ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະພະນັກງານ-ນັກຮົບ ກອງພົນທີ 4

    ວັນທີ 18 ມັງກອນ  2024 ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຄະນະປະຈຳພັກ ກະຊວງປອ້ງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ພົບປະໂອ້ລົມພະນັກງານ-ນັກຮົບ ກອງພົນທີ 4 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ( ວັນທີ 20 ມັງກອນ 1949-ວັນທີ 20 ມັງກອນ 2024 ) ໃຫ້ກຽດຮັບຕ້ອນຮັບຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ພອ້ມດວ້ຍຄະນະນໍາແຂວງ ຄະນະນຳກະຊວງປ້ອງກັນປະເທດ ຄະນະນຳຂອງສອງກຳລັງ ປກຊ-ປກສ ພ້ອມດວ້ຍ ຄະນະພັກ-ຄະນະບັນຊາ,ນາຍ ແລະ ພົນທະຫານ ພະນັກງານປະຕິວັດອາວຸໂສ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງ ກອງພົນທີ 4 ໄດ້ລາຍງານໂດຍຫຍໍ້ສະພາບຈຸດພິເສດ ທີ່ຕັ້ງ ພາລະບົດບາດ ແລະ ໜ້າທີ່ການເມືອງຂອງກົມກອງລວມທັງຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການຈັດຕັ້ງປະຕິບັດມະຕິກອງກອງປະຊຸ່ມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສາມາດປະຕິບັດບັນດາຄາດໝາຍສູ້ຊົນ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ໂດຍສະເພາະການປ້ອງກັນບັນດາເປົ້າໝາຍສຳຄັນ ວັນບຸນປະຫວັດສາດ ແລະ ກອງປະຊຸມຕ່າງໆລະດັບຊາດ ແລະ ສາກົນ ມີຄວາມສະຫງົບ  ໄປຄຽງຄູ່ກັນນັ້ນຄະນະພັກ-ຄະນະບັນຊາ ຍັງໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນສໍາຄັນ ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບ ດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ສຸມໃສ່ສ້າງບ້ານປ້ອງກັນຊາດເຂັ້ມແຂງ ກຸ່ມບ້ານປ້ອມໝັ້ນ ສູ້ຮົບເຂັ້ມແຂງໃຫ້ເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບ ຍູ້ແຮງການອົບຮົມ-ຫັດແອບການເມືອງການ-ການທະຫານ ພະລາທິການ ເຕັກນິກ ສິລະປະຍຸດ-ຍຸດທະວິທີຂອງທະຫານຮາບ ແລະ ເຫຼົ່າຮົບວິຊາສະເພາະໃຫ້ມີຄວາມຊໍານິຊໍານານ ເປັນກໍາລັງຫຼັກແຫຼ່ງໃຫ້ກະຊວງປ້ອງກັນປະເທດທາງດ້ານວຽກງານຮັບປະກັນເຮັດໃຫ້ສະພາບໃນ 3 ແຂວງພາກກາງ ໃຫ້ມີຄວາມສະຫງົບ ໄປຄວບຄູ່ກັບການຍົກສູງ ນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງ ນອກນັ້ນ ຍັງເປັນເຈົ້າການປ້ອງກັນ ກວດກາ ຕິດຕາມເຂດຫຼັກໝາຍຊາຍແດນຕ່າງໆ ແລະ ສັງຄົມທົ່ວໄປ ຮັບປະກັນສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄປພ້ອມກັນນັ້ນ ກອງພົນຍັງໄດ້ເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ 18 ກົມກອງ ແລະ ຮັບຜິດຊອບ 113 ບ້ານ ໃນນັ້ນມີ 1 ເມືອງຂອງແຂວງຄຳມວ່ນ ແລະ 7 ເມືອງຂອງແຂວງ ສະຫວັນນະເຂດ ໃນນັ້ນໄດ້ໄດ້ຊີ້ນຳ-ນຳພາປະຊາຊົນສ້າງບ້ານວັດທະນາທຳ,ບ້ານອະນາໄມ ແລະ ຄອບຄົວອະນາໄມດີຢູ່ 113 ບ້ານ ມີ 23.032 ຄອບຄົວ ຄອບຄົວປານກາງ 7.173 ຄອບຄົວຄອບຄົວພົ້ນທຸກ 14.948 ຄອບຄົວ ຄອບຄົວທີມີວິດຖ່າຍຖາວອນ ແລະ ນໍ້າສະອາດໃຊ້ 22.121 ຄອບຄົວ ແລະ ກົມກອງຍັງໄດ້ສ້າງພະລາທິການກັບທີ່ຕາມທິດນໍາເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍສຸມໃສ່ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ເພື່ອຮັບປະກັນການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ນັບມື້ດີຂຶ້ນ ໃນນັ້ນ 1 ປີຜ່ານມາກອງພົນໄດ້ປູກພຶດ ແລະ ຜັກຕ່າງໆໄດ້ 17 ເຮັກຕາ ສາມາດເກັບກູ້ໄດ້ 193.555 ກິໂລ ເຮັດນາ 177 ເຮັກຕາ ເກັບກູ້ໄດ້ 184.000 ກິໂລ ,ມີງົວ-ຄວາຍ 706 ໂຕ ໝູ ແລະ ແບ້ 348 ໂຕ ສັດປີກ 6.533 ໂຕ ແລະ ມີປາລ້ຽງ 42.300 ໂຕ ໄປຄຽງຄູ່ກັນນັ້ນ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຂົງເຂດວຽກງານ ດ້ານຕ່າງໆທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງສາມາດຍາດ ໄດ້ຜົນສໍາເລັດທີ່ເປັນພື້ນຖານຫຼາຍດ້ານ.

    ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນໂອ້ລົມ ແລະ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາກອງພົນທີ 4 ພະນັກງານ-ນັກຮົບ ສືບຕໍ່ຮັກສາມູນເຊື້ອ ທາດແທ້ປະຕິວັດຂອງກອງທັບ ຕໍ່ສູ້ເດັດດ່ຽວ, ພິລະອາດຫານ, ບໍ່ຍອມຈໍານົນຍາກປານໃດກໍບຸກ, ທຸກປານໃດກໍສູ້, ເຖິງຈະເສຍສະຫຼະກໍບໍ່ຫວາດຫວັ່ນ ຍາມໃດກໍສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງພັກ ດ້ວຍຄວາມຈົງຮັກພັກດີ ບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ ກອງທັບເຮົາຍາມໃດກໍອີງໃສ່ປະຊາຊົນ ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນດ້ວຍຄວາມບໍລິສຸດໃຈ ຍ້ອນແນວນັ້ນ ຈຶ່ງໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລ ຖະໜອນຫອມຮັກ ແລະ ອຸ້ມຊູຊ່ວຍເຫຼືອຈາກປະຊາຊົນບັນດາເຜົ່າ ອັນໄດ້ເປັນບໍ່ເກີດຂອງກໍາລັງແຮງທີ່ບໍ່ເຫືອດແຫ້ງຈັກເທື່ອ ກອງທັບປະຊາຊົນລາວ ສົມແລ້ວທີ່ເປັນກອງທັບວິລະຊົນ ຂອງຊາດລາວ ຢ່າງແທ້ຈິງ.

    ໃນໂອກາດທີ່ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ພ້ອມດ້ວຍຄະນະ ໄດ້ລົງມາຢ້ຽມຢາມພະນັກງານ-ນັກຮົບ ຢູ່ກອງພັນນ້ອຍ 619 ກອງພັນນ້ອຍ 634 ໂຮງງານນໍ້າ ມັງກອນຄຳ ຂອງກອງພົນ ພ້ອມທັງມອບວັດຖຸປັດໄຈຈຳນວນໜຶ່ງ ໃຫ້ກອງພົນທີ 4 ອີກດ້ວຍ.

ໂດຍ: ບົວລາ

error: Content is protected !!