ສຳເລັດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານ ທນບ ປະຈຳປີ 2023
ທະນາຄານນະໂຍບາຍ (ທນບ) ໄດ້ຈັດຕັ້ງກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານ ຂອງ ທນບ ປະຈຳປີ 2023 ແລະ ກຳນົດທິດທາງແຜນການ ປະຈຳປີ 2024 ລະຫວ່າງວັນທີ 12-14 ກຸມພາ 2024 ທີ່ ສະໂມສອນ ສະຖາບັນການທະນາຄານ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ວິສອນ ໄຊສົງຄາມ ຜູ້ອຳນວຍການ ທນບ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານ ທນບ; ມີບັນດາຄະນະອຳນວຍການ, ຄະນະພະແນກ-ທຽບເທົ່າ, ຄະນະສາຂາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ຕີລາຄາ ເຖິງຜົນສຳເລັດໃນການເຄື່ອນໄຫວວຽກງານຂອງ ທນບ ໃນປີຜ່ານມາ ແລະ ຄົ້ນຄວ້າກຳນົດ ທິດທາງ-ແຜນການ ປະຈຳປີ 2024 ເປັນຕົ້ນ ແຜນການສະໜອງສິນເຊື່ອ ແຜນການດຳເນີນທຸລະກິດ ແລະ ແຜນການກະກຽມຄວາມພ້ອມຮອບດ້ານໃນການຫັນເປັນທະນາຄານພັດທະນາຊົນນະບົດ ( ທພບ ) ແລະ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃຫ້ບໍລິການ, ການສະໜອງສິນເຊື່ອ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການປະເມີນຈັດປະ ເພດການຈັດຕັ້ງປະຕິບັດວຽກງານດີເດັ່ນຂອງບັນດາສາຂາ, ຫ້ອງການປະສານງານ ແລະ ໜ່ວຍບໍລິການປະຈຳປີ 2023.
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດໃນການຊີ້ນຳ-ນຳພາຂອງບັນດາຄະນະອຳນວຍການ ແລະ ຄະນະບໍລິຫານງານ ທນບ ໃນການຈັດຕັ້ງປະຕິບັດວຽກງານໃນປີຜ່ານມາ ຈຶ່ງສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ໂດຍລວມເຫັນວ່າ ມີຫຼາຍຕົວຊີ້ວັດມີທ່າອຽງດີຂຶ້ນເປັນລໍາດັບ;
ທ່ານປະທານສະພາບໍລິຫານ ທນບ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ-ພະນັກງານໃຫ້ເປັນປົກກະຕິ ແລະເລິກເຊິ່ງເຖິງຖອງກວ່າເກົ່າ ເພື່ອເຮັດມີການຫັນປ່ຽນທີ່ຕັ້ງໜ້າດີຂຶ້ນ; ປັບປຸງແບບແຜນການນຳພາ ແລະ ວິທີເຮັດວຽກ ຂອງຄະນະນຳແຕ່ລະຂັ້ນ ນັບແຕ່ສຳນັກງານໃຫຍ່ ຈົນເຖິງຂັ້ນທ້ອງຖິ່ນ-ຮາກຖານ; ເອົາໃຈໃສ່ວຽກງານຈັດຕັ້ງ-ພະນັກງານໃຫ້ມີການສັບປ່ຽນໝູນວຽນ ມີການຕິດຕາມການຈັດຕັ້ງປະຕິບັດວຽກງານ ໃຫ້ເປັນປົກກະຕິ ເອົາໃຈໃສ່ໃຫ້ຄວາມສຳຄັນວຽກງານກວດກາ, ພະນັກງານກວດກາ ຕ້ອງມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດ ສິນທຳປະຕິວັດ, ທ່ຽງທຳ, ຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ລະບຽບ, ກົດໝາຍ ເພື່ອເຮັດໃຫ້ວຽກງານກວດກາໄດ້ຮັບປະສິດທິຜົນ. ເອົາໃຈໃສ່ວຽກງານວິຊາສະເພາະ ເປັນຕົ້ນແມ່ນ : ການອຳນວຍຄວາມສະດວກໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການທາງດ້ານການເງິນ, ການສະໜອງສິນເຊື່ອຕາມແນວທາງນະໂຍບາຍຂອງພັກ-ລັດຖະບານໃນໄລຍະໃໝ່ ຕິດພັນກັບການຫັນເປັນ ທະນາຄານພັດທະນາຊົນນະບົດ ໃຫ້ຮັບປະກັນຄຸນນະພາບ, ມີປະສິດທິຜົນ ບົນພື້ນຖານໃຫ້ມີການໄລ່ລຽງ ຄຽງຄູ່ກັບການສົ່ງເສີມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ຫຼຸດລົງຢ່າງເປັນຮູບປະທໍາ, ເອົາໃຈໃສ່ການຄຸ້ມຄອງບໍລິຫານລາຍຮັບ-ລາຍຈ່າຍ ພ້ອມກັນປະຢັດມັດທະຢັດ, ຫຼີກລຽງລາຍຈ່າຍ ທີ່ເປັນອັນຟຸມເຟືອຍ. ເພີ່ມທະວີການລົງໃກ້ສິດຕິດແທດກັບທ້ອງຖິ່ນຮາກຖານ ໂດຍສົມທົບອຳນາດການປົກຄອງທ້ອງຖິ່ນໃຫ້ເຂົ້າໃຈຢ່າງເລິກເຊີ່ງ ຕໍ່ພາລະບົດບາດໃນໄລຍະໃຫມ່ຂອງ ທພບ.
ຕ້ອງເພີ່ມທະວີການໂຄສະນາ, ປະຊາສຳພັນ ແລະ ອໍານວຍຄວາມສະດວກໃຫ້ປະຊາຊົນຢູ່ເຂດຊົນນະບົດ ສາມາດເຂົ້າເຖິງການບໍລິການ.
ຕອນທ້າຍ ຂອງກອງປະຊຸມ, ທ່ານຜູ້ອຳນວຍການ ທນບ ໄດ້ຕາງໜ້າໃຫ້ຄະນະອຳນວຍການ ແລະ ຄະນະບໍລິຫານງານ ທນບ ກ່າວຮັບຄຳໂອ້ລົມ ຊຶ່ງຈະໄດ້ນຳເອົາທິດຊີ້ນຳ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃຫ້ມີຜົນສຳເລັດຍິ່ງໆຂຶ້ນໄປ.