ຖ້ຽວບິນກົງໄປ ເມວເບີນ ແລະ ຮີໂຣຊີມາ ຂອງ Vietjet ຈະຊ່ວຍກະຕຸ້ນເສດຖະກິດຮ່າໂນ້ຍ

    Vietjet ຈະຂະຫຍາຍເຄືອຂ່າຍການບິນສາກົນຕື່ມອີກ ໃຫ້ແໜ້ນແຟ້ນ ມີພາບລັກຂອງສາຍການບິນໃນພາກພື້ນອາຊີ-ປາຊີຟິກ ດ້ວຍສາຍການບິນໃໝ່ທີ່ເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມຫາ ຮີໂຣຊີມາ ຂອງຢີ່ປຸ່ນ ແລະ ເມວເບີນ ຂອງອົດສະຕຣາລີ ເສັ້ນທາງບິນກົງໃໝ່ນີ້ ລວມທັງເສັ້ນທາງເຊື່ອມຕໍ່ຂ້າມທະວີບ ຄາດວ່າຈະບໍລິການລູກຄ້າໄດ້ຢ່າງສະດວກສະບາຍ ແລະ ໃນລາຄາປະຫຍັດ ຕອບສະໜອງຄວາມຕ້ອງການໃນການເດີນທາງທີ່ເພີ່ມຂຶ້ນໃນທົ່ວພາກພື້ນ.

    ພິທີເປີດເສັ້ນທາງບິນໃໝ່ຈະຈັດຂຶ້ນໃນມື້ນີ້ທີ່ Vietnam-Australia Business Forum 2024 ໂດຍທ່ານ Pham Minh Chinh ນາຍົກລັດຖະມົນຕີຫວຽດນາມ ແລະ ການນຳທັງສອງປະເທດຮ່ວມຍິນດີ ເພີ່ມທະວີການເຊື່ອມຕໍ່ ແລະ ຊົມເຊີຍ Vietjet ບາດກ້າວທີ່ສຳຄັນໃນຄັ້ງນີ້.

    ເສັ້ນທາງ ຮ່າໂນ້ຍ – ເມວເບີນ ຈະເລີ່ມໃຫ້ບໍລິການໃນວັນທີ 3 ມິຖຸນາ 2024 ອອກບິນອາທິດລະ 2 ຄັ້ງ ຄືວັນຈັນ ແລະ ວັນສຸກ ຈາກຮ່າໂນ້ຍ ມາຮອດເມວເບີນໃນມື້ດຽວກັນ ຖ້ຽວບິນຂາກັບອອກຈາກນະຄອນເມວເບິນ ໃນວັນອັງຄານ ແລະ ວັນເສົາ ປັດຈຸບັນ Vietjet ມີຖ້ຽວບິນຫຼາຍສາຍລະຫວ່າງ ຫວຽດນາມ ແລະ ອົດສະຕຣາລີ ຫຼາຍກວ່າ 58 ຖ້ຽວຕໍ່ອາທິດລະຫວ່າງນະຄອນໂຮ່ຈີມິນ ແລະ 5 ເມືອງໃຫຍ່ຂອງອົດສະຕຣາລີ Melbourne Sydney Brisbane Perth ແລະ Adelaide ໂດຍນຳໃຊ້ເຮືອບິນທີ່ທັນສະໄໝລະດັບໂລກ ເຊັ່ນ: A330 ແລະ A321.

    ນອກຈາກນັ້ນ Vietjet ຈະເປີດຖ້ຽວບິນໂດຍກົງລະຫວ່າງຮ່າໂນ້ຍ ແລະ ຮີໂຣຊີມາ ເລີ່ມແຕ່ວັນທີ 12 ພຶດສະພາ 2024 ຖ້ຽວບິນໃໝ່ນີ້ແມ່ນເປັນເສັ້ນທາງການບິນກົງທຳອິດຈາກເຂດ Chugoku ແລະ Shikoku ໄປຫວຽດນາມ ເສັ້ນທາງ ຮ່າໂນ້ຍ-ຮິໂຣຊິີມາ ຈະບິນກັບອາທິດລະ 2 ຄັ້ງໃນວັນພະຫັດ ແລະ ວັນອາທິດ ໃຊ້ເວລາປະມານ 4 ຊົ່ວໂມງ 30 ນາທີ ຖ້ຽວບິນໃໝ່ຈະລວມຖ້ຽວຂອງ Vietjet ລະຫວ່າງ ຫວຽດນາມ ແລະ ຍິປຸ່ນ ເຖິງ 8 ຖ້ຽວບິນກົງ ເຊື່ອມຕໍ່ບັນດາເມືອງໃຫຍ່ທີ່ສຸດຂອງຫວຽດນາມ ຄື ຮ່າໂນ້ຍ ແລະ ນະຄອນໂຮຈີມິງ ກັບບັນດາເມືອງໃຫຍ່ຂອງ ຍີ່ປຸ່ນ ເຊັ່ນ: ໂຕກຽວ ໂອຊາກາ ນາໂກຢາ ຟູກຸໂອກະ ແລະ ຮີໂຣຊີມາ.

    ເພື່ອສະເຫຼີມສະຫຼອງຖ້ຽວບິນໃໝ່ Vietjet ມອບປີ້ຍົນລາຄາປະຢັດເລີ່ມຕົ້ນພຽງແຕ່ 0 ໂດລາເທົ່ານັ້ນ (ບໍ່ລວມພາສີ ແລະ ຄ່າທຳນຽມ) ທີ່ເວັບໄຊ www.vietjetair.com ແລະ ແອັບມືຖື Vietjet Air ນຳໃຊ້ໄດ້ທຸກເສັ້ນທາງຕ່າງປະເທດຂອງ Vietjet ກັບປີ້ promotion ມີໃຫ້ຈັບຈອງທຸກວັນສຸກຕັ້ງແຕ່ວັນທີ 8 ມີນາ 2024 ເດີນທາງຕັ້ງແຕ່ວັນທີ 8 ມີນາ ຫາ 31 ທັນວາ 2024 (ບໍ່ລວມວັນພັກ ແລະ ຊ່ວງລະດູການທ່ອງທ່ຽວ).

    ຈາກຮ່າໂນ້ຍ ນັກທ່ອງທ່ຽວສາມາດເດີນທາງໄປເມືຶອງອື່ນໆຂອງປະເທດໄດ້ຢ່າງສະດວກສະບາຍ ບໍ່ວ່າຈະເປັນ ເຫ້ວ ດ່າໜັງ ນະຄອນໂຮຈິມິງ ຍາຈາງ ຟູກກວັກ ແລະ ສະຖານທີ່ທ່ອງທ່ຽວອີກຫຼາຍແຫ່ງ ຂອບໃຈເຄືອຂ່າຍການບິນຕ່າງປະເທດກວ້າງຂວາງຂອງ Vietjet ພິເສດແມ່ນເສັ້ນທາງໃໝ່ທີ່ເຊື່ອມຕໍ່ວຽງຈັນ-ໂຮຈິມິງ ເຊິ່ງສ້າງໂອກາດໃຫ້ນັກເດີນທາງທີ່ມີແຜນຈະເດີນທາງ ແລະ ຍັງສາມາດເຊື່ອມຕໍ່ບັນດາຈຸດ ໝາຍປາຍທາງໃນທົ່ວພາກພື້ນອາຊຽນ ແລະ ອາຊີ-ປາຊີຟິກ.

    ຖ້ຽວບິນໃໝ່ແມ່ນມີຄວາມສຳຄັນໃນແຜນການຂອງ Vietjet ທີ່ຈະຂະຫຍາຍເຄືອຂ່າຍການບິນ ເພື່ອຕອບສະໜອງຄວາມຕ້ອງການການທ່ອງທ່ຽວທີ່ເພີ່ມຂຶ້ນ ຊຸກຍູ້ການແລກປ່ຽນວັດທະນະທໍາ ການສຶກສາການພັດທະນາເສດຖະກິດ ການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ບັນດາປະເທດໃນພາກພື້ນອາຊີປາຊີຟິກ.

 

error: Content is protected !!