ສະຫະພັນກຳມະບານລາວເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ

    ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຖະແຫຼງຂ່າວເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024) ໃນອາທິດຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ພາຍຫຼັງການສ້າງຕັ້ງພັກປະຊາຊົນປະຕິວັດລາວເກືອບ 1 ປີ ມາເຖິງວັນທີ 1 ກຸມພາປີ 1956 ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກຳມະບານຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໜັ້ນແຂວງຫົວພັນໂດຍແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ ໂດຍມີຈຸດປະສົງເພື່ອສືບຕໍ່ໂຄສະນາຂົນຂວາຍເຕົ້າໂຮມກຳມະກອນ ຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດນ້ຳໃຈຮັກຊາດ ມີລະບຽບແບບແຜນ ເປັນພົນລະເມືອງດີຂອງຊາດ ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະ ໂຫຍດອັນຊອບທຳໃຫ້ແກ່ກຳມະ ກອນ ຜູ້ອອກແຮງງານລາວບັນດາເຜົ່າ ກາຍເປັນກຳລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.

    ນັບແຕ່ມີການສ້າງຕັ້ງອົງການຈັດຕັ້ງກຳມະບານລາວ ໃນໄລຍະຜ່ານມາ ສະຫະພັນກຳມະບານລາວກໍໄດ້ເອົາໃຈໃສ່ໃນການປົກປ້ອງສິດຜົນປະໂຫຍດຂອງສະມາຊິກກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານລາວເຫັນໄດ້ມີຜົນສຳເລັດຫຼາຍໆດ້ານ ເປັນຕົ້ນໃນ ປີ 2022-2023 ຜ່ານມາ ທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ສະຫະພັນກຳມະບານລາວກໍໄດ້ເອົາໃຈໃສ່ສຶກສາອົບຮົມ ແລະ ປົກປ້ອງຊ່ວຍເຫຼືອຊາວຜູ້ອອກແຮງງານຕາມພາລະບົດບາດ ສິດ ແລະ ໜ້າທີ ລະດົມທຶນຂໍການຊ່ວຍເຫຼືອນຳອົງການຈັດຕັ້ງສາກົນ ບັນດາປະເທດເພື່ອມິດຍຸດທະສາດ ແລະ ມອບເຄື່ອງຊ່ວຍເຫຼືອສະມາຊິກກຳມະບານ ກຳມະກອນທີ່ຮັບຜົນກະທົບຢູ່ໂຮງຈັກໂຮງງານທີ່ມີການແພ່ລະບາດພະຍາດ ໂຄວິດ-19 ລະດົມທຶນນຳສະມາຊິກກຳ ມະບານ ກຳມະກອນ ເພື່ອຊ່ວຍເຫຼືອບັນດາແຂວງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ໄດ້ສະເໜີລັດ ຖະບານຂຶ້ນຄ່າແຮງງານຂັ້ນຕ່ຳຊຸດໃໝ່.

    ເພື່ອເປັນການສະເຫຼີມສະຫຼອງ ແລະ ຂ່ຳນັບຊົມເຊີຍວັນສ້າງຕັ້ງສະຫະພັນກຳມະບານລາວ 1 ກຸມພາ 2024 ຄົບຮອບ 68 ປີ ສູນກາງສະຫະພັນກໍາມະບານລາວໄດ້ມີກິດຈະກຳຕ່າງໆເຊັ່ນ ມີແຈ້ງການແນະນໍາເຖິງສະຫະພັນກໍາມະບານກະຊວງ  ອົງການ ສະຫະພັນກໍາມະບານນະຄອນຫຼວງ ແຂວງເພື່ອຈັດຕັ້ງການສະເຫຼີມສະຫຼອງວັນດ່ັ່ງກ່າວໃຫ້ມີເນື້ອໃນເລິກເຊິ່ງ ແລະ ກ້ວາງຂວາງ ຈະໄດ້ກະກຽມຈັດຕັ້ງປະຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານ ຄົບຮອບ 68 ປີ ເພື່ອເປັນການໂຄສະນາ ສຶກສາອົບຮົມໃຫ້ແກ່ສະມາຊິກກໍາມະບານ ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ຮັບຮູ້ ເຂົ້າໃຈເຫັນໄດ້ຄວາມໝາຍ ຄວາມສໍາຄັນ ເຫັນໄດ້ການກໍາເນີດ ເຕີບໃຫຍ່ຂອງອົງການຈັດຕັ້ງກຳມະບານລາວ ຈັດກິດຈະກຳຕ່າງໆເພື່ອສະເຫຼີມ ສະຫຼອງເປັນຕົ້ນ ພິທີວາງກະຕ່າດອກໄມ້ຢູ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ ລົງໂຄສະນາປາຖະກະຖາ 2 ວັນສຳຄັນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 68 ປີ ຂະບວນການອະນາໄມອອກແຮງງານລວມ ແຂ່ງຂັນກີລາ (ເປຕັງ) ເພື່ອມິດຕະພາບຊີງຂັນປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ.

    ໂອກາດນີ້ຂໍເຊີນຊວນມາຍັງບັນດາທ່ານຜູ້ນໍາພັກ-ລັດ ກະຊວງອົງການ ພ້ອມດ້ວຍສະມາຊິກກໍາມະບານ ກໍາມະກອນ ແລະ ຜູ້ອອກແຮງງານທຸກໆທ່ານຈົ່ງເຂົ້າຮ່ວມໃນການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານທີ່ໄດ້ໝູນວຽນມາຄົບຮອບ 68 ປີໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ພ້ອມທັງຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະກາງສະໄໝຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ VIII ເຂົ້າສູ່ວຽກງານກຳມະບານຂອງແຕ່ລະຂະແໜງແຕ່ສູນກາງຮອດທ້ອງຖິ່ນ ແລະ ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃນຂົງເຂດວຽກງານກຳມະບານທົ່ວປະເທດ.

error: Content is protected !!