ສຳເລັດກອງປະຊຸມເຈົ້າໜ້າທີ່ອາວຸໂສການເງິນອາຊຽນ ເພື່ອກະກຽມໃຫ້ກອງປະຊຸມ AFCDM-WG

ກະຊວງການເງິນຮ່ວມກັບທະນາຄານແຫ່ງ ສປປ ລາວ ໄດ້ດຳເນີນການເປັນເຈົ້າພາບຈັດກອງປະຊຸມ ແລະ ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມໃຫ້ກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ (ASEAN Finance and Central Bank Deputies’ Working Group Meeting and related meetings) (AFCDM-WG) ຕາມຮອບວຽນການເປັນປະທານອາຊຽນຂອງ ສປປ ລາວ ໃນປິ 2024 ໂດຍມີຜູ້ແທນເຂົ້າຮ່ວມກອງປະຊຸມຫຼາຍກ່ວາ 250 ທ່ານຈາກບັນດາກະຊວງການເງິນ ແລະ ທະ ນາຄານກາງ 10 ປະເທດອາຊຽນ (ປະເທດຕີມໍເລສເຕ້ໃນນາມຜູ້ສັງເກດການ) ກອງເລຂາອາຊຽນ ອົງການຈັດຕັ້ງສາກົນ ແລະ ບັນດາສະຖາບັນການເງິນພາກພື້ນອາຊຽນ.

ກອງປະຊຸມ AFCDM-WG ຈັດ​ຂຶ້ນ​ໃນລະຫວ່າງວັນທີ 19-23 ກຸມພາ 2024 ນີ້ ພາຍໃຕ້ການເປັນປະທານຮ່ວມລະຫວ່າງກະ ຊວງການເງິນໂດຍແມ່ນ ທ່ານ ວົງຄໍາແຫງ ວົງທະຈັກ ຫົວໜ້າກົມການເງິນຕ່າງປະເທດ ແລະ ທະນາຄານແຫ່ງ ສປປ ລາວ ໂດຍແມ່ນ ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າກົມຮ່ວມມືສາກົນ ໃນໂອກາດກ່າວທ່ານ ຫົວໜ້າກົມການເງິນຕ່າງປະເທດ ກະຊວງການເງິນ ໄດ້ຕາງໜ້າໃຫ້ປະທານຮ່ວມໃນການກ່າວເປີດກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານການຮ່ວມມືດ້ານການເງິນ-ເງິນຕາອາຊຽນ ສືບຕໍ່ເພີ່ມທະວີຍຸດທະສາດການຮ່ວມມືໃຫ້ມີການພັດທະນາຢ່າງເຂັ້ມແຂງ ເພື່ອຮັບປະກັນໃຫ້ແກ່ຄວາມໝັ້ນທ່ຽງທາງດ້ານການເງິນໃຫ້ມີຄວາມຍືນຍົງ.

ຫຼັງຈາກນັ້ນ ກອງປະຊຸມກໍໄດ້ຮັບຟັງການລາຍງານກ່ຽວກັບບັນດາແຜນວຽກບູລິມະສິດປະຈໍາປີ 2024 ພາຍໃຕ້ການເປັນປະ ທານຮອບວຽນເພື່ອສະໜັບສະໜູນຕາມຍຸດທະສາດ 3 ເສົາຄໍ້າເສດຖະກິດ ແລະ ການຈັດຕັ້ງປະຕິບັດຂະແໜງການເງິນທີ່ປະກອບມີ 2  ໜ້າວຽກທີ່ຕິດພັນໂດຍສະເພາະໃນຂົງເຂດທະນາຄານວຽກງານບູລິທະສິດທີ່ 10  (PED 10): ການແກ້ໄຂບັນ ຫາການຫຼຸດໂຕນຂອງແຫຼ່ງທຶນໃນກຸ່ມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ  ໃນຂົງເຂດການເງິນແມ່ນວຽກງານບູລິມະສິດ ທີ່ 11 (PED 11): ຂອດການສຶກສາດ້ານເຕັກນິກກ່ຽວກັບລະບົບພາສີປະຕູດຽວອາຊຽນຮູບແບບໃໝ່ ຂອງ ສປປ ລາວ ພ້ອມທັງໄດ້ມີການປຶກສາຫາລື ແລະ ແລກປ່ຽນບັນດາຄວາມຄືບໜ້າຂອງວຽກງານການຮ່ວມມື ແລະ ການເຊື່ອມໂຍງດ້ານການເງິນ-ເງິນຕາອາຊຽນທີ່ປະກອບດ້ວຍແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແຜນການເຊື່ອມໂຍງດ້ານການເງິນ-ເງິນຕາອາຊຽນ ແລະ ການຮ່ວມມືດ້ານການເງິນອາຊຽນ.

ນອກນັ້ນ ຍັງໄດ້ມີການປຶກສາລື ແລະ ຮັບຮອງດ້ານຫຼັກການຂອງບາງວຽກງານທີ່ເປັນຂໍ້ລິເລີ່ມການຮ່ວມມືໃໝ່ໆຂອງພາກພື້ນອາຊຽນ ພ້ອມນີ້ ໄດ້ສະເໜີແຜນການຈັດກອງປະຊູມລະດັບຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນໃນເດືອນເມສາ 2024 ທີ່ນະຄອນຫຼວງພະບາງ ພ້ອມທັງໄດ້ມອບການຮັບເປັນປະທານກອງປະຊຸມ AFCDM-WG ຂອງສປປ ລາວ ໃຫ້ປະເທດມາເລເຊຍສືບຕໍ່ເປັນປະທານກອງປະຊຸມ AFCDM-WG ໃນປີ 2025 ຕາມຮອບວຽນ.

ໃນວຽກທີ່ຕິດພັນກັບກະຊວງການເງິນແມ່ນມີຫຼາຍວຽກທີ່ພົ້ນເດັ່ນຕາມທີ່ໄດ້ຈັດກອງປະຊຸມສະເພາະ ແຕ່ລະຫົວຂໍ້ (Side Events) ແລະ ເພື່ອຮ່ວມມືກັນສ້າງຄວາມເຂັ້ມແຂງດ້ານເຕັກນິກວິຊາການໃຫ້ແຕ່ລະພາກສ່ວນທີ່ຮັບຜິຊອບຕາມພາລະບົດບາດໂດຍສະເພາະແມ່ນວຽກງານການຮ່ວມມືການເຊື່ອມໂຍງ ໃນຂົງເຂດພາສີອາຊຽນ ເພື່ອພັນຂະຫຍາຍຈັດຕັ້ງປະຕິບັດວຽກງານບູລິມະສິດ 11 (PED 11) ການຮ່ວມມືດ້ານອາກອນອາຊຽນທີ່ສປປ ລາວ ຈະໄດ້ຮັບກຽດເປັນປະທານໃນປີ 2024 ເຊັ່ນ: ​ກອງປະຊຸມອາກອນອາຊຽນ ຄັ້ງທີ 18 ແລະ ກອງປະຊຸມອາກອນຊົມໃຊ້ ຄັ້ງທີ 15 ເຊັ່ນດຽວກັນກັບວຽກງານການສະໜອງທຶນເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ວຽກງານຄັງເງິນແຫ່ງຊາດທີ່ເປັນວິໄສທັດ ແລະ ມີການລິເລີ່ມໃນປີ 2023 ມີການຮັບຮອງດ້ານຫຼັກການລະດັບວິຊາການ ແລະ ຈະນໍາຂຶ້ນໄປຄົ້ນຄວ້າຮັບຮອງໃນກອງປະຊຸມລະດັບຮອງລັດຖະ ມົນຕີໃນເດືອນ ເມສາ 2024 ນອກນັ້ນ ຍັງມີວຽກງານການກະກຽມເປັນປະທານຮ່ວມການເຈລະຈາການເປີດເສລີການບໍລິການດ້ານການເງິນອາຊຽນຮ່ວມກັບຟິລິບປິນໃນລະຫວ່າງສົກປີ 2024-2026.

ກອງປະຊຸມດັ່ງກ່າວ (AFCDM-WG) ໄດ້ດໍາເນີນໄປຕາມແຜນງານວິໄສທັດອາຊຽນດ້ວຍບັນຍາກາດອັນຟົດຟື້ນ ແລະ ບັນລຸໝາກຜົນຢ່າງຈົບງາມຕາມຈຸດປະສົງຄາດໝາຍໄວ້ ພ້ອມດຽວກັນນີ້ ກອງປະຊຸມໄດ້ຮັບການຊົມເຊີຍຈາກບັນດາປະເທດສະ ຊິກອາຊຽນໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມການຕ້ອນຮັບອັນອົບອຸ່ນດ້ວຍໄມຕີຈິດທີ່ດີ ແລະ ໄປຕາມຫຼັກ ການຂອງອາຊຽນ (Protocol ASEAN) ສືບຕໍ່່ການຮ່ວມມືໃນການຈັດຕັ້ງປະຕິບັດແຜນງານໂຄງການ ແລະ ແນວຄິດລິເລີ່ມຕ່າງໆໃນຕໍ່ໜ້າຕາມຍຸດທະສາດ ແລະ ວິໄສທັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 (ASEAN Economic Community Blueprint) ກອງປະຊຸມ AFCDM-WG ຄັ້ງນີ້, ເປັນກອງປະຊຸມສັງລວມທຸກວຽກງານການເງິນ-ເງິນຕາອາຊຽນຈາກກອງປະຊຸມປິ່ນອ້ອມໃນລະຫວ່າງວັນທີ 19-22 ກຸມ ພາ 2024 ເປັນຕົ້້ນ: ກອງປະຊຸມຄະນະເຮັດວຽກເຈລະຈາ ການເປີດເສລີການບໍລິການດ້ານການເງິນອາຊຽນ ກອງປະຊຸມສຳມະນາວຽກງານ “ການສະໜອງທຶນເພື່ອການຫັນປ່ຽນດ້ານການປ່ຽນແປງດິນຟ້າອາກາດໃນອາຊີຕາເວັນ ອອກສ່ຽງໃຕ້ ກອງປະຊຸມກະກຽມການສ້າງຕັ້ງເວທີແລກປ່ຽນຄັງເງິນອາຊຽນ ແລະ ກອງປະຊຸມຄະນະກຳມະການປະສານງານລະຫວ່າງຂະແໜງການວ່າດ້ວຍການສະໜອງທຶນເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການປະ ກັນໄພ ແລະ ບັນດາກອງປະຊຸມສໍາມະນາປິ່ນອ້ອມຈຳນວນໜ່ຶ່ງ (Sideline Events) ໂດຍຜ່ານການຈັດສຳມະນາໃນຫົວຂໍ້ ການຫັນປ່ຽນວຽກງານການເງິນສີຂຽວ ແລະ ວິວັດທະນາການຂອງການຄ້າທາງດ້ານການເງິນໃນອາຊີຕາ ເວັນອອກສຽງໃຕ້: ສິ່ງທ້າທາຍ ວິທີແກ້ໄຂ ແລະ ກາລະໂອກາດ.

ນອກນີ້ ກອງປະຊຸມ AFCDM-WG ລະດັບເຈົ້າໜ້າທີ່ອາວຸໂສເປັນການສັງລວມບັນຫາການຮ່ວມມືດ້ານການເງິນ-ເງິນຕາ ເພື່ອສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ການເປັນປະທານກອງປະຊຸມຮອງລັດຖະມົນຕີ ຮອງຜູ້ວ່າ ການທະນາຄານແຫ່ງສປປ ລາວ ແລະ ລັດຖະມົນຕີກະຊວງງການເງິນ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ທີ່ຈະໄດ້ຈັດຂຶ້້ນໃນເດືອນເມສາ 2024 ນີ້.

error: Content is protected !!