ກອງປະຊຸມສະຫຼຸບ ແລະ ວາງແຜນປຸກລະດົມບໍລິຈາກເລືອດ ພາກສ່ວນມັດທະຍົມສຶກສາ ນະຄອນຫຼວງວຽງຈັນ(ນວ) ຈັດຂຶ້ນ ວັນທີ 25 ມັງກອນ 2024 ທີ່ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໂດຍເປັນ ປະທານ ຮ່ວມຂອງ ທ່ານ ພົມມະແສງ ທີບພະວົງ ຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກີລາ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທ່ານຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ພ້ອມດ້ວຍທ່ານຮອງຜູ້ອຳນວຍການໂຮງຮຽນ ພາກສ່ວນມັດທະຍົມສຶກສາ ງານນັກ ຄູ-ອາຈານ ທັງພາກລັດ ແລະ ເອກະຊົນ ພາຍໃນ ນະຄອນຫຼວງວຽງຈັນ ແລະ ພະນັກງານພາຍໃນສະຖາບັນ ເລືອດແຫ່ງຊາດ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ໄດ້ລາຍງານໃຫ້ຮູ້ວ່າ: ຜົນຂອງການເຄື່ອນໄຫວປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດ ທີ່ປອດໄພປີ 2023 ສະຖາບັນເລືອດແຫ່ງຊາດ ອອກຮັບບໍລິຈາກໄດ້ 599 ຄັ້ງ ມີຜູ້ເຂົ້າຮ່ວມ 49.770 ເທື່ອຄົນ ມີຜູ້ບໍລິຈາກຢູ່ບ່ອນອອກໜ່ວຍ 18.004 ເທື່ອຄົນ ບໍລິຈາກປະຈຳໃນສູນມີຜູ້ເຂົ້າຮ່ວມ 18.111 ເທື່ອຄົນ ລວມທັງໝົດ 36.115 ເທື່ອຄົນ (ແຜນການ 30.520 ຖົງ ລື່ນແຜນການ 5.595 ) ສະໝັກໃຈ 23.387 ແລະ ບໍລິຈາກໃຫ້ພີ່ນ້ອງ 12.728 ເທື່ອຄົນ ສະເພາະ ພາກສ່ວນມັດທະຍົມສຶກສາ ທົ່ວ ນະຄອນຫຼວງວຽງຈັນ ປະກອບສ່ວນບໍລິຈາກເລືອດໄດ້ 2.321 ເທື່ອຄົນ.



ທິດທາງແຜນການ ປີ 2024-2025 ສືບຕໍ່ສູ້ຊົນໃຫ້ບັນລຸຄາດໝາຍທີ່ສະພາແຫ່ງຊາດຮັບຮອງ 78.000-80.400 ຖົງ ໃນນີ້ ສູນກາງ (ກະຊວງ ອົງການ ແລະ ນະຄອນຫລວງວຽງຈັນ) ຕ້ອງບັນລຸ 33.300 ຖົງ ແລະ ທ້ອງຖີ່ນ 44.700 ຖົງ ເພື່ອຮັບປະກັນການຕອບສະໜອງເລືອດທີ່ພຽງພໍ ປອດໄພ ແລະ ທັນເວລາໃຫ້ໄດ້ໂດຍພື້ນຖານ ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທຸກດ້ານ ຂະຫຍາຍຕາໜ່າງການບໍລິການເລືອດລົງສູ່ເມືອງ (ໜ່ວຍເກັບຮັກສາເລືອດຂັ້ນເມືອງ) ປັບປຸງບັນດານິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງ (ກອງທືນເລືອດ ການຍ້ອງຍໍ ) ແລະ ສູ້ຊົນຮັບປະກັນໃຫ້ມີງົບປະມານໃນການເຄື່ອນໄຫວວຽກງານປຸກລະດົມການບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ ສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ພັດທະນາຊັບພະຍາກອນມະນຸດ.




ໂອກາດນີ້ ທ່ານ ບຸນທັນ ແສງມະນີ ໄດ້ກ່າວເນັ້ນໃຫ້ຜູ້ບໍລິຫານການສຶກສາ ແລະ ຄູອາຈານ ເປັນເຈົ້າການໃນການປຸກລະດົມບໍລິຈາກເລືອດ ຕາມແຜນການທີ່ໄດ້ວາງໄວ້ໃນປີ 2024 ໂດຍໃຫ້ຈັດເຂົ້າຢູ່ໃນແຜນກິດຈະກຳປະຈໍາປີຂອງໂຮງຮຽນຂອງຕົນເອງດ້ວຍຄວາມເປັນເອກະພາບສູງ ເຂົ້່າຮ່ວມໃນຂະບວນການປຸກລະດົມບໍລິຈາກເລືອດ ແລະ ນໍາພາຢ່າງເປັນຂະບວນການທີ່ຟົດຟຶ້ນ ແລະ ໃຫ້ໄດ້ຮັບຜົນດີ ສ້າງຂະບວນການຕ່າງໆ ຂອງຄະນະຊາວໜຸ່ມ ແມ່ຍິງ ແລະ ກຳມະບານໃຫ້ມີສວ່ນຮ່ວມ ເອົາໃຈໃສ່ສ້າງເງື່ອນໄຂຄວາມເປັນໄປໄດ້ໃນການປຸກລະດົມບໍລິຈາກເລືອດເຂົ້າໃນຂະບວນການແຂ່ງຂັນ ຮັກຊາດແລະພັດທະນາ ຢູ່ໃນໂຮງຮຽນ ຫຼື ຂອບເຂດຄວາມຮັບຜິດຊອບຂອງຕົນເອງ ປຸກ ລະດົມ ໃຫ້ມີການເຂົ້າຮ່ວມຂອງບ້ານ ຊຸມຊົນ ແລະ ຜູ້ປົກຄອງ ເພື່ອໃຫ້ເຂົ້າໃຈເຖີງຄວາມສໍາຄັນຂອງການບໍລິຈາກເລືອດ ແລະ ສ້າງຈິດສໍານຶກໃນນັກຮຽນ ນັກສືກສາໃນການເປັນອາສາສະໝັກຊ່ວຍເຫຼືອສັງຄົມ ມີຄຸນສົມບັດ ແລະ ປະກອບສວ່ນບໍລິຈາກເລືອດເພື່ອຊ່ວຍເພື່ອນພີ່ນ້ອງຮ່ວມຊາດທີ່ຕ້ອງການ.


