ໂຮມຊຸມນຸມສະ​ເຫຼີ​ມສະຫຼອງ 40 ປີ ວັນສ້າງ​ຕັ້ງ​ແຂວງ​ບໍລິ​ຄໍາ​ໄຊ

    ແຂວງບໍລິຄຳໄຊໄດ້ຈັດພິທີໂຮມຊຸມນຸມສະ​ເຫຼີ​ມສະຫຼອງ 40 ປີວັນສ້າງ​ຕັ້ງ​ແຂວງ​ຂຶ້ນໃນວັນທີ 6 ມີນາ 2024 ທີ່ເດີ່ນອະນຸສອນສະຖານທ່ານ ສີສົມພອນ ລໍວັນໄຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີການນໍາຂັ້ນສູນກາງຂັ້ນແຂວງ ແຂກຖຶກເຊີນພາຍໃນ-ຕ່າງປະເທດທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດສາດອັນລະອິດລະອ້ຽວແຫ່ງການຕໍ່ສູ້ຂອງປະຊາ ຊົນບັນດາເຜົ່າຊາວແຂວງບໍລິຄໍາໄຊນັບແຕ່ວັນທີ 6 ມີນາ 1984 ມື້ສ້າງຕັ້ງແຂວງບໍລິຄຳໄຊຈົນເຖິງປັດຈຸບັນ. ຕະຫຼອດໄລຍະ 40 ປີຜ່ານມາ ສາມາດເວົ້າໄດ້ວ່າ “ ມີອະດີດຈຶ່ງມີປັດຈຸບັນ, ມີມື້ນັ້ນຈຶ່ງມີມື້ນີ້ ແລະ ມື້ຕໍ່ໆໄປ ” ຈາກພື້ນຖານປັດໄຈດັ່ງກ່າວນັ້ນ ການນໍາແຕ່ລະຮຸ່ນ, ແຕ່ລະສະໄໝໄດ້ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກນາໆປະການເຮັດໃຫ້ແຂວງບັນລຸໄດ້ຜົນສຳເລັດທີ່ໜ້າພາກພູມໃຈ ເຮັດໃຫ້ໂສມໜ້າໃໝ່ຂອງແຂວງມີການປ່ຽນແປງດີຂຶ້ນ​ເປັນ​ກ້າວໆ​ມາ ພົ້ນເດັ່ນແມ່ນການສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ຕິດພັນກັບການແກ້ໄຂຄວາມບໍ່ສະຫງົບຕາມ​ທິດ​ຊີ້​ນໍາ​ທີ່​ວ່າ: 1+2+3+4 6 ທາງ​ເວັ້ນ 7 ທາງ​ອອກ ​ແກ້​ໄຂ 4 ​ເຖື່ອນ 9 ຫົວ​ຂໍ້​ວິທະຍາສາດ ພິເສດແມ່ນແກ້ໄຂການດຳລົງຊີວິດເລື່ອນລອຍຂອງປະຊາຊົນ ເຊິ່ງໄດ້ກາຍເປັນບົດຮຽນໃຫ້ແກ່ບ່ອນອື່ນໆ ຜົນສຳເລັດດັ່ງກ່າວໄດ້ມີບຸກຄົນ ກົມກອງລວມໜູ່ໄດ້ຮັບການຍ້ອງຍໍຈາກສູນກາງຫຼາຍລະດັບ ແຂວງໄດ້ຮັບຫຼຽນໄຊອິດສະຫຼະ 1 ໜ່ວຍ ຫຼຽນໄຊພິລະອາດຫານຊັ້ນ I ສາມໜ່ວຍ ຫຼຽນໄຊພິລະອາດຫານຊັ້ນ II ສອງໜ່ວຍ ຫຼຽນໄຊພິລະອາດຫານຊັ້ນ III ໜຶ່ງໜ່ວຍ ແລະ ຫຼຽນໄຊແຮງງານຊັ້ນ I ໜຶ່ງໜ່ວຍ ​ແລະ ຊັ້ນ II ສາມໜ່ວຍຢ່າງສົມກຽດ ໄດ້ປະກາດເປັນແຂວງຈົບມັດທະຍົມຕອນຕົ້ນໃນປີ 2018 ແລະ ປະກາດເປັນແຂວງຢຸດຕິການຖ່າຍຊະຊາຍເປັນແຂວງທໍາອິດຂອງປະເທດໃນປີ 2020.

    ໃນປີ 2023 ເຖິງແມ່ນວ່າສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນຈາກສະພາບດັ່ງກ່າວຢູ່ພາຍໃນປະເທດກໍຄືແຂວງບໍລິຄໍາໄຊ ຍັງສືບຕໍ່ປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກໃນຫຼາຍດ້ານ. ແຕ່ເຖິງຢ່າງໃດກໍຕາມ ຄະນະພັກ-ອົງການປົກຄອງທຸກຂັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນຳການພັດທະນາເສດຖະກິດ ຕິດພັນກັບການພັດທະນາສັງຄົມ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຖືເອົາການຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດາຮອບດ້ານ ສຸມໃສ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາແກ້ໄຂຄວາມທຸກຍາກເປັນໃຈກາງພື້ນ ຖານໂຄງລ່າງໄດ້ຮັບການພັດທະນາ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຈັງຫວະການເຕີບໂຕຂອງ GPP ໂດຍສະເລ່ຍແລ້ວ 5,27% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 11.004 ຕື້ກີບ ສະເລ່ຍລາຍຮັບຕໍ່ຄົນ 33 ລ້ານ ຫຼື ເທົ່າກັບ 1.631 ໂດລາ ການລົງທຶນຂອງລັດກວມ 13,6% ຂອງ GPP ລາຍຮັບເຂົ້າງົບປະມານ ປະຕິບັດໄດ້​ລື່ນ​ແຜນ 29,91% ສະເລ່ຍເຂົ້າກິນ 418 ກິໂລຕໍ່ຄົນ ການຜະລິດພືດເປັນສິນຄ້າປະຕິບັດໄດ້ລື່ນແຜນ 68,19% ການຜະລິດຊີ້ນ-ປາ-ໄຂ່ເພື່ອບໍລິໂພກ ປະຕິບັດໄດ້ 58,53 ກິໂລຕໍ່ຄົນ/ປີ ເທົ່າກັບ 95,95% ຂອງແຜນການປີ ບ້ານມີເສັ້ນທາງເຂົ້າເຖິງກວມ 100% ໃນທົ່ວແຂວງ ປະຊາຊົນຊົມໄຊ້ໄຟຟ້າຖາວອນ ກວມ 99,25% ຂອງຄອບຄົວ ແລະ 100% ຂອງຈໍານວນບ້ານທັງໝົດ ທົ່ວແຂວງມີລະບົບສັນຍານມືຖື ກວມ 99,​64% ເຮັດໃຫ້ມີຄວາມສະດວກສະບາຍໃນການສື່ສານ ການລຶບລ້າງຄວາມທຸກຍາກ ປັດຈຸບັນມີຄອບຄົວພົ້ນທຸກແລ້ວ ກວມ 96,09% ບ້ານພົ້ນທຸກ ກວມ 92,96%  ມີ 5 ເມືອງເປັນເມືອງພົ້ນທຸກຄອບຄົວພັດທະນາ ກວມ 87,34% ບ້ານພັດທະນາ ກວມ 79,57% ປະກາດຮັບຮອງເອົາ 4 ບ້ານເປັນບ້ານໃຫຍ່ສີສັນຕົວເມືອງໃນຊົນນະບົດຄື: ບ້ານຜາເມືອງ ເມືອງບໍລິຄັນ ບ້ານວຽງຄໍາ ບ້ານທົ່ງນາມີ ເມືອງປາກກະດິງ ແລະ ບ້ານຈອມທອງ ເມືອງວຽງທອງ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສາມາດບັນລຸ 6 ດ້ານ ແລະ 57 ຕົວຊີ້ວັດ ເທົ່າກັບ 86,36% ລະບົບການສຶກສາໄດ້ຮັບການປັບປຸງຍົກລະດັບທາງດ້ານຄຸນນະພາບຂອງການຮຽນ-ການສອນ ການຈັດຕັ້ງປະຕິບັດ 11  ຕົວຊີ້ບອກສາມາດບັນລຸ 10 ຕົວຊີ້ບອກ ວັດທະນະທໍາ-ຮີດຄອງອັນດີງາມຂອງປະຊາຊົນບັນດາເຜົ່າໄດ້ຮັບການອະນຸລັກ ແລະ ພັດທະນາດີຂຶ້ນເທື່ອລະກ້າວ ຄອບຄົວວັດທະນະທໍາ ກວມ 90,26% ບ້ານວັດທະນະທໍາ ກວມ 99,64% ສົ່ງເສີມການພັດທະນາສີມືແຮງງານ ປົກປ້ອງ ແລະ ຄຸ້ມຄອງແຮງງານໃຫ້ມີຄວາມຍຸຕິທໍາ ແລະ ປອດໄພ ປະຕິບັດລະບອບນະໂຍບາຍຕໍ່ພະນັກງານ-ລັດຖະກອນ ບໍານານ ຜູ້ເສຍອົງຄະຕາມລະບຽບກົດໝາຍ ແລະ ວຽກງານອື່ນໆໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆ.

    ໂອກາດນີ້ ທ່ານນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດມີຄຳເຫັນເນັ້ນໜັກບາງຕອນສຳຄັນເພື່ອສືບຕໍ່ນຳພາແຂວງບໍລິຄໍາໄຊໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງນັ້ນສິ່ງສຳຄັນຕ້ອງເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ ທະຫານ ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃຫ້ຮັບຮູ້ເຂົ້າໃຈເຖິງຜົນງານທີ່ເປັນມູນເຊື້ອການນໍາພາ-ຊີ້ນໍາຂອງພັກໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນຕາມຈຸດໝາຍສັງຄົມນິຍົມ ພ້ອມກັນສືບສານມູນເຊື້ອອັນພິລະອາດຫານ 40 ປີແຂວງບໍລິຄໍາໄຊເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍລິຄໍາໄຊໃຫ້ໄດ້ຮັບການພັດທະນາໃນທຸກດ້ານຕາມຄໍາ ຂວັນທີ່ກໍານົດໄວ້ວ່າ: “ເພີ່ມທະວີບົດບາດການນໍາພາຂອງພັກ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ” ສືບຕໍ່ຄົ້ນຄວ້າກຳແໜ້ນບັນດາແນວທາງ ແຜນນະໂຍບາຍຂອງພັກວາງອອກໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX ມະຕິກອງປະຊຸມໃຫຍ່ຄັ້ງທີ VIl ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງແຂວງບໍລິຄໍາໄຊໃຫ້ເລິກເຊິ່ງ ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາ​ເສດຖະກິດ-​ສັງຄົມຂອງແຂວງໃນຊຸມປີທີ່ຍັງເຫຼືອຮອດທ້າຍສະໄໝ ສືບຕໍ່ຍູ້ແຮງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອຂະຫຍາຍແຫຼ່ງລາຍຮັບໃຫ້ຫຼາຍກວ່າເກົ່າ ສືບຕໍ່ຢືດໝັ້ນໃນທິດນໍາກ່ຽວກັບການພັດທະນາແບບກົມກຽວ ແລະ ຍືນຍົງລະຫວ່າງການພັດທະນາເສດຖະກິດ ກັບການພັດທະນາວັດທະນະທໍາ-ສັງຄົມ ແນໃສ່ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນແຂວງບໍລິຄໍາໄຊມີເງື່ອນໄຂໄດ້ຮັບການ ພັດທະນາໃນທຸກດ້ານເພື່ອປົກປັກຮັກສາ ແລະ ພັດທະນາແຂວງບໍລິຄໍາໄຊໃຫ້ບັນລຸຕາມວິໄສທັດທີ່ກຳານົດໄວ້ວ່າ: “ສ້າງແຂວງບໍລິຄໍາໄຊເປັນປະຕູເສດຖະກິດ ແຫຼ່ງຜະລິດພະລັງງານ ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ” ສືບຕໍ່ເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດ 40 ປີການສ້າງຕັ້ງແຂວງບໍລິຄໍາໄຊໃຫ້ທົ່ວເຖິງທຸກ ເປົ້າໝາຍຮອດຮາກຖານ ສືບຕໍ່ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກດ້ວຍການກໍາແໜ້ນບາດກ້າວ ຂັ້ນຕອນ ວິທີການຈັດຕັ້ງປະຕິບັດແຕ່ລະວຽກໃຫ້ລະອຽດ.

ຂ່າວ: ພູວັນ, ພາບ: ແສງຈັນ

error: Content is protected !!