ສ້າງກິດຈະກຳບໍລິຈາກເລືອດໃຫ້ກາຍເປັນກິດຈະກຳທົ່ວປວງຊົນ

    ກອງປະຊຸມສະຫຼຸບ ການປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດ ແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ ປະຈຳປີ 2023 ແລະ ວາງທິດທາງແຜນການແບບມີສ່ວນຮ່ວມ ປີ 2024 ຮ່ວມກັບພາກສ່ວນ ວິທະຍາໄລພາກລັດ-ພາກເອກະຊົນ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ຈັດຂຶ້ນໃນວັນທີ່ 15 ກຸມພາ 2024 ໂດຍເປັນປະທານຮ່ວມຂອງທ່ານ ສຈ ດຣ ມາຍຟອງ ມາຍຊາຍ ຮອງຄະນະບໍດີ ມະຫາວິ ທະຍາໄລວິທະຍາສາດສຸຂະພາບ ທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມ ອາຊີວະສຶກສາ ກະຊວງ ສຶກສາທິການ ແລະ ກີລາ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ທ່ານຜູ້ບໍລິຫານການສຶກສາ ມວສ ວິທະຍາໄລພາກລັດ ແລະ ເອກຊົນ ທົ່ວນະຄອນ ຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ດຣ ຈັນທະລາ ສຸກສາຄອນ ກ່າວວ່າ: ຈຸດປະສົງຂອງກອງປະຊຸມ ສະຫຼຸບການເຄື່ອນໄຫວປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດ ຮ່ວມກັບມະຫາວິທະຍາໄລວິທະຍາສາດສຸຂະພາບວິທະຍາໄລພາກລັດ ແລະ ເອກະຊົນປີ 2023 ຜ່ານມາ ເພື່ອສັງເກດຕີລາຄາ ສະພາບຈຸດດີ ຈຸດອ່ອນຄົງຄ້າງ ທີ່ຈະໄດ້ເອົາໃຈໃສ່ໃນຕໍ່ໜ້າ ພ້ອມວາງແຜນການແບບມີສ່ວນຮ່ວມເພື່ອໃຫ້ມີປະຕິທິນອອກຮັບບໍລິຈາກເລືອດຕະຫຼອດປີ ຮັບຮອງເອົາແຜນປະຈຳປີ 2024 ແລະ ຕົວເລກຄາດໝາຍສູ້ຊົນຮ່ວມກັນ.

    ຜົນສຳເລັດປີ 2023 ( ພາກສ່ວນ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ) ອອກຮັບບໍລິຈາກເລືອດຮ່ວມກັບ ມວສ ທັງໝົດ 5 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 600 ເທື່ອຄົນ ຜູ້ບໍລິຈາກເລືອດໄດ້ 39 ເທື່ອ ຄົນ ທຽບໃສ່ແຜນການ ແມ່ນຫຼຸດຄາດໝາຍ (ຄາດໝາຍ 1.328 ).

    ສໍາລັບແຜນປີ 2024 ຄາດຄະເນ ອອກຮັບບໍລິຈາກເລືອດໃຫ້ໄດ້ 8 ຄັ້ງ ຄົນເຂົ້າຮ່ວມ 2.000 ເທື່ອຄົນ ໃຫ້ມີຜູ້ບໍລິຈາກເລືອດ 1.526 ເທື່ອຄົນ ນອກນີ້ເຂົ້າຮ່ວມກິດຈະກຳບໍລິຈາກເລືອດໃນວັນສຳຄັນຕ່າງໆ3-4 ຄັ້ງ ແລະ ຈັດອົບຮົມຊາວໜຸ່ມ ຫຼື ປະຊຸມຮ່ວມ ອາສາສະໝັກບໍລິຈາກເລືອດ ໃຫ້ໄດ້ 1-2 ຄັ້ງ.

    ສ່ວນຜົນສຳເລັດປີ 2023 (ພາກສ່ວນ ວິທະຍາໄລພາກລັດ ແລະ ເອກະຊົນ) ອອກຮັບບໍລິຈາກເລືອດຮ່ວມກັບວິທະຍາໄລພາກລັດທັງໝົດໄດ້ 38 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 2.400 ເທື່ອຄົນ ຜູ້ບໍລິຈາກເລືອດໄດ້ 926 ເທື່ອຄົນ ທຽບໃສ່ແຜນການ ແມ່ນຫຼຸດຄາດໝາຍ (ຄາດໝາຍ 2.226 ).

    ສຳລັບແຜນປີ 2024 ຄາດຄະເນ ອອກຮັບບໍລິຈາກເລືອດໃຫ້ໄດ້ 60 ຄັ້ງ ໃຫ້ມີຄົນເຂົ້າຮ່ວມ 4.000 ເທື່ອຄົນ ຜູ້ບໍລິຈາກເລືອດ 2.622 ເທື່ອຄົນ ເຂົ້າຮ່ວມກິດຈະກຳບໍລິຈາກເລືອດໃນວັນສຳຄັນຕ່າງໆ ໃຫ້ໄດ້ 3-4 ຄັ້ງ ແລະ ຈັດອົບຮົມຊາວໜຸ່ມ/ປະຊຸມຮ່ວມ ອາສາສະໝັກບໍລິຈາກເລືອດ ໃຫ້ໄດ້ 1-2 ຄັ້ງ.

    ໂອກາດດຽວກັນ ສຈ ດຣ ມາຍຟອງ ມາຍຊາຍ ກວ່າວ່າ: ອີງໃສ່ຄວາມຮຽກຮ້ອງຕ້ອງການເລືອດ ເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບແລ້ວ ແມ່ນເຫັນວ່າ ມີນັບມື້ ນັບເພີ່ມສູງຂຶ້ນເລື້ອຍໆ ໃນປີ 2023 ຕາມແຜນການທົ່ວປະເທດຕ້ອງບັນລຸ 73.000 ຖົງ ແຕ່ປະຕິບັດໄດ້ທັງໝົດ 73.023 ຖົງ ຖ້າທຽບໃສ່ແຜນການແມ່ນລື່ນແຜນການ 23 ຖົງ ( ບັນລຸ 100%) ສຳລັບ ປີ 2024 ຕາມແຜນການແລະຄາດໝາຍສູ້ຊົນທີ່ສະພາແຫ່ງຊາດຮັບຮອງ ທົ່ວປະເທດຕ້ອງໃຫ້ບັນລຸ 78.000 ຖົງ ໃນນີ້ ສູນກາງ (ກະຊວງ ອົງການ ແລະ ນະຄອນຫຼວງວຽງຈັນ) ຕ້ອງບັນລຸ 33.300 ຖົງ ແລະ ທ້ອງຖີ່ນ 44.700 ຖົງ ເຊິ່ງໃນນັ້ນກໍລວມພາກ ສ່ວນເຮົາຢູ່ນຳ ເພື່ອບັນລຸເປົ້າໝາຍດັ່ງກ່າວ ພວກເຮົາຈະຕ້ອງເພີ່ມທະວີ ການປຸກລະດົມຂົນຂວານໃຫ້ຫຼາຍ ຂຶ້ນ ສ້າງກິດຈະກຳບໍລິຈາກເລືອດ ເປັນກິດຈະກຳຂອງທົ່ວປວງຂົນ ທຸກພາກສ່ວນໃນສັງຄົມຕ້ອງມີສ່ວນ ຮ່ວມ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ຍ້ອນວ່າ ບໍ່ມີຢາ ຫຼື ສານອັນໃດ ໃນປັດຈຸບັນ ທີ່ເອົາມາປ່ຽນແທນ ການສົ່ງເລືອດໄດ້ເທື່ອ ການປຸກລະດົມການບໍລິຈາກເລືອດແມ່ນຕ້ອງໄດ້ດໍາເນີນໄປ ຢ່າງຕໍ່ເນື່ອງມີແຜນການ ມີເປົ້າໝາຍ ແລະ ມີຈຸດສຸມ.

error: Content is protected !!