(ວຽງຈັນ ວັນທີ 7 ກຸມພາ 2024) – ບໍລິສັດຫຸ້ນສ່ວນການບິນ Vietjet (HOSE: VJC) ໄດ້ລາຍງານຜົນການດຳເນີນທຸລະກິດທີ່ໜ້າປະທັບໃຈໃນປີ 2023 ເພີ່ມຄວາມເຊື່ອໝັ້ນໃນຖານະ ໜຶ່ງໃນບັນດາບໍລິສັດທີ່ໝັ້ນຄົງ ແລະ ຂະຫຍາຍຕົວໄວ.
ໃນປີ 2023 Vietjet ໄດ້ໃຫ້ບໍລິການຖ້ຽວບິນ 133.000 ຖ້ຽວ ດ້ວຍຜູ້ໂດຍສານປະມານ 25,3 ລ້ານຄົນ (ບໍ່ລວມ Vietjet ປະ ເທດໄທ) ເພີ່ມຂຶ້ນ 183% ຈາກປີກ່ອນ ໃນນັ້ນມີຜູ້ໂດຍສານຈາກຖ້ຽວບິນສາກົນຫຼາຍກວ່າ 7,6 ລ້ານຄົນ ໃນປີກາຍນີ້ Vietjet ຍັງໄດ້ສືບຕໍ່ຂະຫຍາຍຕາໜ່າງການບິນດ້ວຍ 33 ເສັ້ນທາງການບິນໃໝ່ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ຈຳນວນເສັ້ນ ທາງບິນເພີ່ມຂຶ້ນເປັນ 125 ເສັ້ນທາງ ໃນນັ້ນມີ 80 ເສັ້ນທາງການບິນສາກົນ ແລະ 45 ເສັ້ນທາງພາຍໃນປະເທດ ບາງເສັ້ນ ທາງທີ່ພົ້ນເດັ່ນຄື: ນະຄອນໂຮ່ຈີມິນ-ຊຽງໄຮ້ ນະຄອນໂຮ່ຈີມິນ-ວຽງຈັນ ຮ່າໂນ້ຍ-ສຽມຣຽບ ຮ່າໂນ້ຍ-ຮົງກົງ ຝູກວກ-ໄທເປ ຟູກວກ-ປູຊານ ແລະ ອື່ນໆ.

Vietjet ໄດ້ກາຍເປັນສາຍການບິນທຳອິດທີ່ເຊື່ອມຕໍ່ຫວຽດນາມ ກັບ 5 ຕົວເມືອງໃຫຍ່ທີ່ສຸດຂອງອົດສະຕາລີ ໃນນັ້ນມີ Sydney, Melbourne, Perth, Adelaide, ແລະ Brisbane ສາຍການບິນນີ້ຍັງເປັນຜູ້ໃຫ້ບໍລິການທີ່ໃຫຍ່ທີ່ສຸດລະຫວ່າງຫວຽດນາມ ແລະ ອິນເດຍ ດ້ວຍເສັ້ນທາງເຊື່ອມຕໍ່ຫວຽດນາມ ກັບນະຄອນ Delhi, Mumbai, Ahmedabad, Kochi, ແລະ Tiruchirappalli.
Vietjet ບັນທຸກສິນຄ້າທັງໝົດ 81.500 ໂຕນ ເພີ່ມຂຶ້ນ 73% ທຽບໃສ່ປີກ່ອນ ນອກຈາກນັ້ນ Vietjet ຍັງໄດ້ລາຍງານລາຍຮັບແຍກຕ່າງຫາກ 53,6 ພັນຕື້ດົງ (ປະມານ 2,18 ຕື້ໂດລາສະຫະລັດ) ແລະ ລາຍຮັບລວມ 62,5 ພັນຕື້ດົງ (ປະມານ 2,55 ຕື້ໂດ ລາສະຫະລັດ) ໃນປີ 2023 ເພີ່ມຂຶ້ນ 62% ແລະ 56% ໃນປີ 2023.
ມາຮອດວັນທີ 31 ທັນວາ 2023, ຊັບສິນທັງໝົດຂອງ Vietjet ມີມູນຄ່າຫຼາຍກວ່າ 84.6 ພັນຕື້ດົງ (ປະມານ 3,46 ຕື້ໂດລາສະຫະລັດ) ເພີ່ມຂຶ້ນ 1/4 ໃນຕົ້ນປີ ພາຍຫຼັງການລົງທຶນຂອງສາຍການບິນໃນເຮືອບິນ A321neo ລຸ້ນໃໝ່ 3 ລຳ.
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການໃຫ້ບໍລິການ Vietjet ໄດ້ສືບຕໍ່ລົງທຶນໃສ່ເຮືອບິນທີ່ທັນສະໄໝ ປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ ມາຮອດວັນທີ 31 ທັນວາ 2023 ເຮືອບິນຂອງ Vietjet ລວມມີ 105 ລໍາ ໃນນັ້ນມີເຮືອບິນ A330.
Vietjet ຍັງໄດ້ສົ່ງອອກ ນະວັດຕະກຳ ແລະ ການບໍລິການທີ່ທັນສະໄໝ ແລະ ສະດວກສະບາຍສຳລັບຜູ້ໂດຍສານ ການບໍລິການ “Fly now Pay later” ຊ່ວຍໃຫ້ຜູຸຸ້ໂດຍສານ ສາມາດຈ່າຍຄ່າເດີນທາງຕາມຫຼັງໄດ້ ບໍລິການຊຳລະເງິນ Galaxy Pay ຂອງ Vietjet ຮັບປະກັນການຊໍາລະທີ່ປອດໄພ ແລະ ສະດວກໂດຍຜ່ານວິທີຊໍາລະຕ່າງໆ ລວມທັງ Apple Pay ເຊິ່ງ Vietjet ແມ່ນສາຍການບິນຫວຽດນາມທໍາອິດທີ່ໃຫ້ໃຊ້ໄດ້ ໃນຂະນະນັ້ນ ຜູ້ໂດຍສານ Vietjet ສາມາດເຊັກອິນອອນລາຍຢູ່ສະໜາມບິນ 18 ແຫ່ງທົ່ວຫວຽດນາມ.
ທັງນີ້ ກໍເພື່ອເປັນການຢັ້ງຢືນວ່າ Vietjet ໄດ້ນຳເອົາເສັ້ນທາງການບິນທີ່ສະດວກສະບາຍ ແລະ ມີລາຄາທີ່ເໝາະສົມ ມຸ່ງເນັ້ນໄປເຖິງການເຊື່ອມຕໍ່ບັນດາປະເທດເຂົ້າກັນ ເຮັດໃຫ້ການເດີນທາງບໍ່ມີອຸປະສັກ ຊຸກຍູ້ເສດຖະກິດໃນທົ່ວພາກພື້ນກໍ່ຄືປະເທດລາວ.

ໃນປີ 2023 Vietjet ໄດ້ເປີດສູນບຳລຸງຮັກສາເຮືອບິນຕາມມາດຕະຖານສາກົນ ໂດຍການຮ່ວມມືກັບສາຍການບິນລາວ ຢູ່ນະຄອນຫຼວງວຽງຈັນ ດ້ວຍເຫດນີ້ Vietjet ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນວຽກງານບຳລຸງຮັກສາເຮືອບິນ ພາຍຫຼັງການລົງທຶນເຂົ້າໃນການບໍລິການຂົນສົ່ງທາງບົກ.
ເພື່ອປະຕິບັດຍຸດທະສາດ ແລະ ວິໄສທັດຂອງຕົນໃນການພັດທະນາ ແລະ ກໍ່ສ້າງກຳລັງແຮງງານທີ່ມີມາດຕະຖານສາກົນ ວິທະຍາຄານການບິນ Vietjet (VJAA) ໄດ້ກາຍເປັນຄູ່ຮ່ວມມືເຝິກອົບຮົມຂອງສະມາຄົມຂົນສົ່ງທາງອາກາດສາກົນ (IATA) ໃນປີ 2023.

VJAA ເຝິກອົບຮົມຫຼາຍກວ່າ 97.000 ນັກສຶກສາໂດຍຜ່ານ 6.300 ຫຼັກສູດ ການເຝິກອົບຮົມຢ່າງຈິງຈັງສໍາລັບນັກບິນ ແລະພະນັກງານບໍາລຸງຮັກສາເຮືອບິນ (CRS) ໃນປີທີ່ຜ່ານມາ ສະຖາບັນດັ່ງກ່າວຍັງໄດ້ເປີດຕົວເຄື່ອງຈຳລອງການບິນຄັ້ງທີສາມ ກາຍເປັນສູນຝຶກອົບຮົມນັກບິນອັນດັບໜຶ່ງໃນພາກພື້ນ ປະກອບສ່ວນສຳຄັນເຂົ້າໃນການພັດທະນາການທ່ອງທ່ຽວ ການລົງທຶນ ການຄ້າ ແລກປ່ຽນວັດທະນະທຳ Vietjet ໃນປີ 2023 ໄດ້ສ້າງສະຖິຕິຂອງຕົນເອງໃນການຂະຫຍາຍຕາໜ່າງການບິນສາກົນ ແລະ ລາຍຮັບປະຈຳປີ.
ຂໍ້ມູນເພີ່ມຕື່ມ www.vietjetair.com