ໂຮງໝໍແຂວງສະຫວັນນະເຂດ ໄດ້ຂະຫຍາຍລະບົບສະໜອງອົກຊີແຊນ ໂດຍການສະໜັບສະໜູນຂອງ USAID ແລະ WHO

ໂຮງໝໍແຂວງສະຫວັນນະເຂດ ໄດ້​ຂະ​ຫຍາຍລະບົບທໍ່ສົ່ງອົກຊີແຊນ ເພື່ອກອບກູ້ຊີວິດຄົນເຈັບ ໂດຍໄດ້ຮັບການສະໜັບສະ ໜູນຈາກ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ແລະ ຈັດຕັ້ງໂດຍອົງການອະນາໄມໂລກ (WHO) ຄ່າເກືອບ 2.5 ຕື້ກີບ  (120.000 ໂດລາສະຫະລັດ).  

ລະ​ບົບ​ດັ່ງ​ກ່າວ ປະ​ກອບ​ມີ ລະບົບການແຈກຢາຍອົກຊີແຊນຄົບວົງຈອນ ທໍ່ສົ່ງທີ່ມີຄວາມຍາວຫຼາຍກວ່າ 300 ແມັດ ເຊິ່ງມີຄວາມສາມາດໃນການອະເຊື້ອ ມີໜ່ວຍຄວບຄຸມສູນກາງ ລະບົບສຳຮອງ 2 ຊຸດ ແລະ ຫົວຈ່າຍອົກຊີແຊນ 55 ຈຸດ ຈະສາມາດຊ່ວຍຊີວິດຄົນໄດ້ໂດຍກົງ ຢ່າງຕໍ່ເນື່ອງ ແລະ ວ່ອງໄວ ສຳລັບຄົນເຈັບທີ່ມີຄວາມສ່ຽງສູງ ໃນໜ່ວຍງານທີ່ມີຄົນເຈັບໜັກ ເປັນຕົ້ນ ຫ້ອງສຸກເສີນ ຫ້ອງຟື້ນຟູຊີບ (ICU) ຫ້ອງຜ່າຕັດ ແລະ ຫ້ອງເດັກແດງ.

ລະບົບທໍ່ສົ່ງອົກຊີແຊນດັ່ງກ່າວນີ້ ຖືເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ເຄື່ອງຜະລິດອົກຊີແຊນ ເຄື່ອງທີ 2 ຂອງ ສປປ ລາວ ທີ່ໂຮງໝໍແຂວງສະຫວັນນະເຂດ ເຊິ່ງໄດ້ເປີດນຳໃຊ້ເມື່ອບໍ່ດົນມານີ້ ໂດຍການສະໜັບສະໜູນຈາກອົງການອະນາໄມໂລກ ເຄື່່ອງຜະລິດອົກຊີແຊນນີ້ ເຮັດໃຫ້ໂຮງໝໍສາມາດຜະລິດອົກຊີແຊນດ້ວຍຕົນເອງໄດ້ເປັນຄັ້ງທໍາອິດ ສາມາດຮັບປະກັນແຫຼ່ງທີ່ມາຂອງອົກຊີແຊນ ຫຼຸດ ຜ່ອນການເພິ່ງພາການສະໜອງອົກຊີແຊນຈາກພາຍນອກ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ ອີກດ້ວຍ.

ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ການຂະຫຍາຍການເຂົ້າເຖິງອົກຊີແຊນຢູ່ໂຮງໝໍແຂວງສະຫວັນນະເຂດ ຖືເປັນບາດກ້າວອັນສຳຄັນ ເພື່ອຮັບປະກັນໃຫ້ພົນລະເມືອງລາວທຸກຄົນໄດ້ຮັບການບໍລິການປິ່ນປົວທີ່ທຸກຄົນຄວນໄດ້ຮັບຢ່າງມີຄຸນນະພາບ ການລິເລີ່ມໃນການຊ່ວຍຊີວິດນີ້ຈະເຮັດໃຫ້ຄອບຄົວມີຄວາມອຸ່ນໃຈເມື່ອຮູ້ວ່າ ຄົນທີ່ພວກເຂົາຮັກສາມາດເຂົ້າເຖິງຢາທີ່ຈໍາເປັນນີ້ໄດ້ທັນເວລາ ເຖິງແມ່ນວ່າຢູ່ໃນສະຖານະການທີ່ຮ້າຍແຮງທີ່ສຸດກໍຕາມ ແລະ ພວກເຮົາຂໍຂອບ ໃຈເປັນຢ່າງສູງຕໍ່ການສະໜັບສະໜູນທີ່ສໍາຄັນຈາກອົງການ USAID ຜ່ານການຈັດຕັ້ງປະຕິບັດຂອງອົງການອະນາໄມໂລກ ໃນຄັ້ງນີ້.

ທ່ານ ໄມເຄິລ ຣອນນິ້ງ, ຜູ້ຕາງໜ້າອົງການ USAID ໄດ້ກ່າວວ່າ: ການສະໜັບສະໜູນການຂະຫຍາຍການເຂົ້າເຖິງອົກຊີແຊນ ຢູ່ໂຮງໝໍແຂວງສະຫວັນນະເຂດ ແມ່ນເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງພວກເຮົາຕໍ່ກັບປະຊາຊົນລາວ ແລະ ຊີວິດການເປັນຢູ່ຂອງພວກເຂົາ  ລວມທັງການຮ່ວມມືທີ່ເຂັ້ມແຂງຂອງພວກເຮົາກັບອົງການອະນາໄມໂລກ ລະບົບດັ່ງກ່າວນີ້ຈະສົ່ງຜົນດີຕໍ່ຫຼາຍໆຄອບຄົວນັບບໍ່ຖ້ວນ ແລະ ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກສໍາລັບຄົນຮຸ່ນຕໍ່ໆໄປ ພວກເຮົາມີຄວາມພາກພູມໃຈທີ່ສາມາດສືບຕໍ່ໃຫ້ການຊ່ວຍເຫຼືອໃນດ້ານນີ້ ແລະ ອີກຫຼາຍຂົງເຂດສຸຂະພາບ ໃນ ສປປ ລາວ.

ທ່ານ ນາງ ດຣ ຢິງ-ຣູ ໂລ ຈາກອົງການອະນາໄມໂລກ ໄດ້ກ່າວວ່າ: ການສ້າງຄວາມອາດສາມາດໃນການຜະລິດ ແລະ ການສະໜອງອົກຊີແຊນໃນ ສປປ ລາວ ແມ່ນມີຄວາມສຳຄັນຫຼາຍໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານໂຄງລ່າງດ້ານສາທາລະນະສຸກ ແລະ ການໂຕ້ຕອບຕໍ່ເຫດການສຸກເສີນ ການເຂົ້າເຖິງລະບົບອົກຊີແຊນທີ່ໜ້າເຊື່ອຖືໄດ້ ແມ່ນມີຄວາມຈໍາເປັນສໍາລັບການປິ່ນປົວອາການເຈັບປ່ວຍຕ່າງໆ ໂດຍສະເພາະໃນກໍລະນີສຸກເສີນ ອົງການ USAID ຖືເປັນຄູ່ຮ່ວມມືຍາວນານໃນດ້ານນີ້ ເຊິ່ງໄດ້ໃຫ້ການຊ່ວຍເຫຼືອໃນໄລຍະການແຜ່ລະບາດຂອງພະຍາດທີ່ຜ່ານມາ ໂດຍຮັບປະກັນບໍ່ໃຫ້ມີການຂາດແຄນອົກຊີແຊນທີ່ນຳໃຊ້ປິ່ນປົວຄົນເຈັບພະຍາດໂຄວິດ-19 ກໍລະນີທີ່ຮ້າຍແຮງ ໃນຂະນະດຽວກັນ ການສະໜັບສະໜູນຄັ້ງໃໝ່ນີ້ ກໍຈະສືບຕໍ່ສ້າງຄວາມອາດສາມາດໃນການບໍລິການປິ່ນປົວຕໍ່ຄົນເຈັບທີ່ມີອາການຂັ້ນຮຸນແຮງໃນໄລຍະຍາວ ອີກດ້ວຍ.

ພິທີມອບ-ຮັບລະບົບດັ່ງກ່າວໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ ຈັດ​ຂຶ້ນ​ໃນ​ວັນ​ທີ 31 ມັງ​ກອນ 2024 ໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ໄມເຄິລ ຣອນນິ້ງ ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ, ທ່ານ ບັກໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ທ່ານ ນາງ ດຣ ຢິງ-ຣູ ແຈັກກະລິນ ໂລ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ.

error: Content is protected !!