ສະຫະລັດອາເມຣິກາ ສືບຕໍ່ໃຫ້ທຶນສະໜັບສະໜູນ 24 ລ້ານໂດລາ ກວດກູ້ລະເບີດບໍ່ທັນແຕກ ຢູ່ແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດ ວັນທີ 5 ເດືອນ ເມສາ ປີ 2024 ລັດຖະບານສະຫະລັດອາເມລິກາ ໄດ້ມອບເງິນ ຈຳນວນ 24,2 ລ້ານໂດລາສະຫະລັດ ໃຫ້ແກ່ອົງການເກັບກູ້ລະເບີດ ຮາໂລ ທຣາສທ ສະໜັບສະໜູນຂະ ແໜງລະເບີດບໍ່ທັນແຕກ (ລບດ) ຢູ່ ສປປ ລາວ ຈົນເຖິງເດືອນເມສາ ປີ 2025 ເພື່ອສືບຕໍ່ປະຕິບັດ ວຽກງານ ກວດກູ້ ແລະ ສຳຫຼວດ ລະເບີດບໍ່ທັນແຕກທົ່ວ ແຂວງ ສະຫວັນນະເຂດ.

ການສືບຕໍ່ ໂຄງການດັ່ງກ່າວ ໄດ້ເລີ້ມຂຶ້ນຢ່າງເປັນທາງການໃນວັນທີ 5 ມີນາ 2024 ພາຍຫຼັງທີ່ ອົງການ ຮາໂລທຣາສທ໌ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ໃນມູນຄ່າ 23.204.240 ໂດລາ ກັບ ກະຊວງການຕ່າງປະເທດ ຕາງໜ້າໂດຍຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດຍັງບໍ່ທັນແຕກ (ຄຊກລ).

ອົງການ ຮາໂລ ທຣາສທ ເປັນອົງການກວດກູ້ ລະເບີດດໍານມະນຸດສະທຳທີ່ໃຫຍ່ທີ່ສຸດຂອງໂລກ ດຳເນີນງານຢູ່ໃນຫຼາຍກວ່າ 30 ປະເທດ ແລະ ເຂດແດນຕ່າງໆໃນທົ່ວໂລກ ອົງການ ຮາໂລ ທຣາສທ ໄດ້ດໍາເນີນການກວດຫາ ແລະ ເກັບກູ້ ລບດ ທີ່ຕົກຄ້າງ ໃນແຂວງສະຫວັນນະເຂດ ຕັ້ງແຕ່ປີ 2012 ເປັນ ຕົ້ນມາ ໂດຍໄດ້ຮັບການສະໜອງທຶນເບື້ອງຕົ້ນຈາກລັດຖະບານ ສະຫະລັດອາເມຣິກາ.

ໃນປີ 2020 ອົງການ ຮາໂລ ທຣາສທ ໄດ້ຮັບທຶນສະໜັບສະໜູນ 7 ລ້​ານໂດລາສະຫະລັດ ຈາກສະຫະລັດ ອາເມຣິກາເພື່ອເລີ່ມໂຄງການເພື່ອຂະຫຍາຍຄວາມສາມາດການເກັບກູ້ໄດ້ສອງເທົ່າ ໂຄງການນີ້ ໄດ້ຮັບການຂະຫຍາຍໃນລະຫວ່າງປີ 2022 ຫາ 2023 ດ້ວຍເງິນເພີ້ມເຕີມ 8,5 ລ້ານໂດລາສະຫະລັດ ດ້ວຍການລວມເອົາການຂະຫຍາຍ ເງິນທຶນລາສຸດນີ້ ການສະໜັບສະໜຸນທັງໝົດທີ່ ສະຫະລັດອາເມຣິກາ ໄດ້ສະໜອງການສະໜັບສະໜູນ ໃຫ້ສໍາລັບໂຄງການນີ້ຢ່າງດຽວເຊິ່ງ ໃນປັດຈຸບັນແມ່ນ 39,7 ລ​້ານໂດລາສະຫະລັດ.

ນັບແຕ່ເລີ່ມປະຕິບັດການຢູ່ແຂວງສະຫວັນນະເຂດ ເປັນຕົ້ນມາ ອົງການ ຮາໂລ ທຣາສທ ເກັບກູ້ເນື້ອທີ່ໄດ້ 35 ລ​້ານຕາແມັດ ແລະ ທໍາລາຍລະເບີດບໍ່ທັນແຕກກວ່າ 110.000 ລາຍການ.

ການສືບຕໍ່ ໃຫ້ທຶນສະໜັບສະໜູນ​ຄັ້ງນີ້ ຈະເຮັດໃຫ້ ອົງການ ຮາໂລ ທຣາສທ໌ ຈັດທີມເກັບກູ້ລະເບີດບໍ່ທັນແຕກ 80 ທີມ ຕໍ່ເດືອນໃນທົ່ວ ແຂວງ ສະຫວັນນະເຂດ ເຊິ່ງຈະກວດກູ້ພື້ນທີ່ລະເບີດບໍ່ທັນແຕກທີ່ຕົກຄ້າງໄດ້ຫຼາຍກວ່າ 25 ຕາແມັດນອກນີ້ ຍັງສາມາດໃຫ້ມີການຈັດທີມສໍາຫຼວດ ລບຕ ຈຳນວນ 6 ທີມ ທີ່ຈະສໍາຫຼວດເນື້ອທີ່ດິນທີ່ມີ ລບດ ຕົກຄ້າງໄດ້ຢ່າງໜ້ອຍ 11 ຕາແມັດ ພ້ອ​ມນັ້ນ​ຍັງຈະຈັດທີມໂຄສະນາສຶກສາຄວາມ ສ່ຽງໄພຈາກ ລບຕ 3 ທີມປະຈຳເດືອນ ທີ່ຈະດໍາເນີນການປະຊຸມກັບຄົນແຂວງສະຫວັນນະເຂດ ຈຳນວນ 1.500 ຄົນ ເພື່ອສຶກສາອົບຮົມ ກ່ຽວກັບ ໄພອັນຕະລາຍຂອງລະເບີດບໍ່ທັນແຕກ ແລະ ວິທີຫຼີກລ່ຽງບໍ່ໃຫ້ເກີດອຸບັດເຫດຈາກ ລບຕ ໃຫ້ໄດ້ດີທີ່ສຸດ.

ທ່ານ ນາງ Heather Variava ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາປະຈຳ ສປປ ລາວ ກ່າວວ່າ “ຄວາມພະຍາຍາມເຫຼົ່ານີ້ ໄດ້ນໍາໄປສູ່ຜົນໄດ້ຮັບທີ່ ໜ້າປະທັບໃຈ ໃນປີ 2023 ອົງການ ຮາໂລ ທຣາສທ໌ ໄດ້ກວດກູ້ເນື້ອທີ່ກວ່າ 900 ເຮັກຕາ ໃນປີ 2024 ເນື່ອງຈາກການລະດົມທຶນເພີ່ມເຕີມນີ້ ອົງການ ຮາໂລ ທຣາສທ ຈະກວດກູ້ເນື້ອທີ່ດິນຫຼາຍກວ່າທີ່ເຄີຍມີມາໃນແຂວງ ສະຫວັນນະເຂດ.

ນັບຕັ້ງແຕ່ປີ 1995 ເປັນຕົ້ນມາ ສະຫະລັດອາເມຣິກາ ໄດ້ລົງທຶນຫຼາຍກວ່າ 355 ລ້ານໂດລາ ໃນໂຄງການໃນລາວ ເພື່ອສະໜັບສະໜູນວຽກງານສໍາຫຼວດ ແລະ ກວດກູ້ລະເບີດ ການສຶກສາຄວາມສຽງ ການ ຊ່ວຍເຫຼືອຜູ້ລອດຊີວິດ ແລະ ການພັດທະນາຄວາມສາມາດ ພວກເຮົາຮ່ວມມືຢ່າງໃກ້ຊິດກັບລັດຖະບານ ລາວ ໃນໂຄງການເຫຼົ່ານີ້ ແລະ ພວກເຮົາແບ່ງ ປັນເປົ້າໝາຍຂອງ ສປປ ລາວ ໃນການຮັບປະກັນວ່າ ໃນປີ 2030 ລບຕ ບໍ່ຈຳກັດການພັດທະນາຂອງປະເທດລາວ.”

ການຕົກຄ້າງຂອງ ລບຕ ໃນ ສປປ ລາວ ສ່ວນໃຫຍ່ແມ່ນຢູ່ ໃນຮູບຂອງລະເບີດກະປາງທີທະຫານ ສະຫະລັດ ອາເມຣິກາໄດ້ຖິ້ມລົງໃນສົງຄາມອິນດູຈີນຄັ້ງທີ 2 ນັ້ນເປັນຈຳນວນທີ່ສູງທີ່ສຸດໃນໂລກເມື່ອທຽບໃສ່ກັບຈຳນວນປະຊາກອນ ແລະ ເປັນການຕົກຄ້າງຄັ້ງໃຫຍ່ເຮັດໃຫ້ເກີດຄວາມສ່ຽງຕໍ່ຊີວິດການເປັນຢູ່ ການພັດທະນາ ເສດຖະກິດ-ສັງຄົມ ແລະ ຄຸນນະ ພາບຊີວິດຂອງຜູ້​ທີ່ໄສຢູ່ໃນຊຸມຊົນທີ່ຖືກຜົນກະທົບ ລັດຖະບານສະຫະລັດອາເມຣິກາ ໄດ້ສະແດງໃຫ້ເຫັນເຖິງຄວາມຸ່ງ  ໝັ້ນອັນສໍາຄັນຢາງຕໍ່ເນື່ອງ ທີ່ຈະໃຫ້ການຊ່ວຍເຫຼືອ ສປປ ລາວ ໃນ ການຫຼຸດຜ່ອນຜົນກະທົບຈາກລະເບີດລູກຫວານ ແລະ ໃນການປະຕິບັດຕາມພັນທະພາຍໃຕ້ສົນທິສັນຍາວ່າ ດ້ວຍການເກືອດຫ້າມລະເບີດລູກຫວານ (CCM).

ການກວດກູ້ລະເບີດບໍ່ທັນແຕກແມນ ມີຄວາມສໍາຄັນຕໍ ການປັບປຸງຊີວິດການເປັນຢູ່ ແລະ ຊີວິດການເປັນຢູ່ຂອງປະ ຊາຊົນທີ່ອາໄສຢູ ໃນ ສປປ ລາວ ແລະ ໂຄງການທີ່ດໍາເນີນໂດຍອົງການຮາໂລ ທຣາສທ ຈະເປັນ ປະໂຫຍດຕໍ່ ຜູ້ທີ່ມີຄວາມສຽງທີ່ສຸດທີ່ອາໄສຢູ່ ໃນເຂດທີ ມີປະລິມານການຕົກຄ້າງຂອງ ລບຕ ສູງສຸດ ສິ່ງນີ້ ຈະເຮັດໃຫ້ປະຊາຊົນລາວໄດ້ ນໍາໃຊ້ທີ່ດິນຂອງເຂົາເຈົ້າ ໂດຍບໍ່ ຢ້ານຕໍ່ ການໄດ້ຮັບບາດເຈັບ ຫຼື ເສຍຊີວິດ ຈາກລະເບີດບໍ່ທັນແຕກ.

error: Content is protected !!