ລາວ ໄດ້ເຊັນຮັບຮອງເອົາ ໃນເດືອນກໍລະກົດ ປີ 1980 ແລະ ໃຫ້ສັດຕະຍາບັນ ໃນວັນທີ 14 ສິງຫາ 1981 4. ຖະແຫຼງການສາກົນ ວ່າດ້ວຍການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ຖືກຮອງເອົາ ໃນປີ 1993 ແລະ ສປປ ລາວ ໄດ້ເຂົ້າເປັນພາຄີ ໃນປີດຽວກັນນັ້ນ.

    ການຈັດຕັ້ງລະດັບອາຊຽນ ກ່ຽວກັບວຽກງານແມ່ຍິງ: 1. ປະຊາຄົມອາຊຽນ: ການສ້າງປະຊາຄົມອາຊຽນ ແມ່ນແນໃສ່ສ້າງຄວາມເປັນເອກະລັກໜຶ່ງດຽວ ໃນທ່າມກາງຄວາມຫຼາກຫຼາຍຂອງອາຊຽນ ໂດຍໄດ້ເນັ້ນໃສ່ ສ້າງສັງຄົມໃຫ້ມີຄວາມໂອບເອື້ອອາລີ ມີຄວາມກົມກຽວ ສົ່ງເສີມການຢູ່ດີ ກິນດີ ແລະ ສະຫວັດດີການ ໃຫ້ປະຊາຄົມຂອງອາຊຽນ ບົນຈິດໃຈແຫ່ງການນັບຖືຄວາມເປັນເອກະລັກຂອງກັນ ແລະກັນ. ຜູ້ນຳອາຊຽນຮັບຮູ້ ແລະ ຢືນຢັນຄືນເຖິງຄວາມສໍາຄັນຂອງແມ່ຍິງ ແລະ ການປະກອບສ່ວນຂອງແມ່ຍິງໃນການພັດທະນາ ປະເທດສະມາຊິກອາຊຽນ ໄດ້ພະຍາຍາມໃຫ້ການສະໜັບສະໜູນ ເພື່ອສົ່ງເສີມ ສະຖານະພາບຂອງແມ່ ຍິງ ແລະ ການປະກອບສ່ວນຢ່າງຂະຫຍັນຂັນແຂງ ກ່ຽວກັບຄວາມກ້າວໜ້າຂອງແມ່ຍິງ ໃນເວທີພາກພື້ນ ແລະ ສາກົນ 2. ຄະນະກຳມະການແມ່ຍິງອາຊຽນ ASEAN Committee on Women (ACW) ແມ່ນອົງການຈັດຕັ້ງທີ່ສັງກັດລັດຖະບານສໍາລັບແມ່ຍິງ ມີໜ້າທີ່ຄົ້ນຄ້ວາຈັດຕັ້ງປະຕິບັດສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບການຈຳ ແນກຕໍ່ແມ່ຍິງ, ແຜນປະຕິບັດງານປັກກິ່ງ, ເປົ້າໝາຍສະຫັດສະຫວັດ ເພື່ອການພັດທະນາ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຄົ້ນຄວ້າຜັນຂະຫຍາຍຜົນສຳເລັດ ຂອງກອງປະຊຸມສຸດຍອດອາຊຽນ ໃນແຕ່ລະປີ ແລະ ວຽກອື່ນໆ ທີ່ພົວພັນເຖິງການພັດທະນາ ການປົກປ້ອງສິດຜົນປະໂຫຍດອັນເປັນທຳຂອງແມ່ຍິງ ແລະ ເດັກ ນ້ອຍ ການສົ່ງເສີມສິດສະເໝີພາບລະຫວ່າງຍິງ-ຊາຍ,ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນຂົງເຂດພາກພື້ນ ອາຊຽນ ແລະໃນໂລກ 3. ຄະນະກຳມະການອາຊຽນ ເພື່ອສົ່ງເສີມ ແລະ ປົກປ້ອງສິດທິແມ່ຍິງ ແລະ ເດັກນ້ອຍ ASEAN Commission on the Promotion and Protection of the Rights of Women and Children (ACWC) ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 07 ເມສາ 2010 ຄະນະກຳມາທິການດັ່ງກ່າວ ມີໜ້າທີ່ສົ່ງເສີມການຈັດຕັ້ງປະຕິບັດສົນທິສັນຍາ ຖະແຫຼງການ ຂໍ້ຕົກລົງຕ່າງໆ ຂອງອາຊຽນ ແລະ ສາກົນ ທີ່ພົວພັນເຖິງສິດທິຂອງແມ່ຍິງ ແລະ ເດັກນ້ອຍ 4. ອົງການຈັດຕັ້ງແມ່ຍິງອາຊຽນ ທີ່ບໍ່ສັງກັດລັດຖະບານ ASEAN Confederation of Women’s Organizations (ACWO) ອົງການຈັດຕັ້ງດັ່ງກ່າວ ມີໜ້າທີ່ສະໜັບສະໜູນ ການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນງານ ເພື່ອສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງ ຢູ່ໃນລະດັບຊາດ ແລະ ລະດັບພາກພື້ນ.

    ການຈັດກອງປະຊຸມລະດັບໂລກກ່ຽວກັບແມ່ຍິງ :ນັບແຕ່ມື້ຮັບຮອງເອົາ ວັນທີ 8 ມີນາ ເປັນວັນແມ່ຍິງສາກົນ ໃນປີ 1910 ເປັນຕົ້ນມາ ອົງການສະຫະປະຊາຊາດໄດ້ ຈັດຕັ້ງກອງປະຊຸມໂລກກ່ຽວກັບແມ່ຍິງຂຶ້ນ ມີ 04 ຄັ້ງ ດັ່ງນີ້: 1. ກອງປະຊຸມແມ່ຍິງໂລກ ຄັ້ງທີ 1 : ( First World Conference on Women) ຈັດຂຶ້ນໃນລະ ຫວ່າງວັນທີ 19 ມິຖຸນາ – 02 ກໍລະກົດ ປີ 1975 ຢູ່ນະຄອນ ເມັກຊິໂກ ຂອງປະເທດເມັກຊິໂກ ພາຍໃຕ້ຄຳຂັວນ: * ຄວາມສະເໝີພາບ ການພັດທະນາ ແລະ ສັນຕິພາບ ” ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາແຜນປະຕິບັດງານ ແລະ ກົນໄກການຈັດຕັ້ງປະຕິບັດ ເຊິ່ງເປັນແຜນປະຕິບັດງານທຳອິດຂອງໂລກເພື່ອສິດຜົນປະໂຫຍດຂອງແມ່ຍິງ ກອງປະຊຸມໄດ້ຮັບຮອງເອົາ ປີ 1975 ເປັນປີສາກົນສໍາລັບແມ່ຍິງ ແລະ ໄດ້ຕົກລົງຮັບຮອງເອົາ ຊຸມປີ 1975-1985 ເປັນທົດສະວັດສະຫະປະຊາຊາດສໍາລັບແມ່ຍິງ. ກອງປະຊຸມຄັ້ງນີ້ບໍ່ມີຜູ້ແທນລາວເຂົ້າຮ່ວມ ເນື່ອງຈາກວ່າແມ່ນໄລຍະທີ່ລາວເຮົາກະກຽມການປະກາດເປັນ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) 2. ກອງປະຊຸມແມ່ຍິງໂລກ ຄັ້ງທີ II : (Second World Conference on Women) ຈັດຂຶ້ນໃນລະຫວ່າງວັນທີ 14-30 ກໍລະກົດ 1980 ຢູ່ນະຄອນຫຼວງໂກແປນຮາກ ປະເທດແດນມາກ ພາຍໃຕ້ຄໍາຂວັນ: “ ຄວາມສະເໝີພາບ ການພັດທະນາ ແລະ ສັນຕິພາບ ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດທົດສະວັດສະຫະປະຊາຊາດສໍາລັບແມ່ຍິງໃນເຄິ່ງໄລຍະ 05 ປີ ທຳອິດ (1975-1980) ພິເສດໄດ້ຄົ້ນຄວ້າ ກ່ຽວກັບການສຶກສາ ແລະ ການມີວຽກເຮັດງານທໍາສໍາລັບແມ່ຍິງ 3. ກອງປະຊຸມແມ່ຍິງໂລກ ຄັ້ງທີ III : (Third World Conference on Women) ຈັດຂຶ້ນໃນລະຫວ່າງວັນທີ 15-26 ກໍລະກົດ 1985 ຢູ່ນະຄອນຫຼວງ ໄນໂຣບີ ປະເທດເຄນຢາ ພາຍໃຕ້ຄຳຂວັນ “ຄວາມສະເໝີພາບ ການພັດທະນາ ແລະ ສັນຕິພາບ ກອງປະຊຸມໄດ້ສະຫູບຕີລາຄາການປະຕິບັດທົດສະວັດສະຫະປະຊາຊາດ ເພື່ອແມ່ຍິງດ້ານດີ ດ້ານຄົງຄ້າງ ທັງໄດ້ຄົ້ນຄວ້າລົງເລິກເປັນເທື່ອທຳອິດ ກ່ຽວກັບບັນຫາແມ່ຍິງຊົນນະບົດ ແລະ ບັນຫາສຸຂະພາບຂອງແມ່ຍິງ ແລະ 4. ກອງປະຊຸມແມ່ຍິງໂລກ ຄັ້ງທີ IV: (Fourth World Conference on Women) ຈັດຂຶ້ນໃນ ລະຫວ່າງວັນທີ 04-15 ກັນຍາ 1995 ຢູ່ ນະຄອນຫຼວງ ປັກກິ່ງ ສາທາລະນະລັດ ປະຊາຊົນຈີນ ພາຍໃຕ້ຄຳຂັວນ * ຄວາມສະເໝີພາບຍິງ-ຊາຍ ການພັດທະນາ ແລະ ສັນຕິພາບ ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາແຜນປະຕິບັດ ງານປັກກິ່ງ ໃນນັ້ນ ໄດ້ເລັ່ງໃສ່ 12 ຂົງເຂດ ທີ່ເຄັ່ງຮ້ອນ ແລະ ໜ້າເປັນຫ່ວງ ເຊິ່ງເປັນອຸປະສັກຕໍ່ຄວາມກ້າວໜ້າຂອງແມ່ ຍິງ ຊຶ່ງມີຫົວຂໍ້ດັ່ງນີ້: 1. ແມ່ຍິງກັບຄວາມທຸກຍາກ 2. ແມ່ຍິງກັບການສຶກສາ 3. ແມ່ຍິງກັບບັນຫາສຸຂະພາບ 4. ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 5. ແມ່ຍິງກັບການປະທະກັນດ້ວຍອາວຸດ 6. ແມ່ຍິງກັບເສດຖະກິດ 7. ແມ່ຍິງກັບການເຂົ້າຮ່ວມໃນການນຳພາ ຕັດສິນບັນຫາ 8. ກົນໄກການຈັດຕັ້ງ ເພື່ອຄວາມກ້າວຂອງແມ່ຍິງ 9. ແມ່ຍິງກັບບັນຫາສິດທິມະນຸດ 10. ແມ່ຍິງກັບສື່ມວນຊົນ 11. ແມ່ຍິງກັບສິ່ງແວດລ້ອມ 12. ບັນຫາເດັກຍິງ 5). ກອງປະຊຸມແມ່ຍິງສະເພາະກຸ່ມ 20 ປະເທດ (W20 ) ທີ່ມີຄວາມເຂັ້ມແຂງທາງດ້ານເສດຖະກິດ ເຊິ່ງໄດ້ມີຖະແຫຼງການປັບປຸງຄວາມສະເໝີພາບຍິງ-ຊາຍ ໃນການຂະຫຍາຍຕົວທາງດ້ານເສດຖະກິດເປັນຕົ້ນ: ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງທາງດ້ານການສຶກສາ ການຈ້າງງານ ແລະການປະກອບການ ເອົາໃຈໃສ່ຄວາມດຸນດ່ຽງ ລະຫວ່າງການເຮັດວຽກ ການໃຊ້ຊີວິດ ປັບປຸງຮາກຖານ ແລະ ສິ່ງເອື້ອອຳນວຍ ແລະການບໍລິການທາງສັງຄົມ (ເດັກນ້ອຍ ຜູ້ອາວຸໂສ ການບໍລິການທາງດ້ານສຸຂະພາບ) ເພີ່ມຈຳນວນແມ່ຍິງ ໃນຕຳແໜ່ງການນໍາພາ ທັງພາກລັດ ແລະ ເອກະຊົນ ຮັບປະກັນໃຫ້ແມ່ຍິງເຂົ້າເຖິງດ້ານການເງິນ ຜະລິດຕະພັນ ກໍຄືຕະຫຼາດຂອງແມ່ຍິງ ລົບລ້າງການ ຈຳແນກຢູ່ບ່ອນເຮັດວຽກ ບັງຄັບໃຊ້ສິດທິທາງດ້ານກົດໝາຍ ແລະ ສົ່ງເສີມໂອກາດທີ່ເທົ່າທຽມກັນ.

    ໃນຂະບວນການພັດທະນາຂອງໂລກ ໄດ້ມີການກຳນົດເປົ້າໝາຍສະຫັດສະຫວັດ ເພື່ອການພັດທະນາ (MDGs) ທີ່ລວມມີ 08 ເປົ້າໝາຍ ເຊິ່ງໄດ້ກຳນົດຂຶ້ນໃນປີ 2000 ການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະຫວັດ ເພື່ອການພັດທະນາດັ່ງກ່າວ ໄດ້ໝົດວາລະລົງໃນປີ 2015 ຊຶ່ງເຫັນໄດ້ວ່າມີຄວາມກ້າວໜ້າຫຼາຍດ້ານ.

   ແຕ່ເຖິງຢ່າງໃດກໍຕາມ ຍັງມີຫຼາຍຂົງເຂດທີ່ຕ້ອງການຄວາມພະຍາຍາມຮ່ວມກັນ ເພື່ອເຮັດໃຫ້ບັນລຸເປົ້າໝາຍດັ່ງກ່າວ ທັງເພື່ອແນ່ໃສ່ການພັດ ທະນາແບບຍືນຍົງ ດ້ວຍຄວາມມຸ່ງໝາຍໃນການສ້າງແຜນວາລະການພັດທະນາທີ່ຖືເອົາປະຊາຊົນ ເປັນໃຈກາງ ການປຶກ ສາຫາລື ໃນລະດັບສາກົນໄດ້ຖືກຈັດຂຶ້ນ ໂດຍຜ່ານທາງລະບົບອິນເຕີເນັດ ແລະ ຜ່ານກອງປະຊຸມ ເຊຶ່ງມີຜູ້ເຂົ້າຮ່ວມກ່ວາລ້ານຄົນທົ່ວໂລກ ຂະບວນການນີ້ເອີ້ນວ່າໂລກທີ່ພວກເຮົາຕ້ອງການ ໝາກຜົນຂອງການປຶກສາຫາລືແມ່ນບັນດາ 17 ເປົ້າໝາຍ ເພື່ອການພັດທະນາແບບຍືນຍົງ (SDGs) ແຕ່ປີ 2015-2030 ດັ່ງນີ້:

1 ລຶບລ້າງຄວາມທຸກຍາກທຸກຮູບແບບໃນທຸກບ່ອນທົ່ວໂລກ 2. ລຶບລ້າງຄວາມອຶດຫິວ ປັບປຸງໂພສະນາການ ຄວາມປອດໄພຂອງອາຫານ ແລະ ສົ່ງເສີມກະສິກຳທີ່ຍືນຍົງ 3. ຮັບປະກັນສຸຂະພາບທີ່ແຂງແຮງ ແລະ ສົ່ງເສີມການເປັນຢູ່ທີ່ດີ ສຳລັບທຸກຄົນໃນທຸກຊ່ວງອາຍຸ 4. ຮັບປະກັນການສຶກສາທີ່ມີຄຸນນະພາບ ແລະ ຄົບຖ້ວນ ສຳລັບທຸກຄົນ ແລະ ສົ່ງເສີມການຮຽນຮູ້ຕະຫຼອດ ຊີວິດ 5. ບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ໄວໜຸ່ມຍິງ 6. ຮັບປະກັນການເຂົ້າເຖິງນໍ້າ ແລະ ສຸຂະອານາໄມ ສຳລັບທຸກຄົນ 7. ຮັບປະກັນການເຂົ້າເຖິງພະລັງງານທີ່ປະຢັດ ເຊື່ອໝັ້ນ ຍືນຍົງ ແລະ ທັນສະໄໝສຳລັບທຸກຄົນ 8. ສົ່ງເສີມການເຕີບໂຕຂອງເສດຖະກິດທີ່ຮອບດ້ານ ແລະ ຍືນຍົງ ການມີວຽກເຮັດງານທຳ ແລະ ວຽກທີ່ດີສຳລັບທຸກຄົນ 9. ສ້າງໂຄງລ່າງທີ່ເຂັ້ມແຂງ ສົ່ງເສີມອຸດສາຫະກຳ ທີ່ຍືນຍົງ ແລະ ຊຸກຍູ້ການສ້າງສັນສິ່ງໃໝ່ໆ 10. ຫຼຸດຜ່ອນຄວາມບໍ່ສະເໝີພາບທັງພາຍໃນ ແລະ ລະຫວ່າງປະເທດ 11. ສ້າງຕົວເມືອງທີ່ປອດໄພ, ເຂັ້ມແຂງ, ຍືນຍົງ ແລະ ຮອບດ້ານ 12. ຮັບປະກັນຮູບແບບການຜະລິດ ແລະ ບໍລິໂພກທີ່ຍືນຍົງ 13. ລົງມືປະຕິບັດຕ້ານການປ່ຽນແປງ ແລະ ຜົນກະທົບຂອງດິນຟ້າອາກາດຢ່າງຮີບດ່ວນ 14. ປົກປ້ອງ ແລະ ນຳໃຊ້ຊັບພະຍາກອນທະເລ ແລະ ມະຫາສະໝຸດ ຢ່າງຍືນຍົງ 15. ບໍລິຫານປ່າໄມ້ຢ່າງຍືນຍົງ ເພື່ອບໍ່ໃຫ້ເກີດທະເລຊາຍ ຢຸດຕິການທໍາລາຍດິນ ແລະ ຊີວະນາໆພັນ 16. ສົ່ງເສີມສັງຄົມທີ່ສະຫງົບສຸກ, ຍຸຕິທຳ ແລະ ຮອບດ້ານ 17. ຟື້ນຟູການຮ່ວມມືສາກົນ ເພື່ອການພັດທະນາແບບຍືນຍົງ ສໍາລັບ ສປປ ລາວ ໄດ້ກຳນົດເປັນວາລະແຫ່ງຊາດ ເປັນຂໍ້ທີ 18 ຂອງ SDGs ຄື: 18. ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ.

    ປັດຈຸບັນ ລັດຖະບານແຕ່ລະປະເທດ ໄດ້ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບສິດໃນການເລືອກຕັ້ງ ແລະ ສາມາດໄດ້ ຮັບການເລືອກຕັ້ງຢູ່ໃນຕຳແໜ່ງສູງສຸດທາງດ້ານການເມືອງນັບມື້ນັບຫຼາຍຂຶ້ນ ຈາກຂໍ້ມູນປີ 2021 ທົ່ວໂລກມີແມ່ຍິງ ທີ່ພວມດຳລົງຕຳແໜ່ງເປັນປະທານາທິບໍດີ ນາຍົກລັດຖະມົນຕີ ແລະ ຕຳແໜ່ງສໍາຄັນອື່ນໆ ໃນຂົງເຂດການເມືອງ ຈຳນວນ 28 ທ່ານ ໃນນີ້ນາຍົກລັດຖະມົນຕີທີ່ມີອາຍຸນ້ອຍທີ່ສຸດໃນໂລກ ແມ່ນນາຍົກລັດຖະມົນຕີ ປະເທດ ຟີນແລນ ທີ່ໄດ້ຮັບ ຕໍ່າແໜ່ງ ອາຍຸພຽງແຕ່ 34 ປີ ແລະ ປັດຈຸບັນອາຍຸ 38 ປີ ຈາກຂໍ້ມູນປີ 2022 ໃຫ້ຮູ້ວ່າຈໍານວນສະເລ່ຍ ຂອງສະມາຊິກສະພາເພດຍິງໃນທົ່ວໂລກ ແມ່ນມີຈໍານວນເພີ່ມຂຶ້ນ ຊຶ່ງມີຫຼາຍກວ່າໝູ່ແມ່ນ “ປະເທດ ເຣີວານດາ (ທະວີບອາຟຣິກກາ) ກວມເຖິງ 61,30% ອັນດັບທີ 02 ແມ່ນປະເທດກູບາ ມີ 53,40% ແລະ ອັນດັບທີ 03 ແມ່ນປະເທດ ນິກາຣາກົວ ກວມ 50,60%. ສໍາລັບ ສປປ ລາວ ແມ່ນນອນໃນອັນດັບທີ 103 ເຊິ່ງມີສະມາຊິກສະພາແຫ່ງຊາດເພດຍິງ ກວມ 22 %.

    ນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນ ສປປ ລາວ ນະໂຍບາຍຂອງ ສປປ ລາວ ຕໍ່ກັບແມ່ຍິງ ລັດຖະບານ ແຫ່ງ ສປປ ລາວ ໄດ້ມີແນວທາງນະໂຍບາຍ ຕໍ່ການພັດທະນາ ການປົກປ້ອງສິດຜົນປະ ໂຫຍດຂອງແມ່ຍິງ ແລະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຊຶ່ງໄດ້ກຳ ນົດແຈ້ງຢູ່ໃນລັດຖະທຳມະນູນ ແລະ ກົດໝາຍຕ່າງໆ. ພ້ອມນັ້ນລັດຖະບານ ສປປ ລາວ ຍັງໄດ້ເປັນລັດພາຄີຂອງສົນ ທິສັນຍາສາກົນ ກ່ຽວກັບການປົກປ້ອງສິດທິຂອງແມ່ຍິງໃນດ້ານຕ່າງໆ ຊຶ່ງສະແດງອອກ ດັ່ງນີ້: ລັດຖະທຳມະນູນສະບັບທໍາອິດ ໄດ້ຮັບຮອງເອົາໃນປີ 1991 ຮອດປີ 2003 ໄດ້ມີການປັບປຸງ ມາດຕາ 24 ໄດ້ລະບຸວ່າ: ພົນລະເມືອງລາວ ຍິງ-ຊາຍ ມີສິດເທົ່າທຽມກັນ ທາງດ້ານການເມືອງ ເສດຖະກິດ ວັດທະນະທໍາ-ສັງຄົມ ແລະ ຄອບຄົວ ລັດຖະທຳມະນູນ ສະບັບປັບປຸງ ປີ 2015ມາດຕາ 37 ໄດ້ລະບຸວ່າ ພົນລະເມືອງລາວຍິງ-ຊາຍ ມີສິດເທົ່າທຽມກັນທາງດ້ານການເມືອງ ເສດຖະກິດ ວັດທະນະທຳ-ສັງຄົມ ແລະ ຄອບຄົວ ທ້າຍ ປີ 2004 ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ເຊິ່ງເນື້ອໃນກົດໝາຍສະບັບນີ້ ເລັ່ງໃສ່ຮັບຮອງ ແລະ ຍົກສູງບົດບາດຂອງແມ່ຍິງ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ;

    ປີ 2005 ໄດ້ອອກດໍາລັດເພີ່ມເຕີມ ໃຫ້ນໍາໃຊ້ສະຖິຕິແຍກເພດຍິງ-ຊາຍ ເຂົ້າໃນການເກັບກຳຂໍ້ມູນເປັນທາງ ການໃນທົ່ວປະເທດ ແລະ ປີ 2006 ລັດຖະບານ ໄດ້ອອກແຈ້ງການ ໃຫ້ນໍາເອົາສະຖິຕິແຍກເພດຍິງ-ຊາຍ ເຂົ້າໃນລະບົບ ລວມຂອງສະຖິຕິແຫ່ງຊາດ ປີ 2010 ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍສະຖິຕິ ເຊິ່ງມາດຕາ 10 ໄດ້ກວມລວມເອົາສະຖິຕິແຍກເພດຍິງ-ຊາຍ.

    ເພື່ອຮັບປະກັນສິດທິໃນການເຂົ້າເຖິງການສຶກສາ ທີ່ມີຄຸນນະພາບຢ່າງສະເໝີພາບ ເທົ່າທຽມກັນຂອງທຸກ ກຸ່ມຄົນໃນສັງຄົມ ຫຼຸດຜ່ອນ ແລະ ລຶບລ້າງຄວາມຫຼຸດໂຕນ ໃນການເຂົ້າເຖິງ ແລະ ສຳເລັດການສຶກສາຂອງກຸ່ມຄົນທີ່ ດ້ອຍໂອກາດ ໂດຍສະເພາະເດັກຍິງ ແມ່ຍິງຊົນເຜົ່າ ຄົນພິການ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ດັ່ງນັ້ນ ລັດຖະບານຈຶ່ງໄດ້ອອກນະໂຍບາຍແຫ່ງຊາດ ວ່າດ້ວຍການສຶກສາຮຽນຮ່ວມ ສະບັບ ເລກທີ 1170/ສສ ລົງ ວັນທີ 29 ພະຈິກ 2010.

    ໃນກອງປະຊຸມຄະນະລັດຖະບານ ປະຈໍາເດືອນ ກຸມພາ 2012 ໄດ້ພິຈາລະນາ ເຫັນດີຮັບຮອງເອົານະໂຍບາຍແຫ່ງຊາດ ວ່າດ້ວຍການເກີດລູກ ແລະ ປິ່ນປົວເດັກລຸ່ມອາຍຸ 05 ປີ ໂດຍບໍ່ເສຍຄ່າ ວັນທີ 23 ກໍລະກົດ ປີ 2013 ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ກົດໝາຍສະບັບນີ້ ກຳນົດຫຼັກການ ລະບຽບການ ມາດຕະການກ່ຽວກັບການຈັດຕັ້ງ ການເຄື່ອນໄຫວ ການຄຸ້ມຄອງ ແລະ ການຕິດຕາມກວດກາວຽກງານສະຫະພັນແມ່ຍິງ ເພື່ອຮັບປະກັນໃຫ້ມີຄຸນນະພາບ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກໄດ້ ຖືກຮັບຮອງ ເອົາຈາກສະພາແຫ່ງຊາດ 2014 ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ຖືກປະກາດໃຊ້ຕາມລັດຖະດຳລັດຂອງປະທານປະເທດ, ສະບັບເລກທີ 029/ປປທ, ລົງວັນທີ 09 ມັງກອນ 2020 ກອງປະຊຸມສະໄໝສາມັນເທື່ອທີ 08 ຂອງສະພາແຫ່ງຊາດ ຊຸດທີ 08 ໃນວັນທີ 28 ພະຈິກ 2019 ໄດ້ຮັບ ຮອງເອົາຮ່າງກົດໝາຍວ່າດ້ວຍຄວາມສະເໜີພາບຍິງ-ຊາຍ (ສ້າງໃໝ່) ຮ່າງກົດໝາຍດັ່ງກ່າວປະກອບມີ 07 ພາກ 04 ໝວດ ແລະ 47 ມາດຕາ ແລະ ໄດ້ປະກາດໃຊ້ ໃນວັນທີ 09 ມັງກອນ 2020 ເຮັດໃຫ້ມີຄວາມຮັບຮູ້ ຄວາມເຂົ້າໃຈ ມີສະຕິ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມຫຼາຍຂຶ້ນ.

    ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX (2021-2025): ໄດ້ກຳນົດມີ 06 ເປົ້າໝາຍ ແລະ 25 ແຜນວຽກຈຸດສຸມ ໃນນັ້ນເປົ້າໝາຍທີ 03 ມີບາງຕົວເລກຄາດໝາຍ ແລະ ຕົວຊີ້ບອກກ່ຽວກັບແມ່ຍິງວ່າ: ຊຸກຍູ້ເງື່ອນໄຂໃຫ້ການນໍາທີ່ເປັນເພດຍິງທຸກຂັ້ນ ໂດຍສະເລ່ຍໃຫ້ກວມ 20% ຂຶ້ນໄປ ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ບັນຈຸຊັບຊ້ອນເຂົ້າສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເພດຍິງ ໃຫ້ກວມ 30% ຂຶ້ນໄປ ດັດສະນີຄວາມບໍ່ສະເໝີພາບຍິງ-ຊາຍ ໃຫ້ລຸດລົງເປັນ 0,430 ດັດສະນີການພັດທະນາຄວາມສະເໝີພາບຍິງ-ຊາຍ ໃຫ້ເພີ່ມຂຶ້ນເປັນ 0,984 (ຂໍ້ມູນ ປີ 2021) ແຜນວຽກຈຸດສຸມການສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ ແລະ ເດັກໄດ້ຮັບການພັດທະນາ ມີຄວາມສະເໝີພາບຍິງ-ຊາຍ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ສະຫະພັນແມ່ຍິງລາວ ໄດ້ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 05 ປີ ຄັ້ງທີ IX ຫັນມາເປັນແຜນພັດທະ ນາແມ່ຍິງແຫ່ງຊາດ ໄລຍະ 05 ປີ (2021-2025) ຄະນະກຳມາທິການ ແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ຜັນຂະຫຍາຍມາເປັນແຜນດຳເນີນງານແຫ່ງຊາດເພື່ອ ຄວາມສະ ເໝີພາບຍິງ-ຊາຍ 05 ປີ ຄັ້ງທີ IV (2021-2025) ແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 05 ປີ ຄັ້ງທີ III (2021-2025) ແຜນດຳເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 05 ປີຄັ້ງທີ II (2021-2025).

   ຄົນໄກສົ່ງເສີມຄວາມສະເໜີພາບຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ ໃນ ສປປ ລາວ  ສະຫະພັນແມ່ຍິງລາວ ສ້າງຕັ້ງຂຶ້ນ ໃນວັນທີ 20 ກໍລະກົດ ປີ 1955 ເຄື່ອນໄຫວພາຍໃຕ້ແນວທາງນະໂຍຍາຍ ລັດຖະທໍາມະນູນ ແລະ ກົດໝາຍ ໂດຍສະເພາະກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ມີຖານະທຽບເທົ່າກະຊວງ-ອົງການ ໃນກົງຈັກການຈັດຕັ້ງລັດ ມີສາຍໃຍການຈັດຕັ້ງແຕ່ສູນກາງຮອດທ້ອງຖິ່ນ ມີພາລະບົດບາດ ໜ້າທີ່ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນຍຸດທະສາດກ່ຽວກັບການພັດທະນາ ສົນທິສັນຍາສາກົນຕ່າງໆ ທີ່ພົວພັນເຖິງ ການພັດທະນາ ແລະ ການປົກປ້ອງແມ່ຍິງ ແລະ ເດັກນ້ອຍ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ການປະຕິບັດຄວາມສະເໝີພາບບົດບາດຍິງ-ຊາຍໃນຄອບຄົວ ແລະ ສັງຄົມ.

    ຄະນະກຳມາທິການ ແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ: ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ແມ່ນການຈັດຕັ້ງໜຶ່ງຂອງລັດຖະບານ ທີ່ບໍ່ປະຈຳການ ສ້າງຕັ້ງຂຶ້ນ ໃນປີ 2003 ມີພາລະບົດບາດເປັນເສນາທິການຊ່ວຍວຽກລັດຖະບານ ໃນການສຶກສາ ຕົ້ນຄ້ວາ ກຳນົດນະໂຍບາຍ ຍຸດທະສາດ ນິຕິກຳ ແລະ ແຜນດໍາເນີນງານ ແຜນງານທີ່ກ່ຽວຂ້ອງກັບ ການສົ່ງເສີມຄວາມກ້າວໜ້າແມ່ຍິງ ຄວາມສະເໝີພາບຍິງ-ຊາຍ ການລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ສິ່ງເສີມສິດທິເດັກ ການພັດທະນາເດັກ ປົກປ້ອງສິດຜົນປະໂຫຍດຂອງແມ່ ແລະ ເດັກ ຈັດຕັ້ງປະຕິບັດບັນດາສົນທິສັນຍາ ສັນຍາ ແລະ ຖະແຫຼງການຂອງພາກພື້ນ ແລະ ສາກົນ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຄວາມສະເໝີພາບຍິງ-ຊາຍ ການປົກປ້ອງສິດຜົນປະໂຫຍດຂອງແມ່ ແລະ ເດັກ ໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຮັບປະກັນໃຫ້ແມ່ຍິງມີສ່ວນຮ່ວມ ໃນທຸກຂົງເຂດວຽກງານ ສົ່ງເສີມ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ ແລະ ເດັກ ໂດຍສອດຄ່ອງກັບແນວ ທາງນະໂຍບາຍຂອງພັກ ແລະ ສົນທິ ສັນຍາສາກົນທີ່ ສປປ ລາວ ເປັນພາດີ ໃນການສົ່ງເສີມຄວາມກ້າວໜ້າແມ່ຍິງ ຄວາມສະເໝີພາບຍິງ-ຊາຍ ການສົ່ງເສີມ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກ ການຕ້ານ ແລະ ສະກັດກັດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກໃຫ້ພາກສ່ວນຂອງລັດ ແລະ ສັງຄົມ ໂຄສະນາເຜີຍແຜ່ທີ່ກ່ຽວຂ້ອງກັບສິດທິຂອງແມ່ຍິງ ແລະ ສິດທິເດັກ ລວມທັງການຜັນຂະຫຍາຍເນື້ອໃນຂອງສົນທິສັນຍາຊີດໍ ທີ່ສອດຄ່ອງ ແລະ ເໝາະສົມ ເຂົ້າໃນລັດຖະທຳມະນູນ ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ຕິດຕາມ ກວດກາ ແລະ ສະຫຼຸບລາຍງງານຄວາມຄືບຫນ້າໃນການຈັດຕັ້ງ ປະຕິບັດສົນທິສັນຍາຊີດໍ ຢູ່ ສປປ ລາວ ສະຫຫຼຸບລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດຖະແຫຼງການປັກກິ່ງ ເພື່ອລາຍງານຄະນະກຳມະການເພື່ອສະຖານະພາບ ຂອງແມ່ຍິງ ຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ນັບແຕ່ສ້າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.

    ຄະນະສະມາຊິກສະພາແຫ່ງຊາດເພດຍິງ: ຄະນະສະມາຊິກສະພາແຫ່ງຊາດເພດຍິງ ແມ່ນກົງຈັກທີ່ຄະນະປະຈຳສ້າງຕັ້ງຂຶ້ນ ປະຕິບັດພາລະບົດບາດ ເປັນເສນາທິການໃຫ້ຄະນະປະຈຳສະພາແຫ່ງຊາດ ໃນການຈັດຕັ້ງປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ປະສານສົມທົບກັບສູນກາງສະຫະພັນແມ່ຍິງລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດເພດຍິງ ແລະ ສະມາຊິກສະພາປະຊາຊົນເພດຍິງແຂວງ ນະຄອນຫຼວງ. ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍ ແຜນຍຸດທະສາດ ກ່ຽວກັບຄວາມສະເໜີພາບຍິງ-ຊາຍ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງວຽກງານປົກປ້ອງສິດປັນປະໂຫຍດ ກ່ຽວກັບທ່າຂອງແມ່ຍິງ ແລະ ເດັກ ດ້ານທຸກຮູບການຈໍາແນກ ແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ໄດ້ກ ແລະ ການຈັດຕັ້ງປະຕິບັດສົນທິສັນຍາທີ່ພົວພັນກັບແມ່ຍິງ ແລະ ເດັກ ຄະນະສະມາຊິກສະພາແຫ່ງຊາດເພດຍິງໄດ້ວາງແຜນວຽກດັ່ງນີ້:

    1. ເຂົ້າຮ່ວມ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍໃໝ່, ນິຕິກຳອື່ນໆ ນຳສະເໜີຄະນະປະຈຳສະພາແຫ່ງຊາດ ເພື່ອນໍາເຂົ້າຜ່ານໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດແຕ່ລະຄັ້ງ

    2. ເຂົ້າຮ່ວມປະກອບຄໍາຄິດຄໍາເຫັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ໂຄງການລົງທຶນ ເຂົ້າໃສ່ການພັດທະນາ, ການປົກປ້ອງສິດຜົນປະໂຫຍດ, ການສົ່ງເສີມຄວາມສະເໜີພາບຍິງ-ຊາຍ, ຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ.

    3. ປະກອບຄຳເຫັນ ຕໍ່ການໃຫ້ສັດຕະຍາບັນແກ່ສົນທິສັນຍາ ທີ່ກ່ຽວຂ້ອງກັບວຽກງານແມ່ຍິງ ແລະ ເດັກ, ທີ່ ສປປ ລາວ ເປັນພາຄີ.

    4. ຍົກສູງພາລະບົດບາດ ການຕິດຕາມ, ກວດກາ ຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ໃນການຈັດ ຕັ້ງປະຕິບັດນະໂຍບາຍ,ລັດຖະທຳມະນູນ ກົດໝາຍ ນິຕິກຳລຸ່ມກົດໝາຍ ຂອງບັນດາກະຊວງ, ຂະແໜງການ,ບັນດາແຂວງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.

    5. ຜັນຂະຫຍາຍການຮ່ວມມືກັບລັດຖະສະພາຂອງປະເທດອາຊຽນ ພາກພື້ນ ແລະ ສາກົນ ຕາມແນວທາງສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ເພື່ອຮັດແໜ້ນຄວາມສາ ມັກຄີເຊິ່ງກັນ ແລະ ກັນ.

    ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ປີ 2023 : ສະຫະພັນແມ່ຍິງລາວໄດ້ເພີ່ມທະວີ ແລະ ສືບຕໍ່ຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດ ຂອງພັກ-ລັດ ໃນການເປີດກວ້າງການພົວພັນ ແລະ ຮ່ວມມືກັບບັນດາປະເທດໃນຂົງເຂດອາຊຽນ ແລະ ໃນໂລກ ສູນກາງສະຫະພັນແມ່ຍິງລາວ ໄດ້ຕັ້ງ ໜ້າປະກອບສ່ວນ ແລະ ເຂົ້າຮ່ວມຂະບວນການຕ່າງໆຂອງພັກ-ລັດ ສືບຕໍ່ຂະຫຍາຍການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ກັບອົງການຈັດຕັ້ງແມ່ຍິງ ບັນດາປະເທດເພື່ອນມິດຍຸດທະສາດ ປະເທດເພື່ອນມິ, ບັນດາປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນຕ່າງໆ ອັນເຮັດໃຫ້ການພົວພັນຮ່ວມມື ນັບມື້ນັບຂະ ຫຍາຍຕົວ ແລະ ເຂົ້າສູ່ລ່ວງເລິກ ໃນໄລຍະ 01 ປີຜ່ານມາ ມີການຈັດຕັ້ງ ແລະ ການເຄື່ອນໄຫວທີ່ພົ້ນເດັ່ນດັ່ງນີ້:

    ການພົວພັນຮ່ວມມືໃນຂອບສອງຝ່າຍ ສະຫະພັນແມ່ຍິງລາວໄດ້ເພີ່ມທະວີ ແລະ ເສີມຂະຫຍາຍການພົວພັນຮ່ວມກັບແມ່ຍິງບັນດາປະເທດເພື່ອນມິດຍຸດທະສາດ ໃນການແລກປ່ຽນບົດຮຽນດ້ານຕ່າງໆ ໂດຍສະເພາະວຽກງານທີ່ຕິດພັນກັບການພັດທະນາ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ-ເດັກ ນ້ອຍ ການສົ່ງເສີມບົດບາດຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ວຽກງານອື່ນໆ ຊຶ່ງສະແດງອອກດັ່ງນີ້: 1 ສະຫະພັນແມ່ຍິງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (ສສ ຫວຽດນາມ) ໂດຍປະຕິບັດຕາມຂໍ້ຕົກລົງການຮ່ວມມືລະຫວ່າງສະຫະພັນແມ່ຍິງລາວ-ສະຫະພັນແມ່ຍິງ ຫວຽດນາມ ແຕ່ປີ 2022-2027 ສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງຫວຽດນາມ ໄດ້ສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ສືບຕໍ່ຮັກສາກົນໄກການພົວພັນປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ   ແໜ້ນເພິ່ນຂື້ນກວ່າເກົ່າ ສະນັ້ນ ໃນໄລຍະຜ່ານມາ ສູນກາງສະຫະພັນແມ່ຍິງລາວ ກໍໄດ້ສົ່ງພະນັກງານ ຈຳນວນ 15 ທ່ານ ເຂົ້າຮ່ວມຝຶກອົບຮົມວຽກງານແມ່ຍິງໄລຍະສັ້ນ 02 ເດືອນ ທີ່ສະຖາບັນແມ່ຍິງຫວຽດນາມ ສສ ຫວຽດນາມ ຄະນະນໍາຂອງສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ຈຳນວນ 10 ທ່ານ ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢ່າງເປັນທາງການ ກັບສະຫະພັນແມ່ຍິງນະຄອນຫຼວງຮ່າໂນ້ຍ ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງຂອງສະຫະພັນແມ່ຍິງຫວຽດນມ ນໍາໂດຍ ສະຫາຍ ນາງ ຮ່າ ທິ ຫງ່າ ກໍາມະການສູນກາງພັກ ປະທານສະຫະພັນແມ່ຍິງຫວຽດນາມ ພ້ອມດ້ວຍຄະນະ ຈຳນວນ 09 ທ່ານ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຫະພັນແມ່ຍິງລາວຢ່າງເປັນທາງການ ໃນເດືອນ ເມສາ 2023 ສູນກາງສະຫະພັນແມ່ຍິງລາວ ຈຶ່ງໄດ້ຈັດພິທີປະດັບຫຼຽນໄຊ ຫຼຽນກາຂອງພັກ-ລັດ ແຫ່ງ ສປປ ລາວ ໃຫ້ແກ່ກົມກອງ ແລະ ບຸກຄົນຂອງສະຫະພັນແມ່ຍິງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ.

    ສະຫະພັນແມ່ຍິງທົ່ວປະເທດຈີນ ( ສະຫະພັນແມ່ຍິງ ສປ ຈີນ ) ສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງຈີນ ໄດ້ມີການພົວພັນຮ່ວມມືແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານພັດທະນາແມ່ຍິງ ການກໍ່ສ້າງຊັບພະຍາກອນເພດຍິງ ການປົກປ້ອງສິດທິຂອງ ແມ່ຍິງ ແລະ ເດັກນ້ອຍ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ແລະ ເພື່ອປະຕິບັດຕາມບົດບັນທຶກຊ່ວຍຈຳການຮ່ວມມື ໄມຕີຈິດ ລະຫວ່າງ ຫ້ອງການສູນກາງສະຫະພັນແມ່ຍິງລາວ-ສະຫະພັນແມ່ຍິງແຂວງ ຢູນນານ ແຕ່ປີ 2021-2023 ສະນັ້ນ ໃນທ້າຍປີ 2023 ພະນັກງານສະຫະພັນແມ່ຍິງລາວ ຈຳນວນ 15 ທ່ານ ໄດ້ເຂົ້າຮ່ວມເຝິກອົບຮົມ ແລກປ່ຽນບົດຮຽນກ່ຽວກັບວຽກງານແມ່ຍິງ ຢູ່ນະຄອນຂຸນໝິງ ສປ ຈີນ ເຂົ້າຮ່ວມສຳມະນາໃນຫົວຂໍ້: “ການກໍ່ສ້າງລັດຫັນ ເປັນທັນສະໄໝສໍາລັບປະ ເທດລາວ ໃນປີ 2023 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ ເຂົ້າຮ່ວມສຳມະນາໃນຫົວຂໍ້: “ອາຊີວະສຶກສາສຳລັບພະນັກ ງານ-ລັດຖະກອນ ຈາກບັນດາປະເທດກຳລັງພັດທະນາ” ທີ່ ແຂວງຈຽງຊີ ສປ ຈີນ ເຂົ້າຮ່ວມສຳມະນາກ່ຽວກັບການພັດທະນາສີຂຽວ ແລະ ການຮ່ວມມືສາກົນສໍາລັບບັນດາປະເທດກຳລັງພັດທະນາ ທີ່ ຫຼຽວໜົງ ສປ.ຈີນ.

    ສະຫະພັນແມ່ຍິງ ສາທາລະນະລັດ ກູບາ (ສ. ກູບາ) ສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງກູບາ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງກູບາໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ດັ່ງນັ້ນໃນໄລ ຍະກາງເດືອນ ກຸມພາ 2023 ຄະນະຜູ້ແທນຂັ້ນສູງຂອງສູນກາງສະຫະພັນແມ່ຍິງລາວ ໄດ້ເດີນທາງໄປ ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຫະພັນແມ່ຍິງກູບາ ຢ່າງເປັນທາງການ ແລະ ໃນໂອກາດດັ່ງກ່າວ, ສະຫະພັນແມ່ຍິງລາວ-ສະຫະພັນແມ່ຍິງກູບາ ໄດ້ຕົກລົງເປັນເອກະພາບລົງນາມບົດບັນທຶກການຮ່ວມມື ໄລຍະ 2023-2027 ເພື່ອສືບ ຕໍ່ເພີ່ມທະວີການຮ່ວມມືທີ່ເປັນມູນເຊື້ອຂອງສອງພັກ ສອງລັດ ແລະ ສອງອົງການຈັດຕັ້ງໃນການແລກປ່ຽນຂໍ້ມູນຂ່າວສານ, ວຽກງານວັດທະນະທຳ ແລະ ຮີດຄອງປະເພນີ ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ ເຝີກອົບຮົມ ຈັດຕັ້ງການທັດສະນະສຶກສາແລກປ່ຽນປະສົບການ ແລະ ສ້າງຄວາມເຂັ້ມແຂງໃນການປະສານງານ ແລະການຮ່ວມມືໃນເວທີສາກົນ ແລະ ວຽກງານອື່ນໆ.

    ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງສະຫະພັນແມ່ຍິງກູບາ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະ ຫະພັນແມ່ຍິງລາວ ຢ່າງເປັນທາງການ ໃນເດືອນ ພຶດສະພາ 2023 ຊຶ່ງນຳໂດຍ ທ່ານ ນ ເຕເຣສາ ມາເຣບ ອາມາເຣເຢບູຍ ກຳມະການກົມການເມືອງສູນກາງພັກ ສະມາຊິກສະພາແຫ່ງລັດ ເລຂາທິການໃຫຍ່ຂອງສະຫະພັນແມ່ຍິງແຫ່ງຊາດ ກູບາ ພ້ອມດ້ວຍຄະນະ ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ສະຫະພັນແມ່ຍິງກູບາ ໄດ້ປະດັບຫຼຽນກາລະນຶກ 23 ສິ່ງຫາ ໃຫ້ ທ່ານ ນ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເຊິ່ງໃຫ້ກຽດປະດັບໂດຍທ່ານ ນ. ເຕເຣສາ ມາເຣຍ ອາເມເຣເຢບູຍ ກຳມະການກົມການເມືອງສູນກາງພັກ ສະມາຊິກສະພາແຫ່ງລັດ ເລຂາທິການໃຫຍ່ຂອງສະຫະພັນແມ່ຍິງແຫ່ງຊາດກູບາ

    ສະຫະພັນແມ່ຍິງ ສັງຄົມນິຍົມເກົາຫຼີ ( ສະຫະພັນແມ່ຍິງ ສປປ ເກົາຫຼີ ) ການພົວພັນຮ່ວມມືລະຫວ່າງສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງເກົາຫຼີ ໄດ້ຮັບການເສີມຂະຫຍາຍ ໂດຍສອງຝ່າຍໄດ້ມີການພົວພັນແລກປ່ຽນຂໍ້ມູນຂ່າວສານ ແລະ ສິ່ງຈົດໝາຍອວຍພອນເນື່ອງໃນໂອກາດວັນຊາດ ແລະ ວັນສຳຄັນຕ່າງໆ

    ການພົວພັນຮ່ວມມືໃນຂອບຫຼາຍຝ່າຍ ສະຫະພັນແມ່ຍິງລາວໄດ້ສືບຕໍ່ພົວພັນ ແລະ ເຄື່ອນໄຫວວຽກງານຢ່າງຕັ້ງໜ້າຮ່ວມກັບບັນດາປະເທດຕ່າງໆ ໃນຂອບຫຼາຍຝ່າຍ ຢ່າງເປັນປົກກະຕິ ເປັນຕົ້ນ: ການເຂົ້າຮ່ວມຝຶກອົບຮົມ ສຳມະນາ ການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບການພັດທະນາແມ່ຍິງ, ການສົ່ງເສີມຄວາມສະເໜີພາບຍິງ-ຊາຍ, ການສ້າງ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ອື່ນໆ.

    ປະເທດໄທເຂົ້າຮ່ວມເຝິກອົບຮົມ ໃນຫົວຂໍ້: Good Hygiene Practices for Food Service Providers ທີ່ ຂອນແກ່ນ ກອງປະຊຸມການຮ່ວມມືດ້ານນໍ້າ ພະລັງງານ ແລະ ດິນຟ້າອາກາດຂອງພາກພື້ນແມ່ນໍ້າຂອງ ທີ່ ບາງກອກ ທັດສະນະສຶກສາຢ້ຽມຢາມສູນ ແລະ ໜ່ວຍງານບໍລິການສົ່ງເສີມກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ ຊຽງໃໝ່ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 11 ຂອງພາກພື້ນແມ່ນໍ້າ ໃນຫົວຂໍ້: “ວິທີການລວມເອົາທັດສະນະບົດບາດຍິງ-ຊາຍ ແລະ ຄວາມສ່ຽງທາງດ້ານສັງຄົມເຂົ້າໃນຂະບວນການປົກປ້ອງ” ທີ່ ບາງກອກ ເຂົ້າຮ່ວມກອງປະຊຸມກ່ຽວກັບປະຊາກອນ ໃນຂົງເຂດອາຊີ-ປາຊີຟິກ ຄັ້ງທີ 7 ປະຈຳປີ 2023 ທີ່ບາງກອກ.

     ປະເທດນິວຊີແລນ ເຂົ້າຮ່ວມຝຶກອົບຮົມພາສາອັງກິດໂຄງການ ELTO Intake 55 ໃນຫົວຂໍ້: “Good Governance” ແລະ ເຝິກອົບຮົມພາສາອັງກິດໂຄງການ ELTO Intake 56 ໃນຫົວຂໍ້: “Strengthening Resilience”.

    ປະເທດຍີ່ປຸ່ນ ເຂົ້າຮ່ວມຝຶກອົບຮົມ ການສົ່ງເສີມເຄືອຂ່າຍໃນກຸ່ມອາຊຽນກ່ຽວກັບ ການຕ້ານການຄ້າມະນຸດຂອງໂຄງການ ໄຈກາ (JICA) ທີ່ ນະຄອນຫຼວງໂຕກຽວ.

    ປະເທດກຳປູເຈຍ ເຝິກອົບຮົມກ່ຽວກັບການເຊື່ອມບົດບາດຍິງ-ຊາຍ ເຂົ້າໃນແຜນການປະຕິບັດດິນຟ້າອາກາດໃນຫົວຂໍ້: ເສີມຂະຫຍາຍຂີດຄວາມສາມາດໃນການປັບຕົວ ແລະ ປິດຝຸ່ນຂອງແມ່ຍິງໃນຊົນນະບົດທີ່ທຸກຍາກໂດຍຜ່ານການປັບປຸງຊີວິດການເປັນຢູ່ ແລະ ການເຂົ້າເຖິງລະບົບນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ (WASH) ທີ່ ຊຽມລຽບ.

    ສະຫະລັດອາເມລິກາ ຄະນະນໍາສູນກາງສະຫະພັນແມ່ຍິງລາວ ນຳໂດຍ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ຈຳນວນ 04 ທ່ານ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການວ່າດ້ວຍ ສະຖານະພາບຂອງແມ່ຍິງ ສະໄໝທີ 67 (67 CSW) ໃນຫົວຂໍ້ບູລິມະສິດ: “ນະວັດຕະກຳ ແລະ ການປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ການສຶກສາໃນຍຸກດິຈິ ຕອນ ເພື່ອບັນລຸຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ເດັກຍິງທຸກຄົນ” ທີ່ ນິວ ຢ່ອກ.

    ປະເທດອຸເບກິດສະຖານ (Uzbekistan) ເຂົ້າຮ່ວມກອງປະຊຸມລະດັບສາກົນຂອງອຸຍແນສໂກກ່ຽວກັບ ຄວາມຊົງຈຳໂລກ ປະຈຳປີ 2023.

    ປະເທດອົດສະຕຣາລີ ເຂົ້າຮ່ວມກອງປະຊຸມກ່ຽວກັບບັນຫາການເປັນຂ້າທາດແບບໃໝ່ ແລະ ການຄ້າມະນຸດ ທີ່ ບຣິສແບນ ແລະ ເມວເບີນ ເຝຶກອົບຮົມກ່ຽວກັບການພັດທະນາຄວາມເປັນຜູ້ນໍາ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ແກ່ແມ່ຍິງ ຢູ່ ສປປ ລາວ ແລະ ອິນໂດເນເຊຍ ທີ່ ອາດີເລດ.

    ສ ເກົາຫຼີ ຄະນະນຳສູນກາງສະຫະພັນແມ່ຍິງລາວນຳໂດຍ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຕະ ນະ ຈຳນວນ 06 ທ່ານ ໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກ່ຽວກັບ ການປ້ອງກັນ ແລະ ໄດ້ຕອບຄວາມ ຮຸນແຮງຕໍ່ແມ່ຍິງ, ນອກຈາກນີ້ ຄະນະນຳສູນກາງສະຫະພັນແມ່ຍິງລາວ ນຳໂດຍ ຂອງປະທານສູນກາງສະຫະພັນ ແມ່ຍິງລາວ ພ້ອມດ້ວຍຄະນະ ລວມທັງໝົດ 09 ທ່ານ ໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ທີ່ ສ ເກົາຫຼີ ເຝິກອົບຮົມກ່ຽວກັບການສ້າງຄວາມອາດສາມາດໃຫ້ແກ່ພາກລັດ ເພື່ອບັນລຸຄວາມສະເໜີພາບຍິງ-ຊາຍ ຂອງການ ເຮັດວຽກ ທີ່ ເຊອູນ.

    ປະເທດສິງກະໂປ ຄະນະນຳສູນກາງສະຫະພັນແມ່ຍິງລາວ ນຳໂດຍ ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມງານການແຂ່ງຂັນ “Formula [TM Singapore Airlines Singapore Grand Prix 2022″.

    ປະເທດມົງກາລີ ຄະນະນຳສູນກາງສະຫະພັນແມ່ຍິງລາວ ນຳໂດຍ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍ ຄະນະ ຈຳນວນ 06 ທ່ານ ໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ທີ່ ປະເທດ ມົງໂກລີ ນອກຈາກນັ້ນ ສູນກາງສະຫະພັນແມ່ຍິງລາວ ຍັງໄດ້ຕ້ອນຮັບທ່ານ ເອກອັກຄະລັດຖະທູດ ແລະອົງການຈັດ ຕັ້ງສາກົນຕ່າງໆທີ່ມາເຂົ້າຢ້ຽມຂ່ຳນັບຄະນະນຳສູນກາງສະຫະພັນແມ່ຍິງລາວ ເພື່ອປຶກສາຫາລືການພົວພັນຮ່ວມມື ດ້ານຕ່າງໆໃນຕໍ່ໜ້າ ຈຳນວນ 07 ຄັ້ງ

    ການພົວພັນຮ່ວມມືໃນຂອບວຽກອາຊຽນ ສະຫະພັນແມ່ຍິງລາວ ໃນຖານະທີ່ເປັນສະມາຊິກຂອງອົງການຈັດຕັ້ງແມ່ຍິງອາຊຽນ ແລະ ຈຸດປະສານງານວຽກ ງານຄະນະກຳມະການແມ່ຍິງອາຊຽນ (ACW) ຄະນະກຳມາທິການອາຊຽນ ເພື່ອສົ່ງເສີມ ແລະ ປົກປ້ອງສິດທິຂອງ ແມ່ ຍິງ ແລະ ເດັກນ້ອຍ (ACWC) ທີ່ຮັບຜິດຊອບສິດທິແມ່ຍິງ ແລະ ສະມາຊິກຂອງອົງການຈັດຕັ້ງແມ່ຍິງອາຊຽນທີ່ບໍ່ສັງກັດລັດຖະບານ (ACWO) ໄດ້ມີການເຄື່ອນໄຫວ ແລະ ເປັນເຈົ້າການປະຕິບັດໜ້າທີ່ຂອງຕົນໃນການຄົ້ນຄ້ວາ, ປະກອບຄຳເຫັນໃສ່ຮ່າງເອກະສານທັງເຂົ້າຮ່ວມກອງປະຊຸມໃນຫົວຂໍ້ທີ່ກ່ຽວຂ້ອງກັບການພັດທະນາແມ່ຍິງ ການສົ່ງເສີມ ຄວາມສະເໝີພາບຍິງ-ຊາຍ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ-ເດັກນ້ອຍ ໃນປີ 2023 ສູນກາງສະຫະພັນແມ່ຍິງລາວ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ເຝິກອົບຮົມ ແລະ ແລກປ່ຽນບົດຮຽນໃນຫົວຂໍ້ຕ່າງໆ ທີ່ຕິດພັນກັບວຽກງານອາຊຽນ ເປັນຕົ້ນ: ເຂົ້າຮ່ວມກອງປະຊຸມຄະນະກຳມະການແມ່ຍິງອາຊຽນ ຄັ້ງທີ 22 (22 ACW) ກອງປະຊຸມຄະນະກຳມະການແມ່ຍິງອາຊຽນ+3 ຄັ້ງທີ 15 (15 ACW+3) ກອງປະຊຸມຄະນະກຳມາທິການອາຊຽນ ເພື່ອສົ່ງເສີມ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ ຄັ້ງທີ 27(27 ACWC) ກອງປະຊຸມປິ່ນອ້ອມອື່ນໆທີ່ກ່ຽວຂ້ອງຈຳນວນໜຶ່ງຕາມການເຊື້ອເຊີນ ທີ່ກ່ຽວຂ້ອງຈຳນວນໜຶ່ງ ນອກຈາກນັ້ນ ໄດ້ປະກອບຄຳເຫັນໃສ່ບັນດາຮ່າງເອກະການຖະແຫຼງການຕ່າງໆຂອງອາຊຽນທີ່ຕິດພັນກັບແມ່ຍິງຈຳນວນໜຶ່ງ.

    ສປ ຈີນ ຄະນະນຳສູນກາງສະຫະພັນແມ່ຍິງລາວ ນຳໂດຍ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍ ຄະນະ ເຂົ້າຮ່ວມກອງປະຊຸມເວທີແມ່ຍິງອາຊຽນ-ຈີນ ປີ 2023, ທີ່ເຂດປົກຄອງຕົນເອງ ເຜົ່າຈ້ວາງກວາງຊີ ປະເທດອິນໂດເນເຊຍ ຄະນະນໍາ ແລະ ຕາງໜ້າຈາກສູນກາງສະຫະພັນລາວ ໄດ້ເຂົ້າຮ່ວມກອງປະປະຊຸມ ແລະ ແລກປ່ຽນບົດຮຽນໃນຫົວຂໍ້ຕ່າງໆ ເປັນຕົ້ນ: ເຂົ້າຮ່ວມກອງປະຊຸມໂຕະມົນກ່ຽວກັບເສດຖະກິດໃນວຽກງານເບິ່ງແຍງດູແລທົ່ວ ອາຊຽນ, ທີ່ຈາກາຕາ, ກອງປະຊຸມ ACWC ຄັ້ງທີ 26 ແລະ ກອງປະຊຸມແບບເຊິ່ງໜ້າ ລະຫວ່າງ ACW ແລະ ຄະນະກຳມະການລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR) ກອງປະຊຸມພັດທະນາຖະແຫຼງການ ອາຊຽນກ່ຽວກັບການປົກປ້ອງແຮງງານເຄື່ອນຍ້າຍໃນສະພາບວິກິດການ ແລະ ຖະແຫຼງການອາຊຽນກ່ຽວກັບການປົກປ້ອງແຮງງານໃນເຮືອປະມົງ ເຂົ້າຮ່ວມຝຶກງານຢູ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອາຊຽນ ທີ່ ປະເທດອິນໂດເນເຊຍ, ກອງປະ ຊຸມເຝິກອົບຮົມອາຊຽນ-ອົດສະຕາລີ ກ່ຽວກັບການແລກປ່ຽນການຈັດຕັ້ງປະຕິບັດໂຄງການຄວາມປິດຝຸ່ນຂອງຊຸມຊົນ ເພື່ອຕ້ານການຫັນເປັນຫົວຮຸນແຮງ ແລະ ການເຄື່ອນໄຫວທີ່ຫຼົງໄຫຼຄວາມຮຸນແຮງທີ່ ບາລີ ກອງປະຊຸມຄະນະຮັບຜິດ ຊອບວຽກງານການເຊື່ອມສານບົດບາດຍິງ-ຊາຍ ຄັ້ງທີ 2 ແລະ ກອງປະຊຸມ ເຊື່ອມສານບົດບາດຍິງ-ຊາຍ ເພື່ອສົ່ງເສີມການຈັດຕັ້ງປະຕິບັດຍຸດທະສາດການເຊື່ອມສານບົດບາດຍິງ-ຊາຍ ໃນອາຊຽນ (AGMSF) ແລະ ກອງປະຊຸມສຸດຍອດອາຊຽນກ່ຽວກັບແມ່ຍິງ ສັນຕິພາບ ແລະ ຄວາມໝັ້ນຄົງ: ການປຶກສາຫາລືລະດັບສູງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນປະຕິບັດງານພາກພື້ນກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ທີ່ຢ່ອກຢາກາຕາ, ກອງປະຊຸມສຸດຍອດອາຊຽນກ່ຽວກັບທຸລະກິດແບບກວມລວມ ຄັ້ງທີ1 ແລະ ກອງປະຊຸມປິ່ນອ້ອມທີ່ ບາລີ ກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາລະບົບການຕິດຕາມ ແລະ ປະເມີນຜົນວຽກງານບົດບາດຍິງ-ຊາຍ ຄວາມອ່ອນໄຫວທາງເພດ ແລະ ຜູ້ຖືກເຄາະຮ້າຍເປັນຈຸດສູນກາງ ເພື່ອຕ້ານການຄ້າມະນຸດ ຄັ້ງທີ 4 ກອງປະຊຸມຄະນະບໍລິຫານງານແມ່ຍິງອາຊຽນທີ່ບໍ່ສັງກັດລັດຖະບານ (ACWO) ຄັ້ງທີ 2 (2023-2024) ທີ່ ຈາກາຕາ.

    ປະເທດຟີລິບປິນ ເຂົ້າຮ່ວມກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ Building Blocks ໃນການຈັດຕັ້ງ ປະຕິບັດຂອບແຜນຍຸດທະສາດອາຊຽນກ່ຽວກັບການເຊື່ອມສານບົດບາດຍິງ-ຊາຍ ທີ່ສົ່ງເສີມວຽກງານຂອງຄະນະ ກຳມະການຮ່ວມມືອາຊຽນກ່ຽວກັບການບໍລິການປະຊາກອນ.

    ສ ເກົາຫຼີ ເຂົ້າຮ່ວມກອງປະຊຸມສຳມະນາແລກປ່ຽນຄວາມຮູ້ລະຫວ່າງປະເທດກ່ຽວກັບການເສີມຂະຫຍາຍຄວາມອາດ ສາມາດ ຈາກການອອກແບບ ໄປສູ່ພາກປະຕິບັດ ໃນຫົວຂໍ້: ການຕອບສະໜອງທາງດ້ານບົດບາດຍິງ-ຊາຍ ຕໍ່ກັບການປ່ຽນແປງດິນຟ້າອາກາດ.

    ປະເທດສິງກະໂປ ຄະນະນຳສູນກາງສະຫະພັນແມ່ຍິງລາວ ນຳໂດຍທ່ານ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວນຄະນະ ເຂົ້າຮ່ວມກອງປະຊຸມຕ້ານໄພພິບັດອາຊຽນຄັ້ງທີ 1 (ADRF) ພິທີສະເຫຼີມສະຫຼອງຄົບຮອບ 20 ປີ ການສ້າງຕັ້ງຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ (ACDM) ແລະ ກອງປະຊຸມ ເຈລະຈານະໂຍບາຍຍຸດທະ ສາດອາຊຽນກ່ຽວກັບ ການຄຸ້ມຄອງໄພພິບັດ (SPDDM).

    ປະເທດກຳປູເຈຍ ຄະນະຜູ້ແທນຂັ້ນສູງຂອງສູນກາງສະຫະພັນແມ່ຍິງລາວ ນຳໂດຍ ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ຈຳນວນ 07 ທ່ານ ເຂົ້າຮ່ວມກອງປະຊຸມປຶກສາຫາລືແລກປ່ຽນລະຫວ່າງກະຊວງແມ່ຍິງປະເທດກຳ ປູເຈຍ ແລະ ສູນກາງສະຫະພັນແມ່ຍິງລາວກ່ຽວກັບການສົ່ງເສີມວຽກງານເສດຖະກິດ, ວຽກງານດູແລ ແລະ ການ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ທີ່ພະນົມເປັນ ໃນໂອກາດດັ່ງກ່າວ ຍັງໄດ້ປຶກສາຫາລືກັນກ່ຽວກັບ ຄວາມເປັນ ໄປໄດ້ໃນການມີບົດບັນທຶກຮ່ວມມືກັນໃນຕໍ່ໜ້າ.

     ປະເທດມາເລເຊຍ ເຂົ້າຮ່ວມກອງປະຊຸມ ACW ຄັ້ງທີ 22 ACWC ຄັ້ງທີ 27 ແລະ ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງທີ່ປະເທດມາເລເຊຍ ພ້ອມທັງມອບໜ້າທີ່ການເປັນປະທານ ACW ໃຫ້ປະເທດມາເລເຊຍ.

    ປະເທດແບນຊິກ ເຂົ້າຮ່ວມກອງປະຊຸມເຈລະຈາອາຊຽນ-ອີຢູ ດ້ານນະໂຍບາຍກ່ຽວກັບ ສິດທິມະນຸດ ຄັ້ງທີ 5 ແລະ ແລກປ່ຽນທັດສະນະສຶກສາ ຢູ່ບຣຸກແຊນ ແລະ ສະຕຣັສບວກ ທີ່ ປະເທດ ແບນຊິກ

    ປະເທດໄທ ເຂົ້າຮ່ວມກອງປະຊຸມສ້າງຄວາມເຂັ້ມແຂງ ດ້ານເສດຖະກິດອາຊຽນໃນລະດັບພາກພື້ນກ່ຽວກັບແຮງງານເຄື່ອນຍ້າຍ ເພື່ອຮັບມືກັບ COVID-19 ແລະ ພາວະສຸກເສີນດ້ານສາທາລະນະສຸກ ລວມທັງວິທີການທີ່ມີຄວາມອ່ອນ ໄຫວທາງເພດ ທັກສະສີຂຽວ ແລະ ໂລກລະບາດໃນອະນາຄົດ ນອກນັ້ນ ສູນກາງສະຫະພັນແມ່ຍິງລາວ ໃນນາມເປັນຜູ້ຕາງໜ້າຂອງ ACWC ຈະໄດ້ເຮັດໜ້າທີ່ການເປັນ ຮອງປະທານ ACWC (Vice-Chair of ACWC) ແຕ່ເດືອນ ມີນາ 2023-ມີນາ 2024 ພ້ອມນີ້ ຍັງໄດ້ຄົ້ນຄ້ວາ ແລະ ປະກອບຄຳເຫັນຕໍ່ເອກະສານຕ່າງໆ ໃນຂອບວຽກອາຊຽນ ຈຳນວນ 35 ສະບັບ.

    ການພົວພັນຮ່ວມມືກັບບັນດາອົງການຈັດຕັ້ງສາກົນ ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາຕ່າງໆ ສູນກາງສະຫະພັນແມ່ຍິງລາວ ໄດ້ສືບຕໍ່ໃນຈັດຕັ້ງປະຕິບັດກິດຈະກຳຂອງບັນດາໂຄງການ ລະຫວ່າງສູນກາງສະຫະພັນແມ່ຍິງລາວ ແລະ ຄູ່ຮ່ວມພັດທະນາ ເປັນຕົ້ນ: ອົງການ UNDP UNICEF UNFPA KOICA OXFAM ມູນນິທີທະນາຄານຝາກປະຢັດ ຮ່ວມມືສາກົນ/SBFIC ມູນນິທິເອເຊຍ (The Asia Foundation) ອົງການຊ່ວຍເຫຼືອເດັກ (SCI) ອົງການສຸພະນິມິດສາກົນ ປະຈໍາລາວ (World Vision) ອົງການ TIKA ແລະ ອື່ນໆ ເພື່ອມາປະກອບສ່ວນຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງລາວ ໃຫ້ບັນລຸຕາມແຜນທີ່ວາງໄວ້.

    ການກະກຽມເປັນເຈົ້າພາບຈັດກອງປະຊຸມໃນ ປີ 2024 ໃນປີ 2024 ສູນກາງສະຫະພັນແມ່ຍິງລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໃນຂອບອາຊຽນ ເຊັ່ນ: ກອງປະຊຸມສຸດຍອດ ການນໍາແມ່ຍິງອາຊຽນ ຄັ້ງທີ 3 ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍເສດຖະກິດການດູແລ ແລະ ຄວາມເຂັ້ມແຂງ ເພື່ອນໍາໄປສູ່ປະຊາຄົມອາຊຽນ ພາຍຫຼັງປີ 2025”, ຊຶ່ງຈະ ຈັດຂຶ້ນໃນເດືອນ ສິງຫາ 2024 ທີ່ ນະຄອນຫຼວງວຽງຈັນ ແລະ ກອງປະຊຸມປິ່ນອ້ອມຕ່າງໆທີ່ກ່ຽວຂ້ອງ ຕາມຄວາມເໝາະສົມ ນອກຈາກນັ້ນ ໄດ້ເປັນເຈົ້າການກະກຽມຄວາມພ້ອມໃຫ້ແກ່ການເຂົ້າຮ່ວມກອງປະຊຸມສຳມະນາຕ່າງໆໃນນາມ ສປປ ລາວ ຮັບໜ້າທີ່ເປັນ ປະທານ ACWC ນັບແຕ່ເດືອນ ມີນາ 2024 – ມີນາ 2025. ພ້ອມທັງເຄື່ອນໄຫວ ແລະ ຈັດຕັ້ງປະຈັດຕັ້ງປະຕິບັດ ວຽກງານທີ່ກ່ຽວຂ້ອງ ໃຫ້ມີຜົນສຳເລັດ,

    ພ້ອມດຽວກັນນັ້ນໃນລະຫວ່າງວັນທີ 08-16 ມີນາ 2024 ຄະນະນຳຂັ້ນສູງຂອງສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະຈະໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການສະໄໝທີ 68 ວ່າດ້ວຍ ສະຖານະພາບຂອງແມ່ຍິງ ພາບໃຕ້ຫົວຂໍ້: “ ເລັ່ງເອົາໃຈໃສ່ ໃຫ້ບັນລຸຄວາມສະເໝີພາບຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ ເພື່ອແນໃສ່ແກ້ໄຂຄວາມທຸກຍາກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ ແລະ ສະໜອງດ້ານງົບປະມານ ໂດຍໃຫ້ ສອດຄ່ອງກັບວຽກງານດ້ານບົດບາດ ຍິງ-ຊາຍ ” (Accelerating the achievement of gender equality and the empowerment of all women and girls by addressing poverty and strengthening institutions and financing with a gender perspective) ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ນິວຢອກ ສະຫະລັດອາເມຣິກາ.

    ໃນພາກພື້ນອາຊີ-ປາຊີຟິກ ແມ່ຍິງແມ່ນຢູ່ໃນແຖວໜ້າ ຂອງການຊຸກຍູ້ການຂະຫຍາຍຕົວທາງເສດຖະ ກິດ ນະວັດຕະກຳ ແລະ ຄວາມກ້າວໜ້າຂອງສັງຄົມ ນັບແຕ່ຜູ້ປະກອບການ ແລະ ນັກວິທະ ຍາສາດ ຈົນເຖິງຜູ້ນຳທາງ ດ້ານການ ເມືອງ ແລະ ນັກເຄື່ອນໄຫວຮາກຖານ ແມ່ຍິງໃນພູມມີພາກນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດໃນການປັບໂຕ ຄວາມເປັນຜູ້ນຳ ແລະ ຄວາມຄິດສ້າງສັນໃນການຜ່ານຜ່າສິ່ງທ້າທາຍ ແລະ ສ້າງອະນາຄົດທີ່ສົມບູນ ແລະ ຍືນຍົງ ວັນແມ່ ຍິງສາກົນ 2024 ແມ່ນວັນສະເຫຼີມສະຫຼອງຜົນສຳເລັດຂອງແມ່ຍິງ ແລະ ເປັນການຫວນ ຄືນຄຳໝັ້ນສັນຍາຂອງພວກເຮົາຕໍ່ກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ດັ່ງນັ້ນໃນປີນີ້ ຫົວຂໍ້ທົ່ວໂລກແມ່ນ “ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ”“Invest in women: Accelerate Progress” ໂດຍເນັ້ນໜັກເຖິງບົດບາດສຳຄັນ ຂອງການລົງທຶນໃນແມ່ຍິງ ໃຫ້ມີສ່ວນຮ່ວມໃນການຊຸກຍູ້ການປ່ຽນ ແປງໃນທາງບວກ ແລະ ຄວາມກ້າວໜ້າໃນສັງຄົມ.

ຂໍ້ມູນ ແລະ ພາບ : ສສຍລ

error: Content is protected !!