ໃນຕອນແລງ ວັນທີ 7 ກຸມພາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ຕາງໜ້າໃຫ້ພັກ ລັດຖະບານ ແລະ ໃນນາມຄອບຄົວ ສີພັນດອນ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ແລະ ສະຫາຍ ຫວາງ ຊາງ ອຸປະທູດ ສປ ຈີນ ປະຈຳລາວ ພ້ອມດ້ວຍຄະນະ ທີ່ໄດ້ນຳເອົາສານອວຍພອນອັນປະເສີດ ຈາກສູນກາງພັກ ແລະ ລັດຖະບານ ກໍ່ຄື ພາກສ່ວນກ່ຽວຂ້ອງຂອງຕົນ ມາຍັງປະທານ ຄຳໄຕ ສີພັນດອນ ເນື່ອງໃນວັນເກີດຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024).



ກ່ອນອື່ນ ສະຫາຍ ຫງວຽນ ບາຮຸ່ງ ໄດ້ລາຍງານໃຫ້ຊາບວ່າ ພັກ-ລັດຖະບານຫວຽດນາມ ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງການຈັດຕັ້ງສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໂດຍໄດ້ຍົກເນື້ອໃນທີ່ສຳຄັນ ໃນສານອວຍພອນວັນເກີດຂອງ ສະຫາຍ ຫງວຽນ ຟູ ຈ້ອງ ແລະ ສະຫາຍ ຫວໍ ວັນ ເຖືອງ ຄະນະປະສານງານທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ ວ່າ: “ພັກ ລັດຖະບານ ແລະ ປະຊາຊົນຫວຽດນາມ ຕີລາຄາສູງຕໍ່ບັນດາການອຸທິດດ້ານເຫື່ອແຮງ ສະຕິປັນຍາ ແລະ ບົດບາດສຳຄັນຂອງປະທານ ຄໍາໄຕ ສີພັນດອນ ທີ່ມີຕໍ່ພາລະກິດປະຕິວັດລາວ ກໍຄື ໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ. ອວຍພອນປະທານ ຄໍາໄຕ ສີພັນດອນ ແລະ ພັນລະຍາ ມີສຸຂະພາບແຂງແຮງ ມີຄວາມສຸກ ມີອາຍຸຍືນຍາວ ແລະ ປະກອບສ່ວນຮ່ວມກັບບັນດາສະຫາຍການນໍາພັກ ລັດຖະບານລາວ ໃນການນໍາພາປະຊາຊົນລາວ ສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່ ໃຫຍ່ຫຼວງກວ່າເກົ່າໃນຂະບວນການປ່ຽນແປງໃໝ່ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ສຳເລັດການກໍ່ສ້າງ ປະເທດລາວ ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມ.
ພັກ ລັດຖະບານ ແລະ ປະຊາຊົນຫວຽດນາມ ຈະຮ່ວມກັບພັກ ລັດຖະບານ ແລະ ປະຊາຊົນລາວ ປົກປ້ອງ ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ນັບມື້ພັດທະນາເຂົ້າສູ່ລວງເລິກ ແທດເໝາະກັບສະພາບຕົວຈິງ ແລະ ມີປະສິດທິຜົນ ໃນບັນດາຂົງເຂດ ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບໃນພາກພື້ນ ແລະ ໃນໂລກ”.


ໃນມື້ດຽວກັນ ສະຫາຍ ສອນໄຊ ສີພັນດອນ ກໍໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ຫວາງ ຊາງ ອຸປະທູດ ສປ ຈີນ ປະຈຳລາວ ພ້ອມດ້ວຍຄະນະທີ່ໄດ້ເຂົ້າຢ້ຽມ ເພື່ອນຳເອົາສານອວຍພອນເນື່ອງໃນວັນເກີດ ຄົບຮອບ 100 ປີ ຈາກສະຫາຍ ສີ ຈິ້ນຜິງເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ມາຍັງປະທານ ຄຳໄຕ ສີພັນດອນ ອະດີດປະທານພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ສະຫາຍ ຫວາງຊາງ ອຸປະທູດ ສປ ຈີນ ປະຈໍາລາວ ໄດ້ລາຍງານໃຫ້ສະຫາຍ ນາຍົກລັດຖະມົນຕີ ຊາບວ່າ ສູນກາງພັກກອມມູນິດຈີນ ຕີລາຄາສູງ ຕໍ່ການອຸທິດຕົນທາງດ້ານຕ່າງໆ ຂອງສະຫາຍ ຄຳໄຕ ສີພັນດອນ ທີ່ໄດ້ປະກອບສ່ວນເຂົ້າໃນການພົວພັນຮ່ວມມື ຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ເຊິ່ງສະແດງໃຫ້ເຫັນເຖິງນໍ້າໃຈມິດຕະພາບອັນທີ່ເປັນມູນເຊື້ອ ທີ່ມີມາແຕ່ສະໄໝຕໍ່ສູ້ປົດປ່ອຍຊາດ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສຳລັບສານອວຍພອນວັນເກີດການນຳຂັ້ນສູງສຸດຂອງ ສປ ຈີນ ເຖິງປະທານ ຄຳໄຕ ສີພັນດອນ ທີ່ລົງນາມໂດຍ ສະຫາຍ ສີ ຈິ້ນ ຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ໃນຄັ້ງນີ້ ຖືວ່າເປັນສານອວຍພອນວັນເກີດ ທີ່ສູນກາງພັກກອມມູນິດຈີນ ສົ່ງເຖິງອະດີດການນຳຂັ້ນສູງຂອງຕ່າງປະເທດ ສະບັບທຳອິດ (ຄັ້ງປະຫວັດສາດ) ເນື່ອງຈາກໄລຍະຜ່ານມາ ພັກ-ລັດ ການນຳສູງສຸດຂອງ ສປ ຈີນ ແມ່ນບໍ່ເຄີຍສົ່ງສານອວຍພອນວັນເກີດ ເຖິງອະດີດການນຳຕ່າງປະເທດ. ການສົ່ງສານດັ່ງກ່າວ ເປັນການສະແດງເຖິງຄວາມເອົາໃຈໃສ່ ຂອງພັກ-ລັດຈີນ ກໍຄື ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນ ຜິງ ແລະ ເປັນການຖືສຳຄັນໃນລະດັບສູງ ຕໍ່ຄຸນງາມຄວາມດີ ແລະ ການປະກອບສ່ວນຂອງປະທານ ຄຳໄຕ ສີພັນດອນ ເຂົ້າໃນການເສີມສ້າງຂະຫຍາຍສາຍພົວພັນຮ່ວມມື ລາວ-ຈີນ ໃນໄລຍະຜ່ານມາ.
ໃນໂອກາດຕ້ອນຮັບສະຫາຍ ເອກອັກຄະລັດຖະທູດ ແລະ ອຸປະທູດ ປະເທດເພື່ອນມິດໃນຄັ້ງນີ້, ສະຫາຍ ນາຍົກລັດຖະ ມົນຕີ ຍັງໄດ້ກ່າວຄຳອວຍພອນອັນປະເສີດ ເນື່ອງໃນໂອກາດປີໃໝ່ຫວຽດນາມ ແລະ ປີໃໝ່ຈີນ ທີ່ຈະມາເຖິງນີ້ ໄປຍັງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ຈີນ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອັນແສນຮັກຂອງຕົນ ໃຫ້ສືບຕໍ່ມີຄວາມເຂັ້ມແຂງ, ຮັ່ງມີ ແລະ ຈະເລີນສີວິໄລບໍ່ຢຸດຢັ້ງ; ອວຍພອນໃຫ້ສາຍພົວພັນ ລາວ-ຫວຽດນາມ ແລະ ລາວ-ຈີນ ຈົ່ງໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມ ຕະຫຼອດໄປ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.