ໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75

ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/1/149-20/1/2024) ຈັດຂຶ້ນວັນທີ 19 ມັງກອນ 2024 ທີ່ຫໍປະຊຸມແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກອງຊວງປ້ອງກັນປະເທດ ພ້ອມການນຳພັກ-ລັດ ນາຍ ແລະ ພົນທະຫານ ນາຍ ແລະ ພົນຕຳຫຼວດ ແຂກຖືກເຊີນ ພະນັກງານ-ລັດຖະກອນ ແລະ ນັກຮຽນ.

ພິທີດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດບາງຕອນວ່າ ວັນທີ 20 ມັງກອນ 1949 ແມ່ນມື້ທີ່ມີຄວາມໝາຍສໍາ ຄັນວັນໜຶ່ງໃນປະຫວັດສາດຂອງຊາດກໍຄືຂອງການປະຕິວັດລາວ ເປັນມື້ປະກາດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ປະຊາ ຊາດໃນໂລກໄດ້ຮັບຮູ້ວ່າກຳລັງປະກອບອາວຸດຂອງຂະບວນຮັກຊາດລາວຂອງການປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ທີ່ຖໍ້າແມ້ ເຂດພຽງສາ ຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງ ຫົວພັນ ໂດຍມີຊື່ວ່າ ກອງຮ້ອຍ “ກອງລາດຊະວົງ” ແລະ ຕໍ່ມາປະທານ ໄກສອນ ພົມວິຫານ ກໍໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຂຶ້ນພ້ອມໆກັນ ເຊິ່ງເປັນຕົ້ນ ກຳເນີດ ຂອງກອງທັບປົດປ່ອຍປະຊາຊົນລາວກໍຄືກອງທັບປະຊາຊົນລາວໃນປັດຈຸບັນ ກອງຮ້ອຍລາດຊະວົງທີ່ປະກອບດ້ວຍນັກຮົບ ພຽງແຕ່ 25 ສະຫາຍໃນເບື້ອງຕົ້ນນັ້ນໄດ້ເປັນຈຸດເລີ່ມທີ່ເປັນຫຼັກແຫຼ່ງແກ່ນສານຂອງກໍາລັງປະຕິວັດຂອງປະເທດເຮົາໃນຂະ ບວນການຂອງແນວລາວອິດສະຫຼະພາຍໃຕ້ການນໍາພາຂອງຄະນະພັກແຄວ້ນລາວໃນພັກກອມມູນິດອິນດູຈີນເພື່ອເປັນການປຸກລະດົມປະຊາຊົນລາວທີ່ຮັກຊາດສ້າງຂະບວນການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດແຫ່ງຊາດຈາກການປົກຄອງຂອງລັດທິ ລ່າເມືອງຂຶ້ນ ແລະ ສັກດິນາຂຸນເສິກທີ່ເປັນລູກມືຂອງພວກຈັກກະພັດຜູ້ຮຸກຮານ.

ໃນທ່າມກາງປະເທດຊາດພວມສຶບຕໍ່ກ້າວເດີນບົນເສັ້ນທາງຕາມຄວາມມຸ່ງຫວັງຂອງປະຊາຊົນ ແລະ ວັດຖຸປະສົງສູງສຸດຂອງ ພັກທີ່ໄດ້ເລືອກໄວ້ແລ້ວ ສະນັ້ນກອງທັບປະຊາຊົນລາວຈະຕ້ອງສືບຕໍ່ເສີມຂະຫຍາຍທາດແທ້ ມູນເຊື້ອປະຕິວັດ ອັນອົງອາດ ກ້າແກ່ນຢ່າງສະເໝີຕົ້ນສະເໝີປາຍ ແຕ່ເວລານີ້ຍິ່ງກວ່າເວລາໃດໝົດພວກເຮົາຕ້ອງສືບຕໍ່ກໍ່ສ້າງ ປັບປຸງກອງທັບກ້າວຂຶ້ນເປັນ ກອງທັບທີ່ມີແບບແຜນທັນສະໄໝ ເປັນເສົາຄໍ້າອັນໝັ້ນແກ່ນໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ປົກປັກຮັກ ສາລະບອບໃໝ່ໄວ້ໃຫ້ໝັ້ນຄົງ ເປັນກຳລັງຫຼັກແຫຼ່ງຊ່ວຍໜູນໃຫ້ແກ່ການສືບຕໍ່ຍູ້ແຮງແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງ ການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກຢູ່ໃນເງື່ອນໄຂໃໝ່ ສ້າງສະພາບແວດລ້ອມ ທີ່ເອື້ອ ອໍານວຍໃຫ້ແກ່ການພັດທະນາປະເທດຊາດ ການຮ່ວມມືສາກົນໃຫ້ກວ້າງຂວາງ ເພື່ອໃຫ້ປະເທດເດີນໜ້າພັດທະນາຢ່າງບໍ່ ຢຸດຢັ້ງ ສືບຕໍ່ດໍາເນີນການຫັນລົງກໍ່ສ້າງຮາກຖານການເມືອງ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນຕົ້ນຢູ່ບັນດາເຂດ ພູດອຍ ເຂດຫ່າງໄກສອກຫຼີກ ຕາມທິດເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕິດແໜ້ນກັບການພັດທະນາ ເສດຖະກິດ-ສັງຄົມ ບັນດາກົມກອງຢູ່ບ່ອນໃດຕ້ອງຂົນຂວາຍກໍ່ສ້າງຮາກຖານການເມືອງຢູ່ບ່ອນນັ້ນໃຫ້ດີ ນໍາເອົາຜົນ ປະ ໂຫຍດມາໃຫ້ປະຊາຊົນເພື່ອເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ສັດທາຕໍ່ກອງທັບເຮົາດັ່ງທີ່ເຄີຍມີມູນເຊື້ອມາແລ້ວ ນັ້ນ ຕ້ອງເປັນກອງກຳລັງນໍາໜ້າໃນການສ້າງເສດຖະກິດ ຕັ້ງໜ້າເປັນເຈົ້າການ ປະກອບສ່ວນຮ່ວມກັບຂະແໜງການສູນກາງ ແລະ ທ້ອງຖິ່ນເພື່ອຈັດຕັ້ງຜັນຂະຫຍາຍທິດນໍາກ່ຽວກັບ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ເກີດເປັນຮູບ ປະທຳ ໃນເງື່ອນໄຂຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ກອງທັບຕ້ອງເປັນເຈົ້າການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ ນັກຮົບ ສ້າງພະລາທິການກັບທີ່ດ້ວຍການເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບຕາມທິດເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.   

error: Content is protected !!