ລາວ-ໄທ-ສ.ເກົາຫຼີ ເສີມສ້າງຂີຄວາມສາມາດໃຫ້ບຸກຄະລາກອນທາງການແພດ

ກອງປະຊຸມວິຊາການກ່ຽວກັບພະຍາດໄຂ່ຫຼັງສາກົນ ລະຫວ່າງ ລາວ-ໄທ-ສ.ກົາຫຼີ ຈັດຂຶ້ນວັນທີ 24-25 ພະຈິກ 2023 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ເປັນປະທານໂດຍ ທ່ານ ດຣ. ບຸນຖົມ ຊາມຸນຕຣີ ອະທິບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ມີ ຜູ້ຊ່ຽວຊານຈາກ ໄທ ສ.ເກົາຫຼີ ພ້ອມດ້ວຍ ພະນັກງານ ແພດໝໍ ພະຍາບານ ຈາກໂຮງຫມໍສູນກາງ ແລະ ໂຮງຫມໍແຂວງທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມວິຊາການກ່ຽວກັບພະຍາດໄຂ່ຫຼັງສາກົນຄັ້ງນີ້ ແນໃສ່ເພື່ອສົ່ງເສີມສ້າງຂີດຄວາມສາມາດຂອງບຸກຄະລາກອນທາງການແພດຜູ້ຊ່ຽວຊານທາງດ້ານພະຍາດໄຂ່ຫຼັງ ແລະ ແພດຊ່ຽວຊານພະຍາດໄຂ່ຫຼັງໃນ ສປປ ລາວ ເພື່ອແລກປ່ຽນຄວາມຮູ້ທາງດ້ານວິຊາການຈາກຜູ້ຊ່ຽວຊານຈາກປະເທດ ສ ເກົາຫຼີ ແລະ ປະເທດໄທ ເພື່ອເພີ່ມຂີດຄວາມສາມາດໃນດ້ານປິ່ນປົວດູແລຄົນເຈັບທີ່ເປັນພະຍາດໄຂ່ຫຼັງ ເພື່ອເພີ່ມທະວີການຊ່ວຍເຫຼືອຈາກອົງການຕ່າງໆ ທັງພາຍໃນແລະຕ່າງປະເທດ.

ໃນການສຳມະນາໃນຄັ້ງນີ້ ລວມທັງໝົດ 10 ຫົວຂໍ້ຄື: ເຊິ່ງວ່າໃນບັນດາເນື້ອໃນທັງໝົດ ແມ່ນກ່ຽວກັບການປິ່ນປົວ ຮັກສາ ຄົນເຈັບພະຍາດໄຂ່ຫຼັງ ເຊັ່ນ: ການຟອກໄຂ່ຫຼັງ ການຜ່າຕັດເສັ້ນເລືອດແລະອາການສົນ ການຕິດຕາມຄົນເຈັບໃນເວລາຟອກເລືອດ ແລະ ພາບລວມກ່ຽວກັບການຟອກເລືອດຜ່ານໜ້າທ້ອງ ແລະ ອື່ນໆ.

error: Content is protected !!