ຄ່າໂດຍສານເລີ່ມຕົ້ນພຽງແຕ່ 0 ໂດລາ ສໍາລັບເສັ້ນທາງລະຫວ່າງປະເທດທຸກເສັ້ນທາງ ສາມາດຈັບຈອງໄດ້ທຸກອາທິດ
ນະຄອນຫຼວງວຽງຈັນ ວັນທີ 12 ກຸມພາ 2024 Vietjet ໄດ້ສະເຫຼີມສະຫຼອງປີໃໝ່ ດ້ວຍການເລີ່ມເປີດເສັ້ນທາງບິນກົງທີ່ເຊື່ອມຕໍ່ ນະຄອນ ໂຮຈີມິງ ຫາ ເສີງຕູ່ ຖ້ຽວບິນໃໝ່ນີ້ ຈະເຮັດໃຫ້ນັກທ່ອງທ່ຽວໃນທະວີບມີທາງເລືອກໃນການເດີນທາງໃນໄລຍະເດືອນມີນາ-ເມສານີ້ ພ້ອມທັງເພີ່ມທະວີການເຊື່ອມຕໍ່ທາງດ້ານການບິນຂອງຫວຽດນາມ ແລະ ຈີນ ພ້ອມທັງຊຸກຍູ້ການຄ້າ ແລະ ການທ່ອງທ່ຽວລະຫວ່າງ 2 ປະເທດ ແລະ ພາກພື້ນ.

ເປັນກຽດເຂົ້າຮ່ວມພິທີ ທີ່ສະໜາມບິນສາກົນ Tan Son Nhat ມີທ່ານ Wei Huaxiang, ກົງສຸນໃຫຍ່ຈີນປະຈຳນະຄອນໂຮຈິມິງ ແລະ ທ່ານ Michael Hickey ຫົວໜ້າຝ່າຍປະຕິບັດການ Vietjet. ພ້ອມກັນຕ້ອນຮັບຜູ້ໂດຍສານໃນຖ້ຽວບິນທຳອິດຢ່າງອົບອຸ່ນ ແລະ ໄດ້ອວຍພອນການປະຕິບັດງານໃໝ່ໃນປີມັງກອນນີ້.

ເສັ້ນທາງ ໂຮຈີມິງ-ເສີງຕູ່ ໃຫ້ບໍລິການຖ້ຽວບິນໄປກັບ 7 ຖ້ຽວຕໍ່ອາທິດ ໃຊ້ເວລາບິນກວ່າ 4 ຊົ່ວໂມງຕໍ່ຖ້ຽວ ຖ້ຽວບິນຈາກສະໜາມບິນສາກົນ Tan Son Nhat ຢູ່ນະຄອນໂຮຈິມິງ ອອກເດີນທາງ 19:10 (ຕາມເວລາທ້ອງຖິ່ນ) ແລະ ລົງຈອດຢູ່ສະໜາມບິນສາກົນ Chengdu Tianfu (TFU) ໃນເວລາ 00:15 ນາທີ ມື້ຕໍ່ມາ (ຕາມເວລາທ້ອງຖິ່ນ) ໃນອີກຖ້ຽວໜຶ່ງຈາກເມືອງ ເສີງຕູ່ ຖ້ຽວບິນອອກ 00:50 ໂມງ (ຕາມເວລາທ້ອງຖິ່ນ) ແລະ ຮອດນະຄອນໂຮຈີມິງ ເວລາ 03:55 ໂມງ (ຕາມເວລາທ້ອງຖິ່ນ).

ລາຄາປີ້ໂດຍສານພຽງ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ທຸກໆວັນພຸດ ວັນພະຫັດ ແລະ ວັນສຸກ ແມ່ນສາມາດຈອງໄດ້ແລ້ວທີ່ www.vietjetair.com ຫຼື ແອັບມືຖື Vietjet Air ໄດ້ທຸກເສັ້ນທາງລະຫວ່າງປະເທດຂອງ Vietjet. ຜູ້ໂດຍສານຂອງ Vietjet ຈະໄດ້ຮັບປະກັນໄພການເດີນທາງ SkyCare ໂດຍບໍ່ເສຍຄ່າ ເພື່ອການເດີນທາງທີ່ປອດໄພ.
ນະຄອນໂຮຈີມິງ ຕັ້ງຢູ່ພາກໃຕ້ຂອງຫວຽດນາມ ແມ່ນສູນກາງເສດຖະກິດ ແລະ ການຄົມມະນາຄົມຂອງປະເທດ ນັກທ່ອງທ່ຽວສາມາດມ່ວນຊື່ນກັບສະຖານທີ່ ທີ່ເປັນສັນຍາລັກຄື: ຕະຫຼາດ Ben Thanh ຫໍສະໝຸດກາງ ແລະ ພະລາຊະວັງເອກະລາດ ແລະ ອື່ນໆອີກຫຼາຍແຫ່ງ ນັກທ່ອງທ່ຽວຍັງສາມາດເພີດເພີນກັບລົດຊາດອາຫານຂອງຫວຽດນາມແທ້ໆເຊັ່ນ: ເຝີ Banh Mi ກາເຟໃສ່ໄຂ່ ແລະ ຍັງມີອາຫານອີກຫຼາຍຢ່າງ ນະຄອນໂຮຈິມິງ ຍັງເປັນປະຕູສູ່ບັນດາຈຸດໝາຍທີ່ໜ້າຈັບອົກຈັບໃຈຂອງ ຝູກັວກ ດາໜັງ ດາລັດ… ໃຊ້ເວລາພຽງ 1 ຊົ່ວໂມງ ຍ້ອນວ່າເຄືອຂ່າຍ Vietjet ທີ່ກວ້າງຂວາງ.
ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ ເມືອງເສີງຕູ່ ນະຄອນຫຼວງຂອງແຂວງເສສວນ ເປັນປະຕູສຳຄັນທີ່ເຊື່ອມຕໍ່ຫຼາຍຕົວເມືອງໃຫຍ່ຂອງຈີນ ແລະ ສາກົນ ຍັງເປັນ “ບ້ານເກີດເມືອງນອນ” ຂອງ ໝິີແພນດ້າ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ Jiuzhaigou ມໍລະດົກໂລກທີ່ໄດ້ຮັບການຍອມຮັບຈາກອົງການ UNESCO ນອກຈາກເສັ້ນທາງ ເສີງຕູ່ – ໂຮຈີມິນງ Vietjet ຍັງໃຫ້ບໍລິການຖ້ຽວບິນ ຊຽງໄຮ້ – ໂຮຈີມິງ ແລະ ຖ້ຽວບິນອີກຫຼາຍຖ້ຽວລະຫວ່າງຫວຽດນາມ ແລະ ຕົວເມືອງອື່ນໆຂອງຈີນຄື: Hangzhou Tianjin Xi’an Shenzhen Chongqing Nanjing Shijiazhuang Harbin Lijiang ແລະ ອື່ນໆ.

ພິເສດ ໃນຕອນເຊົ້າມື້ທຳອິດຕົ້ນປີມັງກອນ ຜູ້ໂດຍສານທີ່ບິນກັບ Vietjet ຢູ່ສະໜາມບິນໃນທົ່ວຫວຽດນາມ ຈະໄດ້ຮັບການຕ້ອນຮັບດ້ວຍຮອຍຍິ້ມ ຄຳອວຍພອນ ແລະ ເງິນຂອງຂວັນຈາກບັນດາການນຳ ພະນັກງານ ເຮືອບິນ Vietjet ເພື່ອແບ່ງປັນຄວາມມ່ວນຊື່ນ ແລະ ຄວາມສຸກໃນເທດສະການກຸດຫວຽດ.
ບິນກັບ Vietjet ຜູ້ໂດຍສານສາມາດເພີດເພີນກັບອາຫານຫວຽດນາມ ແລະ ສາກົນເຊັ່ນ: Banh mi Pho dimsum ແລະ ອື່ນໆ ໃຫ້ບໍລິການໂດຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ ແລະ ພ້ອມໃຫ້ບໍລິການໃນເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ.

Vietjet ຈະເປີດເສັ້ນທາງ ວຽງຈັນ-ໂຮຈິມິງ ໃນອາທິດໜ້າ ວັນທີ 25 ກຸມພາ 2024 ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ຄື: ວັນຈັນ ວັນພຸດ ວັນສຸກ ແລະ ວັນອາທິດ ເຊິ່ງໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ ນັກທ່ອງທ່ຽວຈາກລາວສາມາດຖືໂອກາດນີ້ໃນການເດີນທາງໄປຫວຽດນາມ ຍັງສາມາດເດີນທາງໄປບັນດາຈຸດໝາຍປາຍທາງເພື່ອສຳຜັດກັບປະສົບການ ການເດີນທາງທີ່ໜ້າຈົດຈຳໃນລະດູໃບໄມ້ປົ່ງທີ່ຈະມາເຖິງນີ້.
ຂໍ້ມູນເພີ່ມຕື່ມໄດ້ທີ່ www.vietjetair.com Media contact: Bigblue Agency Laos
Call: +85620 78911848 (Lath)
Vietjet Ms. Kieu Duong (Amy)
Email: kieuduong@vietjetair.com
Cell: +84 932 775 066