ສສຍລ ຈະຈັດຫຼາຍກິດຈະກຳສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ

    ເນື່ອງໃນໂອກາດ ວັນແມ່ຍິງສາກົນ ຄົບຮອບ 114 ປີ (8/3/1910-8/3/2024) ທີ່ຈະມາເຖິງ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈະປຸກລະດົມ ທຸກພາກສ່ວນໃນສັງຄົມ ໃນຂອບເຂດທົ່ວປະເທດ ຈັດຫຼາຍກິດຈະກຳ ເພື່ອສະເຫຼີມສະຫຼອງ ວັນດັ່ງກ່າວ ໃຫ້ມີບັນຍາກາດຄຶກຄື້ນ ເປັນຂະບວນການກວ້າງຂວາງ ໂດຍຈະຈັດຂຶ້ນ ພາຍໃຕ້ຄໍາຂວັນ: “ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ”.

    ທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 27 ກຸມພາ 2024 ເພື່ອກະກຽມຄວາມພ້ອມໃຫ້ແກ່ການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ ໃນປີນີ້ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ເປັນຂະບວນກ້ວາງຂວາງໃນທົ່ວປະເທດຄະນະນຳສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງແຜນງານແຜນກິດຈະກໍາລະອຽດ ໂດຍໄດ້ອອກແຈ້ງການເຖິງຄະນະບໍລິຫານງານ ຄະນະປະທານສະຫະພັນແມ່ຍິງແຂວງ ນະຄອນຫຼວງວຽງຈັນ  ກະຊວງ-ອົງການ ຂັ້ນສູນກາງ  ກ່ຽວກັບການສ້າງຂະບວນການ ແລະ ການຈັດຕັ້ງສະເຫຼີມສະຫຼອງວັນແມ່ຍິງສາກົນ ພາຍໃຕ້ຄໍາຂວັນ: “ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ” ຫຼີ “Invest in women: Accelerate Progress” ໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ຈັດປາຖະກະຖາຫວນຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ໃຫ້ຕິດພັນກັບການສະຫຼຸບການເຄື່ອນໄຫວວຽກງານພົວພັນຮ່ວມມືກັບສາກົນ ໃນ 1 ປີ ທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຈັດສຳມະນາ ທີ່ພົວພັນເຖິງການພັດທະນາ ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ກົດໝາຍພັດທະນາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກົດໝາຍວ່າດ້ວຍຄວາມສະເໝີຍິງ-ຊາຍ ແລະ ຖະແຫຼງ ການປັກກິ່ງ 12 ຂົງເຂດທີ່ໜ້າເປັນຫ່ວງ ຈັດກິດຈະກຳສົ່ງເສີມວັດທະນະທຳຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງຊາດ ຂອງແມ່ຍິງລາວ ຕິດພັນກັບການທ່ອງທ່ຽວ ແລະ ການປົກປັກຮັກສາສິ່ງ ແວດລ້ອມ ສ້າງຂະບວນການແຂ່ງຂັນສີລະປະວັນນະຄະດີ ກີລາປະເພດຕ່າງໆ ຂະບວນການອອກແຮງງານ ການວາງສະແດງຜະລິດຕະພັນຫັດຖະກຳ ຜົນຜະລິດກະສິກຳ ຕາມຄວາມສາມາດ ແລະ ຈຸດພິເສດຕົວຈິງຂອງແຕ່ລະພາກສ່ວນ ກິດຈະກຳຖາມ-ຕອບຄວາມຮູ້ຮອບຕົວ ຄວາມຮູ້ກ່ຽວກັບວຽກງານແມ່ຍິງ ແລະ ປະຫວັດມູນເຊື້ອວັນແມ່ຍິງສາກົນ.

    ສະເພາະ ສູນກາງສະຫະພັນແມ່ຍິງລາວ ຈະຈັດຫຼາຍກິດຈະກຳ ເພື່ອສ້າງບັນຍາກາດສະເຫຼີມສະຫຼອງໃຫ້ເປັນຂະບວນການຟົດຟື້ນ ເປັນຕົ້ນ ຈັດສຳມະນາເຜີຍແຜ່ກ່ຽວກັບບັນດາເນື້ອໃນທີ່ຕິດພັນກັບ ຫົວຂໍ້ ວັນທີ 8 ມີນາ 2024 ຂອງທົ່ວໂລກ ເຊິ່ງເນັ້ນໃສ່ໃນ 5 ຈຸດສຸມ ຄື: ບັນຫາດ້ານສິດທິດມະນຸດ ການຍຸຕິຄວາມທຸກຍາກ ຈັດຕັ້ງປະຕິບັດການຈັດຫາທຶນເພື່ອຕອບສະໜອງສິດສະເໜີພາບຍິງ-ຊາຍ ຫັນໄປສູ່ເສດຖະກິດສີຂຽວ ແລະ ສັງຄົມການດູແລ ແລະ ສະໜັບສະໜູນຜູ້ຫັນປ່ຽນແມ່ຍິງ ພ້ອມນີ້ ຍັງຈະຈັດງານວາງສະແດງສິນຄ້າກະສິກຳ ແລະ ຫັດຖະກຳ ເຜີຍແຜ່ວຽກງານການດູແລໃນອາຊຽນ ແລະ ການປະກອບສ່ວນໃນການຊຸກຍູ້ນະໂຍບາຍ ໃນວຽກງານເບິ່ງແຍງດູແລຂອງກຸ່ມແມ່ຍິງຢູ່ໃນພາກພື້ນ ແລະ ບັນດາປະເທດອາຊຽນ ໂດຍສະເພາະແມ່ນ ບຸລິມະສິດການເປັນເຈົ້າພາບຈັດກອງປະຊຸມອາຊຽນ ທີ່ຢູ່ໃນຄວາມຮັບຜິດຊອບຂອງສູນກາງສະຫະພັນແມ່ຍິງລາວ ແລະ ພົບປະແລກປ່ຽນວັດທະນະທຳ ທີ່ເປັນເອກະລັກຂອງແມ່ຍິງ ຮ່ວມກັບການນໍາເພດຍິງ ແມ່ຍິງບັນດາເພື່ອນມິດຍຸດທະສາດ ປະເທດອາຊຽນ ອົງການສາກົນອື່ນ ແລະ ທູຕານຸທູດ ທີ່ເປັນເພດຍິງ.

    ທ່ານນາງ ອາລີ ວົງໜໍ່ບຸນທໍາ ໃຫ້ຮູ້ອີກວ່າ: ໃນແຕ່ລະປີ ພໍຮອດວັນທີ 8 ມີນາ ໃນທົ່ວໂລກຈະພ້ອມກັນສະເຫຼີມສະຫຼອງວັນແມ່ຍິງສາກົນ ເພື່ອທົບທວນຫວນຄືນປະຫວັດການເຄື່ອນໄຫວຂອງຂະບວນການແມ່ຍິງທົ່ວໂລກ ພາກພື້ນ ອາຊຽນ ສະເພາະ ສປປ ລາວ ໄດ້ເຂົ້າຮ່ວມເຄື່ອນໄຫວໃນຂະບວນການດັ່ງກ່າວ ເພື່ອເປັນການປຸກລະດົມຄະນະນຳສະຫະພັນແມ່ຍິງແຕ່ລະຂັ້ນ ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ຕັ້ງໜ້າເຂົ້າຮ່ວມຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນພັດທະນາແມ່ຍິງລາວ ທ້າຍສະໄໝ ຕິດພັນກັບຂະບວນການເຄື່ອນໄຫວສົ່ງເສີມຄວາມກ້າວໜ້າຂອງເອື້ອຍນ້ອງແມ່ຍິງ ໃນການເຂົ້າຮ່ວມປະກອບສ່ວນແກ້ໄຂຄວາມທຸກຍາກ ການຈັດຕັ້ງປະຕິບັດສົນທິສັນຍາ ຖະແຫຼງການທີ່ກ່ຽວຂ້ອງ ແລະ SDGs 2030 ໄປຄຽງຄູ່ກັບການປຸກລະດົມຊຸກຍູ້ຂະບວນການຂອງແມ່ຍິງ ປະກອບສ່ວນເຂົ້າໃນ ການກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຂອງສະຫະພັນແມ່ຍິງ ໃຫ້ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍອັນເລິກເຊິ່ງ.     ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນ ລວມເຖິງແມ່ຍິງລາວບັນດາເຜົ່າ ຈົ່ງສືບຕໍ່ໃຫ້ການຮ່ວມມື ສະໜັບສະໜູນ ແລະ ເຂົ້າຮ່ວມໃນຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ ໃຫ້ເປັນຂະບວນຟົດຟື້ນ ກວ້າງຂວາງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.

error: Content is protected !!