ໃນວັນທີ 9 ກຸມພາ 2024 ທີ່ຫໍປະຊຸມແຫ່ງຊາດ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມເປີດກວ້າງວຽກງານທະນາຄານປະຈຳປີ 2023 ໂດຍມີ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະບໍລິຫານງານພັກ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ຮອງຫົວໜ້າອົງການລັດ ທຽບເທົ່າກະຊວງອ້ອມຂ້າງສູນກາງ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວຂະແໜງການທະນາຄານເຂົ້າຮ່ວມ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ຜົນ ງານ-ຜົນສຳເລັດທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ທຽບກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະ ໃໝ່ໃນສະພາບເສດຖະກິດ-ການເງິນສາກົນ ຄ່າເງິນສະກຸນຫຼັກຍັງມີທ່າອ່ຽງຜັນຜວນ ປັດໄຈດ້ານລາຄາພະລັງ ງານ ສະບຽງອາຫານ ແລະ ອື່ນໆມີທ່າອ່ຽງເພີ່ມຂຶ້ນ ສະນັ້ນ ເຫັນວ່າຍັງມີສິ່ງທ້າທາຍທົດສອບຫຼາຍດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ບຸກບືນສູ້ຊົນເພີ່ມຂຶ້ນເປັນເທົ່າຕົວ ຕ້ອງຕັດສິນໃຈ ແລະ ເປັນເອກະພາບສູງ ເພື່ອສຸມໃສ່ແກ້ໄຂບັນຫາຕ່າງໆໃຫ້ສໍາເລັດເປັນກ້າວໆ.

ສໍາລັບວຽກງານຂະແໜງທະນາຄານ ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນໜັກ 7 ບັນຫາສຳຄັນຄື:
ອັນທີ 1: ໃນສະພາບເງື່ອນໄຂທີ່ມີທັງຄວາມຫຍຸ້ງຍາກ ມີທັງສິ່ງທ້າທາຍຄືໃນປັດຈຸບັນ ຄະນະນໍາຂອງທະນາ ຄານແຫ່ງ ສປປ ລາວ ຍິ່ງຕ້ອງເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ນໍາພາສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານຂອງຕົນໃຫ້ເປັນປົກກະຕິຕໍ່ເນື່ອງ ກໍາແໜ້ນແນວທາງ ນະໂຍບາຍຂອງພັກ ກົດໝາຍຂອງລັດ ມະຕິ ຄໍາສັ່ງຕ່າງໆຂອງຂັ້ນເທິງ ກໍຄື ລະບຽບການພາຍໃນ ແລະ ຫຼັກການວິຊາສະເພາະຂອງທະນາຄານບົນພື້ນ ຖານເຫັນໄດ້ບັນຫາເຫັນໄດ້ທີ່ຕັ້ງພາລະບົດບາດ ແລະ ຄວາມຮັບຜິດຊອບການເມືອງອັນສູງສົ່ງຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ມີຄວາມທຸ່ນທ່ຽງຜ່ານຜ່າອຸປະສັກຕ່າງໆໃຫ້ໄດ້ ຮັບປະກັນຄຸນທາດການ ເມືອງໜັກແໜ້ນ ນໍ້າໃຈຮັກຊາດ ເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມເປັນທີ່ຕັ້ງ ມີທັດສະນະຮັບໃຊ້ປະຊາ ຊົນຢ່າງຖືກຕ້ອງ ຕີຖອຍ ແລະ ແກ້ໄຂບັນຫາການເສື່ອມຖອຍດ້ານແນວຄິດ ປະກົດການຫຍໍ້ທໍ້ ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງໃນຖັນແຖວພະນັກງານໃຫ້ເຂັ້ມງວດ ສືບຕໍ່ເອົາໃຈໃສ່ແກ້ໄຂຄວາມບໍ່ໂປ່ງໃສ ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ລະບຽບການຂອງລັດໃນຖັນແຖວພະນັກງານການນໍາ ພະນັກງານຢູ່ແຕ່ລະຂັ້ນ.
ອັນທີ 2: ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ-ຄະນະຜູ້ວ່າການໃຫ້ໜັກແໜ້ນ ໂດຍສະເພາະຄວາມເປັນເອກະພາບ-ຄວາມຕັດສິນໃຈໃນການປັບປຸງກົງຈັກ ແກ້ໄຂບັນຫາພະນັກງານ ສືບຕໍ່ເອົາໃຈ ໃສ່ປັບປຸງອົງການຈັດຕັ້ງມະຫາຊົນໃຫ້ຮູ້ເຄື່ອນໄຫວປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໂດຍສະເພາະການປະຕິບັດຂໍ້ແຂ່ງຂັນຂອງຕົນ ຕິດພັນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ທຫລ.
ອັນທີ 3: ສືບຕໍ່ເອົາໃຈໃສ່ປັບປຸງແບບແຜນນໍາພາ-ວິທີເຮັດວຽກໃຫ້ຄ່ອງຕົວກວ່າເກົ່າ ປັບປຸງການບໍລິຫານລັດໄປຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ມີການຕິດຕາມ ກວດກາ ຊຸກຍູ້ຊີ້ນໍາການຈັດຕັ້ງປະຕິບັດ ແລະ ປະເມີນຜົນເປັນປະຈໍາ ປະຕິບັດລະບອບສ່ອງແສງລາຍງານໃນການເຄື່ອນໄຫວວຽກງານ ກໍຄືການແກ້ໄຂບັນຫາທີ່ເກີດຂຶ້ນຢູ່ແຕ່ລະກົມກອງ ແລະ ໃນສັງຄົມໃຫ້ແທດເຖິງຕົວຈິງ ແລະ ທັນກັບສະພາບການ;
ອັນທີ 4: ສືບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງທຸກຂັ້ນໄປຕາມທິດກະທັດຮັດ ແລະ ມີປະ ສິດທິພາບ ເລັ່ງໃສ່ການກຳນົດຕຳແໜ່ງງານໃຫ້ຮັບປະກັນຄຸນນະພາບ ເພື່ອເປັນບ່ອນອີງໃນການບັນຈຸ ສັບຊ້ອນຈັດວາງພະນັກ ງານໃຫ້ເໝາະສົມ ເພີ່ມທະວີວຽກງານບໍາລຸງກໍ່ສ້າງພະນັກງານ ໂດຍສະເພາະພະນັກງານວິຊາການຊ່ຽວຊານສະ ເພາະດ້ານຢູ່ແຕ່ລະຕໍາແໜ່ງງານໃຫ້ສອດຄ່ອງກັບການເລັ່ງທວງຂອງສະພາບການໃນໄລຍະໃໝ່ ສືບຕໍ່ເອົາໃຈໃສ່ຄຸ້ມຄອງ-ນໍາໃຊ້ພະນັກງານໃຫ້ຖືກກັບວິຊາສະເພາະ ຖືກກັບຄວາມຮູ້-ຄວາມສາມາດ ຖືກກັບພອນສະຫວັນຂອງແຕ່ລະຄົນ ຊຸກຍູ້ສົ່ງເສີມພະນັກງານຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ ມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ-ລັດ ແລະ ປະຊາຊົນ ມີນໍ້າໃຈເສຍສະຫຼະສູງ ມີຈິດໃຈຮັບໃຊ້ປະເທດຊາດ ແລະ ປະຊາຊົນ.

ອັນທີ 5: ເພີ່ມທະວີຄວາມເປັນເຈົ້າການຕິດຕາມ ກວດກາ ແລະ ຊຸກຍູ້ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ຄໍາສັ່ງຂອງພັກ ກົດໝາຍ ແລະ ລະບຽບການຂອງລັດຢ່າງໃກ້ຊິດ ແລະ ເປັນປະຈໍາ ສືບຕໍ່ເອົາໃຈໃສ່ວຽກງານກວດກາພັກ ວຽກງານກວດກາລັດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢ່າງແຂງແຮງ ການແກ້ໄຂຜົນຂອງການກວດສອບ ຜົນຂອງການກວດກາໃຫ້ທັນກັບສະພາບການ ເຂັ້ມງວດ ແລະ ຂາດຕົວເທື່ອລະກ້າວ.
ອັນທີ 6: ສືບຕໍ່ເອົາໃຈໃສ່ຢ່າງແຂງແຮງການແກ້ໄຂບັນຫາ-ຂໍ້ຄົງຄ້າງຕ່າງໆໃນການຈັດ ຕັ້ງປະຕິບັດແຜນເງິນຕາປີ 2024 ທີ່ໄດ້ຕີລາຄາ ແລະ ຄົ້ນຄວ້າຢ່າງເລິກເຊິ່ງແລ້ວໃນກອງປະຊຸມຄັ້ງນີ້ ເພາະຖືວ່າແມ່ນປີມ້ວນທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເປັນຕົ້ນ ວຽກງານນະໂຍບາຍເງິນຕາ ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ວຽກຄຸ້ມຄອງຄວາມໝັ້ນຄົງສະຖາບັນການເງິນ ວຽກຄຸ້ມຄອງ ແລະ ພັດທະນາລະບົບການຊໍາລະ ວຽກພັດທະນາຕະຫຼາດທຶນ ວຽກວິຊາສະເພາະອື່ນໆ.
ອັນທີ 7: ເປັນບັນຫາທີ່ສຳຄັນການຈັດຕັ້ງຜັນຂະຫຍາຍແນວຄິດຊີ້ນຳຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໃນການຫັນໄປສູ່ລະບອບເສດຖະ ກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃຫ້ເຂົ້າສູ່ລວງເລິກໃນວຽກງານຂອງຂະແໜງການທະນາຄານໃຫ້ມີປະສິດທິຜົນ ຮຽກຮ້ອງໃຫ້ມີການກຳນົດຊັດເຈນບັນດາຄາດໝາຍ ວິທີຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເປັນໂຄງການ ແລະ ແຜນວຽກລະອຽດ ເພື່ອກ້າວສູ່ລະບອບເສດຖະກິດ ສອຈ ເປັນຕົ້ນ ການສ້າງຄັງແຮສຳຮອງເງິນຕາຕ່າງປະເທດໃຫ້ມີຄວາມໝັ້ນຄົງໄດ້ຕາມມາດຕະຖານສາກົນ ລະບົບການຄຸ້ມຄອງນະໂຍບາຍເງິນຕາທີ່ມີປະສິດທິຜົນ ໂດຍສະເພາະອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນໃຫ້ມີສະ ຖຽນລະພາບ ຄວາມໝັ້ນຄົງຂອງສະຖາບັນການເງິນທີ່ແມ່ນທະນາຄານ ແລະ ບໍ່ແມ່ນທະນາຄານ ຮັບປະກັນໄດ້ຄວາມສ່ຽງຈາກວິກິດການໆເງິນພາຍໃນ ແລະ ພາຍນອກ ເພື່ອຮັບປະກັນເຮັດໃຫ້ລະບົບການເງິນ-ເງິນຕາປຽບສະເໝືອນດັ່ງໝາກຫົວໃຈ ຫຼືສາຍເລືອດຂອງເສດຖະກິດ.