ທທທ ສົ່ງເສີມການທ່ອງທ່ຽວໄທ ໃນງານ ASEAN TOURISM FORUM 2024

          ການທ່ອງທ່ຽວແຫ່ງປະເທດໄທ (ທທທ) ນຳຜູ້ປະກອບການທຸລະກິດທ່ອງທ່ຽວເຂົ້າຮ່ວມງານ “ASEAN Tourism Forum 2024” (ATF  2024) ໃນວັນທີ 24-26 ມັງກອນ 2024 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ສປປ ລາວ ພາຍໃຕ້ແນວຄິດ Quality and Responsible Tourism–Sustaining ASEAN Future ໂດຍຫ້ອງວາງສະແດງຂອງປະເທດໄທ ໄດ້ເນັ້ນນຳສະເໜີຄວາມເປັນໄທທີ່ເປັນເອກະລັກ ແລະ ຕອບຮັບນະໂຍບາຍສົ່ງເສີມການເດີນທາງທ່ອງທ່ຽວຍືນຍົງ.

      ທ່ານນາງ ຖາປານີ ກຽດໄພບູນ ຜູ້ວ່າການທ່ອງທ່ຽວແຫ່ງປະເທດໄທ ເປີດເຜີຍວ່າ: ທທທ ໄດ້ນຳຜູ້ປະກອບການທຸລະກິດ ທ່ອງທ່ຽວໄທເຂົ້າຮ່ວມງານ “ASEAN Tourism Forum 2024” (ATF  2024) ງານສົ່ງເສີມການຂາຍທາງການ ທ່ອງທ່ຽວ ແລະ ເຈລະຈານັດໝາຍທາງທຸລະກິດ (B2B) ທີ່ສຳຄັນຂອງພູມມິພາກອາຊຽນ ໂດຍ ທທທ ໄດ້ຮ່ວມຈັດຫ້ອງວາງສະແດງ ຂອງປະເທດໄທ ຂະໜາດ 36 ຕາແມັດ ແລະ ໄດ້ຈັດສັນພື້ນທີ່ໃຫ້ຜູ້ປະກອບການທຸລະກິດທ່ອງທ່ຽວຈາກປະເທດໄທ ຈຳນວນ 4 ຫົວໜ່ວຍທຸລະກິດ ປະກອບມີ Thailand Privilege Card   ສາຍການບິນໄທ ສາຍການບິນບາງກອກແອເວ ແລະ ສະມາຄົມການຄ້າອຸດສາຫະກຳທ່ອງທ່ຽວອີ ສານ (ສອທອ) ເພື່ອເຈລະຈາທຸລະກິດການທ່ອງທ່ຽວ ໂດຍງານ ATF  2024 ຖືເປັນໂອກາດທີ່ດີທີ່ ທທທ ແລະ ຕົວແທນທຸລະກິດທ່ອງທ່ຽວຈາກປະເທດໄທ ຈະໄດ້ພົບຈະສ້າງເຄື່ອຄ່າຍ ທາງທຸລະກິດ ນຳສະເໜີສິນຄ້າ ແລະ ບໍລິການທາງການທ່ອງທ່ຽວທີ່ມີສັກກະຍາພາບຂອງປະເທດໄທ ໂດຍສະເພາະ ການ ນຳສະ  ເໜີການທ່ອງທ່ຽວແບບ Low Carbon ທ່ອງທ່ຽວອີສານ ພ້ອມທັງສ້າງສຳພັນອັນດີກັບພັນທະມິດທັງໃນກຸ່ມ ປະເທດອາຊຽນ ແລະ ປະເທດຕ່າງໆທົ່ວໂລກ.

ກິດຈະກຳພາຍໃນງານ ATF  2024 ປະກອບມີ 3 ກິດຈະກຳຫຼັກໄດ້ແກ່ 1) ກິດຈະກຳປະຊຸມ ASEAN Minister Meeting ເພື່ອຫາແນວທາງຮ່ວມມືດ້ານນະໂຍບາຍການທ່ອງທ່ຽວຂອງປະເທດສະມາຊິກໃນພູມມີພາກອາຊຽນ 2) ກິດຈະກຳ Travel Exchange (TRAVEX) ເປັນກິດຈະກຳສົ່ງເສີມການຂາຍດ້ານການທ່ອງທ່ຽວໃນຮູບແບບ B2B ໂດຍນຳຜູ້ປະກອບການ ຈາກປະເທດໃນອາຊຽນເຂົ້າຮ່ວມເຈລະຈາທາງທຸລະກິດກັບຕົວແທນທຸລະກິດທ່ອງທ່ຽວຈາກນາໆຊາດ (International Travel Agent/Tour Operator) ໂດຍຈັດລະຫວ່າງ 24-26 ມັງກອນ 2024 3) ກິດຈະກຳ NTO Media Briefing ເພື່ອນຳສະເໜີສະຖານະການຫຼ້າສຸດທາງການທ່ອງທ່ຽວຂອງປະເທດໄທໃຫ້ກັບຜູ້ສື່ຂ່າວຕ່າງປະເທດທີ່ເຂົ້າຮ່ວມງານ ATF 2024 ໃຫ້ເກີດການປະຊາສຳພັນ ແລະ ການຮັບຮູ້ທີ່ກວ້າງໄກ.

ສຳລັບຫ້ອງວາງສະແດງປະເທດໄທ ໄດ້ຮັບກຽດຈາກ ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະ ຣາຊະທູດໄທ ປະຈຳ ສປປ ລາວ ທ່ານ ກິດຕິ ເຊົາວະດີ ເລຂານຸການລັດຖະມົນຕີກະຊວງທ່ອງທ່ຽວ ແລະ ກີລາ ທ່ານ ນາງ ຖາປານີ ກຽດໄພບູນ ຜູ້ວ່າ ການທ່ອງທ່ຽວແຫ່ງປະເທດໄທເຂົ້າຮ່ວມເປີດຫ້ອງວາງສະແດງໃນວັນທີ 24 ມັງກອນ 2024 ເວລາ 10:00 ໂມງ ໂດຍ ພາຍໃນຫ້ອງວາງສະແດງໄດ້ມີຜູ້ປະກອບການດ້ານ Health and Wellness ຈັດກິດຈະກຳສາທິດນວດ ແລະ ສະປາໄທ ໃຫ້ກັບຜູ້ເຂົ້າຮ່ວມໄດ້ທົດລອງ ເຊິ່ງການນວດ ແລະ ສະປາໄທມີຊື່ສຽງ ແລະ ໄດ້ຮັບການຍອມຮັບຈາກຕ່າງປະເທດເປັນຢ່າງດີ ນອກຈາກນີ້ ຍັງຈັດໃຫ້ມີການໃຫ້ຂໍ້ມູນຂ່າວສານການທ່ອງທ່ຽວ (Information Counter) ເຜີຍແຜ່ ແລະ ປະຊາສຳພັນ ຂໍ້ມູນສິນຄ້າ ແລະ ບໍລິການທາງການທ່ອງທ່ຽວຂອງໄທ ບໍລິເວນດ້ານໜ້າຫ້ອງວາງສະແດງປະເທດໄທ ອີກດ້ວຍ.

      ນອກຈາກນີ້ ທທທ ຍັງໄດ້ຈັດງານ Media Briefing ໂດຍມີ ທ່ານນາງ ຖາປານີ ກຽດໄພບູນ ຜູ້ວ່າ ທທທ ໃຫ້ກຽດ ເປັນ ປະທານກ່າວຕ້ອນຮັບ ແລະ  ທ່ານ ນິຖີ ສີແພ ຮອງຜູ້ວ່າການດ້ານສື່ສານການຕະຫຼາດ ທທທ ນຳສະເໜີຂໍ້ມູນ ສະຖານະ ການທ່ອງທ່ຽວ ແລະ ນຳສະເໜີສິນຄ້າ ແລະ ບໍລິການທາງການທ່ອງທ່ຽວຂອງປະເທດໄທ ເພື່ອສ້າງການຮັບຮູ້ ແລະ ຂະ ຫຍາຍຜົນການປະຊາສຳພັນໃນວົງກວ້າງແກ່ສື່ມວນຊົນ ທີ່ ສູນການຄ້າລາວ-ໄອເຕັກ ໂດຍມີຜູ້ເຂົ້າຮ່ວມປະມານ 50 ຄົນ.

      ໃນປີ 2024 ທທທ ຄາດວ່າປະເທດໄທວ່າຈະສາມາດດຶງດູດນັກທ່ອງທ່ຽວທົ່ວໂລກເຂົ້າມາປະເທດໄທ ປະມານ 35 ລ້ານ ຄົນ ແລະ ຈະມີສ່ວນແບ່ງການຕະຫຼາດຈາກນັກທ່ອງທ່ຽວພູມມິພາກອາຊຽນຫຼາຍກວ່າ 38% ແລະ ຍັງເພີ່ມທະວີຂະຫຍາຍ ຕະຫຼາດໃນອາຊຽນຢ່າງຕໍ່ເນື່ອງ ໂດຍໃນປີ 2023 ມີຈຳນວນນັກທ່ອງທ່ຽວຈາກພູມມິພາກອາຊຽນເດີນທາງເຂົ້າປະເທດໄທ ປະມານ 9.822.280 ຄົນ ເພີ່ມຂຶ້ນຈາກປີ 2022 116% ໂດຍ ທທທ ຈະເນັ້ນສົ່ງເສີມຕະຫຼາດນັກທ່ອງທ່ຽວ ຄຸນນະພາບສູງ ທີ່ອອກເດີນທາງດ້ວຍຄວາມເອົາໃຈໃສ່ທ່ອງທ່ຽວຢ່າງມີຄວາມຮັບຜິດຊອບ ກຸ່ມ Luxury กลุ่ม Health & Wellness  ກຸ່ມ ຄອບຄົວ ພ້ອມເລັ່ງເພີ່ມຄ່າໃຊ້ຈ່າຍ ແລະ ຂະຫຍາຍວັນພັກໃຫ້ນັກທ່ອງທ່ຽວເກີດການເດີນທາງເຊື່ອມໂຍງໄປແຂວງທ່ອງ ທ່ຽວເມືອງ ຮອງ ຂອງປະເທດໄທ  ແລະ ໃຫ້ປະເທດໄທເປັນສູນກາງໃນການເຊື່ອມໂຍງການເດີນທາງຂອງພູມມິພາກອາ ຊຽນ ລວມເຖິງນຳສະເໜີ Soft Power 5 F  ເຊິ່ງປະກອບດ້ວຍ FOOD FLIM FESTIVAL FIGHT FASHION ທີ່ສະທ້ອນ ເຖິງເອກະລັກ ແລະ ເພີ່ມມູນຄ່າສິນຄ້າທາງການທ່ອງທ່ຽວຂອງໄທ ເພື່ອໃຫ້ປະເທດໄທບັນລຸເປົ້າໝາຍນັກທ່ອງທ່ຽວທັງ ໃນດ້ານປະລິມານ ແລະ ຄຸນນະພາບຢ່າງຍືນຍົງຕໍ່ໄປ.

ສຳລັບແຜນໃນປີ 2024 ນີ້ ປະເທດໄທໄດ້ວາງນະໂຍບາຍດຶງດູດນັກທ່ອງທ່ຽວໃນສາມາດເຂົ້າທ່ອງທ່ຽວໄດ້ຕະຫຼອດປີ ຫຼື ໃນ 365 ວັນ ນອກຈາກນັ້ນ ໜຶ່ງໃນແຜນດຶງດູດນັກທ່ອງທອງກໍໄດ້ວາງນະໂຍບາຍດຶງດູດນັກທ່ອງທ່ຽວດ້ວຍການຈັດງານປະ ເພນີຕ່າງໆ ເຊິ່ງໃຫ້ປີ 2023 ເທສະການສົງການຂອງປະເທດໄທໄດ້ຮັບຮອງຈາກ ອົງການ UNESCO ໃຫ້ສົງການເປັນມໍລະ ດົກທາງດ້ານວັດທະນະທຳທີ່ຈັບຕ້ອງບໍ່ໄດ້ ເພື່ອເປັນການອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວລາວ ລັດຖະບານໄທມີ ແນວຄິດທີ່ຈະຍົກເລີກການຂຽນເອກະສານ ຕມ 6 ທີ່ເດີນທາງຜ່ານດ່ານຂົວມິດຕະພາບໄລລາວໜອງຄາຍ ເຊິ່ງຂະນະນີ້ ຢູ່ລະຫວ່າງການນຳສະເໜີຂໍ້ມູນຈາກໜ່ວຍງານທີ່ກ່ຽວຂ້ອງເພື່ອໃຫ້ລັດຖະບານພິຈາລະນາ.

ທທທ ຄາດຫວັງວ່າການເຂົ້າຮ່ວມ ATF 2024 ໃນຄັ້ງນີ້ ຈະຊ່ວຍສົ່ງເສີມໃຫ້ປະເທດໄທມີຈຳນວນນັກທ່ອງທ່ຽວຄຸນນະ ພາບຈາກປະເທດໃກ້ຄຽງເພີ່ມສູງຂຶ້ນ ສ້າງລາຍໄດ້ສະເລ່ຍຕໍ່ການພັກແຮມ ແລະ ຈຳນວນມື້ໃນການເຂົ້າມາພັກແຮມທ່ອງ ທ່ຽວເພີ່ມຫຼາຍຂຶ້ນເມື່ອທຽບກັບປີຜ່ານມາ ແລະ ມີທິດທາງການເຕີບໂຕຢ່າງຕໍ່ເນື່ອງໃນປີ 2024 ໂດຍມີເປົ້າໝາຍໃຫ້ປະ ເທດໄທເປັນແຫຼ່ງທ່ອງທ່ຽວຍອດນິຍົມຢ່າງຍືນຍົງຕະຫຼອດໄປ.

error: Content is protected !!