ກະຊວງໂຍທາທິການ ແລະ ຂົນສົ່ງ ກໍ່ຄືກົມເຄຫາ ແລະ ຜັງເມືອງ ສະຖາບັນໂຍທາທິການ ແລະ ຂົນສົ່ງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໂດຍການຮ່ວມມືກັບໂຄງການສ້າງຂີດຄວາມສາມາດໃນການຄຸ້ມຄອງ ແລະ ສົ່ງເສີມການພັດທະນາຕົວເມືອງ (CDUDCP) ໄດ້ຈັດຕັ້ງກອງປະຊຸມ ກົນໄກການປະສານງານ ເພື່ອການຄຸ້ມຄອງຕົວເມືອງຄັ້ງທີ 6 (UMP) ພາຍໃຕ້ຫົວຂໍ້ “ຄວາມປອດໄພຂອງຕົວເມືອງຂອງພວກເຮົາ”.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງທ້າຍເດືອນມັງກອນ ຫາຕົ້ນເດືອນກຸມພາ ຢູ່ 6 ເມືອງໃນນະຄອນຫຼວງວຽງຈັນຄື: ເມືອງໄຊທານີ ໄຊເສດຖາ ຈັນທະບູລີ ນາຊາຍທອງ ສີສັດຕະນາກ ແລະ ເມືອງສີໂຄດຕະບອງ ໂດຍມີຈຸດປະສົງເພື່ອເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ສາທາລະນະ ກ່ຽວກັບຄວາມສຳຄັນ ແລະ ຄວາມຈຳເປັນຂອງລະບຽບການອະນຸຍາດປຸກສ້າງ ແລະ ລະບຽບຄວບຄຸມອາຄານ ເຊິ່ງເປັນເຄື່ອງມືໃນການຄຸ້ມຄອງການພັດທະນາຕົວເມືອງ ແລະ ເຮັດໃຫ້ຕົວເມືອງມີຄວາມປອດໄພ ສະອາດ ສະດວກສະບາຍ ເປັນມິດຕໍ່ສິ່ງແວດລ້ອມ ມີທິວທັດທີ່ສວຍງາມ ແລະ ສອດຄ່ອງກັບແຜນຜັງເມືອງ ກໍ່ຄືແຜນພັດທະນາເສດຖະກິດ ແລະ ສັງຄົມ.


ພາຍຫຼັງທີ່ພໍ່ແມ່ປະຊາຊົນໄດ້ຮັບຊົມວິດີໂອ ການບັນຍາຍກ່ຽວກັບກົດລະບຽບແລ້ວ ກໍ່ມີນັກວິຊາການຈາກຂະແໜງການທີ່ກ່ຽວຂ້ອງໄດ້ໃຫ້ການອະທິບາຍລາຍລະອຽດເພີ່ມເຕີມ ເພື່ອໃຫ້ສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມຫຼາຍຂຶ້ນ ປັດຈຸບັນ ລະບຽບຄວບຄຸມອາຄານ ກຳລັງຢູ່ໃນຂັ້ນຕອນຂອງການສ້າງ ໂດຍການສະໜັບສະໜູນຈາກໂຄງການ CDUDCP ຂອງອົງການ JICA ແລະ ມີແຜນຈະໃຊ້ເປັນມາດຕະຖານທາງເຕັກນິກ ເພື່ອຄວາມປອດໄພຂອງອາຄານ.



UMP ແມ່ນກົນໄກສຳລັບການແບ່ງປັນຂໍ້ມູນຂ່າວສານ ແລະ ການປຶກສາຫາລື ກ່ຽວກັບການພັດທະນາຕົວເມືອງ ໂດຍການມີສ່ວນຮ່ວມຂອງປະຊາຊົນ ພາກທຸລະກິດເອກະຊົນ ກໍ່ຄືລັດຖະບານ ກອງປະຊຸມຄັ້ງຕໍ່ໄປ ກໍ່ຄືຄັ້ງທີ 7 ຈະໄດ້ຈັດຂຶ້ນໃນທ້າຍເດືອນນີ້ ພາຍໃຕ້ຫົວຂໍ້ ‘ການພັດທະນາຕົວເມືອງແບບມີສ່ວນຮ່ວມ’.
