ວັນທີ 24-28 ກຸມພາ 2024 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ສະມາພັນທະລັດ ສະວິດ ຢ່າງເປັນທາງການ ຕາມການເຊື້ອເຊີນຂອງ ທ່ານ ອິກນາຊີໂອ ກາດຊີດສ໌ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ ເພື່ອເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະມາພັນທະລັດ ສະວິດ.

ໃນໄລຍະການເຄື່ອນໄຫວ ຢູ່ ສະມາພັນທະລັດ ສະວິດ ໃນຄັ້ງນີ້ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ໄດ້ພົບປະ ເຮັດວຽກກັບຄູ່ຮ່ວມຕຳແໜ່ງ ທ່ານ ອິກນາຊີໂອ ກາດຊີດສ໌ ລັດຖະມົນຕີ ກະຊວງການຕ່າງປະເທດ ສະວິດ ທີ່ ນະຄອນຫຼວງ ເບີນ ເຊິ່ງສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ໃນໄລຍະຜ່ານມາ ແລະ ປືກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ພ້ອມທັງແລກປ່ຽນຄໍາຄິດເຫັນຕໍ່ບັນຫາສະພາບພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ ໃນການພົບປະ ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະວິດ ຕະຫຼອດໄລຍະ 60 ກວ່າປີຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ນັບຕັ້ງແຕ່ ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ກັນຍາ 1963 ເປັນຕົ້ນມາ ສປປ ລາວ ແລະ ສະວິດ ໄດ້ມີການພົວພັນຮ່ວມມືທີ່ດີນຳກັນ ແລະ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ສະແດງອອກຄື ສອງຝ່າຍ ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ລະຫວ່າງ ການນຳຂັ້ນສູງຂອງທັງສອງປະເທດ ແລະ ສະວິດ ກໍສືບຕໍ່ໃຫ້ການສະໜັບສະໜູນການພັດທະນາ ຢູ່ ສປປ ລາວ ຢ່າງຕໍ່ເນື່ອງ ບໍ່ວ່າທາງດ້ານເຕັກນິກ ກໍຄື ທາງດ້ານແຫຼ່ງທຶນໃນຫຼາຍຂະແໜງການ ເປັນຕົ້ນ: ການສຶກສາ (ອາຊີວະສຶກສາ) ກະສິກຳ ແລະ ປ່າໄມ້ ການປົກຄອງ ພະລັງງານ ແລະ ບໍ່ແຮ່ ສາທາລະນະສຸກ ສິ່ງແວດລ້ອມ ແລະ ອື່ນໆ ພ້ອມດຽວກັນນັ້ນ ເພື່ອເປັນການຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືໃນຕໍ່ໜ້າ ສອງຝ່າຍ ເຫັນວ່າ ຈະໄດ້ເພີ່ມທະວີຊຸກຍູ້ການຮ່ວມມືທາງດ້ານການຄ້າ-ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ຂະແໜງການທີ່ສອງຝ່າຍມີທ່າແຮງ.
ໂອກາດດຽວກັນນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ສະວິດ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ການຮ່ວມມື ແກ່ ສປປ ລາວ ອັນໄດ້ປະ ກອບສ່ວນອັນສຳຄັນເຂົ້າໃນການສ້າງສາ ແລະ ພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ ພ້ອມທັງໄດ້ເຊື້ອເຊີນ ທ່ານ ອິກນາຊີໂອ ກາດຊີດສ໌ ໄປຢ້ຽມຢາມ ສປປ ລາວ ຕື່ມອີກ ໃນເວລາທີ່ສະດວກ ໂດຍສະເພາະໄປຢ້ຽມຢາມບັນດາແຂວງຕ່າງໆ ທີ່ ສະວິດ ໄດ້ໃຫ້ການຊ່ວຍເຫຼືອ ແລະ ຖືໂອກາດທ່ອງທ່ຽວແຂວງດັ່ງກ່າວ ປະຈຸບັນກໍສາມາດເດີນທາງໄປທາງພາກເໜືອໄດ້ດ້ວຍລົດໄຟຄວາມໄວສູງ ພ້ອມກັນນັ້ນ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ແຈ້ງໃຫ້ຊາບການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ ພ້ອມທັງ ເຊີນຊວນຊາວສະວິດ ໄປທ່ອງທ່ຽວລາວ ໃນໂອກາດປີທ່ອງທ່ຽວລາວ 2024 ນີ້.
ໃນໂອກາດຢ້ຽມຢາມ ສະມາພັນທະລັດ ສະວິດ ຢ່າງເປັນທາງການຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດຄັ້ງນີ້ໄດ້ເປັນຂີດໝາຍອັນສຳຄັນ ໃນທ່າມກາງບັນຍາກາດທີ່ສອງປະເທດກຳລັງສະເຫຼີມສະຫຼອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ສະວິດ ໃນຂະນະດຽວກັນ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມ ແລະ ກ່າວບົດປາໄສ ໃນວາລະອະພິປາຍ ລະດັບສູງ ຂອງກອງປະຊຸມສະພາສິດທິມະນຸດ ຄັ້ງທີ 55 ທີ່ ຫ້ອງການ ສປຊ ທີ່ ເຊີແນວ ແລະ ພົບປະສອງຝ່າຍ ກັບ ທ່ານ ໂວລເກີ້ ເຕີກ ຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດ.