Vietjet Air ເພີ່ມກຳລັງເຮືອບິນໃນລະຫວ່າງທີ່ຄວາມຕ້ອງການເດີນທາງເພີ່ມຂຶ້ນໃນໄລຍະເທສະການກຸດຈີນ

    ສາຍການບິນຫວຽດເຈັດໄດ້ຮັບເຮືອບິນເພີ່ມອີກ 2 ລຳພາຍໃຕ້ການຈັດສັນໃຫ້ເຊົ່າເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງໃນໄລຍະເທສະການກຸດຈີນ ເຊິ່ງແມ່ນໜຶ່ງໃນວັນພັກຜ່ອນປະຈຳປີທີ່ຍາວທີ່ສຸດໃນອາຊີ ການເຄື່ອນໄຫວຄັ້ງສຸດທ້າຍໄດ້ເຮັດໃຫ້ເຮືອບິນທີ່ເຊົ່າຂອງສາຍການບິນມີເພີ່ມອີກ 6 ລຳ ຈາກເຮືອບິນໃນປັດຈຸບັນທີ່ມີທັງໝົດ 105 ລຳ ທີ່ໄດ້ໃຫ້ບໍລິການ 125 ເສັ້ນທາງໃນຫວຽດນາມ ແລະ ຕ່າງປະເທດ.

    ໃນໄລຍະທີ່ຜ່ານມາສາຍການບິນໄດ້ເພີ່ມຖ້ຽວບິນເກືອບ 750 ຖ້ຽວ ອີກທັງໄດ້ສະໜອງບ່ອນນັ່ງຕື່ມອີກ 154D800 ບ່ອນນັ່ງເພື່ອຮັບໃຊ້ຄວາມຕ້ອງການທີ່ເພີ່ມຂຶ້ນໃນໄລຍະທີ່ມີການເດີນທາງຫຼາຍທີ່ສຸດຢູ່ຫວຽດນາມ ແລະ ພາກພື້ນ ຖ້ຽວບິນທີ່ເພີ່ມຂື້ນຕົ້ນຕໍແມ່ນເສີມຂະຫຍາຍຄວາມສາມາດໃນການບໍລິການການເດີນທາງອອກຈາກນະຄອນໂຮ່ຈິມິນທີ່ເປັນເມືອງໃຫຍ່ທີ່ສຸດຂອງຫວຽດນາມ ເຊິ່ງນັກທ່ອງທ່ຽວສ່ວນຫຼາຍກັບບ້ານເພື່ອພັກຜ່ອນຢູ່ບັນດາແຂວງພາກເໜືອ ແລະ ພາກກາງຄື: Hanoi Tuy Hoa (Phu Yen) Chu Lai (Quang Nam) Dong Hoi (Quang Binh) Quy Nhon (Binh Dinh) Da Nang Hue Vinh (Nghe An) Thanh Hoa Hai Phong ແລະ ອື່ນໆ.

    ຄວາມສາມາດຂອງຖ້ຽວບິນທີ່ເພີ່ມຂຶ້ນ ຍັງຈະຊ່ວຍເພີ່ມຄວາມຕ້ອງການການເດີນທາງໄປແຫຼ່ງທ່ອງທ່ຽວອັນດັບໜຶ່ງຂອງຫວຽດນາມເຊັ່ນ: Ho Chi Minh City Hanoi Phu Quoc Hue Da Nang Nha Trang and Da Lat ອື່ນໆ ການທ່ອງທ່ຽວລະຫວ່າງປະເທດມີການເພີ່ມຂຶ້ນຫຼາຍໃນຊ່ວງເວລານີ້ຍ້ອນວ່ານັກທ່ອງທ່ຽວໃຊ້ວັນພັກຍາວຂອງພວກເຂົາໃນ ຫວຽດນາມ ຈີນ ເກົາຫຼີໃຕ້ ແລະ ສິງກະໂປ ເພື່ອເລີ່ມຕົ້ນການເດີນທາງໃນລະດູໃບໄມ້ປົ່ງຂອງພວກເຂົາ Vietjet ຈະເປີດເສັ້ນທາງວຽງຈັນ-ໂຮ່ຈິມິນໃນວັນທີ 25 ກຸມພາ 2024 ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ ວັນພຸດ ວັນສຸກ ແລະ ວັນອາທິດ ດ້ວຍເວລາພຽງແຕ່ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວເທົ່ານັ້ນ ນັກທ່ອງທ່ຽວລາວສາມາດຫາໂອກາດນີ້ໄປທ່ອງທ່ຽວຫວຽດນາມໄດ້ແລ້ວ.

      ໃນໄລຍະສອງເດືອນທີ່ຜ່ານມາ Vietjet ໄດ້ຂະຫຍາຍເຄືອຂ່າຍຖ້ຽວບິນລະຫວ່າງປະເທດ ເຊິ່ງມີບັນດາຈຸດໝາຍປາຍທາງຄື ຊຽງໄຮ ວຽງຈັນ Siem Reap (ກຳປູເຈຍ) Busan (ເກົາຫລີໃຕ້) Sydney Melbourne Brisbane Perth ແລະ Adelaide (ອົດສະຕາລີ) ໃນມື້ທຳອິດຂອງເທສະການກຸດຈີນ (10 ກຸມພາ 2024) Vietjet ຈະເລີ່ມໃຫ້ບໍລິການບິນກົງທີ່ເຊື່ອມໂຍງນະຄອນໂຮ່ຈີມິນກັບເມືອງເຊິງຕູ ຂອງຈີນ ບັນດາສະຖານທີ່ທ່ອງທ່ຽວໃໝ່ນີ້ໄດ້ສ້າງຫຼາຍທາງເລືອກໃຫ້ນັກທ່ອງທ່ຽວຫວຽດນາມ ແລະ ຕ່າງປະເທດໄປທ່ອງທ່ຽວໃນລະດູໃບໄມ້ປົ່ງ ສິ່ງດັ່ງກ່າວຈະນຳມາເຊິ່ງກາລະໂອກາດ ແລະ ຄວາມສະດວກສະບາຍໃຫ້ນັກທ່ອງທ່ຽວລາວທີ່ມີແຜນຈະໄປທ່ອງທ່ຽວຫວຽດນາມ ແລະ ສະຖານທີ່ທ່ອງທ່ຽວອື່ນໆທີ່ເຊື່ອມໂຍງໃນໂອກາດເທສະການກຸດຈີນ ເຊິ່ງເປັນທາງເລືອກການເດີນທາງທີ່ມີຄຸນຄ່າ ແລະ ເຊື່ອຖືໄດ້ສໍາລັບລູກຄ້າໃນໂອກາດພິເສດຂອງພວກເຂົາ.

      ໃນປີ 2023 Vietjet ໄດ້ດຳເນີນຖ້ຽວບິນ 133.000 ຖ້ຽວ ດ້ວຍຜູ້ໂດຍສານ 25.3 ລ້ານຄົນ (ບໍ່ລວມ Vietjet ໄທ) ເພີ່ມຂຶ້ນ 183% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ ໃນນັ້ນມີ 7,6 ລ້ານຄົນໃນຖ້ຽວບິນສາກົນ ສາຍການບິນໃນປີທີ່ຜ່ານມານີ້ຍັງໄດ້ສືບຕໍ່ຂະຫຍາຍເຄືອຂ່າຍຖ້ຽວບິນໃໝ່ທີ່ 33 ເສັ້ນທາງທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ເສັ້ນທາງທັງໝົດລວມມີ 125 ເສັ້ນທາງ ໃນນັ້ນມີ 80 ເສັ້ນທາງໃນຕ່າງປະເທດ ແລະ 45 ເສັ້ນທາງພາຍໃນປະເທດ.

ຂໍ້ມູນເພີ່ມຕື່ມທີ່ www.vietjetair.com

Vietjet Air | Bay là thích ngay! | Website chính thức

error: Content is protected !!