ພາກສ່ວນກອງທັບຈະສູ້ຊົນໃຫ້ມີຜູ້ປະກອບສ່ວນບໍລິຈາກເລືອດໃນປີ 2024 ໃຫ້ບັນລຸ 4.000 ກວ່າຄົນ

    ກອງປະຊຸມສະຫຼຸບ ການປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດ ແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ ປະ ຈຳປີ 2023 ແລະ ວາງທິດທາງແຜນການແບບມີສ່ວນຮ່ວມ ປີ 2024 ຂອງພາກສ່ວນ ກອງທັບ ຈັດຂຶ້ນໃນວັນທີ 2 ກຸມພາ 2024 ທີ່ຫ້ອງປະຊຸມຂອງກອງພັນໃຫຍ່ 641 ໂດຍເປັນປະທານຮ່ວມຂອງ ທ່ານ ພັນເອກ ບຸດສະດີ ອິນທະລັງສີ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ທ່ານ ພັນເອກ ດຣ ພູວິໄລ ພູນສະຫວັດ ຮອງຫົວໜ້າກົມ ເສນາຮັກ ກົມໃຫຍ່ ພາລະທິການ ກອງທັບ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດແຫ່ງຊາດງລາວ ມີຄະນະພັກ ຄະນະບັນຊາຈາກ ວິທະຍາຄານກົມກອງ ຕ່າງໆ ໂຮງຮຽນ ໂຮງໝໍ ທີ່ຂື້ນກັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍພະນັກງານວິຊາການ ສະຖາບັນເລືອດແຫ່ງຊາດ ເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບການເຄື່ອນໄຫວປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດ ຮ່ວມກັບພາກສ່ວນ ກອງທັບ ປີ 2023 ຜ່ານມາ ເພື່ອສັງເກດຕີລາຄາ ສະພາບຈຸດດີ ຈຸດອ່ອນຂໍ້ຄົງຄ້າງ ທີ່ຈະໄດ້ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ ພ້ອມກັນວາງແຜນການແບບມີສ່ວນຮ່ວມ ເພື່ອໃຫ້ມີແຜນອອກຮັບບໍລິ ຈາກ ເລືອດຕະຫຼອດປີ ພ້ອມທັງຮັບຮອງເອົາແຜນປະຈຳປີ 2024 ແລະ ຕົວເລກຄາດໝາຍສູ້ຊົນຮ່ວມກັນ.

    ໂອກາດນີ້ ທ່ານ ດຣ ຈັນທະລາ ສຸກສາຄອນ ໄດ້ຍົກໃຫ້ເຫັນຜົນສຳເລັດປີ 2023 ເຊິ່ງໄດ້ອອກຮັບບໍລິຈາກເລືອດຮ່ວມກັບພາກສ່ວນ ກອງທັບ ຈຳນວນ 100 ຄັ້ງ ມີຜູ້ເຂົ້າຮ່ວມກິດຈະກຳທັງໝົດ 5.800 ເທື່ອຄົນ ມີອ້າຍນ້ອງນາຍ ແລະ ພົນທະຫານ ໃຫ້ການປະກອບສ່ວນບໍລິຈາກເລືອດໄດ້ 3.645 ເທື່ອຄົນທຽບໃສ່ແຜນການ ແມ່ນຫຼຸດຄາດໝາຍ (ຄາດໝາຍ 4.338 ເທື່ອຄົນ).

    ເພື່ອສືບຕໍ່ວຽກງານດັ່ງກ່າວ ສຳລັບແຜນປີ 2024 ໄດ້ວາງຄາດໝາຍສູ້ຊົນ ໃຫ້ໄດ້ອອກຮັບບໍລິຈາກເລືອດ ຈຳນວນ    150 ຄັ້ງ ຄາດວ່າຈະໃຫ້ມີຜູ້ເຂົ້າຮ່ວມກິດຈະກຳທັງໝົດ 6.000 ເທື່ອຄົນ ແລະ ໃຫ້ມີຜູ້ປະກອບສ່ວນບໍລິຈາກເລືອດ 4.536 ເທື່ອຄົນ ລວມທັງເຂົ້າຮ່ວມກິດຈະກຳບໍລິຈາກເລືອດໃນວັນສຳຄັນຕ່າງໆ ໃຫ້ໄດ້ 3-4 ຄັ້ງ ແລະ ຈະຈັດກອງປະຊຸມ ຫຼື ຈັດການເຝິກອົບຮົມຊາວໜຸ່ມ ກໍ່ຄືອາສາສະໝັກບໍລິຈາກເລືອດ ໃຫ້ໄດ້ 1-2 ຄັ້ງ.

    ໂອກາດດຽວກັນ ທ່ານ ພັນເອກ ດຣ ພູວິໄລ ພູນສະຫວັດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະພັກ ຄະນະບັນຊາຈາກ ວິທະຍາຄານກົມກອງຕ່າງໆ ລວມທັງໂຮງຮຽນ ໂຮງໝໍ ທີ່ຂື້ນກັບ ກະຊວງປ້ອງກັນປະເທດ ທີ່ເອົາໃຈໃສ່ໃນການປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດ ໃນສຸມປີຜ່ານມາ ເຖິງແມ່ນວ່າຈະບໍ່ ບັນລຸຕົວເລກຄາດໝາຍທີ່ວາງໄວ້ ແຕ່ກໍຈັດຢູ່ໃນອັນດັບແຖວໜ້າໃນບັນດາພາກສ່ວນໃນສັງຄົມ ໃນການປະ ກອບສ່ວນບໍລິຈາກເລືອດ ເພື່ອສືບຕໍ່ຜົນງານດັ່ງກ່າວ ຮຽກຮ້ອງມາຍັງທຸກພາກສ່ວນໃນຖັນແຖວກອງທັບ ພວກເຮົາ ໃຫ້ຖືວຽກງານດັ່ງກ່າວເປັນບູລິມະສິດ ຈັດເຂົ້າໃນແຜນວຽກ ຜັນຂະຫຍາຍເຂົ້າສູ່ລວງເລິກ ສືບຕໍ່ ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ສຸມໃສ່ການປຸກລະດົມໃຫ້ເລິກເຊິ່ງ ກວ້າງຂວາງ ເພື່ອບັນລຸເປົ້າໝາຍທີ່ວາງ ໄວ້.

error: Content is protected !!