ອາທິດຜ່ານມາສູນສະຖິຕິເເຫ່ງຊາດ ໂດຍຮ່ວມກັບ ສະຫະພາບເອີຣົບ ແລະ ອົງການ Unicef ໄດ້ເຜີຍແຜ່ຜົນການສຳຫຼວດ ຄົວເຮືອນໃນແຂວງບໍ່ແກ້ວ ທີ່ໃຊ້ນະວັດຕະກໍາໃໝ່ ເຊິ່ງເປັນສ່ວນໜຶ່ງຂອງໂຄງການລິເລີ່ມ ເພື່ອວິເຄາະສະຫວັດດີການຂອງຄົວເຮືອນໃນ ສປປ ລາວ ແລະ ເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບປັດໄຈຕ່າງໆ ທີ່ສົ່ງຜົນກະທົບຕໍ່ໂພຊະນາການ ສຸຂະພາບ ແລະ ສະຫວັດດີການຂອງເດັກນ້ອຍ ກອງປະຊຸມເຜີຍແຜ່ຜົນການສຳຫຼວດດັ່ງກ່າວ ເເມ່ນໄດ້ຈັດຂຶ້ນທີ່ ແຂວງບໍ່ແກ້ວ ຜ່ານການເປັນເຈົ້າພາບຂອງ ທ່ານ ຮອງເຈົ້າແຂວງ ແຂວງບໍ່ແກ້ວ.

ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິເເຫ່ງຊາດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສຳຫຼວດນີ້ ເເລະ ໄດ້ກ່າວວ່າ: “ຜົນການຄົ້ນພົບເຫຼົ່ານີ້ ເປັນຂີດໝາຍອັນສໍາຄັນໃນຄວາມພະຍາຍາມຂອງພວກເຮົາ ໃນການທໍາຄວາມເຂົ້າໃຈປັດໄຈທາງເສດຖະກິດ-ສັງຄົມທີ່ສັບຊ້ອນ ໃນແຂວງບໍ່ແກ້ວ ຂໍ້ມູນທີ່ໄດ້ຮັບມານັ້ນ ແມ່ນມີຄວາມສໍາຄັນຫຼາຍ ໃນການປັບແຕ່ງໂຄງການ ເເລະ ກິດຈະກຳຕ່າງໆທີ່ເໝາະສົມ ເພື່ອຕອບສະໜອງຄວາມຕ້ອງການຂອງແຕ່ລະເມືອງໃນເເຂວງ”.

ການສໍາຫຼວດໃນຄັ້ງນີ້ ແມ່ນໄດ້ດໍາເນີນການໄປທົ່ວທຸກເມືອງຂອງ ແຂວງບໍ່ເເກ້ວ ໂດຍໄດ້ກວມເອົາບັນດາຄົວເຮືອນ ແລະ ໝູ່ບ້ານ ເປັນຈໍານວນຫຼາຍ ເພື່ອໃຫ້ມູມມອງທີ່ກວ້າງຂວງ ແລະ ຄົບຖ້ວນ ກ່ຽວກັບສະພາບດ້ານໂພຊະນາການຂອງເເຂວງ ນອກຈາກນີ້ການສໍາຫຼວດນີ້ຍັງໄດ້ເຜີຍໃຫ້ເຫັນວ່າ ພາຍໃນແຂວງບໍ່ແກ້ວ ສະພາບຄວາມເປັນຢູ່ຂອງເດັກນ້ອຍ ມີຄວາມແຕກຕ່າງກັນອອກໄປໃນແຕ່ລະເມືອງ ເຊິ່ງຊີ້ໃຫ້ເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງອອກເເບບໂຄງການ ເເລະ ກິດຈະກຳດໃຫ້ເໝາະ ສົມ ເພື່ອແກ້ໄຂບັນຫາການຂາດສານອາຫານໃນແຕ່ລະເມືອງ.
ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກໍໄດ້ຮັບຮູ້ເຖິງບົດບາດອັນສຳຄັນຂອງ ການສໍາ ຫຼວດໃນຄັ້ງນີ້ ແລະ ໄດ້ກ່າວວ່າ: “ຂໍ້ມູນເຫຼົ່ານີ້ ບໍ່ໄດ້ເປັນພຽງເເຕ່ຕົວເລກເທົ່ານັ້ນ ແຕ່ມັນຍັງເປັນບາດກ້າວອັນໃໝ່ໃນຄວາມເຂົ້າໃຈຂອງພວກເຮົາ ກ່ຽວກັບສຸຂະພາບ ແລະ ໂພຊະນາການ ໃນຊຸມຊົນຂອງພວກເຮົາ ຂໍ້ມູນເຫຼົ່ານີ້ ມີບົດບາດອັນສໍາຄັນ ໃນການສ້າງໂຄງການ ທີ່ມີຄ່າໃຊ້ຈ່າຍຕຳ ເເຕ່ ມີປະສິດຕິພາບສູງ ແລະ ຕອກຍໍ້າຄວາມມຸ່ງໝັ້ນຂອງພວກເຮົາໃນການສົ່ງເສີມການພັດທະນາເດັກນ້ອຍຢ່າງສົມບູນເເບບໃນທົ່ວ ສປປ ລາວ”.

ຜົນການສໍາຫຼວດໃນຄັ້ງນີ້ ຄາດວ່າຈະມີອິດທິພົນຢ່າງຫຼວງຫຼາຍຕໍ່ການຈັດຕັ້ງໂຄງການ ໂດຍສະເພາະ ໃນດ້ານກ່ຽວກັບສະ ຫວັດດີການ ແລະ ການພັດທະນາຂອງເດັກນ້ອຍ ເຊິ່ງຖືວ່າເປັນບາດກ້າວອັນສໍາຄັນໃນວຽກງານນະໂຍບາຍທີ່ຂັບເຄື່ອນໂດຍຖານຂໍ້ມູນ ຫົວໃຈສໍາຄັນໃນຜົນສໍາເລັດຂອງການສໍາຫຼວດໃນຄັ້ງນີ້ ແມ່ນການສະໜັບສະໜູນດ້ານວິຊາການ ພາຍໃຕ້ໂຄງ ການ ສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (National Information Platforms for Nutrition ຫຼື NIPN) ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນດ້ານງົບປະມານໂດຍ ສະຫະພາບເອີຣົບ ພ້ອມ ອົງການ Unicef ໂຄງການນີ້ໄດ້ເນັ້ນໃສ່ ການວິເຄາະຂໍ້ມູນດ້ານໂພຊະນາການ ເພື່ອປະກອບສ່ວນເຂົ້າໃນການອອກເເບບໂຄງການ ແລະ ນະໂຍບາຍຕ່າງໆ ເພື່ອເປັນການເຊື່ອມໂຍງ ຂໍ້ມູນ ແລະ ຍຸດທະສາດການດໍາເນີນການຕ່າງໆຂອງ ສປປ ລາວ ເພື່ອເເກ້ໄຂບັນຫາການຂາດສານອາຫານໃນປະເທດ.
ທ່ານ ນາງ ໄອນາ ມາໂຊລີໂອໄນທ໌ (Ina Marčiulionytė) ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ໄດ້ກ່າວເຖິງ ຄວາມມານະພະຍາຍາມໃນການຮ່ວມມືທີ່ນຳພາມາສູຜົນສຳເລັດໃນການສຳຫຼວດນີ້: “ການສໍາຫຼວດຄັ້ງນີ້ ເປັນຫຼັກ ຖານທີ່ສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນລວມຂອງພວກເຮົາ ຕໍ່ການປັບປຸງສະຫວັດດີການຂອງເດັກນ້ອຍໃນ ສປປ ລາວ ໂດຍຜ່ານການຄົ້ນຄວ້າແບບລະອຽດ ເຊັ່ນການສຳຫຼວດນີ້ ພວກເຮົາມີຄວາມມຸ່ງໝັ້ນທີ່ຈະສ້າງການປ່ຽນແປງທີ່ດີຂຶ້ນສຳລັບຊີວິດຂອງເດັກນ້ອຍທຸກຄົນ ໂດຍສະເພາະຜູ້ທີ່ມີຄວາມສ່ຽງທີ່ສຸດ ໃນຄະນະທີ່ ແຂວງບໍ່ແກ້ວ ແລະ ບັນດາຄູ່ພັດທະນາ ສູ້ຊົນເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນເເຂວງນັ້ນ ໂດຍສະເພາະແມ່ນເດັກນ້ອຍເປັນລັກ ການສຳຫຼວດໃນຄັ້ງນີ້ ກໍຖືໄດ້ວ່າເປັນບາດກ້າວອັນສຳຄັນ ໃນການຮັບມືກັບຄວາມທ້າທ້າຍຕ່າງໆໃນຂັ້ນເມືອງ.”
ນອກນັ້ນ ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ ກໍໄດ້ເນັ້ນຍໍ້າເຖິງພະລັງແຫ່ງການຮ່ວມມືອີກເຊັ່ນດຽວກັນ: “ການສຳຫຼວດຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດອັນພົ້ນເດັ່ນ ທີ່ສາມາດບັນລຸໄດ້ຜ່ານຄວາມພະຍາຍາມຮ່ວມກັນ ມັນຈະສະໜອງຂໍ້ມຸນສຳຄັນກ່ຽວກັບ ສິ່ງທ້າທາຍທີ່ແຕ່ລະຄອບຄົວ ຢູ່ ແຂວງບໍ່ແກ້ວ ກຳ ລັງປະເຊີນ ເຊິ່ງຈະຊ່ວຍພວກເຮົາໃນການຊອກຫາຍຸດທະສາດທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອສົ່ງເສີມການພັດທະນາ ແລະ ສະຫວັດດີການທີ່ດີຂຶ້ນສໍາລັບເດັກນ້ອຍ.” ທ່ານຍັງກ່າວຕື່ມວ່າ ການວາງເປົ້າໝາຍເພື່ອແກ້ໄຂສິ່ງທ້າທາຍໃນການບໍລິການ ການປະຕິບັດ ແລະ ຄຸນນະພາບຂອງອາຫານ ທີ່ເຫັນໄດ້ຈາກຜົນຂອງການສຳຫຼວດຄັ້ງນີ້ ແມ່ນມີຄວາມຈຳເປັນຢ່າງຮີບດ່ວນຈາກພາກສ່ວນທີ່ກ່ຽວຂ້ອງທັງໝົດ ອົງການຢູນິເຊັບປະຈຳລາວ ພ້ອມແລ້ວທີ່ຈະສະຫນັບສະໜູນແຂວງບໍ່ແກ້ວໃນການປັບປຸງຄຸນະພາບຊີວິດຂອງເດັກນ້ອຍໃນແຂວງຕົນ.

ໂຄງການລິເລີ່ມດ້ານໂພຊະນາການໃນ ສປປ ລາວ ເເມ່ນໄດ້ປະຕິບັດຂຶ້ນໂດຍອີງຕາມ ແຜນຍຸດທະສາດດ້ານໂພຊະນາການແຫ່ງຊາດ (2016-2025) ແລະ ແຜນປະຕິບັດວຽກງານແຫ່ງຊາດດ້ານໂພສະນາການ ຄັ້ງທີ II (2021-2025) ເຊິ່ງເເຜນການເຫຼົ່ານີ້ ເເມ່ນມີຈຸດປະສົງໃນການສົ່ງເສີມການຮ່ວມມືລະຫວ່າງຫຼາຍພາກສ່ວນ ບໍ່ວ່າຈະເເມ່ນໃນຂົງເຂດ ດ້ານກະສິກຳ ສາທາລະນະສຸກ ແລະ ການສຶກສາ ເພື່ອແນໃສ່ການແກ້ໄຂບັນດາສິ່ງທ້າທາຍດ້ານໂພຊະນາການຢ່າງຮອບດ້ານ ເຊິ່ງລວມໄປເຖິງ ໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການຂອງລາວ ທີ່ມີຈຸດປະສົງເພື່ອປັບປຸງຄວາມສາມາດໃນການນຳໃຊ້ຂໍ້ມູນ ຫຼື ຫຼັກຖານໃນການແນະນຳການວາງໂຄງການ ແລະ ນະໂຍບາຍເພື່ອຫຼຸດຜ່ອນການຂາດໂພຊະນາການ ບັນດາຂໍ້ມູນທີ່ເປັນຫຼັກຖານຂອງໂພຊະນາການບໍ່ວ່າຈະເປັນບົດລາຍງານຂອງການສຳຫລວດຂອງແຂວງບໍ່ແກ້ວແມ່ນສາມາດເຂົ້າເຖິງໄດ້ຜ່ານ ເວັບຊາຍ ນິບເປິນ https://nipn.lsb.gov.la/