ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມທາງການ ອົດສະຕຣາລີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ແອນໂທນີ ອານບານີຊີ (Anthony Albanese) ນາຍົກ ລັດຖະ ມົນຕີ ແຫ່ງ ອົດສະຕຣາລີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ ໃນລະຫວ່າງວັນທີ 4-7 ມີນາ 2024 ເພື່ອ​ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍາວ​ນານ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ອົດ​ສະຕຣາລີ ໃຫ້ນັບມື້ໄດ້ຮັບການພັດທະນາຂຶ້ນສູ່ບາດກ້າວອັນໃໝ່.

ໃນຕອນເຊົ້າຂອງວັນທີ 6 ມີນາ 2024 ທີ່ ຫ້ອງວ່າການລັດວິກຕໍເຣຍ ໄດ້ຈັດພິທີຕ້ອນຮັບຢ່າງເປັນທາງການ ໃຫ້ກຽດຕ້ອນຮັບອັນອົບອຸ່ນໂດຍ ທ່ານ ແອນໂທນີ ອານບານີຊີ ນາຍົກລັດຖະມົນຕີແຫ່ງ ອົດສະຕຣາລີ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ ແທນຂັ້ນສູງ ຫຼັງສຳເລັດພິທີຕ້ອນຮັບທາງການສອງຝ່າຍ ໄດ້ເຂົ້າຮ່ວມກອງປະຊຸມພົບປະຢ່າງເປັນທາງການ ກອງປະຊຸມພົບປະສອງຝ່າຍຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ເຊິ່ງສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ໂດຍເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 72 ປີ ຜ່ານມາ ພ້ອມນີ້ ສອງຝ່າຍເຫັນດີເພີ່ມທະວີຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ ການລົງທຶນໃຫ້ຫຼາຍຂຶ້ນ ໂດຍສະເພາະການຮ່ວມມືໃນຂະແໜງການທີ່ ລາວ ມີທ່າແຮງ ເຊັ່ນ: ກະສິກຳປຸງແຕ່ງ ພະລັງງານສະອາດ ແລະ ການບໍລິການທ່ອງທ່ຽວ ຝ່າຍອົດສະຕຣາລີ ຍິນດີສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະການສະໜອງທຶນການສຶກສາໄລຍະສັ້ນ ແລະ ຍາວ.

ນອກນັ້ນລັດຖະບານ ອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນຂະແໜງສາທາລະນະສຸກ ໂດຍສະເພາະແມ່ນການຊ່ວຍ ຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານຂອງລາວ ເຊິ່ງໃນມໍ່ໆນີ້ ກໍຈະມີໂຄງການຮ່ວມມື ສປປ ລາວ ແລະ ອົດສະ ຕຣາລີ ໃນວຽກງານຄວບຄຸມພະຍາດໄຂ້ຍຸງ-ໄຂ້ມາຣາເລຍ ຢູ່ ສປປ ລາວ ໂດຍຈະໄດ້ນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີຂອງ ມະຫາວິທະຍາໄລ Monash ຂອງອົດສະຕຣາລີ ພ້ອມດຽວກັນນີ້ ສອງຝ່າຍ ເຫັນດີສືບຕໍ່ການຮ່ວມມືດ້ານການເຊື່ອມໂຍງເຊື່ອມຈອດໃນກວ້າງຂວາງຍິ່ງຂຶ້ນ ເຊິ່ງໃນປີ 2024 ນີ້ ສອງຝ່າຍ ຈະໄດ້ຮ່ວມກັນສະ ເຫຼີມສະຫຼອງ ຄົບຮອບ 30 ປີ ການນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1.

ສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົດສະຕຣາລີ (Laos-Australia Friendship Association) ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ລັດຖະບານ ອົດສະຕຣາລີ ເຊິ່ງເຫັນວ່າຈະເປັນຂົວຕໍ່ສຳຄັນໃນການສົ່ງເສີມການພົວພັນລະຫວ່າງປະຊາຊົນຂອງສອງຊາດ ກໍຄື ການຊຸກຍູ້ຂະແໜງ ການທ່ອງທ່ຽວຂອງສອງປະເທດ ພ້ອມກັນນີ້ ສອງຝ່າຍກໍເຫັນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ສະຫນັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ອາຊຽນ ສປຊ ໂດຍສະເພາະແນໃສ່ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ.

ໃນໂອກາດດັ່ງກ່າວ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ກໍຄື ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ໂດຍສະເພາະ ການຊ່ວຍ ເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ນີ້ ສະແດງຄວາມຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຕື່ມອີກໃນຕໍ່ຫນ້າ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສປປ ລາວ – ອົດສະຕຣາລີ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ຈະເລີນງອກງາມຍິ່ງຂຶ້ນ ພາຍຫຼັງນັ້ນ ກໍໄດ້ຮ່ວມກັນລົງນາມເອ ກະສານການຍົກລະດັບການພົວພັນຮ່ວມມືຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ” ລາວ-ອົດສະຕຣາລີ ໂດຍມີເອກະສານ 2 ສະບັບ ຄື: 1.) ຖະແຫຼງການຮ່ວມ ແລະ 2.) ແຜນຈັດຕັ້ງປະຕິບັດຮ່ວມ.

ໃນການຢ້ຽມຢາມຄັ້ງນີ້ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ກຸ່ມບໍລິ ສັດ Linfox Logistic ທີ່ໄດ້ມາລົງທຶນຢູ່ ສປປ ລາວ ໃນ 2019 ຜ່ານມາ ເພື່ອປຶກສາຫາລືເຖິງການຂະຫຍາຍການຮ່ວມມືໃນຕໍ່ຫນ້າ. ພ້ອມນີ້, ກໍ່ໄດ້ໄປຢ້ຽມຢາມ ມະຫາວິທະຍາໄລ Monash University (ຢ້ຽມຢາມສູນຄົ້ນຄວ້າໄຂ້ຍຸງ) ທີ່ມີການຮ່ວມມືກັບຂະແໜງການສາທາລະນະສຸກ ຂອງ ສປປ ລາວ ແລະ ໄດ້ໄປພົບປະໂອ້ລົມນັກສຶກສາລາວ ທີ່ພວກສຶກສາຢູ່ນະຄອນເມວເບິນ.

ກົມການຂ່າວ ກະຊວງການຕ່າງປະເທດ, ພະແນກໂຄສະນາ ແລະ ປະຊາສຳພັນ

error: Content is protected !!