ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2023 ແລະ ວາງທິດທາງແຜນການປະຈໍາປີ 2024 ຂອງກະຊວງພາຍໃນ ຈັດຂຶ້ນວັນທີ 14 ກຸມພາ 2024 ທີ່ ສູນການຮ່ວມມືສາກົນ ແລະ ເຝີກອົບຮົມ (ICTC) ໂດຍເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານການປົກຄອງ ແລະ ວັດທະນະທໍາ-ສັງຄົມ ບັນດາຮອງລັດຖະມົນຕີກະຊວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.


ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ກ່າວວ່າ: 1 ປີຜ່ານມາ ກະຊວງພາຍໃນ ໄດ້ເອົາໃຈໃສ່ເຂົ້າໃນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ອັນພົ້ນເດັ່ນໄດ້ຄົ້ນຄວ້າສະເໜີລັດຖະບານອອກນິຕິກໍາຈໍານວນໜຶ່ງ ເປັນຕົ້ນ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂໍ້ຕົກລົງເລກທີ 77/ນຍ ປີ 2023 ວ່າດ້ວຍການແບ່ງຄວາມຮັບຜິດຊອບວຽກງານການກໍານົດຕໍາແໜ່ງງານໃຫ້ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນຮັບ ຜິດຊອບໂດຍກົງ ແລະ ໄດ້ອອກຄໍາແນະນໍາເລກທີ 04/ພນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ມາຮອດປະຈຸບັນ ຕໍາແໜ່ງງານ ໄດ້ຖືກຮັບຮອງ 1.593 ຫົວໜ່ວຍ (ໃນຈໍານວນ 4.382 ຫົວໜ່ວຍ) ເທົ່າກັບ 36,35% ແລະ ອົງການປົກຄອງຂັ້ນແຂວງໄດ້ຮັບຮອງການກໍານົດຕໍາແໜ່ງໄດ້ 676 ຫົວໜ່ວຍ (ຂັ້ນແຂວງ 157 ຫົວໜ່ວຍ ຂັ້ນເມືອງ 519 ຫົວໜ່ວຍ) ເທົ່າກັບ 21% ຂອງຫົວໜ່ວຍທັງໝົດຢູ່ຂັ້ນແຂວງ ວຽກງານຄຸ້ມຄອງພົນລະເມືອງ ໄດ້ເກັບກໍາສະຖິຕິພົນລະເມືອງປະຈໍາປີ 2023 ສັງລວມໄດ້ຈໍານວນພົນລະເມືອງ 7.257.020 ຄົນ ຍິງ 3.617.802 ຄົນ ໄດ້ຈົດທະບຽນ ແລະ ອອກໃບຢັ້ງຢືນການເກີດ 62.057 ຄົນ ຍິງ 30.869 ຄົນ ການເສຍຊີວິດ 13.362 ຄົນ ຍິງ 5.532 ຄົນ ການແຕ່ງດອງ 11.274 ຄູ່ ການຢ່າຮ້າງ 2.885 ຄູ່ ການປ່ຽນຊື່ 5.160 ຄົນ ຍິງ 2.650 ຄົນ ການປ່ຽນນາມສະກຸນ 7.979 ຄົນ ຍິງ 4.338 ຄົນ ການປ່ຽນສັນຊາດ 4.761 ຄົນ ຍິງ 2.765 ຄົນ ແລະ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າແກ້ໄຂການຍົກຍ້າຍທີ່ບໍ່ຖືກຕ້ອງຂອງພົນລະເມືອງ ຢູ່ແຂວງບໍລິຄໍາໄຊ 40 ຄອບຄົວ ແຂວງຈໍາປາສັກ 125 ຄອບຄົວ ໄດ້ຕິດຕັ້ງ ແລະ ນໍາໃຊ້ລະບົບໂມດູນການຈົດທະບຽນການເກີດ ການເສຍຊີວິດ ແລະ ລະບົບລາຍງານສະຖິຕິການຈົດທະບຽນພົນລະເມືອງ ພ້ອມທັງເຝີກອົບຮົມການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນພົນລະ ເມືອງເອເລັກໂຕຣນິກ ໃຫ້ຂັ້ນແຂວງ ແລະ ເມືອງ ໄດ້ປ້ອນຂໍ້ມູນເຂົ້າໃນລະບົບ; ວຽກງານຄຸ້ມຄອງອົງການຈັດຕັ້ງທາງສັງຄົມກະຊວງພາຍໃນ ໄດ້ອອກນິຕິກໍາສະເພາະທີ່ກ່ຽວຂ້ອງຈໍານວນໜຶ່ງ ມາຮອດປະຈຸບັນ ມີສະມາຄົມ ແລະ ມູນນິທິ 273 ຫົວໜ່ວຍ
ວຽກງານຄຸ້ມຄອງລັດຖະກອນໄດ້ສະເໜີລັດຖະບານອະນຸມັດຕົວເລກລັດຖະກອນໃໝ່ປະຈໍາປີ 2023 ຈຳນວນ 800 ໂກຕ້າ ໄດ້ຊຸກຍູ້ ຕິດຕາມບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ກ່ຽວກັບການປະຕິບັດແຜນແຈກຢາຍຕົວເລກລັດຖະກອນໃໝ່ ການສອບເສັງຄັດເລືອກ ແລະ ບັນຈຸສັບຊ້ອນລັດຖະກອນໃໝ່ ໃຫ້ມີຄວາມໂປ່ງໃສ່ ຍຸຕິທຳ ແລະ ມີປະສິດທິພາບ ສາມາດຈັດພິມ ແລະ ແຈກຢາຍບັດພະນັກງານ-ລັດຖະກອນ ໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນໄດ້ 6.307 ບັດ ປະຈຸບັນມີພະນັກ ງານ-ລັດຖະກອນ ໄດ້ຮັບບັດ 34.467 ບັດ ເທົ່າກັບ 33,65% ຂອງລັດຖະກອນທັງໝົດທົ່ວປະເທດ.
ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານເຂດແດນເຊື່ອມຕໍ່ຂອງແຂວງໄຊສົມບູນ ການຈັດ ຕັ້ງປະຕິບັດວຽກງານການກໍານົດຕໍາແໜ່ງງານຂອງແຂວງໄຊຍະບູລີ ການຈັດຕັ້ງປະຕິບັດວຽກງານການບໍລິຫານຜ່ານປະຕູດຽວແບບທັນສະໄໝ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ການຈັດຕັ້ງປະຕິບັດວຽກງານການບໍລິຫານຜ່ານປະຕູດຽວ ຢູ່ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ແລະ ມອບໃບຍ້ອງຍໍ ໃຫ້ແກ່ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນຕື່ມອີກ.

ໂອກາດນີ້ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ກະຊວງພາຍໃນຍາດມາໄດ້ພ້ອມທັງໄດ້ເນັ້ນໃຫ້ເອົາໃຈໃສ່ບາງບັນຫາເປັນຕົ້ນການເພີ່ມທະວີຄວາມຮັບຜິດຊອບໃນການຊຸກຍູ້ ແລະ ຕິດຕາມ ການປັບປຸງກົງຈັກການຈັດຕັ້ງໃນທົ່ວລະບົບການເມືອງຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມທິດກົງຈັກກະທັດຮັດ ໜັກແໜ້ນ ເຂັ້ມແຂງ ແລະ ເຄື່ອນໄຫວມີປະສິດທິພາບ ບົນພື້ນຖານການສ້າງຍຸດທະສາດການປັບປຸງກົງຈັກ ກໍານົດຕໍາແໜ່ງງານໃຫ້ເໝາະ ສົມກັບວິຊາສະເພາະທີ່ຕ້ອງການ ສອດຄ່ອງໜ້າວຽກຕົວຈິງ ການປັບປຸງການຈັດຕັ້ງຕ້ອງຕິດພັນກັບການສ້າງແຜນສັບຊ້ອນ-ຈັດວາງບຸກຄະລາກອນ ໂດຍສະເພາະລັດຖະກອນທີ່ມີຕຳແໜ່ງບໍລິຫານໃຫ້ຖືກຕ້ອງຕາມທິດນຳຂອງພັກທີ່ວ່າ: ມີຂຶ້ນ-ມີລົງ ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈຳການຕາມເງື່ອນໄຂຕົວຈິງ ເອົາໃຈໃສ່ເປັນເຈົ້າການໃນການຈັດ ຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆກ່ຽວກັບວຽກງານຄຸ້ມຄອງລັດຖະກອນຢ່າງເຂັ້ມງວດ ສືບຕໍ່ຄົ້ນຄວ້າປັບປຸງບັນດານິຕິກຳທີ່ບໍ່ທັນສອດຄ່ອງ ສ້າງກົນໄກ ແລະ ວິທີການຄຸ້ມຄອງພະນັກງານ-ລັດຖະ ກອນ ຫັນເປັນລະບົບທັນສະໄໝຫຼາຍຂຶ້ນທັງຢູ່ສູນ ກາງ ແລະ ທ້ອງຖິ່ນ ຄົ້ນຄວ້າມາດຕະການ ແລະ ວິທີຫານຫຼຸດຜ່ອນຈໍານວນພົນໃນກົງຈັກລັດ ຈາກປັດຈຸບັນ 2,4% ຂອງພົນ ລະມືອງ ໃຫ້ເຫຼືອ 2,2% ຂອງພົນລະເມືອງໃນປີ 2025 ສືບຕໍ່ບັບປຸງ ແລະ ສ້າງນິຕິກໍາຮັບໃຊ້ວຽກງານ 3 ສ້າງ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະການແບ່ງຂັ້ນຄຸ້ມຄອງ ແລະ ກົນໄກການປະສານງານ ລະຫວ່າງຂະແໜງ ການດ້ວຍກັນ ສູນກາງກັບທ້ອງຖິ່ນ ໃນການປົກຄອງດ້ວຍກົດໝາຍ ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ ມອບໃຫ້ກະຊວງພາຍໃນເປັນໃຈກາງຊຸກຍູ້ບັນດາກະຊວງ ອົງການ; ນະຄອນຫຼວງວຽງຈັນ ແຂວງ ນະຄອນ ເມືອງ ແລະ ບ້ານ ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານ 3 ສ້າງ ໂດຍການລົງຕິດຕາມ ຊຸກຍູ້-ຊີ້ນໍາ ຂັ້ນທ້ອງຖິ່ນໃນດ້ານທີ່ຍັງບໍ່ທັນບັນລຸເງື່ອນໄຂ ຍົກສູງຄຸນ ນະພາບວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ໃຫ້ຖືກຕາມທິດນໍາຂອງພັກ ດ້ວຍການປັບປຸງກົນໄກ ວິທີການ ແລະ ຂັ້ນຕອນປະເມີນການແຂ່ງຂັນ ການຄັດເລືອກການຍ້ອງຍໍໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ການຍ້ອງຍໍຜົນງານຕ້ອງຕິດພັນກັບຜົນສໍາເລັດຕົວຈິງໃນການຈັດຕັ້ງປະບັດວຽກງານໃນແຕ່ລະໄລຍະ.
ສືບຕໍ່ເພີ່ມທະວີການຮ່ວມມືກັບຕ່າງປະເທດ ໂດຍສະເພາະບັນດາປະເທດເພື່ອນມິດຍຸດທະສາດ ໃຫ້ການສະໜັບສະໜູນເຂົ້າໃນວຽກງານການປົກຄອງ-ບໍລິຫານລັດໃຫ້ຫຼາຍຂຶ້ນ ຕ້ອງໄດ້ສຸມໃສ່ສືບຕໍ່ປັບປຸງ ແລະ ຈັດຕັ້ງປະຕິບັດ ເຊັ່ນ: ວຽກງານ ຊົນເຜົ່າ ສາສະໜາ ວຽກງານອົງການຈັດຕັ້ງສັງຄົມ ກົງຈັກການຈັດຕັ້ງຂອງເຂດຖະກິດພິເສ ກົງຈັກການຈັດຕັ້ງດ່ານຊາຍແດນ ແລະ ສະໜາມບິນສາກົນ ໃຫ້ມີປະສິດທິຜົນເທື່ອລະກ້າວ.