Vietjet ເລີ່ມເປີດເສັ້ນທາງບິນກົງທຳອິດເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ໂຮຈີມິງ

ລາຄາປະຢັດພຽງແຕ່ 0 ໂດລາ ເລີ່ມຕົ້ນວັນທີ 1-8 ມີນານີ້

    ໃນວັນທີ 25 ກຸມພາ 2024 ທີ່ນະຄອນຫຼວງວຽງຈັນ ສາຍການບິນເອກະຊົນໃຫຍ່ທີ່ສຸດຂອງຫວຽດນາມ Vietjet ໄດ້ເປີດຖ້ຽວບິນທຳອິດທີ່ເຊື່ອມຕໍ່ນະຄອນ ຫຼວງຂອງ ສປປ ລາວ ກັບສູນກາງດ້ານເສດຖະກິດຂອງຫວຽດນາມ ນະຄອນໂຮຈີມິງ ຄາດວ່າຈະເປັນເສັ້ນທາງທີ່ປະຢັດເວລາ ແລະ ຄ່າໃຊ້ຈ່າຍສໍາລັບການເດີນທາງລະຫວ່າງສອງປະເທດ ພ້ອມທັງມອບໂອ ກາດໃນການທ່ອງທ່ຽວ ການຄ້າຂາຍ ແລະ ການພັດທະນາເສດຖະກິດ.

    ພິທີສະເຫຼີມສະຫຼອງຈັດຂຶ້ນທີ່ ສະໜາມບິນສາກົນ Tan Son Nhat ແລະ ສະໜາມບິນສາກົນວັດໄຕ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສຸວັນນະແສງ ອຳໄພ ຮອງກົງສຸນໃຫຍ່ ສປປ ລາວ ປະຈຳນະຄອນ ໂຮຈີມິງ ທ່ານ ບຸນແຕງ ສີມູນ ຮອງຫົວໜ້າກົມການບິນພົນລະເຮືອນລາວ (DCAL) ທ່ານ ສັກດາ ສຸລິສັກ ຮອງຜູ້ອໍານວຍການໃຫຍ່ສະໜາມບິນລາວ (AOL) ທ່ານ ແກ້ວສຸລີ ນູຟອງສະໝຸດ ຮັກສາການຜູ້ອໍານວຍການສະໜາມບິນສາກົນວັດໄຕ, ການນໍາສາຍການບິນລາວ ແລະ Vietjet. ຮ່ວມສະຫຼອງຖ້ຽວບິນໃໝ່ ແລະ ຕ້ອນຮັບຜູ້ໂດຍສານທ່ານທໍາອິດໃນຖ້ຽວບິນທໍາອິດ.

    ໃຫ້ບໍລິການ 4 ຖ້ຽວຕໍ່ອາທິດໃນວັນຈັນ ວັນພຸດ ວັນສຸກ ແລະ ວັນອາທິດ ນັກທ່ອງທ່ຽວສາມາດບິນໂດຍກົງຈາກນະຄອນຫຼວງວຽງຈັນໄປ ນະຄອນໂຮຈິມິງໃນເວລາບໍ່ຮອດ 2 ຊົ່ວໂມງ ຖ້ຽວບິນອອກຈາກສະໜາມບິນສາກົນວັດໄຕໃນເວລາ 18:45 ໂມງ ແລະ ໄປຮອດສະໜາມບິນສາກົນ Tan Son Nhat ນະຄອນໂຮຈິມິງໃນເວລາ 20:45 ໂມງ ໃນຂະນະທີ່ ຖ້ຽວບິນຈາກນະຄອນໂຮຈີມິງ ຫາ ນະຄອນຫຼວງວຽງຈັນ ອອກເວລາ 16:00 ໂມງ ແລະ ລົງຈອດໃນເວລາ 17:45 ໂມງ (ຕາມເວລາທ້ອງຖິ່ນ).

    ທ່ານ Nguyen Thanh Son ຮອງປະທານບໍລິສັດ Vietjet ໃຫ້ຮູ້ວ່າ: “ຖ້ຽວບິນໃໝ່ເຊື່ອມຕໍ່ນະຄອນ ໂຮຈີມິງ ຫາ ນະຄອນຫຼວງວຽງຈັນ ບໍ່ພຽງແຕ່ເຮັດໃຫ້ເວລາໃນການເດີນທາງລະຫວ່າງ ຫວຽດນາມ ແລະ ລາວ ສັ້ນລົງເທົ່ານັ້ນ ແຕ່ຍັງໄດ້ຂະຫຍາຍການເຊື່ອມຕໍ່ທາງອາກາດຂອງ ນະຄອນຫຼວງວຽງຈັນ ໄປເຖິງບັນດາຈຸດໝາຍປາຍທາງໃນພາກພື້ນ ແລະ ໃນໂລກຜ່ານເຄືອຂ່າຍການບິນສາກົນຂອງ Vietjet. ພວກເຮົາຈະສືບຕໍ່ມອບປີ້ຍົນທີ່ມີລາຄາຖືກກວ່າໃນເຮືອບິນໃໝ່ ທັນສະໄໝ ແລະ ການບໍລິການທີ່ດີເລີດຂອງພວກເຮົາ.”

    ເພື່ອສະເຫຼີມສະຫຼອງເສັ້ນທາງໃໝ່ ແຕ່ວັນທີ 1 ຫາ 8 ມີນາ 2024 Vietjet ມອບປີ້ຍົນລາຄາໂປໂມຊັ່ນ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທໍານຽມ) ສໍາລັບເສັ້ນທາງ ນະຄອນຫຼວງວຽງຈັນ-ນະຄອນໂຮຈີມິງ ແລະ ໄປເຖິງຈຸດໝາຍປາຍທາງໃນອົດສະຕາລີ ເກົາຫຼີໃຕ້ ຍີ່ປຸ່ນ ຮົງກົງ ໄຕ້ຫວັນ ອິນເດຍ ແລະ ອື່ນໆ. ນັກທ່ອງທ່ຽວສາມາດຮັບປີ້ບິນໂດຍບໍ່ເສຍຄ່າ ໄດ້ທີ່ www.vietjetair.com ຫຼື ແອັບ Vietjet Air ແລະ ວາງແຜນທ່ອງທ່ຽວໃນລະຫວ່າງວັນທີ 1 ເມສາ ຫາ 31 ຕຸລາ 2024 (ຕາມຂໍ້ກໍານົດ ແລະ ເງື່ອນໄຂ).

    ທ່ອງທ່ຽວທົ່ວໂລກກັບ Vietjet ໃຫ້ລາງວັນກັບໂຕທ່ານດ້ວຍການບິນທີ່ມີຄວາມສຸກ ແລະ ທັນສະໄໝ ເປັນມິດກັບສິ່ງແວດລ້ອມ ເພີດເພີນກັບການບໍລິການຂອງລູກເຮືອທີ່ເປັນມືອາຊີບ ແລະ ເປັນມິດ ມີປະສົບການໃນການມອບບໍລິການທີ່ດີເລີດ ແລະ ໄດ້ຊີມລົດຊາດອາຫານພື້ນເມືອງຫວຽດນາມ ເຊັ່ນ: ເຂົ້າຈີ່ຫວຽດນາມ ເຝີ ແລະ ອາຫານຈາກທົ່ວໂລກ ບິນຢ່າງມີຄວາມສຸກ ບິນກັບ Vietjet!

error: Content is protected !!