ຈັນທະບູລີ ຈັດການແຂ່ງຂັນຫັດຂຽນງາມ ຊັ້ນປະຖົມສຶກສາ

    ຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດການສອບເສັງນັກ ຮຽນ ຂຽນງາມ ຂັ້ນປະຖົມສຶກສາ ທົ່ວເມືອງປະຈຳສົກຮຽນ 2023-2024 ທີ່ໂຮງຮຽນປະຖົມສົມບູນ ນາໄຮ່ ດຽວ ໂດຍມີທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາ ທິການ ແລະ ກີລາເມືອງ ພ້ອມດ້ວຍທ່ານຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງດັ່ງກ່າວ ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ທອງດີ ແກ້ວມີໄຊ ໄດ້ລາຍງານວ່າ: ເພື່ອເປັນການຊຸກຍູ້ ຂະບວນການຮຽນ-ການ ສອນ ດ້ານພາສາລາວ ໃຫ້ຖືກຕາມລັກໄວຍາກອນ ແລະ ຍົກລະດັບຄຸນນະພາບການສຶກສາດ້ານການຂຽນ ການອ່ານ ພາສາລາວໃນຊັ້ນປະຖົມສຶກສາ ໃຫ້ນັບມື້ດີຂຶ້ນ ອີກທັງເປັນການປະຕິບັດຕາມ 3 ລັກສະນະການ ສຶກສາ ຄື: ລັກສະນະຊາດ ລັກສະນະມະຫາຊົນ ແລະ ລັກສະນະກ້າວໜ້າ ເພື່ອກະຕຸກຊຸກຍຸ້ ໃຫ້ຜູ້ສອນ ແລະ ຜູ້ຮຽນ ມີຄວາມຫ້າວຫັນຕໍ່ວຽກງານສຶກສາໃນການເຝິກຂຽນ ໃນການຈັດກິດຈະກຳການຮຽນ-ການ ສອນ ຊັ້ນປະຖົມສຶກສາ.

    ເຂົ້າຮ່ວມການແຂ່ງຂັນຫັດຂຽນງານ ວິຊາພາສາລາວ ຄັ້ງນີ້ ມີຈຳນວນທັງໝົດ ແຕ່ຊັ້ນ ປ1-ປ5 ຈຳ ນວນ 173 ຄົນ ຍິງ 132 ຄົນ ທີ່ມາຈາກໂຮງຮຽນຊັ້ນປະຖົມສຶກສາທົ່ວເມືອງ 35 ແຫ່ງ ພາກລັດ 13 ແຫ່ງ ແລະ ແບ່ງຫ້ອງແຂ່ງຂັນ ເປັນ 5 ຫ້ອງ.

    ໂອກາດດຽວກັນ ທ່ານ ດວງຕາ ສຸລິວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຜູ້ບໍລິຫານ ການສຶກສາ ຜູ້ປະກອບການ ຜູ້ອຳນວຍການໂຮງຮຽນ ທີ່ໃຫ້ຄວາມສຳຄັນ ເອົາໃຈໃສ່ວຽກງານການຮຽນ-ການສອນ ໂດຍສະເພາະເນັ້ນຄວາມສຳຄັນໃນການສ້າງພື້ນຖານຄວາມຮູ້ການຂີດຂຽນພາສາລາວ ເພາະ ເປັນພື້ນຖານສຳຄັນ ໃນການສົ່ງເສີມພັດທະນາຮັກສາພາສາຊາດໃຫ້ກັບນັກຮຽນ ປະກອບສ່ວນໃນການ ສ້າງຈິດສຳນຶກໃນການຮັກຊາດ ພາສາຊາດຂອງຕົນ ພ້ອມທັງເປັນການປະຕິບັດຕາມ 3 ລັກສະນະຂອງ ການສຶກສາ ພ້ອມຮຽກຮ້ອງໃຫ້ຄະນະກຳມະການເອົາໃຈໃສ່ປະຕິບັດໜ້າທີ່ ລະບຽບການແຂ່ງຂັນ ສ່ວນນັກ ຮຽນກໍໃຫ້ເອົາໃຈໃສ່ປະຈິບັດໜ້າທີ່ຂອງຕົນ ຍາດເອົາຄະແນນດີເດັ່ນ ເພື່ອເປັນຕົວແທນຂອງເມືອງ ເພື່ອ ເຂົ້າຮ່ວມການແຂ່ງຂັນໃນຂັ້ນຕໍ່ໄປ.   

error: Content is protected !!