ສປປ ລາວ – ສປ ຕີມໍ-ເລສເຕ ເສີມຂະຫຍາຍການຮ່ວມມືສອງຝ່າຍ

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ ຂອງພະນະ​ທ່ານ ທອງລຸນ ສີສຸລິດ ປະທານປະເທດ ​ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ພະນະ​ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມ​ດ້ວຍ​ຄະນະ ໄດ້​ເດີນທາງ​ມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ​ໃນ​ລະຫວ່າງວັນ​ທີ 27 ກຸມພາ ຫາ 2 ມີນາ 2024 ເພື່ອ​ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ​ແລະ ສາທາລະ ນະລັດ ປະຊາທິປະໄຕ ຕີມໍ-ເລສເຕ.

ໃນຕອນເຊົ້າວັນທີ 29 ກຸມພາ 2024 ຄະນະທາງການຂອງ ຕີມໍ-ເລສເຕ ໄດ້ເຂົ້າຮ່ວມພິທີວາງພວງ ມາລາ ທີ່ອານຸສາວະລີນັກຮົບນິລະນາມ ແລະ ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ເຊິ່ງໄດ້ຮັບການຈັດຂຶ້ນຢ່າງສົມກຽດທີ່ຫໍສະພາແຫ່ງຊາດລາວ ໃຫ້ກຽດຕ້ອນຮັບອັນອົບອຸ່ນ ໂດຍ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກຝ່າຍລາວ ຫຼັງຈາກນັ້ນ ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ເຊິ່ງຝ່າຍລາວໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມລັດຖະກິດຂອງຄະນະຜູ້ແທນຂັ້ນສູງ ຕີມໍ-ເລສເຕ ຄັ້ງນີ້ ແມ່ນການຢ້ຽມຢາມຄັ້ງທຳອິດໃນລະດັບປະມຸກລັດ ເຊິ່ງໄດ້ເປັນຂີດໝາຍປະຫວັດສາດອັນສຳຄັນອີກບາດກ້າວໜຶ່ງໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຕະຫຼອດ 20  ກ່ວາປີທີ່ຜ່ານມາ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ຕີມໍ-ເລສເຕ ໃຫ້ແໜ້ນ ແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ການຮັກສາບັນຍາກາດການແລກປ່ຽນການຢ້ຽມ ຢາມ ລະຫວ່າງ ການນໍາຂັ້ນສູງຢ່າງເປັນປົກກະຕິ ແລະ ການຮ່ວມມືໃນຂົງເຂດອື່ນໆ ພ້ອມທັງໄດ້ເປັນການສະ  ໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າ ສໍາລັບການເປັນປະທານອາຊຽນ 2024.

ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕີມໍ-ເລສເຕ ທີ່ໄດ້ຮັບການຮັບຮອງເຂົ້າເປັນສະມາ ຊິກຂອງອົງການການຄ້າໂລກ (ອົງການ WTO) ປະເທດທີ 166 ໃນວັນທີ 26 ກຸມພາ 2024 ທີ່ຜ່ານມາ ຢູ່ສະຫະນະຄອນອາຣັບ ເອມິເຣດ (UAE) ແລະ ສະແດງຄວາມຫວັງວ່າ ຂະ  ແໜງການກ່ຽວຂ້ອງຂອງສອງຝ່າຍ ສປປ ລາວ ແລະ ສປ ຕີມໍ-ເລສເຕ ຈະໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສົ່ງເສີມການຮ່ວມມືດ້ານການຄ້າສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສປ ຕີມ-ເລສເຕ ໃຫ້ມີບາດ ກ້າວຂະຫຍາຍຕົວຍິ່ງຂຶ້ນ.

ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມຂອງສອງປະເທດ ໂດຍສະເພາະການຮ່ວມມືດ້ານການເມືອງ ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໄດ້ມີການແລກ ປ່ຽນການຢ້ຽມຢາມຂອງນໍາຂັ້ນສູງຂອງສອງປະເທດ ເປັນແຕ່ລະໄລຍະ ແລະ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືດ້ານການເມືອງຂອງສອງປະເທດ ໄປຄຽງຄູ່ກັບການພັດທະນາການຮ່ວມມື ໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງ ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄືການຄ້າສອງຝ່າຍ ການລົງທຶນ ກະສິກໍາ ພະລັງງານ ການບໍລິການ ແລະ ການທ່ອງ ທ່ຽວ ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບໃນການສ້າງຕັ້ງຄະນະກໍາມະການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ (JCBC) ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລສເຕ ເພື່ອເປັນກົນໄກໃນການສົ່ງເສີມການຮ່ວມມື ກໍຄືການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງຂອງສອງລັດຖະບານລາວ ແລະ ຕີມໍ-ເລສເຕ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນໃນຕໍ່ໜ້າ.

ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນທັດສະນະຂອງ ສປປ ລາວ ໃນການສະໜັບສະໜູນ ແລະ ແລກປ່ຽນບົດຮຽນຂອງ ສປປ ລາວ ໃຫ້ແກ່ ສປ ຕີມໍ-ເລສເຕ ໃນການກະກຽມເຂົ້າເປັນສະມາຊິກສົມບູນຂອງອາຊຽນ ພາຍ ໃນປີ 2025 ທີ່ຈະມາເຖິງນີ້ ເຊິ່ງພະນະທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ໄດ້ສະແດງຄວາມຂອບໃຈ ພ້ອມທັງໄດ້ຢືນຢັນຄືນທັດສະນະຂອງ ສປ ຕີມໍ-ເລສເຕ ໃນການສືບຕໍ່ສະໜັບສະໜູນການເປັນປະທານອາຊຽນ 2024 ຂອງ ສປປ ລາວ ໃຫ້ສໍາເລັດຜົນຕາມຄາດໝາຍ ລວມທັງໄດ້ຢືນຢັນຄືນການເຄົາລົບຄວາມເປັນເອກະສັນ (Consensus) ແລະ ຄວາມເປັນແກນກາງ (Centrality) ຂອງອາຊຽນ ລວມທັງ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນທີ່ໄດ້ຕົກລົງເຫັນດີຮ່ວມກັນໃນໄລຍະຜ່ານມາ ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນຈໍານວນໜຶ່ງ ລວມທັງໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາຂອງຂອບການຮ່ວມມືອາຊຽນໃນຕໍ່ໜ້າ.

ພະນະທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ໄດ້ສະແດງຄວາມຂອບໃຈມາຍັງພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍຄືລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ ສປປ ລາວ ຍາດມາໄດ້ໃນໄລຍະຜ່ານມາ ໃນການພັດທະນາ ແລະ ສ້າງສາປະເທດຊາດ ການເມືອງມີຄວາມສະຖຽນລະພາບ ແລະ ສັງຄົມມີຄວາມສະ ຫງົບ.  

ພາຍຫຼັງການພົບປະສອງຝ່າຍດັ່ງກ່າວ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ພະ ນະທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະ ສານແລກປ່ຽນ 2 ເອກະສານຄື:ສັນຍາວ່າດ້ວຍການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ເຕັກນິກ ລະ ຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລສເຕ ເພື່ອປັບປຸງສັນຍາທີ່ໄດ້ຮັບການລົງນາມໃນປີ 2013 ເຊິ່ງໄດ້ຮັບການລົງນາມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ​ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Bendito dos Santos Freitas ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສປ ຕີມໍ-ເລສເຕ ແລະ ໜັງສືສະແດງເຈດຈໍານົງ (Letters Of Intent) ໃນການແລກປ່ຽນທີ່ດິນສໍາລັບສະຖານທູດຂອງສອງປະເທດ ສປປ ລາວ ແລະ ສປ ຕີມໍ-ເລສເຕ ໃນຕໍ່ໜ້າ ເຊິ່ງໄດ້ຮັບການລົງນາມໂດຍທ່ານ ຄໍາເຟື້ອງ ພັນທະໄຊ ເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຕີມໍ-ເລສເຕ ແລະ ທ່ານ ຟິໂລເມໂນ ອາເລໂຊ ດາ ຄຸດຊ໌ ເອກອັກຄະລັດຖະທູດ ແຫ່ງ ສປ ຕີມໍ-ເລສເຕ ປະຈໍາ ສປປ ລາວ.

error: Content is protected !!