ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດ ສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ຮ່ວມກັບ ທ່ານ ແອນໂຕນີ ອານບານີຊີ (Anthony Albanese) ນາຍົກລັດຖະມົນຕີ ອົດສະຕຣາລີ ທີ່ໄດ້ຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ.

ໃນໂອກາດກອງປະຊຸມຄັ້ງນີ້ ບັນດາຜູ້ນໍາອາຊຽນ ແລະ ອົດສະຕຣາລີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຕະຫຼອດໄລຍະ 50 ປີ ຜ່ານມາ ເຊິ່ງໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ແລະ ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2021 ການຮ່ວມມືທີ່ມີໝາກຜົນດັ່ງກ່າວ ໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງປະຊາຄົມອາຊຽນ ກໍຄື ການສົ່ງເສີມສັນຕິພາບ ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.

ພ້ອມນີ້ ກອງປະຊຸມ ໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ດ້ານການຄ້າ-ການລົງທຶນ ການຫັນປ່ຽນທາງດ້ານດີຈີຕອນ ຄວາມໝັ້ນຄົງທາງດ້ານພະລັງງານ ການປ່ຽນແປງດິນຟ້າອາກາດ ການສ້າງຂີດຄວາມສາມາດໃຫ້ແກ່ຜູ້ນໍາໜຸ່ມນ້ອຍ ແລະ ອື່ນໆ ພ້ອມທັງສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ລິເລີ່ມອົດສະຕຣາລີ ເພື່ອອາຊຽນ (Aus4ASEAN Initiative) ພ້ອມນີ້ ບັນດາຜູ້ນໍາອາຊຽນ ແລະ ອົດສະຕຣາລີ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີິ່ມີຄວາມສົນໃຈຮ່ວມກັນ.​

ພ້ອມດຽວກັນນີ້ ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ການປະກາດບັນດາຂໍ້ລິເລີ່ມໃຫມ່ຂອງ ອົດສະຕຣາລີ ເຊັ່່ນ: 1). ການສ້າງຕັ້ງສູນອາຊຽນ-ອົດສະຕຣາລີ ແລະ 2). ການສະໜອງທຶນການສຶກສາລະດັບປະລິນຍາໂທ ຈໍານວນ 55 ທຶນ ພາຍໃຕ້ໂຄງການທຶນການສຶກສາອົດສະຕຣາລີເພື່ອອາຊຽນ  ແລະ 55 ທຶນ ພາຍໃຕ້ໂຄງການທຶນການສຶກສາອົດສະຕຣາລີເພື່ອອາຊຽນ ເພື່ອສຶກສາຄົ້ນຄວ້າໃນຫົວຂໍ້ທີ່ເປັນຂົງເຂດບູລິມະສິດຂອງແນວຄວາມຄິດອາຊຽນ ວ່າດ້ວຍອິນໂດ-ປາຊີຟິກ.

ພິເສດ ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້ ບັນດາຜູ້ນໍາອາຊຽນ ແລະ ອົດສະຕຣາລີ ໄດ້ຮັບຮອງເອົາ 2 ເອກະສານຜົນກອງປະຊຸມ ຄື: 1.) ຖະແຫຼງການວິໄສທັດຜູ້ນໍາອາຊຽນ-ອົດສະຕຣາລີ ວ່າດ້ວຍຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ ແລະ ຖະແຫຼງການເມວເບີນ ວ່າດ້ວຍການຮ່ວມມືເພື່ອອະນາຄົດ ເພື່ອເປັນທິດທາງໃຫ້ແກ່ການເສີມຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ອົດສະຕຣາລີ ໃນຕໍ່ໜ້າ.

ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຊຸກຍູ້ໃຫ້ອາຊຽນ ແລະ ອົດສະຕຣາລີ ຮັດແໜ້ນການພົວພັນຮ່ວມມື ໂດຍສະເພາະດ້ານການເຊື່ອມໂຍງ-ເຊື່ອມຈອດ ພາກພື້ນ ແລະ ສາກົນ ການຮັດແຄບຄວາມແຕກໂຕນດ້ານການພັດ ທະນາ ການສົ່ງເສີມການຄ້າ-ການລົງທຶນ ພະລັງງານສະອາດ ການປ່ຽນແປງດ້ານດິນຟ້າອາກາດ ການພັດທະນາຂີດຄວາມສາມາດຂອງຊາວໜຸ່ມ ການສືບຕໍ່ໂຄງການຝຶກອົບຮົມວິຊາຊີບ ໃນໄລຍະສັ້ນ ແລະ ໄລຍະຍາວ.

ພ້ອມດຽວກັນນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ແຈ້ງຕໍ່ກອງປະຊຸມຊາບກ່ຽວກັບບູລິມະສິດໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ພ້ອມທັງ ໃຫ້ຄວາມ ໝາຍໝັ້ນຈະສືບຕໍ່ເຮັດວຽກກັບບັນດາປະເທດສະມາຊິກອາຊຽນ ແລະ ອົດສະຕຣາລີ ໃນການຈັດຕັ່້ງປະຕິບັດຜົນຂອງກອງປະຊຸມສຸດຍອດສະໄໝພິເສດຄັ້ງນີ້ ໃຫ້ເປັນຮູບປະທໍາ ແນໃສ່ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານອາຊຽນ-ອົດສະຕຣາລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ນໍາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນຂອງສອງພາກພື້ນ.

error: Content is protected !!