ເຜີຍແຜ່ຜົນຂອງການຄົ້ນຄວ້າ ປະຈໍາປີ 2023

ກອງປະຊຸມ ເຜີຍແຜ່ຜົນການຂອງການຄົ້ນຄວ້າ ປະຈໍາປີ 2023 ຈັດຂຶ້ນວັນທີ 30 ມັງກອນ 2024 ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເປັນທານ ແລະ ກ່າວເປີດກອງປະຊຸມໂດຍ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນຍົກລັດຖະມົນຕີ ມີທ່ານ ສອນທະນູ ທໍາມະວົງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ ແຫ່ງຊາດ ບັນດາຮອງລັດຖະມົນຕີ ຮອງຫົວໜ້າຄະນະກໍາມາທິການຂອງສະພາເເຫ່ງຊາດ ຮອງຫົວໜ້າອົງການ ແລະ ອະທິການບໍດີມະຫາວິທະຍາໄລ ຜູ້ຕາງໜ້າທູດ ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມ ແລະ ພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

      ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວວ່າ: ການຄົ້ນຄວ້າວິທະຍາສາດ ແມ່ນວຽກໜຶ່ງທີສໍາຄັນ ເພື່ອປະກອບສ່ວນເຂົ້າໃນຄັງສາງຄວາມຮູ້ ດ້ານທິດສະດີ ພຶດຕິກໍາ ແລະ ນໍາມານໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດເຮົາ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ເວລາໃດ ກໍ່ເຫັນໄດ້ຄວາມສໍາຄັນ ແລະ ໄດ້ຊຸກຍູ້ສົ່ງເສີມການຄົ້ນຄວ້າວິທະຍາສາດ ເຮັດໃຫ້ຄັງສາງດ້ານຄວາມຮູ້ ດ້ານວິທະຍາສາດເປັນລະບົບ ແລະ ເຂັ້ມແຂງຍິ່ງໆຂຶ້ນ ໃນໄລຍະຜ່ານມາ ບັນດາມະຫາວິທະຍາໄລ ສະຖາບັນຄົ້ນຄວ້າ ແລະ ນັກຄົ້ນຄວ້າຂອງ ສປປ ລາວ ຂອງພວກເຮົາ ກໍ່ໄດ້ປະສົບຜົນສໍາເລັດໃນການຄົ້ນຄວ້າໃນຫຼາຍຫົວຂໍ້ທີ່ສໍາຄັນ ແລະ ນໍາເອົາຜົນຂອງການຄົ້ນຄວ້າດັ່ງກ່າວ ຮັບໃຊ້ ເຂົ້າໃນການກໍານົດແນວທາງນະໂຍບາຍຂອງພັກ-ລັດ ກໍານົດຍຸດທະສາດ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

    ໃນນາມຕາງໜ້າໃຫ້ລັດຖະບານຂອງ ສປປ ລາວ ກໍຄືໃນນາມສ່ວນຕົວ ສະແດງຄວາມຊົມເຊີຍບັນນັກວິທະຍາສາດທີ່ໄດ້ເລືອກເອົາຫົວຂໍ້ສໍາມະນາ ວິທະຍາສາດທີ່ວ່າ: “ໂອກາດ ແລະ ສິ່ງທ້າທາຍໃນການສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບ ຢູ່ ສປ ປ ລາວ” ເປັນຫົວຂໍ້ຂອງກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າປະຈໍາປີ 2023 ເຊິ່ງຈຸດປະສົງຕົ້ນຕໍຂອງ ກອງປະຊຸມແມ່ນ ເພື່ອເປີດເວທີສົນທະນາປຶກສາຫາລື ແລກປ່ຽນຂໍ້ມູນ ແລະ ຄໍາຄິດຄໍາເຫັນ ເຊິ່ງກັນ ແລະ ກັນ ລະຫວ່າງນັກຄົ້ນຄວ້າ ນັກວິທະຍາສາດ ແລະ ຜູ້ວາງນະໂຍບາຍ ກ່ຽວກັບ ກາລະໂອກາດ ແລະ ສິ່ງທ້າທາຍໃນການສ້າງວຽກເຮັດງານທໍາ ແລະ ການສ້າງລາຍຮັບ ຢູ່ ສປປ ລາວ ໂດຍສະເພາະແມ່ນສຸມໃສ 4 ເນື້ອໃນຍ່ອຍເປັນຕົ້ນ: ການຄຸ້ມຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ເຂົ້າໃນການສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບຢ່າງມີປະ ສິດທິພາບ ປະສິດທິຜົນ ແລະ ຄວາມຍືນຍົງ ກາລະໂອກາດ ແລະ ສິ່ງທ້າທາຍຂອງການພັດທະນາ ຊັບພະຍາກອນມະນຸດ ແລະ ສີມືແຮງງານ ເພື່ອຕອບສະຫນອງຄວາມຕ້ອງການຂອງຕະຫຼາດແຮງງານໃນຕໍ່ໜ້າ ແລະ ກາລະໂອກາດ ແລະ ສິ່ງທ້າທາຍໃນການດຶງດູດການລົງທຶນທີ່ມີຄຸນນະພາບ ຢູ່ ສປປ ລາວ ຜ່ານການສໍາມະນາວິທະຍາສາດໃນຄັ້ງນີ້ແລ້ວ ຫວັງວ່າ ຜົນຂອງການສໍາມະນາໃນຄັ້ງນີ້ ຈະສາມາດນໍາເອົາໄປນໍາໃຊ້ເຂົ້າໃນການວາງນະໂຍບາຍຂອງພັກ ກໍ່ຄື ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃນຕໍ່ໜ້າ.

ຂໍສະເເດງຄວາມຍ້ອງຍໍຊົມເຊີຍ ມາຍັງສະຖາບັນວິທະຍາສາດເສດຖະກິດ ແລະ ສັງ ຄົມແຫ່ງຊາດ ທີ່ໄດ້ເປັນໃຈກາງປະສານສົມທົບກັບ ບັນດາມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຕ່າງໆ ຫ້າງຫາກະກຽມໂດຍຄວາມຮັບຜິດຊອບສູງ ຈົນກອງປະຊຸມຄັ້ງນີ້ສາມາດໄຂຂຶ້ນ ແລະ ມີຜົນສໍາເລັດຢ່າງຈົບງາມ.

error: Content is protected !!