Vietjet ຈັດ Promotion ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຈັບຈອງໄດ້ແລ້ວ ລາຄາພຽງແຕ່ 0 ໂດລາ ເທົ່ານັ້ນ !

    ກະຕຸ້ນເຄືອຂ່າຍການບິນພາຍໃນປະເທດຂອງຫວຽດນາມ ດ້ວຍເສັ້ນທາງ ຮ່າໂນ້ຍ – ດ້ຽນບຽນ ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ Vietjet ໄດ້ມອບລາຄາ Promotion ແລະ ຂອງຂວັນພິເສດຫຼາຍກວ່າພັນຢ່າງເພື່ອສ້າງຄວາມຊົງຈຳໃນການເດີນທາງທີ່ດີກັບຄົນທີ່ທ່ານຮັກ.

    ນັບແຕ່ມື້ນີ້ຮອດວັນທີ 8 ມີນາ 2024 ຜູ້ໂດຍສານຈາກລາວສາມາດຈອງປີ້ ນະຄອນຫຼວງວຽງຈັນ-ນະຄອນໂຮຈີມິງ ຂອງ Vietjet ຖ້ຽວບິນພາຍໃນ ແລະ ຕ່າງປະເທດຂອງ Vietjet ຄ່າໂດຍສານເລີ່ມຕົ້ນພຽງແຕ່ 0 ໂດລາ (55 USD/ຖ້ຽວດຽວລວມພາສີ ແລະ ຄ່າທຳນຽມ) ຈອງໄດ້ທີ່ www.vietjetair.com ຫຼື ແອັບມືຖື Vietjet Air ເສັ້ນທາງ ນະຄອນຫຼວງວຽງຈັນ-ໂຮຈິມິງ ມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ ພຸດ ສຸກ ແລະ ວັນອາທິດ ໃຊ້ເວລາພຽງ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວເທົ່ານັ້ນ.

    ນອກຈາກນັ້ນ ຍັງມີສ່ວນຫຼຸດ 10% ສໍາລັບຄ່າໂດຍສານຊັ້ນທຸລະກິດເມື່ອໃຊ້ລະຫັດ BUSINESSWOMAN10 (ຕາມຂໍ້ກໍານົດ ແລະ ເງື່ອນໄຂ) ຜູ້ໂດຍສານສາມາດບິນໄດ້ຢ່າງສະດວກສະບາຍ ແລະ ມີສິ່ງອໍານວຍຄວາມສະດວກຕ່າງໆ ທ່ານສາມາດເພີດເພີນກັບ Promotion ເຫຼົ່ານີ້ ລະຫວ່າງວັນທີ 01 ເມສາ ຫາ 31 ຕຸລາ 2024 (ຍົກເວັ້ນວັນພັກ ແລະ ລະດູການທ່ອງທ່ຽວ) ມອບຄວາມສະດວກສະບາຍໃນການວາງແຜນເດີນທາງໃນລະດູຮ້ອນ ແລະ ລະດູໃບໄມ້ຫຼົ່ນ.

    ໄລຍະນີ້ຖືເປັນເວລາທີ່ເໝາະສົມທີ່ສຸດ ທີ່ທ່ານຈະພາຜູ້ຄົນທີ່ທ່ານຮັກເດີນທາງທີ່ໜ້າຕື່ນເຕັ້ນກັບການທ່ອງທ່ຽວແບບສາກົນ ເຄືອຂ່າຍທີ່ກວ້າງຂວາງຂອງ Vietjet ໄປຮອດຈຸດໝາຍປາຍທາງທີ່ມີຫຼາກຫຼາຍ ໃນລະດູການສຳຄັນເຊັ່ນ: ທັດສະນີຍະພາບທີ່ສວຍງາມ ແລະ ອາຫານຫວຽດນາມ ຊົມດອກຊາກຸລະໃນປະເທດຍີ່ປຸ່ນ ເກົາຫຼີ ໄທເປ ຫຼື ລະດູໃບໄມ້ຫຼົ່ນໃນ Sydney Melbourne Brisbane Perth Adelaide ຂອງອົດສະຕາລີ ໄປທ່ຽວກັບໝູ່ເພື່ອນ ແລະ ຄອບຄົວໃນເທດສະການໂຮລີ (Holi) ທີ່ມີສີສັນໃນປະເທດອິນເດຍ.

    ນອກຈາກນີ້ ສາຍການບິນຍັງໄດ້ເປີດເສັ້ນທາງທີ່ 2 ຂອງຕົນໄປແຂວງດ້ຽນບຽນພາກຕາເວັນຕົກສຽງ ເໜືອຂອງຫວຽດນາມ ພາຍຫຼັງການສຳເລັດຂອງເສັ້ນທາງນະຄອນໂຮຈິມິງ-ດ້ຽນບຽນ ພຽງ 2 ເດືອນຜ່ານມາ ການບໍລິການແບບບໍ່ຢຸດຢັ້ງຂອງ Vietjet ຈະຫຼຸດເວລາເດີນທາງລະຫວ່າງສອງທ້ອງຖິ່ນຈາກ 10 ຊົ່ວໂມງໂດຍການຂັບລົດໃຫ້ໜ້ອຍກວ່າ 1 ຊົ່ວໂມງ ດ້ວຍຖ້ຽວບິນທີ່ສະດວກສະບາຍ.

    Vietjet ຍັງໃຫ້ປະກັນໄພການເດີນທາງ Sky Care ໃຫ້ກັບຜູ້ໂດຍສານທັງໝົດໂດຍບໍ່ເສຍຄ່າ ຮັບປະກັນວ່ານັກທ່ອງທ່ຽວ ສາມາດເພີດເພີນກັບຖ້ຽວບິນທີ່ເຕັມໄປດ້ວຍຮອຍຍິ້ມໃນເຮືອບິນທີ່ທັນສະໄໝ ສາຍການບິນມີອາຫານຫວຽດນາມຮ້ອນໆ ແຊບໆ ເປັນຕົ້ນ: ເຝີ ເຂົ້າຈີ່ຫວຽດນາມ ແລະ ອີກຫຼາຍຢ່າງ ເສີບໂດຍພະນັກງານຫ້ອງໂດຍສານທີ່ເປັນກັນເອງ ແລະ ເປັນມືອາຊີບຢູ່ລະດັບຄວາມສູງ 10.000 ແມັດເກັບຄວາມຮັກໃນຖ້ຽວບິນສົ່ງໃຫ້ຜູ້ຍິງທີ່ທ່ານຮັກກັບ Vietjet!

error: Content is protected !!