ໄປທ່ຽວຈີນໄດ້ງ່າຍໆກັບ Vietjet: ບິນໄປ Chengdu Shanghai ກັບ Vietjet ຜ່ານນະຄອນໂຮ່ຈີມິນ ຄ່າໂດຍສານຖືກທີ່ສຸດພຽງ 0 USD ສໍາລັບເສັ້ນທາງໂຮ່ຈີມິນ–ເສີງຕູ່

(ນະຄອນຫຼວງວຽງຈັນ 31 ມັງກອນ 2024) ເພື່ອເປັນການຕ້ອນຮັບເທດສະການກຸດຈີນ ແລະ ມອບທາງເລືອກໃຫ້ລູກຄ້າໃນລາວທີ່ມີແຜນຈະມາຢ້ຽມຢາມ ສປ ຈີນ ໃນໂອກາດພິເສດນີ້ Vietjet ສືບຕໍ່ຂະຫຍາຍຕາໜ່າງການບິນລະຫວ່າງຫວຽດນາມ ແລະ ຈີນດ້ວຍການເປີດຖ້ຽວບິນໂຮຈີ່ມິນ- ເສີງຕູ່ ຕາມດ້ວຍຖ້ຽວບິນໂຮຈີມິນ-ຊຽງໄຮ້ ໃນເວລາພຽງ 2 ເດືອນ.

ເສັ້ນທາງໂຮ່ຈີມິນ-ເສີງຕູ່ຈະເປີດນຳໃຊ້ໃນວັນທີ 10 ກຸມພາ 2024 ບິນໄປກັບທຸກມື້ ເຊິ່ງແມ່ນມື້ທຳອິດຂອງກຸດຈີນ ເທດສະ ການທີ່ໃຫຍ່ທີ່ສຸດຂອງສອງປະເທດ ຮ່ວມອວຍພອນໃຫ້ລູກຄ້າຈົ່ງມີແຕ່ຄວາມສຸກ ແລະ ຄວາມເບີກບານມ່ວນຊື່ນໝົດປີ ຄ່າໂດຍສານພຽງແຕ່ 0 USD (ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບເສັ້ນທາງໃໝ່ນີ້ແມ່ນໃຫ້ຈັບຈອງໄດ້ແລ້ວທີ່ www.vietjetair.com ຫຼື ແອັບມືຖື Vietjet Air ເດີນທາງແຕ່ວັນທີ 10 ກຸມພາ 2024 ຫາ 30 ມີນາ 2024 ຜູ້ໂດຍສານຂອງ Vietjet ຈະໄດ້ຮັບປະກັນໄພການເດີນທາງ SkyCare ບໍ່​ເສຍ​ຄ່າ ເພື່ອການເດີນທາງທີ່ປອດໄພ ຖືວ່າເປັນໂອກາດດີສຳລັບນັກທ່ອງທ່ຽວຈາກລາວ ໃນການໄປທ່ຽວຈີນເພາະຄ່າປີ້ຍົນທີ່ມີລາຄາຖືກຂອງ Vietjet ທ່ານສາມາດຢຸດພັກທີ່ນະຄອນໂຮ່ຈິມິນ ແລະ ໄປຕໍ່ເມືອງ Chengdu ແລະ Shanghai ໄດ້ຢ່າງງ່າຍດາຍ.

Vietjet ຈະເປີດຖ້ຽວບິນກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນໃນວັນທີ 25 ກຸມພານີ້ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ ພຸດ ສຸກ ແລະ ວັນອາທິດດ້ວຍເວລາພຽງ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວເທົ່ານັ້ນ Vietjet ກຳລັງຂະຫຍາຍຕົວຢູ່ຈີນຢ່າງເຂັ້ມແຂງທາງດ້ານຍຸດທະສາດ ໃນການເຮັດໃຫ້ອາຊີຕາເວັນອອກສຽງໃຕ້ໃຫ້ເຂົ້າໃກ້ກັບຈີນ ເມື່ອບໍ່ດົນມານີ້ ບໍລິສັດ Vietjet ໄທໄດ້ເລີ່ມໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຊຽງໄຮ້ ຫາງໂຈ່ວ ແລະ ກວາງໂຈ່ວ ໄປຍັງນະຄອນ ຫຼວງບາງກອກຂອງໄທ ແລະ ມີແຜນການເຊື່ອມຕົວເມືອງໃຫຍ່ຂອງຈີນຕື່ມອີກໃນໄລຍະທີ່ຈະມາຮອດນີ້ ຖ້ຽວບິນກົງເຫຼົ່ານີ້ບໍ່ພຽງແຕ່ເຮັດໃຫ້ນັກທ່ອງທ່ຽວມີທາງເລືອກໃນການເດີນທາງ ແລະ ລາຄາທີ່ຈັບຕ້ອງໄດ້ເທົ່ານັ້ນ ແຕ່ຍັງຊ່ວຍກະຕຸ້ນເສດຖະ ກິດການທ່ອງທ່ຽວລະຫວ່າງປະເທດ ແລະ ພາກພື້ນນຳອີກ.

ດ້ວຍເຮືອບິນທີ່ທັນສະໄໝ ພ້ອມຄວາມມຸ່ງໝັ້ນໃນການໃຫ້ຄວາມປອດໄພ ແລະ ການບໍລິການລູກຄ້າທີ່ພິເສດ Vietjet ກຽມພ້ອມທີ່ຈະໃຫ້ຜູ້ໂດຍສານມີຄວາມສະດວກສະບາຍ ແລະ ມ່ວນຊື່ນໃນການເດີນທາງຕະຫຼອດປີໃໝ່ ບໍ່ວ່າຈະເປັນການເດີນທາງມາທຸລະກິດ ຫຼື ມາພັກຜ່ອນ ຜູ້ໂດຍສານຍັງຈະໄດ້ຮັບປະສົບການທີ່ດີ ແລະ ໜ້າຈົດຈຳຈາກພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ.

Vietjet Air | Bay là thích ngay! | Website chính thức

error: Content is protected !!