ປູກຈິດສໍານຶກວຽກງານສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ການປົກປ້ອງເດັກ

    ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບລັດຖະບານອົດສະຕາລີ ຈັດກິດຈະກໍາເພື່ອປູກຈິດສໍານຶກໃຫ້ກັບວຽກງານສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ 2024 ໃນວັນທີ 6 ມີນາ 2024 ທີ່ວິທະຍາໄລຄູ ດົງຄຳຊ້າງ ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ແຜນງານບີຄວາ  (BEQUAL) ພາຍໃຕ້ຫົວຂໍ້ “ການປູກຈິດສຳນຶກກ່ຽວກັບການປົກປ້ອງເດັກ ການສ້າງຄວາມປອດໄພ ແລະ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນຂະແໜງການສຶກສາ” ເປັນປະທານຮ່ວມ ໂດຍທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ  ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕາລີ ມີທ່ານຜູ້ຕາງໜ້າຈາກກະຊວງສຶກສາທິການ ມະຫາວິທະຍາໄລແຫ່ງຊາດ ແຂກ ຖືກເຊີນ ພະນັກງານຄູ-ອາຈານ ແລະ ນັກສຶກສາ ຈາກວິທະຍາໄລຄູດົງຄຳຊ້າງ ເຂົ້າຮ່ວມ.

    ທ່ານ ປອ ນາງ ສີສຸກ ວົງວິຈິດ ກ່າວວ່າ: ຫົວຂໍ້ໂຄສະນາສໍາລັບງານວັນແມ່ຍິງສາກົນ ໃນປີນີ້ແມ່ນ “Inspire Inclusion” ຫຼື “ສົ່ງເສີມການມີສ່ວນຮ່ວມ” ເມື່ອພວກເຮົາສົ່ງເສີມໃຫ້ຄົນອື່ນເຂົ້າໃຈ ແລະ ເຫັນຄຸນຄ່າໃນຄວາມສະ ເໝີພາບຂອງແມ່ຍິງ ນັ້ນຄືການທີ່ພວກເຮົາກຳລັງສ້າງໂລກທີ່ດີກວ່າ ບັນດາທ່ານ ແມ່ນຄູຜູ້ສິດສອນ ແລະ ທ່ານຄືຜູ້ທີ່ຈະເປັນຄູ-ອາຈານໃນອະນາຄົດຂອງຊາດ ຂ້າພະເຈົ້າຫວັງວ່າ ກອງປະຊຸມສຳມະນາຄັ້ງນີ້ຈະເປັນອີກເວທີໜື່ງ ທີ່ສ້າງແຮງບັນດານໃຈໃຫ້ກັບຕົວທ່ານ ເພື່ອສ້າງຄວາມສະເໝີພາບ ແລະ ຜັນຂະຫຍາຍແນວຄວາມຄິດນີ້ ເຂົ້າໃນການຈັດຕັ້ງປະຕິບັດວຽກງານສອນຂອງທ່ານ ໃນປັດຈຸບັນ ແລະ ໃນຕໍ່ໜ້າ ແລະ ຫວັງວ່າ ຈະໄດ້ເຫັນຄູສອນ ແລະ ນັກສຶກສາຜູ້ທີ່ຈະເປັນຄູສອນໃນອະນາຄົດ ພ້ອມກັນເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາເນື້ອໃນ ແລະ ຈິດໃຈຂອງວຽກງານການປົກປ້ອງເດັກ, ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ການຮຽນຮ່ວມ ເພື່ອສ້າງສັງຄົມທີ່ມີຄວາມສະເໝີພາບສໍາລັບຄົນລຸ້ນຕໍ່ໆໄປ

    ທ່ານ ນາງ ວາແນັດຊ້າ ກ່າວຕື່ມວ່າ “ວັນແມ່ຍິງສາກົນໄດ້ໃຫ້ໂອກາດໃຫ້ພວກເຮົາເວົ້າເຖິງສິ່ງທີ່ຍັງຄົງຄ້າງຢູ່ໃນຄວາມພະຍາຍາມຂອງພວກເຮົາ ເພື່ອບັນລຸຄວາມສະເໝີພາບທາງເພດ ແລະ ຮຽກຮ້ອງໃຫ້ມີການປ່ຽນແປງໃນທາງບວກເພື່ອສ້າງຄວາມເຂັ້ມແຂງຂອງແມ່ຍິງ ອົດສະຕຣາລີ ພູມໃຈທີ່ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກີລາ ເພື່ອຍົກສູງຄວາມຮັບຮູ້ຂອງຄູໃນອະນາຄົດ ກ່ຽວກັບຄວາມສຳຄັນຂອງຄວາມກ້າວໜ້າຂອງແມ່ຍິງ ແລະ ການປົກປ້ອງເດັກ. ຄໍາໝັ້ນສັນຍາຂອງອົດສະຕຣາລີຕໍ່ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມຢູ່ໃນລາວ ພາຍໃຕ້ການເປັນຄູ່ຮ່ວມງານອັນຍາວນານຂອງພວກເຮົາກັບລັດຖະບານ ສປປ ລາວ ເພື່ອເຮັດໃຫ້ເດັກນ້ອຍທຸກຄົນເຂົ້າເຖິງການສຶກສາຊັ້ນປະຖົມທີ່ມີຄຸນນະພາບຢ່າງສະເໝີພາບ.”  ແມ່ຍິງ ແລະ ເດັກຍິງ ໂດຍສະເພາະແມ່ນກຸ່ມທີ່ຄົນດ້ອຍໂອກາດ ຍັງຄົງປະເຊີນໜ້າກັບສິ່ງກີດຂວາງໃນການກ້າວສູ່ບົດບາດຜູ້ນຳ ການສຶກສາ ແລະ ຄູສອນ ມີບົດບາດອັນສຳຄັນໃນການຊຸກຍູ້ການເຂົ້າຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ.    

ກອງປະຊຸມດັ່ງກ່າວ ແມ່ນໄດ້ຖືກຈັດຂຶ້ນ ຕາມແຜນງານບີຄວາ (BEQUAL) ເປັນແຜນງານທີ່ລັດຖະບານລາວກໍາລັງດໍາເນີນ ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID).

error: Content is protected !!