ສຳເລັດກອງປະຊຸມໃຫຍ່ ຄັ້ງທີ I ໜ່ວຍພັກຫ້ອງການອົງການກາແດງແຫ່ງຊາດລາວ

    ກອງປະຊຸມໃຫຍ່ ຄັ້ງທີ I ໜ່ວຍພັກຫ້ອງການອົງການກາແດງແຫ່ງຊາດລາວ (ກດລ) ໄຂຂຶ້ນວັນທີ 29 ມັງ ກອນ 2024 ດຳເນີນໄປເຄິ່ງວັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳລາວັນ ຈັນທະລາວັນ ຮອງເລຂາຄະນະບໍລິຫານງານພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີບັນດາຄະນະພັກຮາກຖານ ບັນດາເລຂາໜ່ວຍພັກຮາກຖານອ້ອມຂ້າງສຳນັກງານນາຍົກລັດຖະມົນຕີ ບັນດາເລຂາໜ່ວຍພັກອ້ອມຂ້າງ ຄະນະພັກຮາກຖານ ກດລ 3 ອົງການຈັດຕັ້ງມະຫາຊົນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ອົງການກາແດງແຫ່ງຊາດລາວ ສະມາຊິກພັກສົມບູນ ແລະ ສຳຮອງ ແລະ ມະຫາຊົນກ້າວໜ້າ ຂອງໜ່ວຍພັກຫ້ອງການອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມ ຈຳນວນ 29 ສະຫາຍ ຍິງ 9 ສະຫາຍ (ໃນນີ້ມີຜູ້ແທນສົມບູນ 12 ສະຫາຍ ຍິງ 5 ສະຫາຍ).

    ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກຫ້ອງການ ກດລ ໃນຄັ້ງນີ້ ໄດ້ເປັນເອກະພາບ ແລະ ຮັບຮອງເອົາເນື້ອໃນກອງປະຊຸມສຳຄັນ ໄດ້ເປັນເອກະພາບຮັບຮອງເອົາບົດລາຍງານການເມືອງ ສະພາບການນຳພາ-ຊີ້ນຳ ວຽກງານຂອງໜ່ວຍພັກຫ້ອງການອົງການກາແດງແຫ່ງຊາດລາວໃນໄລຍະຜ່ານມາ (2020-2023) ທິດທາງແຜນການ 5 ປີຕໍ່ໜ້າ (2024-2028) ແລະ ມາດຕະການຈັດຕັ້ງປະຕິບັດ ເຊິ່ງສະເໜີໂດຍ ສະຫາຍ ຮອງຈັນ ຈັນທະວົງ ເລຂາໜ່ວຍພັກຫ້ອງການ ອົງການກາແດງແຫ່ງຊາດລາວ ບົດສຳຫຼວດການນຳພາ-ຊີ້ນຳລວມ ຂອງຄະນະໜ່ວຍພັກຫ້ອງການ ກດລ ໃນໄລຍະຜ່ານມາ ສະເໜີໂດຍ ສະຫາຍ ຄຳມີ ຈັນສະໝອນ ຮອງເລຂາໜ່ວຍພັກຫ້ອງການ ກດລ.

    ກອງປະຊຸມໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງຜູ້ຮັບສະໝັກເປັນຄະນະໜ່ວຍພັກຊຸດໃໝ່ ມີ 5 ສະຫາຍ ຍິງ 1 ສະຫາຍ ຄັດເລືອກເອົາ 3 ສະຫາຍ ກອງປະຊຸມປະຖົມມະລຶກຂອງຄະນະໜ່ວຍພັກຫ້ອງການ ກດລ ຄັ້ງທີ I ໄດ້ຕົກລົງເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ຮອງຈັນ ຈັນທະວົງ ເປັນເລຂາໜ່ວຍພັກເລຂາ ສະຫາຍ ຄຳມີ ຈັນສະໝອນ   ເປັນຮອງເລຂາໜ່ວຍພັກ ປະ ທານກວດກາໜ່ວຍພັກ  ແລະ ສະຫາຍ ຂັນແກ້ວ ວໍລະວົງ ເປັນກຳມະການໜ່ວຍພັກ.

    ໂອກາດນີ້ ສະຫາຍ ຄຳລາວັນ ຈັນທະລາວັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີບ ຕໍ່ຜົນງານທີ່ຍາດ ມາໄດ້ໄລຍະຜ່ານມາ ພ້ອມກ່າວເນັ້ນ ໃຫ້ເສີມຂະຫຍາຍໝາກຜົນ ຜົນງານທີ່ໜ່ວຍພັກຍາດມາໄດ້ໃນ ໄລຍະຜ່ານມາ ຜັນຂະຫຍາຍບົດຮຽນທີ່ມີແລ້ວໃຫ້ດີ ແລະ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ບັນດາມະຕິຄຳສັ່ງຂອງລັດຖະບານວາງອອກ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະບໍລິຫານງານພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ໄດ້ຮັບຜົນດີປະຕິບັດຕາມກົດລະບຽບພັກສະໄໝທີ XI ມາດຕາ 26 ວ່າດ້ວຍພາລະບົດບາດ ໜ້າທີ່ ຂອງໜ່ວຍພັກ ໂດຍສຸມໃສ່ບັນດາໜ້າວຽກສຳຄັນ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ ພະນັກງານ-ລັດຖະກອນ ໃຫ້ວ່ອງໄວ ເລີກເຊິ່ງ ແລະ ທົ່ວຖິງ ສືບຕໍ່ປັບປຸງລະບົບການຈັດຕັ້ງຂອງ ຫ້ອງການ ກດລ ຫັນສູ່ຄຸນນະພາບ ຄວາມເປັນຊ່ຽວຊານ ຫຼາຍຂື້ນ ສາມາດປະຕິບັດບົດບາດເປັນເສນາທິການ ໃຫ້ແກ່ຄະນະພັກ ຄະນະນຳ ກດລ ໃນ ຂົງເຂດວຽກງານບໍລິຫານ ແລະ ພົວພັນຮ່ວມມືສາກົນວຽກງານຈັດຕັ້ງພະນັກງານ ແລະ ກວດກາ ວຽກງານແຜນການ-ການເງິນ ແລະ ວຽກງານສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ເດັກ ແລະ ວຽກງານອາສາສະໝັກ ກວດກາ ແລະປະເມີນຜົນຄືນ ການກຳນົດມາດຖານຕຳແໜ່ງງານ ສ້າງແຜນບຳລຸງ ພະນັກງານສືບທອດ ໃນແຕ່ລະຂັ້ນ ໃຫ້ເປັນລະບົບຄົບຊຸດ ຈັດວາງ ສັບຊ້ອນພະນັກງານ ໃຫ້ ຖືກຕ້ອງຕາມຄວາມຮູ້-ຄວາມສາມາດ ແລະ ມາດຕະຖານຂອງແຕ່ລະຕຳແໜ່ງງານ ສ້າງແຜນບຳລຸງຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ວິຊາສະເພາະໃຫ້ແກ່ພະນັກ ງານ ຍົກລະດັບຄວາມສາມາດ ໃນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການ ບໍລິຫານ-ຄຸ້ມຄອງວຽກງານພາຍໃນຫ້ອງການ ດ້ວຍລະບົບທັນສະໄໝ ຈັດເຝິກອົບຮົມວຽກງານ IT ໃຫ້ພະນັກງານ ປະເມີນຜົນ ແລະ ຕີລາຄາຄຸນນະພາບ ຂອງພະນັກງານ-ລັດຖະກອນປະຈຳປີ ຕາມແຜນການທີ່ວາງໄວ້.

    ຊີ້ນຳບັນດາອົງການຈັດຕັ້ງມະຫາຊົນ ເອົາໃຈໃສ່ປັບປຸງຫ້ອງການ ສະຖານທີ່ເຮັດວຽກໃຫ້ມີຄວາມສະດວກ ແລະ ສະໜອງ ອຸປະກອນຮັບໃຊ້ຕ່າງໆ ໃຫ້ພຽງພໍ ຮັບປະກັນ ໃຫ້ແກ່ການປະຕິບັດໜ້າທີ່ວຽກງານ ເອົາໃຈໃສ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສ ເຂັ້ມແຂງ ແລະ ໜັ້ກແໜ້ນທາງດ້ານ ການເມືອງ ແນວຄິດ ການຈັດຕັ້ງ ແບບແຜນວິທີນຳພາ ແລະ ຈັດຕັ້ງປະຕິບັດກົດລະບຽບ ຂອງພັກເປັນຢ່າງດີ ສ້າງໜ່ວຍພັກ ໃຫ້ເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ.

error: Content is protected !!