ກຸ່ມບ້ານໄຊ ມີລາຍຮັບສະເລ່ຍຕໍ່ຫົວຄົນ 30 ລ້ານກີບຕໍ່ປີ

    ກຸ່ມບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ວຽກພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງໃນໄລຍະ I  ແລະ ທິດທາງແຜນການປີ 2024-2025 ຂຶ້ນວັນທີ 18 ມັງກອນ ຜ່ານມາ ຢູ່ກຸ່ມບ້ານດັ່ງກ່າວ  ໂດຍເປັນປະທານຮ່ວມຂອງທ່ານ ໜູກີ ສີຫາລາດ ຮັກສາການເຈົ້າເມືອງໄຊທານີ ທ່ານ ຄູນມີ ຣາດຊະພົນ ກຳມະການພັກເມືອງ ຜູ້ຊີ້ນຳກຸ່ມບ້ານໄຊ ມີ ຫົວໜ້າ ປກສ ກຸ່ມ ຄະນະພັກຮາກຖານກຸ່ມບ້ານໄຊ ພະນັກງານກໍ່ສ້າງຮາກຖານ ແລະ ອຳນາດການປົກຄອງບ້ານໄຊເຂົ້າຮ່ວມ.

      ທ່ານ ຄູນມີ ຣາດຊະພົນ ກ່າວວ່າ: ກຸ່ມບ້ານໄຊ ມີທັງໝົດ 8 ບ້ານ ປະກອບມີ 455 ໜ່ວຍມີ 6.452 ຫຼັງຄາ ມີ 6.301 ຄອບຄົວ ມີພົນລະເມືອງ 26.926 ຄົນ ຍິງ 13.556 ຄົນ ປະຊາຊົນສ່ວນຫຼາຍປະກອບອາຊີບຫຼາຍດ້ານທີ່ແຕກຕ່າງກັນຄື: ກະສິກຳ-ປູກຝັງລ້ຽງສັດ 5% ພະນັກງານ-ລັດຖະກອນ ລັດວິສາຫະກິດ 20% ອາຊີບຄ້າຂາຍ 40 % ອາຊີບກຳມະກອນ 20% ນັກຮຽນ-ນັກສຶກສາ     25 % ແລະ ອາຊີບອື່ນໆ 20% ລາຍຮັບສະເລ່ຍຕໍ່ຫົວຄົນ 25.000.000 ກີບຕໍ່ຄົນຕໍ່ປີ ລາຍຮັບສູງສຸດ 30.000.000 ກີບຕໍ່ຄົນຕໍ່ປີ ຕໍ່າສຸດ 15.000.000 ກີບຕໍ່ຄົນຕໍ່ປີ ມີທ່າແຮງພື້ນຖານດ້ານພື້ນຖານໂຄງລ່າງເສັ້ນທາງເລກທີ 13 ໃຕ້ ແລະ ເສັ້ນທາງເລກທີ 10 ຕັດຜ່ານ ມີຫ້າງຮ້ານ ຫົວໜ່ວຍທຸລະກິດ ແລະ ການບໍລິການ ການຄ້າຂາຍສະດວກສະບາຍເປັນພື້ນຖານ ແລະ ເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວ ມີເນື້ອທີ່ທຳການຜະລິດກະສິກຳ 970 ເຮັກຕາ ໃນນີ້ເນື້ອທີ່ທຳການຜະລິດນາປີ 963 ເຮັກຕາ ແລະ ນາແຊງ 7 ເຮັກຕາ ສະເລ່ຍຜົນຜະລິດລວມໄດ້ 12.096 ໂຕນ ສະເລ່ຍຜູ້ໜຶ່ງໄດ້ຮັບ 191 ກິໂລຕໍ່ຄົນຕໍ່ປີ ແລະ ມີສັດລ້ຽງປະເພດຕ່າງໆຄື: ມີງົວ 1.140 ໂຕ ຄວາຍ 71 ໂຕ ໝູ 143 ໂຕ ສັດປີກ 407.23 ໂຕ ມີຄອບຄົວຕົວແບບດ້ານການຜະລິດເປັນສິນຄ້າ 3 ຄອບຄົວ ພົ້ນເດັ່ນແມ່ນຄອບຄົວ ທ່ານ ອຸດົມສັກ ລາດຊະວົງ ປະຊາຊົນບ້ານດອນຕິ້ວ ສາມາດຜະລິດເຂົ້ານາປີໄດ້ 10 ໂຕນ ສ້າງລາຍຮັບສະເລ່ຍໄດ້ 80.000.000 ກີບຕໍ່ປີ.

     ນອກນີ້ໃນກຸ່ມບ້ານໄຊ ຍັງມີຫົວໜ່ວຍທຸລະກິດການຄ້າ ການບໍລິການ ແລະ ການຜະລິດ 25 ຫົວໜ່ວຍ ໃນນີ້ບ້ານຄຸ້ມຄອງ 22 ຫົວໜ່ວຍ ແລະ  ເມືອງ 3 ຫົວໜ່ວຍ ມີຕະຫຼາດ 5 ແຫ່ງ ຮ້ານກິນດື່ມ 25 ແຫ່ງ ມີໂຮງງານ 9 ແຫ່ງ ຮ້ານສ້ອມແປງລົດໃຫຍ່ 9 ຮ້ານ ຮ້ານຂາຍເຄື່ອງຍ່ອຍ 170 ຮ້ານ ຮ້ານເສີມສວຍ 31 ຮ້ານ ຮ້ານສ້ອມແປງລົດຈັກ 30 ຮ້ານ ໄລຍະຜ່ານມາໄດ້ລະດົມທຶນພໍ່ແມ່ປະຊາຊົນ ແລະ ຫົວໜ່ວຍທຸລະກິດພາຍໃນບ້ານພາຍໃນກຸ່ມ ເພື່ອປັບປຸງກໍ່ສ້າງ ແລະ ສ້ອມແປງເສັ້ນທາງຮ່ອມ-ທາງຊອຍໄດ້​ຍົກລະດັບທາງດິນແດງເປັນທາງເບຕົງ ຍາວ 15 ກິໂລແມັດ ມູນຄ່າ 200 ລ້ານກີບ ແລະ ອື່ນໆ.     ສຳລັບທິດທາງຈຸດສຸມປີ 2024 – 2025 ກຸ່ມບ້ານໄຊ ຈະສືບຕໍ່ສົມທົບພາກສ່ວນກ່ຽວຂ້ອງ ລົງສຳຫຼວດ ແລະ ເກັບກຳຂໍ້ມູນບັນດາທ່າແຮງ ແລະ ຂອດຈຳກັດ ຂອງບັນດາຄອບຄົວທີ່ທຳການຜະລິດກະສິກຳປູກຝັງ-ລ້ຽງສັດ ແລະ ການຜະລິດເປັນສິນຄ້າ ເພື່ອຊຸກຍູ້ໃຫ້ມີການປັບປຸງ ໃຫ້ສາມາດສ້າງລາຍຮັບເພີ່ມຂື້ນ ແລະ ມີຄວາມຍືນຍົງ ສືບຕໍ່ຊຸກຍູ້ສົ່ງເສີມໃຫ້ກາຍເປັນຄອບຄົວຕົວແບບ ແລະ ມີຄວາມຍືນຍົງໃຫ້ໄດ້ 1-2 ຫົວໜ່ວຍ ສໍາຫຼວດ ແລະ ຂື້ນບັນຊີບັນດາຈຸດເປ່ເພຕາມເສັ້ນທາງຫຼັກ ແລະ ເສັ້ນທາງຮ່ອມ ຂຶ້ນນແຜນຈັດບູລິມະສິດໃນການສ້ອມແປງເປັນໄລຍະ ພ້ອມທັງປຸກລະດົມພໍ່ແມ່ປະຊາຊົນໃຫ້ມີສ່ວນຮ່ວມໃນການບູລະນະຄາດໝາຍສູ້ຊົນຮອດປີ 2025 ໃຫ້ໄດ້ທາງຮ່ອມ-ທາງຊອຍ 117 ເສັ້ນ ໃນນີ້ ທາງດິນແດງ 106 ເສັ້ນ ທາງປູຢາງ 4 ເສັ້ນ ແລະ ເບຕົງ 7 ເສັ້ນ ໃນຂອບເຂດຄວາມຮັບຜິດຊອບ ຮັບປະກັນການສັນຈອນໄປ-ມາສະດວກທັງສອງລະດູ ລົງກວດສະພາບຮ່ອງລະບາຍນ້ຳອຸດຕັນ ສຳຫຼວດທິດທາງການໄຫຼຂອງນ້ຳເສຍ ແລະ ຂຸດເປັນຮ່ອງລະບາຍນ້ຳ ຄາດໝາຍ ປີລະຄັ້ງ ກ່ອນລະດູຝົນຈະມາໃນແຕ່ລະປີ ເພີ່ມທະວີຄຸ້ມຄອງການປຸກສ້າງການຈົກດິນ ຖົມດິນໃຫ້ປະຕິບັດຖືກຕ້ອງຕາມລະບຽບການຂອງໂຍທາວາງອອກ ແກ້ໄຂບໍ່ໃຫ້ມີຕໍ່ເຕີມເທີບ-ເງີບ ຫຼືຮ້ານຂາຍເຄື່ອງຢູ່ໃນຂອບເຂດລະບຽບຂອງໂຍທາວາງອອກໂດຍສະເພາະ ບັນດາເຮືອນ ແລະ ຮ້ານທີ່ຢູ່ລຽບຕາມແຄມທາງຢາງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.

error: Content is protected !!